ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2011 | ມີ 13 ຄຳເຫັນ ແລະ 0 trackback(s)

ບົດນິ້ບໍ່ແມ່ນສອນນັກຂ່າວນະ ແຕ່ເປັນຂໍ້ຄິດຂອງຂ້ອຍ

ເຮົາ​ມັກ​ເຫັນຄຳ​ສັບ​ບາງ​ປະ​ໂຫຍ​ກ​ໃນ​ບົດ​ຂ່າວ​ຂອງ​ສື່​ມວນ​ຊົນ​ລາວ​ທີ່​ເຄີຍ​ໃຊ້​ມາຕະລອດ​ເຫັນ​ວ່າ​ຄວນ​ປັບປຸງ​​ໃນ​ຍຸກ​ປະຈຸ​ບັນ​

 ຂໍສົມມຸດບົດ​ຂ່າວທີ່​ມີ​ຫົວຂໍ້ (ທ່ານ ​ອາຊາ​ງ ລາວ​ລີ ຢ້ຽມຢາມ ກວດກາ​ນ້ຳ​ຖ້ວມ)​

​ເນຶ້ອ​ໃນ​ບາງ​ຕອນ: ​ໃນ​ວັນ​ທີ່ 1 ກໍລະ​ກົດ 2011 ນີ້ທ່ານ ອາຊາ​ງ ລາວ​ລີ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ຮອງ​ນາຍົກ​ພ້ອມ​ຄະນະ​ໄດ້​ເດີນທາງ​ເຄື່ອນ​ໄຫວ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບໍລິ​ຄຳ​ໄຊ ​ໂດຍ​ການ​ຕ້ອນຮັບ​ຈາກ​ທ່ານ ປ້ານ​ນ້ອຍ​ມະນີ ກຳມະການ​ສູນ​ກາງ​ພັກ ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ພ້ອມ​ຄະນະ.ທ່ານ ຮອງນາຍົກລັດຖະມົນຕີໄດ້ເຄື່ອນໄຫວ .....(​ເນື້ອ​ໃນ​ຂອງ​ບົດ: ຈຸດປະສົງ​ໃນ​ການ​ມາ​ຂອງ​ທ່ານຮອງ​ນາຍົກມາຄັ້ງນີ້​ແມ່ນ​ກ​ວດກາ​ເບິ່ງ​ສະພາບ​ນ້ຳຖວ້ມພາຍ​ໃນ​ແຂວງ​ບໍລິ​ຄຳ​ໄຊ​ວ່າ​ເສຍ​ຫາຍ​ຫຍັງ​ແດ່,ຈຳນວນ​ເທົ່າ​ໃດ? ແລະ ​ເບື້ອງຕົນ​ຈະ​ຊ່ວຍ​ຫຍັງ​,​ໄລຍະ​ຕໍ່​ໄປ​ຈະ​ຊ່ວຍ​ຫຍັງ​ແກ່​ປະຊາຊົນ?​ເທົ່າ​ນັ້ນ,ບໍ່​ໄດ້​ໄປ​ເຮັດ​ວຽກ​ຫຼື​ຢ້ຽມຢາມ​ບ່ອນ​ອຶ່ນ)

ຄຳ​ສັບ​ບາງ​ປະ​ໂຫຍ​ກທີ່​ຄວນ​ປັບປຸງ​ແມ່ນ​ບ່ອນ​ເປັນ​ສີ​ຄາມ​ນັ້ນລະ(​ເປັນ​ຫຍັງ​ຈິ່ງ​ຄວນ?)

​1 .ເຮົາ​ຕ້ອງ​ແຍກ​ໃຫ້​ອອກ​ວ່າ​ເພີ່ນ​ມາ​ເຮັດ​ຫຍັງ?(​ເວົ້າ​ເຈາະ​ຈົງ​ຫົວຂໍ້ດຽວ​ກໍ່​ພໍ ຈະເຮັດໃຫ້ບົດເດັ່ນຂຶ້ນ)

-     ຖ້າມາ​ຢ້ຽມຢາມ​ແມ່ນ​ຕ້ອງ​ໄປ​ເລາະ​ເບິ່ງ​ບ່ອນ​ທຳ​ການການ​ຜະລິດປຸກ​ຝັງ​ລ້ຽງສັດ,​ໂຮງ​ຈັກ​ໂຮງງານ ຫຼື ຄົນທີ່​ພວມ​ມີ​ຜົນສຳ​ເລັດ... ​ຈິ່ງ​​ມີ​ການ​ຮັບ​ຕ້ອນ​ຢ່າງ​ອົບ​ອຸ່ນ​ຈິງ​ໃຈ(ຄຳ​ວ່າ​​ຢ້ຽມຢາມ ​ຕ່າງ​ຈາກ​ຄຳ​ວ່າ: ​ກວດ​ເບິ່ງ)

-     ຖ້າ​ມາກວດ​ເບິ່ງ​ນ້ຳ​ຖ້ວມ​ຕ້ອງ​ລົງ​ຫາ​ຈຸດ​ທີ່​ມີ​ນ້ຳ​ຖ້ວມ

-     ຖ້າ​ມາ​ເຮັດ​ວຽກ​ອື່ນ​ຕ້ອງ​​ໄປ​ຫາ​ພາກສ່ວນອື່ນ​ຕາມ​ໜ້າ​ວຽກ

ຄັນ​ເຮົາ​ເວົ້າກວມ​ລວມ​ແບບ​ນີ້​ເຮັດ​ໃຫ້​ຜູ້​ອ່ານ​​ເຂົ້າ​ໃຈ​ວ່າ​ທ່ານ​ຮອງ​ນາຍົກ​ຍັງ​ຖື​ເບົາ​ຕໍ່​ເຫດການ​ທີ່​ເກີດ​ຂຶ້ນກັບ​ປະຊາຊົນ ເພາະວ່າ​ທ່ານ​ມາ​ຮອດ​ແລ້ວ​ຍັງ​​ໄປ​ເຮັດ​ວຽກ,​ໄປ​ ຢ້ຽມຢາມບ່ອນ​ອື່ນ​ທີ່​ບໍ່​ເກີດ​ເຫດ,ມີ​ການ​ຕ້ອນຮັບ​ເປັນ​ທາງ​ການ​ຈາກ​ເຈົ້າ​ແຂວງ​ພ້ອມ​ຄະນະສຳ​ເລັດ​ແລ້ວ​ຈິ່ງ​ລົງ​ໄປ​ຫາ​ບ່ອນ​ເກີດ​ເຫດ(ຜູ້​ອ່ານ​ອາດ​ເຂົ້າ​ໃຈ​ວ່າການ​ຕ້ອນຮັບ​ຕ້ອງ​ມີ​ພາ​ເຂົ້າສາມັກຄີ​ເຊິ່ງ​ເປັນ​ປະ​ເພນີ​ຂອງຄົນ​ລາວ​ເຮົາຢູ່​ແລ້ວ​) ບໍ່​ເໝາະ​ກັບ​ບັນຍາກາດ​ແບບ​ນີ້​ເລີຍ.

ຫາກກໍລະນີເພີ່ນລົງມາຄັ້ງນີ້ເຮັດວຽກຫຼາຍອັນນັກຂ່າວຄວນຂຽນເທື່ອລະຂ່າວ ຈະເຮັດໃຫ້ເນື້ອໃນເຈາະເລິກເຂົ້າຫາປະເດັນໄດ້ດີກວ່າ,ຕອບສະໜອງແກ່ຜູ້ອ່ານດີກວ່າ

(ມີທັງ: ຢ້ຽມຍາມ,ກວດການ້ຳຖວ້ມ,ເຮັດວຽກ ແລະ ເຄື່ອນໄຫວ ໃນບົດດຽວ ມັນສັບສົນຫຼາຍ)

2. ບັນດາທ່ານ​ມີ​ສອງ​ຕຳ​ແໜ່​ງຄຶ: ຕຳ​ແໜ່​ງພັກ ​ແລະຕຳ​ແໜ່​ງ ລັດ(​ເຮົາ​ຄວນ​ແຍກ​ຕຳ​ແໜ່​ງຕາມ​ໜ້າ​ວຽກ​ທີ່​​ເພີ່ນ​ລົງ​ໃນ​ຕອນ​ນັ້ນ).

-     ຖ້າ​ລົງ​ວຽກ​ພັກ​ກໍ່ຄວນ​ໃສ່​ຕຳ​ແໜ່​ງພັກຢ່າງ​ດຽວ

-     ຖ້າ​ລົງ​ວຽກ​ລັດ​ກໍ່​ຄວນ​ໃສ່​ຕຳ​ແໜ່​ງລັດຢ່າງ​ດຽວ

ຖ້າ​ເຮົາ​ໃສ​່ສອງຕຳ​ແໜ່​ງຂວບ​ກັນ​ເປັນ​ແນວ​ໃດທັ່ງ​ທີ່​ເພີ່ນ​ມີ​ສອງ​ຕຳ​ແໜ່​ງ?

ທ່ານເລນິນຂຽນໄວ້ວ່າ: ພັກນຳພາ ບໍ່ໄດ້ໝາຽຄວາມວ່າ: ຕ້ອງໄປນັ່ງບັນຊາໃນກົງຈັກຂອງລັຖ. ຖ້າມື້ໃດອຳນາດຂອງພັກເຂົ້າຢູ່ໃນກົງຈັກຂອງລັຖ ຈະເຮັດໃຫ້ເກີດພະຍາດອາຍາສິດຂຶ້ນ. ຖ້າເກີດພະຍາດອາຍາສິດໃນກົງຈັກບໍລິຫານ, ຈະເຮັດໃຫ້ການສ້າງ ສັງຄົມນິຍົມ ບໍ່ປະສົບຜົນສຳເລັດ

ກ.    ມີ​ສອງ​ຕຳ​ແໜ່​ງກໍ່​ຈິງ​ແຕ່​ເວລາ​ເພີ່ນ​ເຮັດ​ວຽກ​ເພີ່ນ​ຕ້ອງ​ແຍກ(​ເຮັດ​ເທື່ອ​ລະ​ວຽກ) ສະນັ້ນນັກ​ຂ່າວ​ກໍ່​ຕ້ອງ​ໄດ້​ແຍກ​ເອີ້ນ​ຕຳ​ແໜ່​ງຕາມ​ໜ້າ​ວຽກ, ຖ້າ​​ເຮົາບໍ່​ແຍກ​ຜູ້​ອ່ານ​ກໍ່​ເຂົ້າ​ໃຈ​ວ່າພັກ​ເຂົ້າ​ໄປບັນຊາ​ໂດຍ​ກົງ​ໃນ​ກົງຈັກ​ຂອງ​ລັດ ​ແລະ ບັນດາ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ​ທີ່​ເກີດ​​ຂຶ້ນໃນ​ກົງຈັກ​ລັດ​ນັ້ນ​ແມ່ນພັກ​ເປັນ​ຜູ້​ບົ່ງ​ການຫຼືມີສ່ວນຮູ້ເຫັນເປັນໃຈນຳກັນ,​ເຮັດ​ໃຫ້​ປະຊາຊົນ​ຂາດ​ຄວາມ​ເຊື່ອ​ໝັ້ນຕໍ່​ແນວທາງນະ​ໂຍບາຍ ​ແລະ ກາ​ນນຳພາ​ຂອງ​ພັກ

ຂ.    ​ເນື້ອ​ໃນ​ຍາວ​ໂພດ,ຊ້ຳເກົ່າ ​ແລະ ບໍ່​ແມ່ນ​ຈຸດ​ສົນ​ໃຈ​ຂອງ​ຜູ້​ອ່ານ​ທີ່​ບໍ່​ຢູ່​ໃນ​ພັກ.

Delicious Digg Fark Twitter