ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 18, 2011 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກ່ອນ​ວັນ​ເຂົ້ພັນ​ສາ​ປີີນີ້ 1 ເດື່ອນຂ້ອຍ​ຍັງ​ໂທ​ຫາ​ຊາຍ​ຄົນທີ່​ຂ້ອຍ​ເຄີຍ​ຮັກ ​ແລະ ກໍ່​ຮັກ​ທີ່​ສຸດ​ໃນ​ຫົວ​ໃຈ

​ຂອງ​ຂ້ອຍນັ້ນ ​ເຂົາ​ກໍ່​ຕອບ​ຕົກລົງ​ວ່າ​ຈະ​ມາ​ຫາ​ຂ້ອຍ ​ແລະ ຈະ​ພາ​ຂ້ອຍ​ໄປ​ຕັດ​ບາດ​ເໝືອນ​ປີ​ກາຍ​ຜ່ານ​ມາ ​

ປີ 2553  ຂ້ອຍ ​ແລະ ​ເຂົາ​ໄປ​ໃສ່​ບາດ​ຮ່ວມ​ກັນ​ຢ່າງ​ມີ​ຄວາມສຸກ​ໃຈ ​ເໝືອນ​ຄົນ​ອື່ນໆ​ທີ່​ໄດ້​ທຳ​ບຸນ​ໄປ​ແລ້ວ

​ມີ​ຄວາມສຸກ,ດີ​ໃຈ​ຄື​ກັບ​ວ່າ​ຕົນ​ເອງ​ຈະ​ປະສົບ​ຜົນສຳ​ເລັດ​ໃນ​ສີ່​ທີ່​ຕົນ​ປາດ​ຖາ​ໜາ​ໄວ້,ຂ້ອຍ​ອະທິຖານ​ຕອນ​ຢາດ

ນ້ຳ​ວ່າ (ຂໍ​ໃຫ້​ຜູ້​ຂ້າ​ຮຽນ​ໄດ້) ສ່ວນ​ແຟນຂອງ​ຂ້ອຍ​ກໍ່​ອະທິຖານ​ວ່າ( ຂໍ​ໃຫ້​ຂ້ອຍ​ຮຽນ​ຈັບ).

 

​ແຕ່​ພໍ​ໃກ້​ວັນ​ເຂົາ​ພັນ​ສາປີນີ້ຂ້ອຍໂທ​ຫາ​ລາວ ຍາມ​ໃດ​ກໍ່​ວ່າ​ມາ​ບໍ່​ໄດ້​ງານ​ນີ້​ເປັນ​ຂອງ​ເພີ່ນ​ວ່າ​ຊັ້ນ

ແລະ ຮອດ​ວັນ​ເຂົາ​ພັນ​ສາ​ຕົວ​ຈິງ​ເຂົາ​ກໍ່​ບໍ່​ມາ​ອີ່ຫຼີ. ເຂົາຄົງໄປ​ກັບ​ເມຍ​ເຂົາ​ແນ່ນອນ ເພາະ​ເຂົາ​ກໍ່​ບອກ​ຄວາມ​

ຈິງ​ແລ້ວ​ວ່າ​ງານ​ນີ້​ແມ່ນ​ທີ່​ຂອງ​ເພີ່ນ. ຄວາມ​ເຈັບ​ປວດ​ທີ່​ໝາກ​ຫົວ​ໃຈ​ຄົງ​ບໍ່​ມີ​ຫຍັງ​ມາ​ທຽບ​ເທົ່າ​ໄດ້, ​ໂອ່..ຜູ້ຍິງ​

ທີ​ໂງ້ ​ແລະ ອ່ອນ​ແອ​ມັນ​ເປັນ​ແບບ​ນີ້​ເນາະ?,ຈະ​ເກີດ​ຮ່ວມ​ໃຜ,ຊົນ​ຊັ້ນ​ໃດ,ຢູ່​ບ່ອນ​ໃດ ​ແລະ ​ເວລາ​ໃດ​ມັນ​ກໍ່​

ເສຍປຽບ​ໃຫ້​ກັບ​ຜູ້​ຊາຍ​ຢູ່​ສະ​ເໝີ.

 

 ມື້​ເຂົ້າພັນ​ສາ​ປີນີ້ໝູ່​ຂອງ​ຂ້ອຍ​ຕ່າງ​ຄົນກໍ່​ຍີ້ມ​ແຍ້ມ​ແຈ່ມ​ໃສ,ພາກັນ​ຈັດ​ແຈງ​ເຄື່ອງ​ໃສ່​ບາດ​ຢ່າງ​ພຖີີ​

ພິຖັນ​ເພື່ອ​ລໍຖ້າ​ແຟນມາ​ຮັບ​ແລ້ວ​ໄປ​ໃສ່​ບາດ​ຮ່ວມ​ກັນ ມັນ​ກົງກັນຂ້າມ​ກັບ​ຂ້ອຍ​ເຫຼືອ​ເກີນ ຂ້ອບໄດ້​ແຕ່​ກອດ

​ໝອນຮ້ອງ​ໄຫ້ພີ​ກຂວາ​ມພີ​ກງາຍ​ຢູ່​ໃນ​ຫ້ອງ​ແມ່ນ​ແຕ່​ໜ້າ​ກໍ່​ບໍ່​ສາມາດ​ເງີຍ​ຂຶ້ນ​ໃຫ້​ໝູ່​ເຫັນໄດ້ ຂ້ອຍ​ກິນ​

ຢາລະງັບ​ສອງ​ເມັດ​ແລ້ວ​ນອນ​ປົກ​ຜ້າ​ໝົດ​ທັງ​ຕົວ ທຳທ່າ​ເປັນ​ໄຂ້ ເພາະ​ຢາກ​ຢູ່​ຄົນ​ດຽວ​ງຽບໆ​ ​ແຕ່​ກັບ​ກາຍ

​ມາ​ເປັນ​ການ​ຫ່ວງ​ໄຍສົນ​ໃຈຂອງ​ໝູ່ ໃນ​ທີ່​ສຸດຈີ່​ງ​ໄດ້​ທຳ​ຕົວ​ວ່າ​ຫາຍ​ໄຂ້​ແລ້ວ ​ແລະ ພາ​ໝູ່​ອອກ​ໄປ​ດຶ່ມ​ເບຍ​ຢູ່​

ຂ້າງ​​ຫໍ​ພັກ ຂ້ອຍ​ດື່ມ​ຄົນ​ດຽວ​ປະມານ 1 ຂວດ ​ເຖິງ​ວ່າ​ຂ້ອຍ​ຍັງ​ບໍ່​ເມົາ ​ແຕ່​ຂ້ອຍ​ຕ້ອງ​ໄດ້​ທຳທ່າ​ເມົາ​ຈົນ​ເອົາ​

ຕົວ​ບໍ່​ລອດ​​ແລ້ວ​ໃຫ້​ໝູ່​ເມືອ​ສົ່ງ ​ເພື່ອ​ອາ​ໃສ​ໂອກາດ​ຄວາມ​ເມົາ​ນັ້ນຮ້ອງ​ໄຫ້ ຫວັງ​ຈະ​ເຮັດ​ໃຫ້​ນ້ຳຕາ​ໄຫຼ​ແຫ້ງ​

ຈົນ​ໝົດ​ໄປ​ສາ​ ແຕ່ຮ້ອງ​ໄຫ້​ປານ​ໃດ​ມັນ​ກໍ່​ບໍ່​ໝົດ​ເປັນ​ຈັກ​ເທື່ອ

 

ວັນ​ເຂົ້າພັນ​ສາ​ປີນີ້ມັນ​ກົງກັນຂ້າມ​ກັບ​ປີ​ກາຍ ​ແລະ ກົງກັນຂ້າມ​ກັບ​ໝູ່​ຜູ້​ອື່ນໆ​ທີ່​ເຂົາ​ເປັນ​ວັນ​ແຫ່ງ​

ຄວາມສຸກ​ທີ່​ໄດ້​ທຳບຸນ​ກິນ​ທານ.​ແຕ່​ເຮົາມັນ​ເປັນ​ວັນ​ທີ່​ແສນເຈັບ​ປວດທໍລະມານເຫຼືອ​ເກີນ, ມັນ​ຄົງ​ເປັນ​ເວນ​

ກຳ​ຂອງ​ຂ້ອຍ​ທີ່​ສ້າງ​ໄວ້​ນັບ​ທັງ​ຊາດ​ກ່ອນ ແລະ ຊາດ​ນີ້​ໂຮມ​ເຂົາ​ກັນຈີ່​ງ​ເຮັດ​ໃຫ້​ຂ້ອຍ​ທໍລະມານ​ປານ​ນີ້.

 ຊາດ​ກ່ອນ​ຂ້ອຍ​ຈຳ​ບໍ່​ໄດ້​ວ່າ​ໄດ້​ສ້ງກຳ​ຫຍັງ​ໄວ້ ແຕ່​ຊາດ​ນີ້ຂ້ອຍ​ຢູ່​ວ່າ​ຂ້ອຍ​ໄດ້​ຫຼົງ​ຮັກ​ຜົວ​ເຂົາ ​ເຊິ່ງມັນ​ຝືນ​ກັບ​

ຮີດຄອງ ​ແລະ ຄຳ​ສອນ​ຂອງ​ພະພຸດທະ​ເຈົ້າ ນີ້ລະ​ນໍ່​ເພີ່ນ​ວ່າ​ບາບບຸນ,ຄຸນ​ໂທດ​ມີ​ຈິງ ​ແລະ ສະໜອງ​ຢ່າງ​

ທັນຕາ​ເຫັນ,

 

ພໍ່​ແມ່​ທີ່​ສົ່ງ​ມາ​ຮຽນ​ເຂົາ​ຄົງ​ຫວັງ​ວ່າ​ຂ້ອຍ​ຮຽນ​ໄດ້​ດີ,ບໍ່​ດົນ​ກໍ່​ຈົບ ​ແລະ ຈະມີໜ້າ​ທີ່​ການ​ງານ​ດີໆ​ພໍ​ຈະ​

ເປັນ​ທີ່​ເພີ່ງ​ແກ່​ພີ່​ນ້ອງ​ປ້ອງ​ປາຍ,ກ່ອນ​ມື້​ໄປ​ຮຽນ​ເພີ່ນ​ກໍ່​ທຳ​ພີ​ທີ​ບາສີສູ່​ຂັວນ​ໃຫ້​ຕາມ​ຮີບ​ຄອງ ​ແຕ່​ຂ້ອຍ​ກັບ​ມາ​

ເປັນ​ເມຍ​ນ້ອຍ​ເຂົາ, ຂ້ອຍ​ຈະ​ສ້າງ​ບຸນ​ອັນ​ໃດ​ຈິ່ງ​ຈະ​ພົ້ນບາບກຳທີ່​ໃຫຍ່​ໂຕ​ປານ​ນີ້ ແລະ ສ້າງບຸນ​ອັນ​ໃດ​ຈິ່ງ​

ຈະ​ລືມ​ເຂົາ​ໄດ້ ຫຼື ວ່າຈະ​ສ້າງ​ບຸນ​ສ່ຳ​ໃດ​ກໍ່​ຈະ​ບໍ່​ມີ​ວັນພົ້ນປາບກຳ​ອີກ​ບໍ່​ນໍ່ຊາດ​ນີ້?.

Delicious Digg Fark Twitter