ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 2, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

*(ຂປລ): ຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ (ຄພລຕ)

ໄດ້ຈັດກອງ ປະຊຸມຄົບ ຄະນະຄັ້ງທີ 5 ຂຶ້ນທີ່ກະຊວງການຕ່າງປະເທດ ນະຄອນ

ຫລວງວຽງຈັນ. ໃນວັນທີ 6 ກໍລະກົດ 2011 ໂດຍໄດ້ມີການແລກປ່ຽນຄຳຄິດເຫັນກ່ຽວກັບການ ຈັດຕັ້ງປະຕິບັດວຽກງານ

ພົວ ພັນຄົນເຊື້ອຊາດລາວຢູ່ຕ່າງປະ

ເທດ ໃນໄລຍະ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ ເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2011.

ພ້ອມນີ້ກໍໄດ້ປະກອບຄຳຄິດເຫັນໃສ່ຮ່າງແຜນ

ຍຸດທະ ສາດໄລຍະ 5 ປີ(2011-2015) ກ່ຽວກັບວຽກງານພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ

ບາງວຽກສຳຄັນຈຳນວນໜຶ່ງໃນຕໍ່ໜ້າ ແນໃສ່

ອຳນວຍ ຄວາມສະດວກ ໃຫ້ພີ່ນ້ອງຊາວລາວເຮົາ ຢູ່ຕ່າງປະເທດ.

ພ້ອມທັງຜູ້ເກີດໃໝ່ໃຫຍ່ລຸນໃຫ້ອວ່າຍໜ້າກັບຄືນສຸ່ບ້ານເກີດເມືອງນອນ ປະກອບສ່ວນ ທາງດ້ານ ທຶນຮອນ,

ຄວາມຮູ້ ແລະ ສະຕິປັນຍາເຂົ້າໃນການສ້າງສາພັດທະນາ ປະເທດຊາດ.

 

ກອງປະຊຸມຄັ້ງນີ້ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ດຣ.ທອງລຸນ ສີສຸລິດ ຮອງນາຍົກ ລັດຖະມົນຕີ,

ລັດຖະມົນຕີວ່າການກະຊວງການຕ່າງປະເທດ ທັງເປັນ

ຜູ້ຊີ້ນຳ ຄພລຕ ຊຶ່ງ​ທີ່​ປະຊຸມ ຍັງໄດ້ເປັນ ເອກະພາບກັນສະເໜີລັດຖະບານ ໃຫ້ສ້າງນະໂຍບາຍສະເພາະຈຳນວນໜຶ່ງເຊັ່ນ:

ການເຂົ້າ-ອອກປະທດ, ການຢ້ຽມ

ຢາມຍາດຕິພີ່ນ້ອງ, ການນຳໃຊ້ທີ່ດິນ, ການແຕ່ງດອງ. ໃນບໍ່ດົນນີ້ລັດ ຖະບານກໍຈະອອກດຳລັດ

ວ່າດ້ວຍການຂໍມາຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນເຊື້ອ

ລາວຢູ່ຕ່າງປະ​ເທດ. ​ໂອກາດ​ນີ້ ທ່ານ ດຣ.ທອງລຸນ ສີສຸລິດ ກໍໄດ້ໂອ້ລົມຕໍ່ກອງປະຊຸມ

ເຊິ່ງໄດ້ສະແດງ ຄວາມຊົມເຊີຍຕໍ່ໝາກຜົນທີ່ຍາດມາໄດ້

ເຮັດໃຫ້ຊາວ

ຢູ່ຕ່າງປະເທດໄດ້ຮັບຮູ້ສະພາບຄວາມ ຈິງນັບມື້ນັບຫລາຍຂຶ້ນເປັນຕົ້ນ ການສ້າງສາພັດທະນາປະເທດ,

ບົດບາດອິດທິພົນຂອງລາວ ໃນເວທີສາກົນ ແລະ ພາກ

ພື້ນ. ທ່ານຍັງໄດ້ກ່າວຕື່ມອີກວ່າ ວຽກງານພົວພັນກັບຊາວລາວເຮົາຢູ່ຕ່າງປະເທດ ແມ່ນ

ມີຄວາມສຳຄັນຫລາຍ ​ແລະ ພັກ-​ລັດຖະບານໄດ້​ວາງນະໂຍບາຍ

ທີ່ຖືກຕ້ອງ, ສະນັ້ນຈຶ່ງສະເໜີໃຫ້ ຄະນະກຳມະການ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງປະສານງານ

ແລະ ຮ່ວມມືກັນ ເພື່ອປະຕິບັດ ແຜນຍຸດທະສາດ 5 ປີ

ຕໍ່ໜ້າໃຫ້ມີໝາກຜົນສູງ./.

ຂໍ້ມູນhttp://www.kplnet.net/lao/record/July%2007/06.07.2011/dnl%206.htm

Delicious Digg Fark Twitter