ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2011 | ມີ 23 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ແຕ່​ເກີດ​ມາ​ຂ້ອຍ​ບໍ່​ເຄີຍ​ມີ​ຮັກ,ບໍ່​ຮູ້​ວ່າຄວາມ​ຮັກ​ເປັນ​ຊັ້ນ​ໃດ,ບໍ່​ເຄີຍ​ເສຍ​ຄວາມ​ສາວ​ໃຫ້​ໃຜ​ມາ​ກ່ອນ,ແຕ່ມາ​ມື້ໜຶ່ງ​ຂ້ອຍ​​ໄດ້​ຫຼົງ​ຮັກ​ກັບ​ຊາຍ​ຄົນ​ໜຶ່ງ ທີ່​ເປັນ​ຜົວ​ເຂົາ​ແລ້ວ,​

ຊາຍ​ຄົນ​ນັ້ບໍ່​ຫຼໍ່​ເທົ່າ​ໃດ,​ຫົວ​ອ່າວ​ລ້ານ​ຢູ່,ອາຍຸ​ເກ​ືອບ 40 ປີ ​ເຂົາ​ໄດ້​ລູກັບ​ເມຍ 2 ຄົນ​ຊາຍ​ໝົດ,​ແຕ່​ເຂົາ​ມີ​ເງິນ ​ແລະ ຄາລົມ​ໃຊ້​ໄດ້

ເມຍຂອງ​ເຂົາ​ໜ້າ​ຕາ​ດີກ​ວ່າ​ຂ້ອຍ ​ແຕ່​ຂ້ອນ​ຂ້າງ​ຕຸ້ຍ​ຕ່ຳ,ສວ່ນຂ້ອຍ​ໜ້າ​ຕາ​ບໍ່​ປານ​ໃດ(ໜ້າ​ເຂົ້າຟ້າ)​ແຕ​່ຮູບ​ຮ່າງ​ຊັດ​ສ່ວນ​ດີກວ່າເອື້ອຍນັ້ນ.

ເບື້ອງຕົນ​ຂ້ອຍ​ບໍ່​ໄດ້​ຄິດມັກ​ຊາຍ​ຄົນ​ນັ້ນແມ່ນ​ແຕ່​ນ້ອຍ​ເພາະ​ຂ້ອຍ​ກໍ່​ຮູ້​ດີ​ວ່າ​ຈະ​ຮັກ ​ແລະ ທຸ່ມ​ເທ​ຈົນ​ຕາຍ​ກໍ່​ບໍ່​ມີທາງທີ່​ເຂົາ​​ຈະ​ປະ​ເມຍ​ເຂົາ,​

ເຂົາ​ມີ​ທຸກ​ຢ່າງ​ແລ້ວ,​ເຂົາ​ຈະ​ບໍ່​ຖອຍຫຼັງ​ເດັດຂາດ, ​ແຕ່​ລາວ​ນຳ​ຕຶ້,​ເອົາ​ໃຈ​ຂ້ອຍ​ໄດ້ເກືອບ​ທຸກ​ຢ່າງເຮັດ​ໃຫ້​ຂ້ອຍປ່ຽນ​ແນວ​ຄິດ​

ຫວັງ​ວ່າ​ຈະ​ນຳ​ໃຊ້​ເງິນ​ຂອງ​ເຂົາ​ເພື່ອ​ສ້າງ​ຄວາມ​ແຂງ​ແກ່ນ​ດ້ານການ​ເງິນ(ມີ​ເຮຶອນ,ມີ​ລົດ,ມີ​ເງິນ) ​ແລ້ວ​ກໍ່​ຈະ​ເຊົາ​ທັນທີ 

​ແລະ ບວກ​ກັນ​ການ​ຢາກຮູ້​ຢາກ​ລອງ​ເຖິງ​ຄວາມ​ຮັກ​ເປັນ​ແນວ​ໃດ,​ໃນ​ທີ່​ສຸດ​ຂ້ອຍ​ໄດ້​ປ່ອຍ​ເນຶ້ອກາຍ​ໃຫ້​ເຂົາ​ເສບ​ຊົມ​ຄັ້ງທຳ​ອິດ

​ແລະ ຄິດ​ວ່າ​ຈະ​ເຊົາ​ພຽງ​ຄັ້ງດຽວ​ເທົ່າ​ນັ້ນ, ​ແຕ່​ມັນ​ບໍ່​ເປັນ​ດັ່ງ​ຄິດ​ຈັກຢ່າງ​ເລີຍ.

​ພາຍຫຼັງ​ເສຍ​ຕົວ​ຄັ້ງທຳ​ອິດ​ໃຫ້​ເຂົາ​ແລ້ວ​

ສະຖານະ​ການ​ທຸກ​ຢ່າງ​ໄດ້​ປ່ຽນໄປ​ຢ່າງ​ອັດຕະ​ໂນ​ມັດ,ຄວາມ​ຮັກ,ຫ່ວງ,ດູດ​ດື່ມ​ຈັກ​ວ່າ​ມາ​ແຕ່​ໃສ​ບໍ່​ຮູ້ສຶກ​ຕົວ​ໂຍນ​ມາ​ທີ່​ຕົວ​ຂອງ​ຂ້ອຍທັງ​ໝົດ,​

ແນວ​ຄິດ​ປ່ຽນ​ໄປ ຈາກ​ແນວ​ຄິດ​ຫວັງ​ຈ່າຍ​ແຕ່​ເງິນ​ກັບປ່ຽນ​ມາ​ຮັກ​ຫ່ວງ​ຄິດ​ເຖິງ,ຢາກ​ໄດ້​ທັງ​ຕົວ,ທັງ​ໃຈ​ເຂົາ,ສ່ວນ​ເງິນ​ນັ້ນບໍ່​ຢາກ​ໄດ້​ຄື​ແຕ່​ກ່ອນ​ອີກ,

​ເມື່ອ​ໄດ້​ຢູ່​ກັບ​ເຂົາ​ຂ້ອຍ​ຮູ້ສຶກວ່າ​ອົບ​ອຸ່ນ,ມີ​ຄວາມສຸກ​ຢ່າງ​ລົ້ນ​ເຫຼືອ​ຈົບ​ບໍ່​ສາມາດ​ພັນ​ລະນາ​ໄດ້,​ແຕ່​ເມື່ອ​ເວລາ​ເຂົາ​ກັບ​ໄປ​ຫາ​ເມຍ​ເຂົາ

​ຊ້ຳ​ພັນ​ມີ​ແຕ່​ຄວາມ​ອ້າງ​ວ້າງ​ເປົ່າ​ປ່ຽວ​ດຽວ​ດາຍ​ບໍ່​ຮູ້​ຊິ​ຢູ່​ຊິ​ກິນຫຍັງ​ເລີຍ,ມີ​ແຕ່​ປ່ວງ​ໄປ​ມາ​ແບບ​ຄົນ​ບ້າ,ບໍ່​ວ່າ​ຍາມ​ກິນ,ຍາມ​ນອນ,ຢຶນ,ຢ່າງ,ນັ່ງ,​ເບິ່ງ​ໜັງ​ຟັງ​ເພງ

ຫຼື ​ເວລາ​ຮຽນ​ຂ້ອຍ​ໄດ້​ແຕ່​ຄິດ​ເຫັນ​ໜ້າ​ເຂົາ​ຕະລອດ,ມີ​ບາງ​ຄຶນ​ຂ້ອຍ​ນອນ​ບໍ່​ໄດ້​ຕ້ອງ​ນັ່ງ​ໄຫ້​ສະ​ອຶກ​ສະອື້ນຢູ່​ບ່ອນ​ໄກໆ​ຄົນ​ເພື່ອ​ເຊື່ອງ​ຊ້ອນ​ອາການ,

ໝູ່​ໃນ​ຫ້ອງພັກ​ດຽວ​ກັນ​ຮູ້​ໃຈ​ຂ້ອຍ​ດີ​ເຂົາ​ພະຍາ​ມາ​ປອບ​ໃຈຕ່າງໆ​ນາໆ,ບາງ​ຄັງ​ເຂົາ​ກໍ່​ຫາ​ເພື່ອ​ຊາຍ​ຄົນ​ອື່ນດີໆ​ມາ​ລົມ​ກັບ​ຂ້ອຍ​

ເພື່ອຫວັງ​ຊ່ວຍລຸດພ່ອນຄວາມ​ຄິດ​ເຖິງ​ເຂົາ ​ແຕ່​​ຍີ່​ງ​ເພີ່ມ​ຄວາມ​ເຈັບ​ປວດ​ໃຫ້​ແກ່​ຂ​້ອຍຕື່ມ​ຊ້ຳ,ຂ້ອຍ​ບໍ່​ຢາກ​ປາກ​ກັບ​ຜູ້​ຊາຍ​ຜູ້​ໃດ​ນອກຈາກ​ເຂົາ​ຄົນ​ນັ້ນ,

​ເຖິງ​ວ່າ​ເປັນ​ຂອງ​ເຂົາ​ແຕ່​ຫ້າມ​ໃຈ​ບໍ່​ຢູ່,ຍາມ​ໃດ​ກໍ່​ໄດ້​ແຕ່​ວິ່ງວອນ​ພາ​ວັນາ​ໃຫ້​ເຂົາ​ລັກ​ໃຈ​ເມຍ​ເຂົາ​ມາ​ຫາ​ຂ້ອຍ.

      ​ຂ້ອຍ​ຄົບ​ກັບ​ເຂົາຕອນ​ຢູ່ ມ5 ອາ​ຍຸ​ໄດ້ 17 ປີ ຕອນ​ນັ້ນ​ເຂົາ​ມາ​ຫາ​ຂ້ອຍ ອາທິດ​ລະ​ເທື່ອ ພໍ​ຈົບ ມ6 ແລ້ວຂ້ອຍ​ໄປ​ຮຽນ​ຕໍ່​ທີ່ນະ​ຄອນຫຼວງ

​ເຂົາ​ຍັງ​ຍາດ​ເວລາ​ມາ​ຫາ​ເດືອນ​ລະ​ເທື່ອ ​ແຕ່ຕອນ​ນີ້​ເຂົາ​ຫ່າງໆ​ອອກ​ຊັກ​ໃຊ້ດ້ວຍ​ເຫດຜົນ​ຂອງ​ເຂົາ​ວ່າ​ຢ້ານ​ເສຍ​ລັບ,ຂ້ອຍ​ຮູ້​ວ່າ​ເຂົາຍັງ​ຮັກ​ຂ້ອຍ

​ແຕ່ ເຂົາ​ກໍ່​ບໍ່​ສາມ​ມາດ​ປະ​ເມຍ​ເຂົາ​ໄດ້ ແລະ ຂ້ອຍ​ກໍ່​ບໍ່​ຢາກ​​ໃຫ້​ເປັນ​ແບບ​ນັ້ນ ເພາະ​ຂ້ອຍ​ກໍ່​ສົງສານ​ເມຍ​ແລະ​ລູ​ກຂອງ​ເຂົາ​​ ແຕ່ລະຄົນ​ເປັນ​ຄົນ​ດີໜ້າ​ຮັກ​,​ເຂົາ​ມີ​ຄວາມ​ອົບ​ອຸ່ນແລ້ວ

ຫາກຊາຍ​ຄົນ​ນັ້ນພາກ​ຈາກ​​ເຂົາວັນ​ໃດ​ພວກ​ເຂົາຕ້ອງ​ເສົ້າໜອງ.

      ​ຕອນ​ນີ້ຂ້ອຍ​ຍັງ​ບໍ່​ມີ​ທາງ​ອອກ​ໃຫ້​ກັບ​ຕົນ​ເອງ,​ຮູ້​ແຕ່​ວ່າ​ຮັກ​ເຂົາ​ທີ່​ສຸດ​ໃນ​ຊີວິດ,​ວັຖຸທຸກ​ຢ່າງ​ໃນ​ໂລກ​ຂ້ອຍ​ບໍ່​ຄຶດ​ຕ້ອງການ​ຫຍັງ​ເທົ່າ​ຕົວ​ເຂົາ

​ແລະ ຊີວິດ​ຂອງ​ຂ້ອຍ​ຄົງ​ຈົບ​ສິ້ນ​ ແນ່ນອນ​ຫາກ​ຮູ້​ວ່າ​ເຂົາ​ຖີ້ມເຮົາ​​ເມື່ອ​ໃດ.

      ສິ່ງ​ທີ່​ຂ້ອຍ​ຕ້ອງການ​ໃນ​ຕອນ​ນີ້ກໍ່​ຄື: ແມ່ນ​ຫຍັງ​ກໍ່​ໄດ້ທີ່​ສາມາດ​ເຮັດ​ໃຫ້​ຂ້ອຍ​ລືມ​ເຂົາ​ລົງ​ໄດ້

​ແລະ ​ຂ້ອຍ​ຈະ​ຕອບ​ແທນ​ບຸນຄຸນ​ເທົ່າ​ທີ່​ທຳ​ໄດ​້ນັບ​ທັງ​ການ​ເປັນ​ຂ້ອຍ​ຂ້າ​ກໍ່​ທຳ​ໄດ້



Delicious Digg Fark Twitter