ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ກ.. 26, 2011 | ມີ 20 ຄຳເຫັນ ແລະ 0 trackback(s)

 

ໃນແບບສຳຫຼວດຂອງທ່ານໜຶ່ງຂຽນລົງໃນພັນລາວຖາມວ່າ:

ຄວນປ່ຽນຊື່ຈາກາລີ່ມາເປັນຫຍັງເຊັ່ນ:

1.       ສ ບ ກ ພ ( ສາວບໍລິການທາງເພດ )

2. ສາວສວມໝວກ

3. ສາວທາງເລືອກ

4. ສາວເສຍເງິນ

5. ສາວຜ່ອນຄາຍ

6. ສາວດ່ວນ

7. ອື່ນໆ( ແມ່ນຫຍັງບອກແດ່ )

ໃນນັ້ມີຄົນໂຫວໃຫ້ໃສ່ຊື່ທີ່ 1 ນັ້ນມີ 50%

ແລະ ຊື່ທີ່ 7 ມີ 50 % ໃນຈຳນວນຜູໂຫວດ 8 ທ່ານ

ຂ້ອຍແມ່ນຜູ້ໜຶ່ງໃນຈຳນວນຄົນທີ່ສັງຄົມເອີ້ນວ່າ( ສາວກາລີ່ )ສາວບໍລິການ

ເຮັດອາຊີບນີ້ມາເກືອບປີແລ້ວ

ຕາມສູດປຸງອາຫານບາງເຍື່ອງເພີ່ນມັກຈະມີຄຳວ່າກາລີ່ຢູ່ນຳ,


ມາສຶກສາເບິ່ງຕົວຈິງ ກາລີ່ເປັນຝຸ່ນອອ່ນໆສີເຫຼືອງ,

 

ໃຊ້ປຸງແຕ່ງອາຫານໃຫ້ມີຣົດຊາດແຊບຊ້ອຍຂຶ້ນຕື່ມ


ແລ້ວມາເບິ່ງຄຳສັບໜຶ່ງອີກເພິ່ນ ວ່າສາວກາລີ່,

 

ເຫັນໃຜໆກໍ່ມັກເອົາມານັ່ງຮຽງຂ້າງເວລາກິນເຂົ້າ,

 

ກິນເຫຼົ້າ,ກິນເບຍເຊິ່ງຈະເຮັດໃຫ້ເພີ່ມຣົດຊາດໃນການກິນດຶ່ມ

 

ແຊບຊ້ອຍ, ກິນໄດ້ດີຂຶ້ນຕຶ່ມ


ເມື່ອເບິ່ງສອງບັນຫາເຫັນວ່າຄ້າຍຄືກັນ........

 

 ຖ້າຖາມວ່າຄວນປ່ຽນຊື່ກາລີ່ແນວໃດ?

 ໂຕນີ້ບໍ່ຄວນປ່ຽນເພາະມັນເປັນຊື່ຂອງເຄື່ອງປຸງແຕ່ງອາຫານ

 

ແລະຈະສັບສົນລາຍຊື່ໃນສູດປຸງແຕ່ງ ເມນູອາຫານເດີມ

ທີ່ເຄີຍໃຊ້ມາດົນແລ້ວ


ແຕ່ຖ້າຖາມວ່າຄວນປ່ຽນຊື່ ສາວກາລີ່ ແນວໃດ?​​...ອັນນີ້ພໍມີຄຳເຫັນ


ຄວນໃສ່ຊື້່ວ່າ: ສາວເສີມຣົດ ບາງເທື່ອອາດຈະເໝາະດີ ເພາະສາວພວກນີ້

 

ຊ່ວຍເສີມຣົດໄດ້ຫຼາຍຢ່າງແມ່ແຕ່ເຫຼົ້າຂາວປຸກໆ ຖ້າຄົນອື່ນເຫຍັ້ນບາງຄົນ

 

ວ່າກິນບໍ່ໄດ້,ຄຣຳພະຍາດ....


ແຕ່ສາວໆພວກນີ້ເຫຍັ້ນບໍ່ເຫັນວ່າຈະເຫຼືອຈັກຈອກ

ບາງຄົນອາດເຂົ້າໃຈວ່າ

ກາລີ່ເປັນເລື່ອງໜ້າລ້າງກຽດແຕ່ຂ້ອຍບໍ່ເສຍໃຈຫຍັງ 555

ຕາມການສຶກສາເບິ່ງຄຸນສົມບັດອັນແທ້ຈິງຂອງ ສາວກາລີ່

ມັນບໍ່ແມ່ນເລື່ອງທຳມະດາ ໂດຍສະເພາະການບໍລິການຂອງເຂົາເຈົ້າ

ຖ້າບັນດາພະນັກງານລັດບໍລິການປະຊາຊົນໄດ້ດີເທົ່າກັບສາວກ່າລີບໍລິການສັງຄົມນີ້

ຂ້ອຍຄິດວ່າ ປະເທດຊາດຈະເລີນ ໄວກວ່ານີ້

Delicious Digg Fark Twitter