ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 10, 2011 | ມີ 8 ຄຳເຫັນ ແລະ 0 trackback(s)

 ກອງປະຊຸມຄັ້ງທີ່ IX ໄດ້ສຳເລັດແຕ່ກາງເດືອນ 3/2011 ມາຮອດປະຈຸບັນກິນເວລາໄປແລ້ວ 6 ເດືອນ ແຕ່ການເຊື່ອມຊຶມມະຕິ IX ຫາກໍ່ດຳເນີນໄປຮອດຂັ້ນເມືອງ(ຕາມການສະເໜີຂ່າວຂອງສື່),

ເພື່ອຈະໃຫ້ທົ່ວເຖິງທຸກໜ່ວຍພັກຮາກຖານຍັງຈະໃຊ້ເວລາເທົ່າໃດບໍ່ຮູ້, ປະຈຸບັນພັກຍັງເຫຼືອເວລາເຮັດວຽກ 4 ປີກັບ 6 ເດືອນເພື່ອຈັດຕັ້ງປະຕິບັດນະໂຍບາຍຂອງຕົນໄດ້ກຳນົດອອກໃນມະຕິ IX,

ໃນເວລາທີເຫຼືອຍນັ້ນຍັງຕ້ອງສືບຕໍ່ເຊື່ອມຊຶມໃຫ້ທົ່ວເຖິງທຸກທ້ອງຖິ່ນ,ສ້າງແຜນ(ແຜນງານ,ແຜນຄົນ ແລະ ແຜນເງິນ),ຈາກນັ້ນຈິ່ງຈັດຕັ້ງປະຕິບັດ ແລະ ການຈັດຕັ້ງປະຕິບັດນັ້ນຍັງຕ້ອງມີການຖອດຖອນບົດຮຽນບາງໜ້າວຽກນຳອີກ ແລ້ວຈິ່ງກັບໄປສືບຕໍ່ປະຕິບັດໃຫ້ເກີດຜົນເປັນຈິງທຸກຢ່າງໃນປີ 2015 ຫຼື ອີກ 4 ປີກັບ 6 ເດືອນຂ້າງໜ້າ.

      ອັນນີ້ມະຫາຊົນພວກເຮົາເປັນຫ່ວງ ແລະ ໜັກໃຈວ່າມັນຈະເກີດຜົນສຳເລັດເປັນຈິງແທ້ຫຼືບໍ່?,ຫາກມັນສຳເລັດຕາມຄຳຖະແຫຼງໄວ້ກໍ່ເປັນຄວາມພາກພູມໃຈຂອງປວງຊົນທັງຊາດທີ່ກຳລັງ

ຄອງຄອຍ; ສະແດງເຖິງຄວາມປີຊາສາມາດຢ່າງສູງຂອງພັກໃນຖານະເປັນຜູ້ກຳອຳນາດ ແລະ ເປັນຜູ້ນຳພາ.

ແຕ່ຖ້າຫາກມັນບໍ່ສຳເລັດຕາມນະໂຍບາຍທີ່ໄດ້ຖະແຫຼງ ມັນກໍ່ສະແດງເຖິງຄວາມຜິດພາດໃນການວາງແນວທາງ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຜູ້ກຳອຳນາດ ແລະ ນຳພາ.

          ໃນທີ່ນີ້ພວກເຮົາເປັນມະຫາຊົນບໍ່ໝາຍວ່າບໍ່ເຊື້ອໝັນຕໍ່ແນວທາງ,  ແຕ່ໝາຍວ່າພວກເຮົາຢ້ານວ່າກະໂຕບັນດາສະມະຊິກພັກ-ພະນັກງານຂອງລັດນັ້ນ ປະຕິບັດ 4 ບຸກທະລຸນັ້ນໄດ້.

ເພາະສັງເກດເຫັນໄດ້ວ່າ:

ບັນຫາທີ່ໜຶ່ງ: ການເຊື່ອມຊຶມມະຕິ IX ຂອງພັກຊັກຊ້າ ແລະ ໝົດສົກປີ 2011 ແລ້ວ ການເຊື່ອມຊຶມຍັງບໍ່ສຳເລັດທົ່ວເຖິງ.

 ບັນຫາທີ່ສອງ: ນະໂຍບາຍທີ່ພັກຖະແຫຼງ ຫຼື ແຜນການວາງໄວ້ບາງໜ້າວຽກຈະເລີ່ມປະຕິບັດໃຫ້ເກີດຜົນໃນງວດ I ຂອງສົກງົບປະມານ 2011-2012 ນີ້ ແລະ ນະໂຍບາຍອື່ນອີກ

ປະຈຸບັນບໍ່ທັນມີຄວາມຊັດເຈັນຈັກຢ່າງ ແລະ ກໍ່ບໍ່ຮູ້ວ່າອີກດົນປານໃດຈິ່ງຈະມີຄວາມຊັດເຈັນ?

        ສະນັ້ນຈິ່ງຂໍວິ່ງວອນມາຍັງທ່ານຜູ່ນຳພັກຈົ່ງຂຸ້ນຂ້ຽວກວດກາເບິ່ງບັນດານະໂຍບາຍທີ່ໄດ້ກຳນົດໄວ້ໃນມະຕິ  IX ຂອງພັກນັ້ນກຳນົດແຜນງານອັນລະອຽດຊັດເຈັນວ່າ: ມີແຜນງານໃດແດ່?,ແຕ່ລະແຜນງານຈະເລີ່ມລົງມືເມື່ອໃດ?,ໃຫ້ສຳເລັດເມື່ອໃດ? ແລະ ອີງໃສ່ກົນໄກອັນໃດມາຂັບເຄື່ອນຈິ່ງມີຄວາມຊັດເຈັນວ່າເປັນໄປໄດ້ແທ້ຈິງ.

 

Delicious Digg Fark Twitter