ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 6, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

 

ຂ້ອຍເຫັນຍິງຄົນໜຶ່ງຢູ່ບ້ານດຽວກັນກັບຂ້ອຍນີ້ລະ, ຕອນນີ້ອາອຸ 35 ປີປະມານນັ້ນ

ແຕ່ລາວບໍ່ທັນແຕ່ງງານເທື່ອ,ທຳອິດຂ້ອຍແປກໃຈວ່າເປັນຫຍັງລາວຈິ່ງບໍ່ແຕງ ທັ້ງທີ່ມີອາຊີບດີ,

ຮຽນສູງພໍສົມຄວນ. ຂ້ອຍຖາມຄົນແຖວໃກ້ຈິງຮູ້ວ່າລາວເຄີຍມີແຟນຄົນໜຶ່ງໃນຊ່ວງປີ 1995

ຊາຍຄົນນັ້ນກໍ່ຢູ່ແຖວໃກ້ໆກັບບ່ອນຂ້ອຍຢູ່ນັ້ນເອງ,ມີມື້ໜຶ່ງຂ້ອຍພົບກັບຊາຍຄົນນັ້ນໃນຮ້ານເບຍ,

ຂ້ອຍໄດ້ໂອກາດຈີ່ງພະຍາຍາມເຈາະຈີ້ມເລື່ອງລາວຄວາມເປັນມາຂອງເຂົາ,

ຊາຍທີ່ເປັນແຟນເກົ່າຂອງລາວໄດ້,ທຳອິດຊາຍຄົນນັ້ນບໍ່ຍອມບອກ ແຕ່ສຸດທ້າຍກໍ່ບໍ່ລອດ

ເພາະຊືມແດ່,ລາວເລົ່າລາຍລະອຽດດີ ແຕ່ຈະເລົ່າຄືນສູ່ຟັງບາງຕອນ.

ລາວເລົ່າວ່າ: ເລີ່ມເອົາແຫວນໄປໜັ້ນກັບຍິງຄົນນັ້ນ ແຕ່ປີ 1992

ຫວັງຈະແຕ່ງເຕັມໃຈແທ້ໆ,ແຕ່ຍ້ອນຄວາມໂລພາຂອງຕໂຕເອງທີ່ບໍ່ມີເມືອງພໍ,ຄິດຊົ່ວ

ແລະ ຍ້ອນນາງໃຈດຳເກີນໄປ, ພາຍຫຼັງໝັ້ນຫຍາມເປັນທີ່ຮຽບຮ້ຽ ແລະ ກໍ່ໄດ້ພິສູດຮັກກັນເຖິງໃຈກັນແລ້ວ,

ໂຕເອງກໍ່ມີຄວາມໝັ້ນໃຈເຫຼືຶອເກີນວ່າບໍ່ຜິດຫວັງ, ເມື່ອຄິດໄດ້ແບບນັ້ນ

ລາວຈີ່ງ ເຂົ້າໄປຈີບຍິງອີກຄົນໜຶ່ງທີ່ເປັນໝູ່ກິນສຸກກິນດີບ ຂອງນາງ(ໝູ່ແຟນໂຕເອັງ),

ໂດຍມີຈຸປະສົງຫວັງຟັນຫຼີ້ນຊື່ໆ, ແຜນການຟັນດາບຂອງລາວກໍ່ທຳສຳເລັດ.

ແຕ່ມັນກໍ່ບໍ່ເປັນໄປຕາມທີ່ຄາດໄວ້ ໃນເມື່ອຍິງທັງສອງທີ່ເປັນເພື່ອນກັນ,ຮັກກັນ,

ຮຽນນຳກັນມາແຕ່ນ້ອຍ,

ເຮັດວຽກຫ້ອງການດຽວກັນ,ນອນຫ້ອງພັກດຽວກັນ ແລະ ກິນເຂົ້າຮ່ວມພາທຸກມື້,

ໄດ້ເກີດຂໍ້ຂັດແຍ່ງແບ່ງສອງຢ່າງຮ້າຍແຮງ,ຈົນເຖິງຂັ້ນໂຖ່ມນ້ຳລາຍຄາຍຂີ້ມູກໃສ່ຕໍ່ໜ້າຕໍ່ຕາກັນ,

ຍິງທີ່ລາວໝັ້ນນັ້ນເປັນຄົນບໍ່ມັກປາກ,ເລິກໃນ,ໃຈດຳບໍ່ທຳມະດາ(ໃນເມືອກ່ອນ)

ເມື່ອເຖິງເວລາຄິດວ່າເໝາະສົມແລ້ວ ຊາຍຄົນນັ້ນກໍ່ຮ້າງໃບຄຳຮ້ອງ,ປະຫວັດ ແລະ

ຫາຜຼ້ໃຫຍ່ທີ່ສຳຄັນໄປຂໍແຕ່ງຕາມຄວາມໝັ້ນໃຈ,ແຕ່ບໍ່ເປັນດັ່ງຄິດ,

ລາວໜ້າແຕກກັບທີໃນເມື່ອແຟນໂຕເອງປະຕິເສດບໍ່ຍອມແຕ່ງເດັດຂາດ,ບໍ່ປາກນຳເລີຍ,

ລາວພໍຢາກມຸດດິນໜີໄປຢູ່ໂລກໜ່ວຍອື່ນເພາະຄວາມເສຍປຽບຄັ້ງນັ້ນ ແຕ່ມັນກໍ່ເປັນໄປບໍ່ໄດ້,

ລາວພະຍາຍາມອດທົນ 2 ປີຈົນກວ່າຍິງຜູ້ທີ່ລາວຈີບຫຼີ້ນນັ້ນແຕ່ງງານ, ແລ້ວລາວກໍ່ຕັ້ງໃຈຊິມາຂໍອີກ

ເພາະຄິດວ່າແຟນໂຕເອງໜ້າຈະລືມເລື່ອງເກົ່າໄປແລ້ວ ແລະ ຈະໃຫ້ອະໄພກັນ

ແຕ່ນາງຄົນນັ້ນບໍ່ປາກນຳແມ່ນແຕ່ສຽງດຽວ.

ສຸດທ້າຍຮອດປີ 1998 ຊາຍຄົນນັ້ນຕັດສິນໃຈແຕ່ງກັບຍິງອື່ນຢູບ້ານດຽວກັນນັ້ນລະ

ສ່ວນຍິງຄົນນັ້ນຍັງບໍ່ທັນແຕ່ງເທືຶ່ອ,ຂ້ອຍຖາມອ້າຍນັ້ນວ່າຍິງຄົນນັ້ນບໍ່ດີບ່ອນໃດ? ,ລາວ ແລະ

ເຈົ້າຍັງຮັກກັນບໍ່?, ເປັນໄປດ້ບໍ່ທີ່ຈະເລີກກັບເມຍມາຫາເຂົາ?

ຊາຍຄົນນັ້ນຕອບວ່າ: ຍິງຄົນນັ້ນດີເກືອບໝົດ ມີ່ແຕ່ໃຈດຳຢ່າງດຽວ,

ຕອນນີ້ຂ້ອຍກັບລາວຍັງເບິ່ງແຍງກັນຊ່ວຍເຫຼືອກັນຕະຫຼອດ ຈະຖືວ່າຍັງຮັກກໍ່ວ່າໄດ້

ແລະ ໃຫ້ຂ້ອຍປະເມຍມາເອົາຄົງເປັນໄປໄດ້ຍາກ ແຕ່ ຖ້າໃຫ້ເອົາທັງສອງຈະລອງເບິ່ງ ....555

ເຖິງຢ່າງໃດກໍ່ຕາມນີີ້ແມ່ນການເລົ່າພຽງຝ່າຍດຽວ, ຖ້າຫາກຖາມຍິງຄົນນັ້ນ

ທ່ານຄິດວ່າລາວຈະມີຄຳເຫັນແບບໃດ?

ແລະ ທ່ານຄິດວ່າແມ່ນໃຜແທ້ທີ່ເປັນຄົນໃຈດຳ?

Delicious Digg Fark Twitter