ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 24, 2010 | ມີ 6 ຄຳເຫັນ ແລະ 0 trackback(s)

ຄຳວ່າປະຊາທິປະໄຕຂອງສື່ມວນຊົນລາວ ມັນສະແດງອອກຫຼາຍດ້ານ,ຫຼາຍບ່ອນ 

ແຕ່ເຮົາຂໍຍົກໃຫ້ເຫັນບ່ອນທີ່ໃກ້ຕົວພວກເຮົາທີ່ສຸດ ນັ້ນກໍ່ຄື:

ມັນສະແດງອອກທີ່ພັນລາວນີ້ເອງ

ພັນລາວເປັນສື່ຂອງຄົນລາວ, ພັນລາວໄດ້ເປີດໂອກາດໃຫ້ທຸກຄົນ ລວມທັງສື່ມ່ວນຊົນລາວທຸກສື່ສາມາດ

ເຂົ້າເຖິງ,ຮູ້ໄດ້,ສະແດງຂໍ້ຄິດເຫັນ ແລະ ສຳຫຼວດຂໍ້ຄິດເຫັນຂອງສັງຄົມ ທຸກເລື່ອງ

ຈະເປັນຂ່າວສານ,ຕະລົກຊວນຫົວ,ສາລະບັນເທິງ.....ທີ່ເປັນຕົວໜັງສື,ສັນຍາຫຼັກ,ຮູບພາບ,ກຣິບວິດີໂດ,

ສຽແສງສີ...  ຜ່ານພັນລາວອອກສູ່ສັງຄົມ

ພົນລະເມືຶງລາວຂອງພວກເຮົາສ່ວນໜຶ່ງຍັງບໍ່ທັນເຂົ້າໃຈເຖິງສິດປະຊາທິປະໃຕຂອງຕົນດ້ານສື່ມວນຊົນ,

ຍັງຖຶເບົາ

ບໍ່ຮູ້ນຳໃຊ້ສິດຂອງຕົນຕາມກົດໝາຍ

ກົດໝາຍສື່ມວນຊົນ ມາດຕາທີ່ 16 ຂຽນວ່າ:

       ພົນເມືອງລາວ   ມີສິດເສລີພາບກ່ຽວກັບຂໍ້ມູນຂ່າວສານ ຜ່ານສື່ມວນຊົນດັ່ງນີ້:

      1  ເຂົ້າເຖິງ ແລະໄດ້ຮັບຂໍ້ມູນຂ່າວສານ ກ່ຽງກັບສະພາບການພາຍໃນ ແລະ ຕ່າງປະເທດ, ສາລະຄວ່າຮູ້, ສາລະບັນເທິງ ແລະ ອື່ນໆ

      2  ສະໜອງຂໍ້ມູນຂ່າວສານໃຫ້ສື່ມວນຊົນ  ຢ່າງຖຶກຕ້ອງ,  ຊັດເຈນ,  ແລະ ຮັບຜິດຊອບຕໍ່ໜ້າກົດໝາຍກ່ຽງກັບ  ເນຶ້ອໃນຂໍ້ມູຂ່າວສານນັ້ນ.

ຜ່່ານມາພົນລະເມຶອງລາວເຮົາບໍ່ຄ່ອຍສົນໃຈເລື່ອງກົດໝາຍສື່ມວນຊົນ, ບໍ່ແຈ້ງເຫດ ຫຼື ປະກົດການຂອງສັງຄົມຕາມທີ່ຕົນເອງພົບ

ເຫັນໃຫ້ແກ່ສື່ມວນຊົນ ຕາມກົດໝາຍຂໍ້ 2 ໄດ້ຂຽນໄວ້

ໃນເມືອພົນລະເມຶອງບໍ່ແຈ້ງຕໍ່ສື່  ສື່ກໍ່ບໍ່ມີຂໍ້ມູນ,  ບໍ່ມີຫຼັກຖານ ແລະ ສື່ກໍ່ບໍ່ສາມາດສະເໜີຂ່າວໄດ້

(ໂດຍສະເພາະຂ່າວໃນທາງລົບ ແລະ ກ່ຽວພັນກັບຄຸກຄົນ ຫຼື ການຈັດຕັ້ງກໍ່ຕາມ)

ເພາະພົນລະເມືອງລາວທຸກຄົນກໍ່ມີກົດໝາຍປົກປ້ອງເຂົາຢູ່ຄືກັນ

ສະນັ້ນ:  ພົນລະເມືອງລາວທຸກຄົນຄວນສຶກສາກົດໝາຍສື່ມວນຊົນໃຫ້ເລິດເຊິງ ເພຶ່ອແຈ້ງຂ່າວ

ແລະ ຕອບຂ່າວຜ່ານສື່ມວນຊົນໃຫ້ກ້ວາງຂວາງຂຶ້ນຕື່ມ

Delicious Digg Fark Twitter