ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 12, 2015 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ອ້າຍ ໄມ ປີນີ້ມີອາຍຸ 44 ,ມີເມຍ 1 ຄົນ, ລູກເມຍ 4  ຄົນ ຜູ້ກົກຈົບວິຊາຊີບແລ້ວ ສ່ວນອີກ 3 ຍັງຮຽນຢູ່,

ຕອນນີ້ລາວມີບັນຫາເລື່ອງຄວາມຮັກ ຄືໄປຫຼົງສະດຸດຮັກ ສາວແມ່ຮ້າງ ໄດ້ 3 ປີແລ້ວ  (ສາວແມ່ຮ້າງຄັນນັ້ນແກ່ກວ່າ ແລະຂີ້ລາຍກວ່າເມຍປະຈຸບັນ) ແຕຈັກວ່າແມ່ເວນກຳຫຼືຈັ່ງໃດບໍ່ຮູ້ ປະກົດວ່າລາວຮັກ,ຄິດຮອດຍິງຄົນນັ້ນຈົນຢູ່ບໍ່ໄດ້ ກິນບໍ່ເປັນ, ໝູ່ຄູ່,ພີ່ນ້ອງນັບທັງຜູ້ບ່າວ-ຜູ້ສາວ ສຸດທີ່ເປັນຫ່ວງຢ້ານຄອບຄົວຈະພັງທະລາຍ ໄດ້ພະຍາຍາມບອກສອນ,ຮ້າຍດ່າ,ກີດກັ້ນການພົວພັນ ແຕ່ກໍ່ບໍ່ສາມາດຢັບຢັ້ງໄດ້(ບາງຄັ້ງເມຍໄປນຳເຈີປະທະກັນຢູ່ຮ້ານ ແຕ່ເຂົາຍັງບໍ່ເຊົາ).

ຜ່ານການອົບຮົມຂອງໝູ່ຄູ່ ລາວກັບມາຖາມຄຶນວ່າ ຄວາມຮັກແມ່ນຫຍັງ?

ສ່ວນຕົວຂອງລາວໃຫ້ນິຍາມວ່າ:( ຄວາມຮັກບໍ່ໄປຫາແມ່ນຢູ່ບໍ່ໄດ້ )

ຂ້ອຍຄິດວ່ານິຍາມນີ້ກໍ່ໃຊ້ໄດ້ ແລະຖືກຕ້ອງ ແລະເປັນອີກນິຍາມໜຶ່ງທີ່ພວກເຮັາຄວນສຶກສາ