ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

ບາງທ່ານອາດຍັງສົນໃຈກັບຄຳເວົ້າທີ່ວ່າ:

ກິນເຫຼົ້າກັບຄົນໄທຈອກດຽວກໍ່ເມົາ ແຕ່ກິນກັບຄົນຫວຽດໝົດມື້ບໍ່ເມົາ

ເຊິ່ງບາງຄຳເຫັນກໍ່ຕີຄວາມໝາຍໄປຫຼາຍໆຢ່າງ.

ແຕ່ຄວາມໝາຍທີ່ແທ້ຈິງຂອງຄຳນັ້ນກໍ່ຄືວ່າ:


ປະເພນີໃນການກິນເຫຼົ້າຂອງຄົນຫວຽດມັກຈະລີນໃສ່ຈອກດຽວຈົນເຕັມ

ແລ້ວກໍ່ໂຈມສອກຍື້ນໃຫ້ກັນໄປ ຈະກິນຫຼາຍ,ໜ້ອຍ ຫຼື ບໍ່ກິນກໍ່ຕາມໃຈຂອງຜູ້ຮັບຈອກ.

ແລ້ວສົ່ງຈອກຕໍ່ໆໄປ

ຖ້າເຮົາບໍ່ຕັ້ງໃຈໃຫ້ເມົາກໍ່ຖືວ່າກິນໝົດມື້ກໍ່ບໍ່ເມົາ

 

ສ່ວນປະເພນີການກິນເຫຼົ້າຂອງຄົນໄທກໍ່ຄືກັນກັບຄົນລາວ,

ຈະລີນລົງເທົ່າໃດກໍ່ຕາມຜູ້ຮັບຈອກຕ້ອງໄດ້ກິນໃຫ້ໝົດ

ຖ້າລີນເຕັມຈອກກໍ່ຕ້ອງກິນໝົດບາດດຽວ

 

ສະນັ້ນ: ຖ້າກິນແບບນິ້ກິນພຽງຈອກດຽວກໍ່ເມົາໄດ້

 

Delicious Digg Fark Twitter