ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

 ມູນຄ່າຄ້າໄມ້ຫລາຍ ແຕ່ລັດຍັງອັບປະໂຫຍດ, ການຄ້າຮຽກຮ້ອງທຸກພາກສ່ວນຮ່ວມເປັນເຈົ້າການ

Date of News ວັນທີ 11/07/2011 - ເວລາ 09:08:13 

ຂ່າວ: ຈັນ​ສີ

   ຊັບ­ພະ­ຍາ­ກອນ​ໄມ້​ໃນ​ດິນແດນ​ລາວ​ຖືກ​ສົ່ງ​ຂາຍ​ໄປ​ຕ່າງ​ປະເທດ​ເປັນ​ຈຳ­ນວນ​ ຫລາຍ​ຈົນ​ພໍ່­ຄ້າໄມ້​ຮັ່ງ ແຕ່​ລາຍ​ຮັບ​ທີ່​ເຂົ້າ​ງົບ​ປະມານ​ຂອງ​ລັດ​ມີ​ບໍ່​ເຖິງ​ເຄິ່ງ, ຂະແຫນງ​ກ່ຽວ­ຂ້ອງ​ຊີ້​ປ່າ­ໄມ້​ແມ່ນ​ຊັບພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ຜົນປະ­ໂຫຍດ​ຂອງ​ປະ­ເທດ ຖ້າ​ຢາກ​ໃຫ້​ຕົ້ນ­ໄມ້​ທີ່​ຖືກ​ຕັດ​ສົມ ຄຸນ­ຄ່າ​ທຸກ​ພາກ­ສ່ວນ​ຕ້ອງ​ຮ່ວມເປັນ​ເຈົ້າ​ການ​ຕິດ­ຕາມ​ຄຸ້ມ​ຄອງ.

   ທ່ານ ດຣ. ນາມ ວິ​ຍະ​ເກດ ລັດຖະ​ມົນ­ຕີ​ວ່າ­ການ​ກະ­ຊວງ​ອຸດ​ສະຫະ​ກຳ ແລະ ການ​ຄ້າ ກ່າວ​ເມື່ອ​ບໍ່ດົນ​ມາ​ນີ້​ວ່າ: ບັນ­ດາ​ປະ­ເທດ​ໃກ້ຄຽງ​ແຈ້ງ​ຜົນ​ການ​ຈ່າຍ​ເງິນ​ຊື້​ໄມ້ ຈາກ​ລາວ​ແຕ່​ລະ​ປີ​ຈຳ­ນວນ​ຫລວງຫລາຍ ແຕ່​ລັດ­ຖະ­ບານ​ຍັງ​ອັບ​ປະໂຫຍດ, ເສຍ­ປຽບ​ທາງ​ການ​ຄ້າ ຍ້ອນ​ບໍ່​ສາ­ມາດ​ຄຸ້ມ​ຄອງ​ໄດ້, ຖ້າຫາກ​ທຸກ​ພາກ­ສ່ວນ​ເຫັນ​ບັນ­ຫາ​ນຳກັນ​ການ​ຕິດ­ຕາມ​ຄຸ້ມ​ຄອງ​ຈະ​ງ່າຍ ແລະ  ຊັດ​ເຈນ​ຂຶ້ນ.

   ທ່ານ ລັດ­ຖະ­ມົນ­ຕີ ໄດ້​ເປີດ­ເຜີຍເຖິງ​ຕົວ​ເລກ​ເງິນ​ທີ່​ໄດ້​ຈາກ​ການຄ້າ​ໄມ້ໂດຍ​ທ່ານ​ກ່າວ​ວ່າ: ການຂາຍ​ໄມ້​ຕາມ​ຕົວ​ເລກ​ຈິງ​ທີ່​ກະຊວງ​ໄດ້​ເກັບ​ກຳ​ສົກ 2007-Œ2008 ໄດ້ 24 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ຫລື ເທົ່າ​ກັບ 16%, ສົກ 2008Œ2009 ມີ 22,8 ລ້ານ​ໂດ​ລາ​ສະ­ຫະລັດ ກວມ 15% ຂອງ​ຍອດ​ມູນ​ຄ່າການ​ສົ່ງ​ອອກ​ທັງ​ຫມົດ ແລະ 2009-Œ2010 ແມ່ນ 8,3 ລ້ານໂດ​ລາ ​ສະ­ຫະ­ລັດ.

   ໃນ​ເວ­ລາ​ດຽວ​ກັນ​ຜະ­ລິດ​ຕະພັນ​ໄມ້​ສົ່ງ​ໄປ​ຈີນ 2008 ມີ​ຈຳນວນ 4,3 ລ້ານ​ໂດ​ລາ​ສະ­ຫະ­ລັດ, 2009 ແມ່ນ 1,5 ລ້ານ​ໂດ​ລາ​ສະຫະ​ລັດ ແລະ ປີ 2010 ຂາຍ​ໄດ້ 2,8 ລ້ານ​ໂດ​ລາ​ສະ­ ຫະ­ລັດ, ຂະ­ນະທີ່​ຜະ­ລິດ​ຕະ​ພັນ​ໄມ້​ທີ່​ສົ່ງ​ໄປ​ຫວຽດນາມ 2008 ມີ 24 ລ້ານ​ໂດ​ລາສະ­ຫະ­ລັດ, 2009 ຂາຍ​ໄດ້ 22,8 ລ້ານ​ໂດ​ລາ​ສະ­ຫະ­ລັດ ສ່ວນ 2010 ແມ່ນ 8,3 ລ້ານ​ໂດ​ລາ​ສະ­ຫະ­ ລັດ.

   ນີ້ ແມ່ນ​ຕົວ​ເລກ​ທີ່​ເກັບ​ກຳ​ໄດ້ ແລະ ມາ​ຜ່ານ​ບັນ­ຊີ​ຂອງ​ຂະ­ແຫນງການ​ຄ້າ. ແຕ່​ຕົວ​ເລກ​ທີ່​ຈີນŒຫວຽດນາມ, ອົງ​ການ­ຈັດ­ຕັ້ງ​ສາ­ກົນ​ແຈ້ງ ໃຫ້​ກະ­ຊວງ​ຊາບ​ວ່າ: ໄມ້​ທີ່​ຫວຽດນາມ​ນຳ​ເຂົ້າ​ຈາກ​ລາວ 2009 ມີ  95,9 ໂດ​ລາ​ສະ­ຫະ­ລັດ ແລະ 162,7 ລ້ານ​ໂດ​ລາ​ສະ­ຫະ­ລັດ ໃນປີ 2010.

   ສຳ­ລັບ ສປ ຈີນ 2008 ນໍາ​ເຂົ້າໄມ້​ຈາກ​ລາວ​ທັງ​ຫມົດ 21,7 ລ້ານໂດ​ລາ​ສະ­ຫະ­ລັດ 2009 ນໍາ​ເຂົ້າ 67,5 ລ້ານ​ໂດ​ລາ​ສະ­ຫະ­ລັດ.

   ບໍ່​ພຽງ​ເທົ່າ​ນັ້ນ ການ​ຄ້າ​ໄມ້​ໃນປີ​ນີ້ ໂດຍ​ນັບ​ແຕ່​ເດືອນ​ມັງ­ກອນ​ຫາເດືອນ​ເມ­ສາ ປີ 2011 ຫວຽດນາມ​ນຳ​ເຂົ້າ​ໄມ້​ຈາກ​ລາວ​ຫລາຍ ເຖິງ 107 ລ້ານ​ໂດ​ລາ​ສະ­ຫະ­ລັດ, ແຕ່​ຝ່າຍ​ລາວ​ຍັງ​ບໍ່​ທັນ​ມີ​ໃນ​ບັນ­ຊີ.

   ນັ້ນ​ຫມາຍ​ຄວາມ​ວ່າ: ຂະ​ບວນການ​ລັກ­ລອບ​ຄ້າ​ໄມ້​ບໍ່​ຖືກ​ກົດຫມາຍ​ເກີດ​ຂຶ້ນ​ຢ່າງ​ແພ່​ ຫລາຍກາຍ­ເປັນ​ຈຸດ​ເສຍ­ປຽບ​ທາງ​ດ້ານການ​ຄ້າ​ໄມ້​ຂອງ​ປະ­ເທດ​ເຮົາ​ທີ່​ ບໍ່ສາ­ມາດ​ຄຸ້ມ​ຄອງ​ໄດ້, ຈາກ​ບັນ­ຫານີ້ ເຫັນ​ໄດ້​ວ່າ ການ​ຄ້າ​ໄມ້​ເປັນ​ບັນຫາ​ຫລໍ່​ແຫມ​ທີ່​ສຸດ ດ້ານ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດ ແລະ ຜົນ​ປະໂຫຍດ​ຂອງ​ຊາດ​ເຮົາ, ຖ້າ​ພວກເຮົາ​ບໍ່​ຄຸ້ມ​ຄອງ​ດີ, ບໍ່​ເຫັນ​ບັນ­ຫານຳ​ກັນ​ບໍ່​ເອົາ­ໃຈ­ ໃສ່​ຄຸ້ມ​ຄອງ​ຕິດຕາມ​ກວດ­ກາ ແລະ ຮັກ­ສາ ຍິ່ງ​ຈະເຮັດ​ໃຫ້​ປະ­ເທດ​ຊາດ​ສູນ​ເສຍ​ຜົນປະ­ໂຫຍດ ແລະ ເປັນ​ການ​ເພີ່ມ​ຈຳນວນ​ເງິນ​ຈໍ​ລະ​ຈອນກໍ່​ຄືເງິນ​ໃຊ້ຈ່າຍ​ໃນ​ສັງ­ຄົມ​ຫລາຍ​ ອັນ​ເປັນ​ສາເຫດ ​ໃຫ້​ເກີດ​ໄພ​ເງິນ​ເຟີ້​ໃນ​ປະ­ເທດເຮົາ, ທ່ານ ດຣ. ນາມ ວິ​ຍະ​ເກດ ກ່າວ​ເນັ້ນ.

Delicious Digg Fark Twitter