ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 16, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

ເນື້ອໃນຂ່າວ ກັບສື່ມວນຊົນລາວໃນຍຸກແຫ່ງຂໍ້ມູນ-ຂ່າວສານ

Date of News ວັນທີ 13/07/2011 - ເວລາ 10:21:33 www.ecom.org.la/teen/khao/4/2734

   ໃນ​ຍຸກ​ໂລ­ກາ​ພິ​ວັດສັງ­ຄົມໂລກ​ໄດ້​ປ່ຽນ­ແປງ​ໄປ​ຢ່າງ​ໄວ­ວາທັງ​ທາງ​ດ້ານ​ ສັງ­ຄົມ, ເສດ​ຖະກິດ ແລະ ວິ­ທະ­ຍາ­ສາດ​ເຕັກ​ໂນໂລ​ຊີໂດຍ​ສະ­ເພາະ​ເຕັກ​ໂນ​ໂລຢີ​ການ​ສື່­ສານ​ທີ່​ມີ​ການ ​ພັດ​ທະນາ​ຢູ່​ຕະ­ຫລອດ​ເວ­ລາ​ສົ່ງ​ຜົນ​ເຮັດໃຫ້​ປະ­ເທດ​ຕ່າງໆ​ໃນ​ໂລກ​ນີ້​ ຕ້ອງ ເພິ່ງ​ພາ​ອາ­ໄສ​ເຊິ່ງ​ກັນ ແລະ ກັນ, ມີ​ການ​ເຊື່ອມ​ໂຍງ​ເຂົ້າ​ຫາ​ກັນຫລາຍ​ຂຶ້ນ​ໂລກ​ທີ່​ເຄີຍ​ກວ້າງໃຫຍ່​ໄພ­ສານ​ ເບິ່ງ​ຄື​ຈັ່ງ​ວ່າ​ມັນ​ໄດ້ແຄບ​ລົງ, ດິນ­ແດນ​ແຕ່​ລະ​ປະ­ເທດທີ່­ຢູ່​ຫ່າງ​ໄກ​ກັນ​ອັນ​ມີ​ພູ­ເຂົາ, ທະເລ​ທີ່​ເຄີຍ​ເປັນ​ອຸ­ປະ­ສັກ​ໃນ​ການຕິດ­ຕໍ່​ສື່­ສານ, ໄປ­ມາ­ຫາ­ສູ່​ກັນ​ມັນໄດ້​ກາຍ­ເປັນ​ໂລກ​ທີ່​ບໍ່​ມີ​ພົມ​ແດນທຸກ​ຢ່າງ​ຢູ່​ພຽງ​ ທີ່​ປາຍ​ນີ້ວ­ມື​ຂອງຄົນ​ເທົ່າ​ນັ້ນ​ຢາກ​ເຫັນ, ຢາກອ່ານ, ຢາກ​ຟັງ ຫລື ຕ້ອງ­ການສິ່ງ​ໃດ​ພຽງ​ໃຊ້​ມື​ຄລິກ​ເຂົ້າ​ໄປ​ບໍ່​ພໍ​ເທົ່າ­ໃດ​ວິ­ນາ­ທີ​ກໍ່​ ປາ­ກົດ​ໃນ​ຫນ້າ​ຈໍ​ຄອມ​ພິວ​ເຕີ​ໃຫ້​ເຫັນ​ດັ່ງ​ໃຈ​ຕ້ອງ­ການ​ໄດ້​ທັນ­ທີ.

   ດັ່ງ­ນັ້ນ ໃນ​ຍຸກ​ນີ້​ຈິ່ງ​ຖື​ໄດ້​ວ່າ ເປັນ​ຍຸກ​ແຫ່ງ​ຂໍ້​ມູນ-ຂ່າວ­ສານ​ທີ່ບໍ່​ມີ​ພົມ​ແດນ, ເປັນ​ຍຸກ​ທີ່​ທຸກ​ຄົນຕ້ອງ​ໄດ້​ເພິ່ງ​ພາ​ຂໍ້​ມູນ-ຂ່າວສານ​ໃນ​ການ​ດຳ­ລົງ​ ຊີ­ວິດ​ປະ­ຈຳວັນ​ຂອງ​ຜູ້​ທີ່​ຕ້ອງ­ການ​ສະ­ແຫວງຫາ​ຂໍ້​ມູນ-ຂ່າວ­ສານ, ການ​ສຶກສາ​ຄົ້ນ­ຄວ້າ, ການ​ຕິດ­ຕໍ່​ສື່­ສານ ແລະ ອື່ນໆ.

   ໃນ​ຂະ­ນະ​ທີ່ ໂລກ​ອິນ​ເຕີເນັດ​ໄດ້​ເຂົ້າ​ມາ​ມີ​ບົດ­ບາດ​ໃນການ​ເຜີຍ­ແຜ່​ຂໍ້​ ມູນ-ຂ່າວ­ສານເຮັດ​ໃຫ້​ຜູ້​ຄົນ​ໃນ​ສັງ­ຄົມ​ເຂົ້າເຖິງ​ຂໍ້​ມູນ-ຂ່າວ­ສານ​ງ່າຍ​ ຂຶ້ນ ແລະ ມີ​ທາງ​ເລືອກ​ໃນ​ການ​ເປີດຮັບ​ຂໍ້​ມູນ-ຂ່າວ­ສານ​ຫລາຍ​ຂຶ້ນ ເຊິ່ງ​ການ​ເປີດ​ຮັບ​ຂໍ້​ມູນ-ຂ່າວສານ​ໃນ​ອິນ​ເຕີ​ເນັດ​ເຮັດ​ໃຫ້​ຜູ້​ຮັບສານ​ ສາ­ມາດ​ຕອບ​ໂຕ້​ກັບ​ໃນ​ທັນທີ​ທັນ­ໃດ​ໄດ້ ຈິ່ງ​ເຮັດ​ໃຫ້​ຄົນ​ຈຳນວນ​ບໍ່​ຫນ້ອຍ​ເລືອກ​ຮັບ​ຂ່າວສານ​ທາງ​ອິນ​ເຕີ​ເນັດ.

   ສຳ​ຫລັບ​ຢູ່​ປະ­ເທດ​ລາວ​ເຮົາອິນ​ເຕີ​ເນັດ​ກໍ່​ໄດ້​ເຂົ້າ​ມາ​ມີ​ບົດບາດ​ໃນ​ ການ​ດຳ­ລົງ​ຊີ­ວິດ​ຂອງຄົນ​ໃນ​ສັງ­ຄົມ​ເຊັ່ນ​ດຽວ​ກັນ​ແຕ່ຍັງ​ຈຳ­ກັດ​ຢູ່​ຕາມ​ ຕົວ​ເມືອງໃຫຍ່ໆ ເນື່ອງ​ຈາ​ກວ່າ​ອິນ​ເຕີ​ເນັດຢູ່​ບ້ານ​ເຮົາ​ມີ​ລາ­ຄາ​ສູງ​ຖ້າ​ທຽບກັບ​ປະ­ເທດ​ ໃກ້​ຄຽງ​ບວກ​ກັບ​ຄວາມ​ຮັບ​ຮູ້​ດ້ານ​ອິນ​ເຕີ​ເນັດຂອງ​ປະ­ຊາ­ຊົນ​ລາວ ​ຍັງ​ຂ້ອນຂ້າງ​ຈຳ­ກັດ​ ຢ່າງ­ໃດ​ກໍ່​ຕາມ ​ຜູ້ຂຽນ​ຄິດ​ວ່າ​ໃນ​ອະ­ນາ­ຄົດ​ຂ້າງຫນ້າ​ນີ້​ອິນ​ເຕີ​ເນັດ​ອາດ​ຈະ​ແພ່​ລາມ​ ອອກ​ສູ່​ຊົນ­ນະ­ບົດ​ຢ່າງ​ແນ່ນອນ.

   ເມື່ອ​ໂລກ​ອິນ​ເຕີ​ເນັດ​ໄດ້​ເຂົ້າມາ​ມີ​ບົດ­ບາດ​ຕໍ່​ການ​ດຳ­ລົງ​ຊີ­ວິດຂອງ​ ຄົນ​ໃນ​ສັງ­ຄົມ​ທີ່​ໄດ້​ກ່າວ​ໄປຂ້າງ​ຕົ້ນ​ແລ້ວ​ນັ້ນ ຄົນ​ບາງ​ສ່ວນໃນ​ສັງ­ຄົມ ໂດຍ​ສະ­ເພາະ​ກຸ່ມ​ຄົນທີ່​ມັກ​ໃຊ້​ອິນ​ເຕີ​ເນັດ ຈິ່ງ​ມີ​ຄຳຖາມ​ວ່າ ເມື່ອ​ຂໍ້​ມູນ-ຂ່າວ­ສານເຂົ້າ​ມາ​ມີ​ບົດ­ບາດ​ຕໍ່​ການ​ດຳ­ລົງ​ຊີ­ວິດ​ຂອງ​ຄົນ​ ໃນ​ສັງ­ຄົມແລ້ວ ເປັນ​ຫຍັງ​ສື່​ມວນ​ຊົນ​ລາວ​ຈິ່ງ​ບໍ່​ມີ​ການ​ປ່ຽນ­ແປງ​ຮູບ​ແບບ​ການ​ນຳສະ­ເຫນີ ລວມ​ທັງ​ເນື້ອ​ໃນ​ການນຳ​ສະ­ເຫນີ ເພື່ອ​ດຶງ​ດູດ​ໃຈ​ຜູ້ອ່ານ, ຜູ້​ຂຽນ​ໄດ້​ມີ​ໂອ­ກາດ​ເສວະນາ​ກັບ​ຜູ້​ອ່ານ​ຈຳ­ນວນ​ຫນຶ່ງ ​ເຊິ່ງສ່ວນ​ຫລາຍ​ເປັນ​ພະ­ນັກ­ງານ​ລັດຖະ​ກອນ​ເພິ່ນ​ບອກ​ວ່າ​ຂ່າວ​ທີ່​ສື່ມວນ​ ຊົນ​ນຳ​ສະ­ເຫນີ​ທຸກ​ມື້­ນີ້ ເກືອບ​ວ່າ​ຄ້າຍ­ຄື​ກັນ​ທັງ​ຫມົດ ເນື້ອ​ໃນ​ບໍ່​ດຶງ​ດູດ​ໃຈ ​ບໍ່​ເປັນ­ຕາອ່ານ. ບໍ່​ທັນ​ສ່ອງ​ແສງ​ເຖິງ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ສັງຄົມ​ຜູ້​ຂຽນ​ ໃນ​ນາມ​ເປັນ​ສື່​ມວນຊົນ​ຜູ້​ຫນຶ່ງ​ຍອມ­ຮັບ​ວ່າ​ຮູບ​ແບບການ​ນຳ​ສະ­ເຫນີ​ຂ່າວ​ ຂອງ​ສື່ມວນ​ຊົນ​ລາວ ໂດຍ​ສະ­ເພາະ​ສື່ຫນັງ­ສື­ພິມ​ລາຍ​ວັນ​ພາ­ສາ​ລາວ ສ່ວນ​ຫລາຍ​ນຳ​ສະ­ເຫນີ​ຂ່າວ​ພິ­ທີການ​ຫລາຍ​ກວ່າ​ ບໍ່​ປາ­ກົດ​ມີ​ຂ່າວ ເຈາະ​ໃນ​ຫນ້າ​ຫນັງ­ສື­ພິມ ແລະ ໃນ​ການ​ຂຽນ​ຍັງ​ບໍ່​ຖືກ​ຕາມ​ໂຄງສ້າງ​ຂອງ​ຂ່າວ, ຂ່າວ​ທີ່​ປາ­ກົດໃນ​ຫນ້າ​ຫນຶ່ງ​ຂອງ​ຫນັງ­ສື­ພິມທຸກ​ມື້­ນີ້​ ສ່ວນ​ຫລາຍ​ຍັງ​ບໍ່​ມີ​ວັກນຳ (Lead) ແລະ ການ​ຂຽນເນື້ອ​ໃນ​ແທນ​ທີ່​ຈະ​ອະ­ທິ­ບາຍ​ໄປ ແຕ່​ລະ​ປະ­ເດັນ ຫລື ຂຽນ​ເປັນ ແຕ່ລະ​ຫຍໍ້​ຫນ້າ ເພື່ອ​ໃຫ້​ຜູ້​ອ່ານ​ເຂົ້າໃຈ­ງ່າຍ​ ແຕ່ຫລັງ​ຈາກ​ພາດ​ຫົວ­ຂໍ້ຂ່າວ​ແລ້ວ​ຂຽນ​ເນື້ອ​ໃນ​ລວດດຽວ​ຈົບ​ເລີຍ​ບໍ່​ເປັນ​ ວັກ ເປັນ​ຕອນຫຍັງ ຈິ່ງ​ເຮັດ​ໃຫ້​ຜູ້​ອ່ານ​ສັບ­ສົນ​ ນີ້ເປັນ​ພຽງ​ລີ­ລາ​ການ​ຂຽນ​ຍັງ​ບໍ່ເວົ້າ​ເຖິງ​ພາ­ສາ​ຊວນ​ອ່ານ.

   ສ່ວນ​ການ​ນຳ​ສະ­ເຫນີ​ເນື້ອໃນ​ຍັງ​ບໍ່​ເລິກ​ບໍ່​ກວ້າງ​ເທົ່າ​ທີ່ ຄວນເນື່ອງ​ຈາກ​ເປັນ​ຂ່າວ​ພິ­ທີ­ການລ້ວນໆ ຈິ່ງ​ບໍ່​ມີ​ເນື້ອ​ຫາ​ສາ­ລະ​ໃດໆທີ່​ເປັນ​ປະ­ໂຫຍດ​ຕໍ່​ຜູ້​ອ່ານ​ເທົ່າ​ທີ່ຄວນ ແລະ ໃນ​ບາງ​ຂ່າວ​ຜູ້​ອ່ານ​ບໍ່ເຂົ້າ­ໃຈ​ຊ້ຳ​ວ່າ ນັກ​ຂ່າວ​ຕ້ອງ­ການສື່​ສິ່ງ​ໃດ​ອອກ​ມາ​ໃຫ​ຜູ້​ອ່ານ​ໄດ້ຮັບ​ຮູ້ ຈິ່ງ​ບໍ່​ສາ­ມາດ​ທີ່​ຈະ​ດຶງ​ດູດໃຈ​ຜູ້​ອ່ານ​ໄດ້ ເນື່ອງ​ຈາ​ກວ່າ: ຂ່າວທີ່​ປາ­ກົດ​ໃນ​ຫນ້າ​ຫນັງ­ສື­ພິມທຸກມື້­ນີ້ເປັນ​ພຽງ​ການ ​ແຈ້ງ “ຂ່າວ” ບໍ່​ແມ່ນ “ຂ່າວ” (News) ຜູ້​ຂຽນບໍ່​ໄດ້​ຕັ້ງ­ໃຈ​ວິ­ພາກ​ວິ­ຈານ ເນີ! ແຕ່​ໃຫ້​ຄິດ​ວ່າ​ນີ້ ຄື​ຄວາມ​ເປັນ​ຈິງຂອງ​ສື່​ມວນ​ຊົນ​ລາວ​ຂອງ​ພວກເຮົາ ແລະ ພຽງ​ແຕ່​ຢາກ​ໃຫ້​ສື່ມວນ​ຊົນ​ທຸກ​ສຳ­ນັກ​ກັບ​ໄປ​ພິ​ຈາລະ​ນາ​ຫາ​ວິ­ທີ​ແກ້​ໄຂ ໂດຍ​ສະ­ເພາະໃນ​ຍຸກ​ແຫ່ງ​ຂໍ້​ມູນ​ຂ່າວ­ສານ​ຄື​ປະຈຸ​ບັນ​ນີ້ ເຮັດ​ໃຫ້​ຜູ້​ບໍ­ລິ­ໂພກ​ຂ່າວ​ມີຫລາຍ​ທາງ​ເລືອກ​ໃນ​ການ​ເປີດຮັບ​ຂໍ້​ມູນ​ ຂ່າວ­ສານ ເຊິ່ງ​ທຸກ​ຄົນ​ທີ່​ເປີດ​ຮັບ​ຮູ້​ຂໍ້​ມູນ​ຂ່າວ­ສານ​ຈະ​ມີການ​ເລືອກ­ເຟັ້ນ​ຮັບ ​ສະ­ເພາະ​ແຕ່ຂ່າວ​ທີ່​ຫນ້າ​ສົນ­ໃຈ, ຫນ້າ​ອ່ານ, ເປັນ​ປະ­ໂຫຍດ ແລະ ຫນ້າ​ເຊື່ອ​ຖືໄດ້​ເທົ່າ​ນັ້ນ.

   ຢ່າງ­ໃດ​ກໍ່​ຕາມ ທັງ​ຫມົດ​ທັງປວງ​ທີ່​ກ່າວ​ມາ​ນັ້ນ ອາດ​ຈະ​ມີ​ທັງປັດ​ໄຈ​ພາຍ​ໃນ ແລະ ພາຍ​ນອກທີ່​ເຮັດ​ໃຫ້­ການ​ນຳ​ສະ­ເຫນີ​ຂ່າວຂອງ​ສື່​ມ່ວນ​ຊົນ​ລາວ​ເປັນ​ຢ່າງ ທຸກ​ມື້­ນີ້ ໂດຍ​ປັດ​ໄຈ​ພາຍ​ໃນ​ໄດ້ແກ່​ພາ­ລະ​ບົດ­ບາດ​ຂອງ​ສື່​ມ່ວນຊົນ ແຕ່​ລະ​ສຳ­ນັກ​ມີ​ສ່ວນ​ຄື​ກັນ ແລະ ມີ​ສ່ວນ​ຕ່າງ​ກັນ ນອກ­ຈາກນີ້ ພະ­ນັກ­ງານ ຫລື ນັກ​ຂ່າວ​ທີ່​ບໍ່ໄດ້​ຮຽນ​ຈົບ​ຈາກ​ສະ​ຖາ​ບັນ​ການສຶກ​ສາ​ສະ­ເພາະ​ດ້ານ (ດ້ານ​ການ ສື່­ສານ​ມວນ​ຊົນ) ແຕ່​ເປັນ​ການສະ​ສົມ​ປະ­ສົບ​ການ​ໂດຍ​ຜ່ານການ​ເຮັດ​ວຽກ​ງານ​ດ້ານ​ຂ່າວ ມາ​ເປັນ​ເວ­ລາ​ຫລາຍ​ປີ ເປັນ​ການສືບ​ທອດ​ຈາກ​ຮຸ່ນ​ສູ່​ຮຸ່ນ ດັ່ງ­ນັ້ນ ການ​ລາຍ​ງານ​ຂ່າວ ຫລື ການຂຽນ​ຂ່າວ​ຈິ່ງ​ເປັນ​ການ​ສືບ​ທອດຈາກ​ຮຸ່ນ​ສູ້​ຮຸ່ນ​ເຊັ່ນ​ດຽວ​ກັນ​ບໍ່​ ມີຄວາມ​ພະ­ຍາ­ຍາມ​ໃນ​ການ​ພັດທະ​ນາ​ຕົນ​ເອງ ດັ່ງ­ນັ້ນ ຮູບ​ແບບການ​ນຳ​ສະ­ເຫນີ​ຂ່າວ​ຈິ່ງ​ຍັງ​ຄົງຢຶດ​ຕິດ​ຢູ່​ກັບ​ຮຸ່ນ​ກ່ອນໆ​ທີ່​ ເຄີຍ​ປະຕິ​ບັດ​ມາ ແລະ ປະ­ຕິ­ບັດ​ສືບ­ຕໍ່​ກັນມາ​ຈົນ​ເຖິງ​ປະ­ຈຸ​ບັນ ແລະ ອີກ​ປັດໄຈ​ຫນຶ່ງ​ຄື ຂາດ​ສິ່ງ​ຈູງ​ໃຈ​ບາງຢ່າງ​ຈິ່ງ​ບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະແຂ່ງ­ຂັນ​ໃນ ​ເຊີງ​ການ​ຕະ­ຫລາດ ສ່ວນ​ປັດ​ໄຈ​ພາຍ​ນອກ​ຄື ບັນ­ຫາຂອງ​ແຫລ່ງ​ຂ່າວ​ທີ່​ບໍ່​ຄ່ອຍ​ໃຫ້ຄວາມ​ສຳ­ຄັນ ຫລື ໃຫ້​ຄວາມ​ຮ່ວມມື​ກັບ​ນັກ​ຂ່າວ​ເທົ່າ​ທີ່​ຄວນ​ນີ້ ເປັນພຽງ​ສ່ວນ​ຫນຶ່ງ​ເປັນ​ປະ​ເດັ່ນ​ທີ່​ຜູ້ຂຽນ​ຍົກ​ມາ​ວິ­ເຄາະ​ແນ່­ນອນ​ຍັງ ມີ​ປັດ​ໄຈ​ຫລາຍໆ​ຢ່າງ​ທີ່​ບໍ່​ໄດ້ ກ່າວ​ເຖິງ​ໃນ​ບົດ​ຄວາມ​ນີ້ ເນື່ອງຈາກ​ມີ​ຂໍ້​ຈຳ­ກັດ​ບາງ​ຢ່າງ ແລະ ຕ້ອງ­ການ​ໃຫ້​ຜູ້​ອ່ານ​ວິ­ພາກ​ວິຈານ ຫລື ຕຳ​ນິ­ຕິ​ຊົມ​ເພື່ອ​ຕໍ່​ຍອດໃນ​ບົດ​ຕໍ່ໆ​ໄປ.

   ດັ່ງ­ນັ້ນ ບົດ​ຄວາມ​ນີ້ ຈິ່ງ​ບໍ່ອາດ​ຫລີກ​ລຽງ​ຄວາມ​ຂາດ​ຕົກບົກ​ຜ່ອງ​ໄດ້ ຜູ້​ຂຽນ​ຂໍ​ນ້ອມ​ຮັບຄຳ​ຕຳ​ຫນິ­ຕິ​ຊົມ​ຈາກ​ຜູ້​ອ່ານ ຖ້າ­ວ່າຜູ້​ອ່ານ​ທ່ານ​ໃດ​ຕ້ອງ­ການ​ສະແດງ​ຄວາມ​ຄິດ​ເຫັນ​ໃດໆກະລຸ ນາ​ສົ່ງ​ຄຳ​ຕຳ​ນິ­ຕິ​ຊົມ​ມາ​ໄດ້​ທີ່ k_khampasith@hotmail.com ຜູ້​ຂຽນ​ຈະ​ຮັບຟັງ​ທຸກ​ຄວາມ​ຄິດ​ເຫັນເພື່ອ​ນຳໄປ​ປັບ­ປຸງ​ໃນ​ບົດ​ຕໍ່ໆ​ໄປ.

Delicious Digg Fark Twitter