ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

 

ເຄີຍເຫັນໂທລະພາບລາຍງານ,ຟັງໃນວິທະຍຸ,ໄດ້ອ່ານໃນໜັງສືພິມ,ວາລະສານ,ຂຽນໄວ້ໃນປື້ມຕຳລາຄູ່ມືຂອງນັກຂ່າວ

ແລະ ເຄີຍຍິນຜູ້ນຳພັກ-ລັດຫຼາຍທ່ານເວົ້າເປັນປະຈຳຈົນກາຍເປັນນິຍາມກໍ່ວ່າໄດ້:

’’ ສື່ມວນຊົນເປັນເຄື່ອງມືຂອງພັກ-ລັດ’’ 

‘’ ສື່ມວນຊົນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ’’

ຂໍ້ຄິດທີ່ 1

ຟັງແລ້ວນິຍາມນີ້ມ່ວນຫຼາຍມີເຫດຜົນດີ ແລະ

ຜ່ານມາສັງເກດເບິ່ງການສະເໜີຂ່າວຂອງສື່ກໍ່ເຮັດໄດ້ດີ,ສາມາດປະຕິບັດຕາມນິຍາມຂອງຕົນຢ່າງໜັກແໜ້ນ,

ເນັ້ນໄປທີ່ເນື້ອໃນຢ່າງດຽວ,ບໍ່ກ້າເຮັດຫຍັງເພາະຢ້ານຜິດກັບນິຍາມ,ເລີຍປະປ່ອຍລັກສະນະມະຫາຊົນ,ເຊິ່ງໝາຍເຖິງສື່ລາວຍັງຂາດສີສັນ

ຂາດຄວາມດຶງດູດ,ເຮັດໃຫ້ມະຫາຊົນບໍ່ສົນໃຈກັບສື່ ເພາະເຂົາຄິດວ່າບໍ່ແມ່ນຂອງເຂົາ,ບໍ່ສົນໃຈ,ບໍ່ເບິ່ງ,ບໍ່ຟັງ,ບໍ່ອ່ານ ແລະ

ບໍ່ມີສ່ວນຫຍັງກັບສື່ລາວ,ເຊິ່ງບັນຫານີ້ຫຼາຍໆຄົນໃນສັງຄົມກໍ່ເຄີຍຕັ້ງຄຳຖາມຂຶ້ນມາຕະຫຼອດວ່າ:

 ເປັນຫຍັງຄົນລາວຈິ່ງໄປບໍລິໂພກສຶ່ຕ່າງຊາດຫຼາຍກວ່າສື່ລາວ?.

ບັນຫານີ້ພັກ-ລັດຈະແກ້ແນວໃດ?.

ຂໍ້ຄິດທີ່ 2

ຍົກສື່ສານທັນສະໄໝ,ເຊື່ອມໂຍງກັບສາກົນ,ທຸກຢ່າງຖືກຈັບໄປເປັນຄູ່ແຂ່ງໂດຍອັຕະໂນມັດ,

ໂດຍສະເພາະວົງການສື່ຍິ່ງຖືກເປັນຕົວນຳໜ້າໃນການລົງສະໜາມແຂ່ງ ຖືວ່າເປັນນັດເປີດສະໜາມຂອງເລີຍ.

ການແຂ່ງຂັນໃນເກມສື່ແມ່ນຫວັງເອົາຊະນະທາງຈິດໃຈ ( ນັ້ນຄືໄຊຊະນະອັນສຸດຍອດຂອງເກມສື່)

ແຕ່ສຳຄັນຢູ່ທີ່ວ່າກະຕິກາຂອງສື່ລາວເຮົາບາງຢ່າງມັນຕ່າງກັບສື່ສາກົນ,

ເຮົາຈະລົງແຂ່ງຮ່ວມເຂົາໄດ້ບໍ່?,ຈະຊະນະເຂົາບໍ່?

ຂ້ອຍຄິດວ່າ:

ເກມໃດກໍ່ຕາມຫາກທີມຄູ່ແຂ່ງມີກະຕິກາແຕກຕ່າງກັນແລ້ວຄົງເປັນໄປບໍ່ໄດ້

ທີ່ຈະມາແຂ່ງຮ່ວມກັນໄດ້.(ມີແຕ່ແຂ່ງຜູ້ດຽວ, ເອົາທີ່ 1 ຕະຫຼອດ).

ກະຕິກາບາງຢ່າງຂອງສື່ສາກົນ

ຈັນຍາບັນສື່ສາກົນມີ 23 ຂໍ້ໃນນັ້ນມີຂໍ້ໜຶ່ງເວົ້າວ່າ: ສື່ມວນຊົນບໍ່ສາມາດສັງກັດພັກການເມືອງໃດໜຶ່ງ.

ນິຍາມຂອງສື່ສາກົນ: ສື່ມວນຊົນເປັນເປັນຂອງມະຫາຊົນ,ເປັນຂອງປະຊາຊົນ.

ກະຕິກາບາງຢ່າງຂອງລາວ.

ນິຍາມສື່

‘’ ສື່ມວນຊົນເປັນເຄື່ອງມືຂອງພັກ-ລັດ’’ 

‘’ ສື່ມວນຊົນເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດ’’

ຈັນຍາບັນສື່ມວນຊົນລາວມີ 10 ຂໍ້ໃນນັ້ນຂໍ້ໜຶ່ງຂຽນວ່າ:

ຈຸດໝາຍສູງສຸດຂອງສື່ມວນຊົນລາວແມ່ນຮັບໃຊ້ພາລະກິດສ້າງສາ ແລະ ປົກປັກສັກສາປະເທດລາວ,ສັນຕິພາບ,

ເອກະລາດ,ເອກະພາບ ແລະ ວັດທະນະຖາວອນ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ

ບໍ່ວ່າຈະຢູ່ໃນຂົງເຂດໃດສະພາບແວດລ້ອມໃດນັກຂ່າວເຄື່ອນໄຫວມຸ້ງມັ້ນສູ່ຈຸດໝາບສູງສຸດນັ້ນ.

ຂໍ້ຄິດທີ່ 3

ເມື່ອພັກເຂົ້ານັ່ງບັນຊາໂດຍກົງຢ່າງອອກໜ້າອອກຕາແບບນີ້.

ບັນດາຂໍ້ຜິດພາດໃນການເຮັດໜ້າທີ່ຂອງສື່ ແລະ ປະກົດການຫຍໍ້ທໍ້ທີ່ເກີດໃນວົງການຂອງສື່ຖືວ່າເປັນຄວາມຜິດໂດຍກົງ

ຂອງພັກຜູ້ດຽວ ແລະ ຈະເຊື່ອມເສຍບົດບາດການນຳພາຂອງພັກ.

ຂໍ້ຄິດທີ່ 4

ຕາມຄວາມໝາຍຂອງນິຍາມເຫັນວ່າຍັງບໍ່ກວ້າງຂວາງ,ຍັງຈຳກັດຮັດແຄບເກີນໄປ,ເຮັດໃຫັປະຊາຊົນສັບສົນ,

ບໍ່ກ້າສະແດງຂໍ້ຄິດເຫັນໃດໆກ່ຽວກັບສື່,ຈະຖືກຈະຜິດກໍ່ຕ້ອງປະຕິບັດຢ່າງດຽວ,ເຮັດໃຫ້ສັງຄົມເກີດຄວາມລຳຄານ,

ເບື່ອໜ່າຍຕໍ່ການຜິດພາດ,ການບໍ່ປັບປຸງ,ປ່ຽນແປງແຂ່ງຂັນ ໃນການເຄື່ອນໄຫວຂອງສື່  ແລະ ໃນທີ່ສຸດກໍ່ບໍ່ຢາກສົນໃຈກັບສື່ເລີຍ.

ອີກຢ່າງໜຶ່ງໃນນິຍາມສັ້ນໆ ແລະ ບໍ່ກ້ວງຂວາງນັ້ນມັນຄ້າຍກັບວ່າຂັດກັບກົດໝາຍສື່ມວນຊົນໃນ

 ´¾©ª¾ 15. ¦ò©-À¦ìó²¾®-¢º¤-°ö­ນì½-À´õ-º¤ì¾¸ -íນ-¡¾­-ນ¯½¡º®-£¿-£ò©-£¿-À¹ນñ­.

ແລະ

´¾©ª¾ 17. ¯½ªò®ñ©¦ò©À¦ìó²¾®¢º¤²ö­ນì½À´õº¤ì¾¸.

ໃນຍຸກນີ້,ພັກ ຫັນເອົາລັດ ເປັນລັດແຫ່ງກົດໝາຍ,ຄຳເວົ້າໃດກໍ່ຕາມຫາກບໍ່ວິເຄາະວິໃຈ

ເຖິງຜົນກະທົດ,ຈຸດໄດ້ຈຸດເສຍຢ່າງຮອບຄອບແລ້ວ ຈະກາຍເປັນແປ້ນອັດປາກຢ່າງອັຕະໂນມັດ.

       ສະນັ້ນ: ໃນທັສະນະຂອງຜູ້ຂຽນ ຕໍ່ນິຍາມສື່ຂ້າງເທິງເຫັນວ່າ ເປັນນິຍາມທີ່ສັ້ນ,ເຈາະຈົງເກີນໄປ ແລະ

ເໝາະໃນຍຸກຕໍ່ສູ້ກູ້ຊາດພຸ້ນ, ເມື່ອມາຮອດຍຸກສະໄໝເປີດກວ້າງນີ້ເຫັນວ່າຄວນປັງປຸງໄປຕາມສະພາບຕົວຈິງ.

ຫຼືຢ່າງນ້ອຍຢາກໃຫ້ຕື່ມປະໂຫຍກ( ແລະ ປະຊາຊົນ) ໃສ່ທາງທ້າຍເພື່ອເຮັດໃຫ້ຄວາມໝາຍຈະແຈ້ງຊັດເຈັນຂຶ້ນຕຶ່ມ.

ທ່ານອື່ນມີຄຳເຫັນແນວໃດຊ່ວຍປະກອບແດ່,ເພາະສິ່ງທີ່ຜູ້ຂຽນເວົ້າມາເປັນພຽງຂໍ້ຄິດບໍ່ຮູ້ວ່າຜິດຫຼືຖືກ,ຫາກຜິດພາດປະການໃດຂໍອະໄພ

ແລະ ສົ່ງຂ່າວມາໄດ້ຕາມຂໍ້ຄວາມຫຼັງໄມ.

(ຂໍຂອບໃຈ)

 

 

 

Delicious Digg Fark Twitter