ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 10, 2011 | ມີ 6 ຄຳເຫັນ ແລະ 0 trackback(s)

 

ໄຟຟ້າແມ່ນວັດຖຸຫຼືບໍ່?

ທ່ານທັງຫຼາຍຄົງບໍ່ມີໃຜປະຕິເສດໄດ້ທີ່ວ່າບໍ່ໄດ້ໃຊ້ໄຟ້າຫຼືບໍ່ຮູ້ຈັກກ່ຽວກັບໄຟຟ້າ

ເຖິງຈະໃຊ້ເປັນປະຈຳທຸກໆມື້ກໍ່ຕາມຂ້ອຍຍັງບໍ່ທັນເຂົ້າໃຈເທື່ອ

ວ່າ:  ໄຟຟ້າແມ່ນວັດຖຸຫຼືບໍ່?, ຖ້າແມ່ນວັດຖຸຈະຈັດເຂົ້າໃນພາວະໃດ?

ແລະ ຖ້າບໍ່ແມ່ນວັດຖຸແລ້ວມັນແມ່ນຫຍັງ?

ເຄີຍໄດ້ເຫັນນິຍາມຂອງໄຟຟ້າເອີ້ນວ່າ (  ເອເຣັກຕຣົງ)

ແຕ່ຄົ້ນຫາຫຼັກຖານອື່ນຢັ້ງຢຶນໃຫ້ຊັດກໍ່ບໍ່ພົບ

ແມ່ນແຕ່ ນັກວິທະຍາສາດສອງພາກສ່ວນກໍ່ມີຄຳເຫັນແຕກຕ່າງກັນໄປຄົນລະດ້ານ

ນັກວິທະຍາສາດດ້ານວັດຖຸເວົ້າວ່າ: ໄຟຟ້າແມ່ນວັດຖຸ

ແຕ່ນັກວິທະສາດດ້ານໄຟຟ້າພັດເວົ້າວ່າ: ໄຟຟ້າບໍ່ແມ່ນວັດຖຸ(ມັນເປັນພຽງອົງປະກອບຂອງວັຖຸເທົ່ານັ້ນ)

ທັງສອງທ່ານລ້ວນແຕ່ມີເຫດຜົນຂອງໃຜລາວ,

ບາງທິດສະດີຂອງນັກປາດວັດຖຸອ້າງວ່າ:

1. ວັດຖຸໃນໂລກມີ 3 ຢ່າງຄື: ພາວະແຂງ,ພາວະແຫຼວ ແລະ ພາວະອາຍ

2. ວັດຖຸທຸກເມັດຈະປະກອບມີເປືອກຫຸ້ມຫໍ່ ແກ່ນນີວເຄຼຍ,

ແກ່ນນີວເຄຼຍທຸກແກ່ນຈະປະກອບມີ ເອເຣັກຕຣົງ,ໂປຣຕົຣງ ແລະ ເນີຕຣົງ

3. ວັດຖຸທຸກຢ່າງສາມາດແຍກໃຫ້ນ້ອຍລົງຈົນກາຍເປັນ(ເອເຣັກຕຣົງ)

ຖືວ່າວັດຖຸທຸກຢ່າງສາມາດເຮັດໃຫ້ເກີດເປັນໄຟຟ້າໄດ້

4. ວັຖຸທຸກຢ່າງມີ 3 ເພດຄືື: ເພດຜູ້,ເພດກາງ(ກະເທີຍ) ແລະ ເພດແມ່

(ແຕ່ບໍ່ມີທິດສະດີທີ່ຢັ້ງຢຶນວ່າໄຟຟ້າແມ່ນວັດຖຸພາວະໃດ?)

ບາງທິດສະດີຂອງນັກປາດໄຟຟ້າ

1.      ວັດຖຸໃນໂລກມີ 3 ຢ່າງຄື: ວັດຖຸສັກນຳໄຟຟ້າ,ເຄິ່ງສັກນຳໄຟຟ້າ

ແລະ ກັ້ນໄຟຟ້າ(ບໍ່ສາມາກສັກນຳໄຟຟ້າໄດ້)

2.      ວັດຖຸທີ່ສັກນຳໄຟຟ້າໄດ້ຈິ່ງສາມມາດເຮັດໃຫ້ເກີດເປັນໄຟຟ້າໄດ້

ວັດຖຸໂຕທີ່ກັ້ນໄຟຟ້າແມ່ນບໍ່ສາມມາດເຮັດໃຫ້ເກີດເປັນໄຟຟ້າໄດ້

3.      ໄຟຟ້າມີ 3 ເພດ ຄື: ໂປຣຕຣົງ(ໄຟບວກ),ເນີຕຣົງ(ໄຟກາງ,ກະເທີຍ ຫຼືໄຟເນດ),ແລະ ເອເລັກຕຣົງ(ໄຟລົບ)

4.      ໄຟຟ້າແມ່ນການເຄື່ອທີ່ຂອງເອເຣັກຕຣົງໄປພົບກັບໂປຣຕຣົງ

ຕາມວົງຈອນຂອງມັນ

ເມື່ອຟັງສອງເຫດຜົນຂອງສອງຄົນນີ້ແລ້ວກໍ່ໜ້າຄິດຄືກັນວ່າ:

ໄຟຟ້າແມ່ນຫຍັງ? ຈະເອົາຄວາມຂອງໃຜແທ້?

ທ່ານ: ອ່ານແລ້ວຊ່ວຍອະທິບາຍຕາມຄວາມເຂົ້າໃຈຂອງທ່ານດ້ວຍນະ

ຂອບໃຈ

Delicious Digg Fark Twitter