ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 14, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

1.​ເປັນ​ຫຍັງ​ຈິ່ງ​ວິຈານ?

      ອາດ​ເປັນ​ນຳ​ຄວາມ​ເຂົ້າ​ໃຈ​ຂອງ​ຂ້ອຍ​ຕໍ່​ກັບ​ຄຳ​ວ່າ: ວິຈານ ແຕກ​ຕ່າງ​ຈາກ​ຄົນ​ອື່ນ.

ຕອນ​ຂ້ອຍ​ຮຽນ​ (ມ3) ອາຈານ​ຖາມ​ສໍ້​ຂ້ອຍວ່າ: ​ເປົ້າໝາຍ​ຂອງ​ການ​ວິຈານ​ແມ່ນ​ຫຍັງ?​ແຕ່​ທຸກ​ຄົນ​ໃນ​ຫ້ອງ​ 26 ຄົນໃຜໆກໍ່​ຕອບ​ບໍ່​ໄດ້​ ຈົນ​ເພີ່ນ​ໄດ້​ສະ​ເລີຍ​ຄຳ​ຖາມ​ເອງ,​ເພີ່ນ​ບອກ​ວ່າ: ວິຈານ​ສິ່ງ​ທີ່​ກ້າ​ໜ້າ ​ແລະ ຫຼ້າຫຼັງ ຫຼື ວິຈານ​ສິ່ງທີ່​ຖຶກຕ້ອງ ​ແລະ ຜິດພາດ ຫຼື ວິຈານ​ສີ່​ງດີ ແລະ ຊົ່ວ.

ຄຳ ​ວ່າ: ວິຈານ ເພີ່ນບອກ​ວ່າ​ບໍ່​ແມ່ນ​ຄຳ​ສັບ​ທີ່​ຊົ່ວ​ຮ້າຍ ຫຼື ວ່າ​ບໍ່​ດີ​ແຕ່​ປະການ​ໃດ ຫຼື ໜ້າລ້າງກຽດຢ້ານກົວແຕ່ຢ່າງໃດເລີຍ,​ມັນ​ໝາຍ​ເຖິງ​ການ​ຊ່ອງ​ແສງ​​ເຫດ​ຫານນັ້ນ​ເອງ,​ເຊິ່ງປະ​ກອບ​ດ້ວຍ​ການ​ອະທິບາຍ,ພິສູດ ​ແລະ ວິ​ເຄາະ...

ຈາກ​ນັ້ນມາ​ຂ້ອຍ​ເຂົ້າ​ໃຈ​ວ່າ​ເປັນ​ຄຳ​ສັບ​ທຳມະ​ດາ​ໃຊ້​ໄດ້ທົ່ວ​ໄປ.

2. ເປັນຫຍັງ​​ຈິ່ງ​ຟຸ່ງ​ເປົ້າ​ໄປ​ທີ່​ສື່ ?

​-     ສື່ ​ແມ່ນຕົວ​ແບບ​ຂອງ​ສັງຄົມ,ສື່​ເປັນ​ຜູ້​ອອກ​ໜ້າ​ກ່ອນໝູ່​ໃນ​ສັງຄົມ,ສື່​ເປັນ​ຜູ້​ເວົ້າ,​ເປັນ​ຜູ້ສັ່ງສອນ,​ເປັນ​ຫູ​ເປນຕາ​ໃຫ້​ສັງຄົມ,(ຮູ້​ທຸກ​ບັນຫາ,ຍິນ​ທຸກ​ສຽງ​ສະທ້ອນ ແລະ ​ເຫັນ​ທຸກ​ເຫດການ) ,ສື່​ເປັນ​ທັງ​ຜູ້​ອອກ​ໜ້າ,​ເປັນ​ທັງ​ຜູ້​ກວດກາ ​ແລະ ​ເປັນ​ທັງ​ຜູ້​ສະຫຼຸບ.

-     ກ່ອນ​ຈະ​ຕຳ​ນິຄົນ​ອື່ນ ກ່ອນ​ອື່ນ​ໝົດ​ເຮົາຕ້ອງ​ຕຳນິ​ິຜູ້ທີ່ເປັນຕົວ​ແບບ​ນຳພາ​ສາກ່ອນ,ຖ້າ​ຜູ້​ເປັນ​ຕົວ​ແບບ​ນຳພາ​ເຮັດ​ບໍ່​ໄດ້​ຄົນ​ອື່ນ​ເຂົາ​ກໍ່​ຈະ​ບໍ່​ເຊື່ອ​ຟັງ ​ແລະ ບໍ່​ປະຕິບັດ​ຕາມ.

-     ສື່ ກໍ່​ເປັນ​ມະນຸດ(ຄົນ)ຄົນກິນ​ເຂົ້າຄື​ກັນ​ກັບພວກ​ເຮົາ,ສາມາດ​ເກີດ​ຂໍ້​ຜິ ດ​ພາດ​ໄດ້ສະ​ເໝີ​ຄື​ກັນ​ກັບ​ພວກ​ເຮົາ ​ແລະ ຄວາມ​ຜິດພາດ​ນັ້ນຫາກ​ພວກ​ເຮົາ​ບໍ່​ທັກ​ທ້ວງ​​ ເຂົາ​ກໍ່​ບໍ່​ຮູ້​ຈຸດ​ຜິດ(ບູຮານ​ເວົ້າວ່າ​ຂີ້ໝິນໝໍ້​ຕິ​ດໜ້າ​ພາກຕົນ​ເອງ ຄັນ​ຜູ້​ອື່ນ​ບໍ່​ບອກ​ກໍ່​ບໍ່​ຮູ້).

3. ເປັນ​ຫຍັງ​ວິຈານ​ບໍ່​ຄົບ,​ເນັ່ນທີ່​ຈຸດ​ຜິດພາດ​ຫຼາຍ​ກວ່າ?

-     ​ເບື້ອງຜົນງານ​ຂອງ​ສື່​ນັ້ນ​ເຮົາ​ເຄີຍ​ຮູ້,​ເຄີຍເຫັນ ແລະ ​ເຄີຍ​ຝັງແລ້ວ ຈາກ​ການ​ເບິ່ງ​ໂທລະພາບ,ຟັງ​ວິທະຍຸ ​ແລະ ໜັງສື​ພີ​ມຕ່າງໆ..​ແຕ່​ດ້ານ​ອ່ອນ,ຂໍ້ຄົງຄ້າງ ​ແລະ ບົດຮຽນ​ທີ່​ຖອດ​ຖອນ​ໄດ້​ຂອງ​ສື່ນັ້ນ ບໍ່ຄ່ອຍ​ເຫັນ​ສື່​ຍົກ​ມາ ຫຼື ຍົກ​ມາ​ກໍ່​ຍັງ​ບໍ່​ໄຈ້​ແຍກ​ເຖິງ​ບັນຫາ,ປະກົດ​ການ

-     ​ດ້ານ​ຜົນງານ​ເຖິງ​ວ່າ​ສຳຄັນ​ຫຼາຍ​ກໍ່​ຈິງ ​ແຕ່​ມັນ​ກໍ່​ບໍ່​ແມ່ນ​ເລື່ອງອັນຕະລາຍ​ເປັນຕາ​ຍຂອງ​ຊີວິດ​ມະນຸດ​ເຮົາ​,ສ່ວນຄວາມ​ຜິດພາດມັນເປັນ​ບົດຮຽນ​ຊີວິດ(​ບາງ​ທິດ​ສະ​ດີບ​ອກວ່າ: ຄວາມ​ຜິດພາດ​ຄື​ຄວາມ​ຕາຍ)

-     ຖ້າ​ຍົກ​ດ້ານ​ຜົນງານ​ຂອງ​ສື່ໃນ​ທີ່​ພັນ​ລາວ ມັນ​ອາດ​ຊ້ຳ​ກັນ​ກັບ​ບັນດາ​ສື່​ອື່ນ,​ບົດ​ຈະ​ຍາວ ​ແລະ ຄຳ​ຄານ​ແກ່​ຜູ້​ອ່ານ.

(ນີ້ເປັນເຫດຜົນສ່ວນຕົວຂອງຜູ້ຂຽນເທົ່ານັ້ນ ສ່ວນທ່ານອື່ນມີເຫດຜົນແນວໃດກໍ່ເພີ່ມເຕີມດ້ວຍນະ ຂໍຂອບໃຈ)

Delicious Digg Fark Twitter