ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 5, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ຜ່ານມາລັຖະບານໄດ້ສູມໃສ່ປະຕິບັດຕາມແນວທາງນະໂຍບາຍຂອງພັກວ່າງອອກເພື່ອເລັ່ງແກ້ໄຂບັນຫາຕ່າງໆໃຫ້ສຳເລັດຕາມຈຸດໝາຍ

ທີ່ໄດ້ກຳນົດໄວ້,ໃນນັ້ນບາງຈຸດພົ້ນເດັ່ນຄືພາກລັດໄດ້ເລີ່ມສຳຫຼວດການເພີ່ມເງິນອຸດໜຸນໃຫ້ພະນັກງານຜູ້ທີ່ປະຈຳການຢູ່ເຂດຫ່າງໄກຊອກຫຼີກ 30%,40%, 50% ຂອງເງິນເດຶອນຕາມເງຶ່ອນໄຂ,ກຽມເພີ່ມດັດສະນີເງິນເດຶອນພະນັກງານ-ລັຖະກອນຈາກ 3.000 ມາເປັນ 3.500 ກີບຕໍ່ດັດສະນີ,ນະໂຍບາຍກວດພະຍາດ ແລະ ປິ່ນປົວບໍ່ເສຍຄ່າຕໍ່ແມ່ມານ ແລະ ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ແລະ ຈະເລີມປະຕິບັດໃນງວດທີ່  / ຂອງສົກງົບປະມານ 2011-2012

ແຕ່ເຖິງຢ່າງໃດກໍ່ຕາມຖ້າເບິ່ງໄປອີກດ້ານໜຶ່ງແລ້ວການເຮັດວຽກຂອງລັຖະບານຍັງມີບາງດ້ານຍັງສັກຊ້າ,ບໍ່ມີມາຕຕະການ,ແຜນການ ແລະ ກຳນົດເວລາໃນການປະຕິບັດທີ່ຮັດກຸມເຊັ່ນ:

ການຈັດຕັ້ງປະຕິບັດມະຕິຕົງລົງເລກທີ່ 03/ລບ(ລັຖະບານ) ລົງວັນທີ່ 16/03/11 ກ່ຽວກັບ​ທິດ​ທາງ ​ແລະ ວິທີ​ການ​ແກ້​ໄຂ​ບັນຫາ ​ຊາວ​ຕ່າງປະ​ເທດ ທີ່​ມາ​ທຳມາຫາກິນ,ຄ້າຂາຍ,ອອກ​ແຮງ​ງານ​ຮັບຈ້າງ​ຢູ່ ສ​ປປ ລາວ ແລະ ຄຳສັ່ງແນະນຳເລກທີ່ 03/ກມສພ ລົງວັນທີ່ 30/ ພຶດສະພາ /11 ວ່າດ້ວຍການສ້າງບ້ານເປັນຫົວໜ່ວຍພັດທະນາ,ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດ.

+ ການ​ແກ້​ໄຂ​ບັນຫາ ​ຊາວ​ຕ່າງປະ​ເທດ ທີ່​ມາ​ ທຳມາຫາກິນ,ຄ້າຂາຍ ແລະອອກ​ແຮງ​ງານ​ຮັບຈ້າງ​ຢູ່ ສ​ປປ ລາວ.

+ ຕອບ​ສະໜອງ​ທຶນ (​ເປັນ​ເງິນ, ​ເປັນ​ສັດລ້ຽງ, ​ແນວ​ພັນ​ພືດ ຫລື ວັດຖຸ​ອື່ນໆ) ​ໂດຍ​ມີ​ການ​ອະທິບາຍ​ແນະນຳ​ໃຫ້​ລະອຽດ​ຈະ​ແຈ້ງ ກ່ຽວ​ກັບ​ວິທີ​ການ​ນຳ​ໃຊ້​ຄຸ້ມ​ຄອງ, ​ແຕ່​ບໍ່​ມີ​ເງື່ອນ​ໄຂ​ຜູກ​ມັດ​ຫລາຍ.

+ ​ໃຫ້​ຈັດ​ສັນພື້ນທີ່​ທຳ​ການ​ຜະລິດ ​ແລະ ຕັ້ງຖິ່ນ​ຖານ​ພູມລຳ​ເນົາ​ຄົງ​ທີ່ ​ໃຫ້​ແກ່​ປະຊາຊົນ, ກ່ອນ​ອື່ນ​ແມ່ນ​ຜູ້​ບໍ່​ມີ​ບ່ອນ​ທຳ​ມາ​ຫາ​ກິນ ​ແລະ ບໍ່​ມີ​ຖິ່ນຖານ​ຖາວອນ, ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄງການ​ພັດທະນາ​ຕ່າງໆ ຜູ້​ທີ່​ເຮັດ​ໄຮ່​ເລື່ອນລອຍ, ຜູ້​ທີ່​ປະສົບ​ກັບ​ໄພພິບັດ​ທາງ​ທຳ​ມະ​ຊາດ ​ແລະ ອື່ນໆ ​ເພື່ອ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ສະພາບ​ການ​ເຄື່ອນ​ຍ້າຍ​ແບບ​ຊະຊາຍ ຂອງ​ພົນລະ​ເມືອງ​ໃຫ້​ຕົກ​ໄປ ​ໃຫ້​ປະຊາຊົນ​ມີ​ຄວາມ​ອຸ່ນ​ອ່ຽງ ​ໃນ​ການ​ທຳ​ມາ​ຫາ​ກິນ​ແກ້​ໄຂ​ຄວາມທຸກ​ຍາກ ​ແລະ ສ້າງ​ຄວາມຢູ່​ດີ​ກິນ​ດີ ​ໃຫ້​ແກ່​ຄອບຄົວ ບົນ​ພື້ນຖານ​ການ​ມີ​ດິນ​ເປັນ​ຂອງ​ຕົນ​ເອງ....

ເຊິ່ງນະໂຍບາຍດັ່ງກ່າວໄດ້ກຳນົດຊັດເຈນໃນມະຕິ 03 ຂອງລັຖະບານ ແລະ ຄຳສັ່່ງ 03 ກົມການເມືອງສູນກາງພັກ, ປະຈຸບັນກໍ່ຄົບວລະ 6 ເດືອນ, 3 ເດືອນແລ້ວ ແຕ່ຍັງບໍ່ທັນມີຄວາມຄືບໜ້າໃດໆເລີຍ ແລະ ທ່ານ ນາຍົກກໍ່ບໍ່ອອກມາຖະແຫຼງຕໍ່ສື່ມວນຊົນເພື່ອຊີ້ແຈງໃຫ້ປະຊາຊົນຊາບວ່າ: ມາຮອດປະຈຸບັນລັຖະບານໄດ້ເລີ່ມລົງມືຫຍັງແດ່ແລ້ວ?,ຍັງຄາບັນຫາໃດແດ່?,ຈະສືບຕໍ່ປະຕິບັດໃຫ້ເກີດຜົນໃນໄລຍະໃດ? ແລະ ຈະໃຊ້ມາດຕະການອັນໃດມາຂັບເຄື່ອນ?. ທັ້ງໆທີ່ສິ່ງກ່າວມາເປັນບັນຫາສຳຄັນກວ່າເລື່ອງເງິນເດືອນຂອງພະນັກງານ-ລັຖະກອນ ເພາະວ່າຖ້າເຮົາໄປເນັ້ນທີ່ຈຸດເງິນເດຶອນນັ້ນກ່ອນ, ບໍ່ເບິ່ງເບື້ອງຊີວິດຈິງຂອງປະຊາຊົນຈະເຮັດໃຫ້ລາຍຈ່າຍເພີ່ມຂຶ້ນ ແຕ່ລາຍຮັບເທົ່າເດີມເພາະລາຍຮັບຂອງປະຊາຊົນຍັງເທົ່າເດີມ(ບໍ່ຖືກກະຕຸ້ນ).

            ປະຈຸບັນບາງທ້ອງຖິ່ນຍັງບໍ່ທັນໄດ້ຮັບເອກະສານເຫຼົ່ານັ້ນຊ້ຳເປັນຕົ້ນຢູ່ເມືອງວຽງທອງແຂວງບໍລິຄຳໄຊ. ຜ່ານການໃຫ້ສຳພາດຂອງບັນດາທ່ານທີ່ມີການປະຕິບັດວຽກງານກ່ຽວພັນກັບເອກສານສອງສະບັບດັ່ງກ່າວໃນວັນທີ່ 31 ສິງຫາ 2011ນີ້ຕ່າງຄົນກໍ່ເວົ້າຄືກັນ.

ທ່ານ ບົວໄລ ຫົວໜ້າຫ້ອງການຊົນນະບົດເມືອງວຽງທອງ ແຂວງບໍລິຄຳໄຊ ກ່າວ ວ່າ: ເອກະສານຄຳສັ່ງ 03/ກມສພ ພວກເຮົາຍັງບໍ່ເຫັນເທຶ່່ອ,ທາງສາຍຕັ້ງ ກໍ່ບໍ່ເຫັນເວົ້າເຖິງ 03/ກມສພ ເລີຍ,ການເຮັດວຽກໃນປະຈຸບັນແມ່ນອີງໃສ່ຄຳສັ່ງເພີ່ມເຕີມເລກທີ່ 3/ນຍ ລົວວັນທີ່ 09/06/2008 ກ່ຽວກັບການສ້າງບ້ານ ແລະ ກຸ່ມບ້ານພັດທະນະ ແລະ ດຳລັດ 285/ນຍ ວ່າດ້ວຍມາດຕະຖານຄວາມທຸກຍາ ແລະ ມາຕະຖານພັດທະນາ(ເຊິ່ງເປັນສະໄໝລັຖະບານຂອງທ່ານ  ບົວສອນ ບຸຜາວັນ).

 

ທ່ານ ຄຳສີບານທະວົງໄຊ ຫົວໜ້າຫ້ອງການແຮງງານສະຫວັດດີການສັງຄົມເມືອງກໍ່ເວົ້າວ່າ: ມະຕິ 03/ລບ ນັ້ນຍັງບໍ່ເຄີຍເຫັນເລີຍ,ໃນວັນທີ່ 23-24/06/2011 ຜ່ານນີ້ກໍ່ໄດ້ສົ່ງວິຊາການເຂົ້າຝຶກອົບຮົມກ່ຽວກັບການກວດກາແຮງານ ເຊິ່ງຈັດຂຶ້ນທີ່ປາກຊັນ(ບໍລິຄຳໄຊ) ກໍ່ບໍ່ໄດ້ພາດຫົວຂໍ້ເຖິງມະຕິ 03/ລບ ເລີຍ, ຜ່ານມາການເຮັດວຽກທີ່ກ່ຽວພັນກັບຄົນຕ່າງປະເທດແມ່ນອີງໃສ່ 5418/ຮສສ ແລະ ເອກະສານອຶ່ນຈຳນວນໜຶ່ງ.

ທ່ານ ພິມ ແກ້ວໄຊຍະວົງ ຮອງໜ່ວຍງານປ້ອງກັນພາຍໃນເມືອງວຽງທອງ ແຈ້ງວ່າ:

ໃນ 6 ເດຶອນຕົ້ນປີ 2011 ມີຊາວຕ່າງປະເທດເຂົ້າມາເມືອງວຽງທອງທັງໝົດ 555 ຄົນ,ຍິງ 32 ຄົນ ສ່ວນໃຫຍ່ສັນຊາດຫວຽດນາມ,ຈີນ ແລະ ອາເມລິກາເຊື້ອຊາດລາວຈຳນວນໜຶ່ງ,ຈຸດປະສົງສ່ວນໃຫຍ່ແມ່ນມາອອກແຮງງານ,ທຳທຸລະກິດຄ້າຂາຍ ແລະ ຍ້ຽມຢາມຍາດພີ່ນ້ອງ.

ເມື່ອຖາມວ່າ: ການຄຸ້ມຄອງຄົນຕ່າງປະເທດເປັນໄປຕາມມະຕິ 03/ລບ ຫຼືບໍ່?

ທ່ານຕອບວ່າ:ຜ່ານມາແມ່ນໄດ້ໝູນໃຊ້ລະບຽບຫຼັກການທີ່ກະຊວງ ແລະ ແຂວງວາງອອກໂດຍອີງສະພາບເປັນຈິງຂອງເມືອງ ແລະ ນະໂຍບາຍພິເສດຂອງປະເທດເພຶ່ອນບ້ານທີ່ມີຊາຍແດນຕິດຈອດກັນ,ສ່ວນມະຕິ  03/ລບ​  (2011)ຍັງບໍ່ທັນແຈ້ງມາຮອດ.

ຈາກນິຕິກຳ ແລະ ສະພາບການຈັດຕັ້ງປະຕິບັດດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ: ການທຳງານຂອງລັຖະບານຊັກຊ້າ,ບໍ່ມີມາດຕະການອັນແນ່ນອນ ແລະ ຮັດກຸມ,ຫາກຍັງເປັນແບບນີ້ ການປະຕິບັດມະຕິ 09 ທີ່ພັກປະຊາຊົນປະຕິວັດລາວວາງອອກໃນ 5 ປີຕໍ່ໜ້າ 2015 ໃຫ້ປະກົດເປັນຈິ່ງທຸກຢ່າງນັ້ນຍັງຢູ່ໄກສຸດຂອບຟ້າບໍ່ທັນມອງເຫັນແມ່ນແຕ່ເງົາ.

ສະນັ້ນ ເພື່ອບັນລຸຕາມຄາດໝາຍ 2015 ໃຫ້ເປັນຈິງຈິ່ງຂໍຮ້ອງມາຍັງລັຖະບານຈົ່ງເລັ່ງມືຊີແຈງ,ເຊື່ອມຊຶມບັນດານິຕິກຳຕ່າງໆທີ່ພັກ,ລັຖະບານວາງອອກນັ້ນໃຫ້ທົ່ວເຖິງທຸກໂຂງເຂດ,ທ້ອງຖິ່ນ ແລະ ພ້ອມທັງເລັ່ງຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຮູບປະທຳຕົວຈິງເທຶ່ອລະກ້າວໂດຍໄວຄື: ບັນລຸລວມຍອດ​ມູນ​ຄ່າ​ຜະລິດ​ຕະພັນ (GDP) ​ເພີ່ມຂຶ້ນ 8% ຂຶ້ນ​ໄປ​ໃນ​ແຕ່ລະ​ປີ,ສະ​ເລ່ຍຕໍ່​ຫົວ​ຄົນ​ 1.700 ​ ໂດ​ລາ​ສະຫະລັດ,ທຸກ​ຍາກ​ຍັງ​ເຫລືອ​ບໍ່​ເກີນ 10% ,ບັນລຸ​ເປົ້າຫມາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ (MDGs),ພົນ​ເມືອງ​ສ່ວນ​ໃຫຍ່ ມີ​ລະດັບ​ການ​ສຶກສາ​ຈົບ​ມັດທະ​ຍົມ​ຕອນ​ຕົ້ນ ​ແລະ ມີ​ອາຍຸ​ຍືນ​ສະ​ເລ່ຍ 68,3 ປີ,ຄົງ​ຄຸນຄ່າ​ອັນ​ດີງາມ ແລະ ສາມາດ​ເຂົ້າ​ຮ່ວມ​ໃນ​ຂະ​ບວນວິວັດ​​ແຫ່ງການ​ເຊື່ອມໂຍງ​ພາກ​ພື້ນ ​ແລະ ສາກົນ ​ໄດ້​ຢ່າງ​ເປັນ​ເຈົ້າ​ການໃຫ້ສົມກັບຄຳເວົ້າທີ່ວ່າ: ບຸກທະລຸ 4 ດ້ານ.​

 

 

ຂຽຍໂດຍ: ພັນທະຫົວໃຈ

ຜິດພາດປະການໃດເພື່ອນໆຢ່າລືມສົ່ງຂ່າວມາໄດ້ດ້ວຍຄຳເຫັນ,ຂໍ້ຄວາມຫຼັງໄມ

 ຫຼື salak200@sanook.com

ຂໍໃຊ້ສິດຕາມກົດໝາຍສື່ມວນຊົນ:

 

ມາຕາທີ່ 15:

ພົນລະເມືອງລາວມີສິດເສລີພາບໃນການປະກອບຄຳຄິດຄຳເຫັນຜ່ານສື່ມວນຊົນກ່ຽວກັບ:

1. ການສ້າງ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,

ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນແຜນງົບປະມານແຫ່ງລັດ.

2. ທັດສະນະຕໍ່ສະພາບການພາຍໃນ ແລະ ຕ່າງປະເທດ.

3. ການຕຳນິຕິຊົມແບບສ້າງສັນຕໍ່ບຸກຄົນ ແລະ ການຈັດຕັ້ງ,

 

ມະຕິ 03/ລບ ແລະ ຄຳສັ່ງ 03/ກມສພ ເປັນເອກະສານທີ່ລະບຸແຜນງາຍລາຍລະອຽດຄົບຖ້ວນ,ເໝາະແກ່ການສຶກສາຄົ້ນຄ້ວາ ແລະ ນຳໄປຈັດຕັ້ງປະຕິບັດໃນທຸກໂຂງເຂດວຽກງານ,ຕະລອດຮອດການດຳລົງຊີວິດປະຈຳວັນ,ເປັນບອ່ນອີງໃຫ້ພວກເຮົາເພື່ອກວດກາການທຳງານຂອງລລັຖະບານ

ຫາກທ່ານໃດຕ້ອງການເຮົາຈະແຈກໃຫ້ລ້າໆ ຫຼືກົດເອົາຕາມລີ້ງລຸ່ມນີ້:

ມະຕິ 03/ລບ http://www.kplnet.net/lao/record/April%20o4.2011/5.4.2011/dnl%206.htm

ຄຳສັ່ງ 03/ກມສພ http://www.kplnet.net/lao/record/June%20o6/03.06.2011/dnl%204.htm

ມະຕິ IX http://www.kplnet.net/lao/record/march%2003.2011/22.3.2011/dnl%203.htm

Delicious Digg Fark Twitter