ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 15 ຄຳເຫັນ ແລະ 0 trackback(s)

 ລັດ­ຖະ­ບານ​ໄດ້​ປັບ​ຂຶ້ນ ເງິນ­ເດືອນ​ລັດ­ຖະ­ກອນ 500 ກີບຕໍ່​ດັດ­ຊະ­ນີ ຂະ­ນະ​ທີ່​ນັກ​ການທູດ​ເພີ່ມ 50% ຂອງ​ເງິນ­ເດືອນພື້ນ­ຖານ, ການ​ເງິນ​ຄາດ​ລາຍຈ່າຍ​ດ້ານ​ເງິນ­ເດືອນ​ໃນ​ງົບ​ປີ​ນີ້ ອາດ​ເພີ່ມ​ຂຶ້ນ​ເຖິງ 20%.

   ຫລັງ​ມີ​ການ​ຮັບ­ຮອງ​ຈາກກອງ​ປະ­ຊຸມ​ຄັ້ງ​ປະ­ຖົມ​ມະ​ລືກຂອງ​ສະ­ພາ​ແຫ່ງ​ຊາດ​ຊຸດ​ທີ VII ທີ່​ຈັດ​ຂຶ້ນ​ເມື່ອ​ເດືອນ​ມິ­ຖຸ­ນາ​ຜ່ານມາ, ກະ­ຊວງ​ການ​ເງິນ​ໄດ້​ຂຶ້ນ ແຜນ​ກຽມ​ຈ່າຍ​ເພີ່ມ​ເງິນ­ເດືອນ ຂອງ​ພະ­ນັກ­ງານ​ລັດ­ຖະ­ກອນ​ໃນສົກ​ງົບ­ປະ­ມານ​ນີ້ ໂດຍ​ຈະ​ເລີ່ມປະ­ຕິ­ບັດ​ນັບ​ແຕ່​ເດືອນ​ຕຸ­ລາ​ນີ້ເປັນ­ຕົ້ນ​ໄປ.

   ກະ­ຊວງ​ການ​ເງິນ​ເປີດ­ເຜີຍວ່າ: ການ​ຂຶ້ນ​ເງິນ­ເດືອນ​ຂອງ​ພະນັກ​ງານ​ລັດ­ຖະ­ກອນ​ແມ່ນ​ຈະ​ຈັດຕັ້ງ​ປະ­ຕິ­ບັດ​ໄປ​ພ້ອມໆ​ກັນ​ໃນຂອບ​ເຂດ​ທົ່ວ​ປະ­ເທດ​ຈາກ 3.000 ກີບຕໍ່​ດັດ­ຊະ­ນີ​ເປັນ 3.500 ກີບ​ຕໍ່​ດັດຊະ­ນີ; ພິ­ເສດ​ສຳ­ລັບ​ບັນ­ດາ​ທູດລາວ​ທີ່​ໄປ​ເຮັດ​ຫນ້າ­ທີ່​ຢູ່​ປະ­ເທດຕ່າງໆ​ເພີ່ມ​ຂຶ້ນ​ປະ­ມານ 50% ຂອງ​ເງິນ­ເດືອນ​ພື້ນ­ຖານ.

   ໃນ​ໄລ­ຍະ​ຜ່ານ​ມາ​ພະ­ນັກງານ​ລັດ­ຖະ­ກອນ​ລາວ​ເຮົາ​ໄດ້ຮັບ​ເງິນ­ເດືອນ​ຕ່ຳ​ສຸດ​ທີ່​ລະ­ດັບ 405.000 ກີບ ແລະ ສູງ​ສຸດ 2.100.000 ກີບ ແຕ່​ຖ້າ​ມາ​ຄິດໄລ່​ເງິນ­ເດືອນ​ໃນ​ຈຳ­ນວນ 3.500 ກີບ​ຕໍ່​ດັດ­ຊະ­ນີ​ຜູ້​ທີ່​ໄດ້​ຮັບຕ່ຳ​ສຸດ​ກໍ່​ຖືກ​ປະ­ມານ 472.500 ກີບ ແລະ ສູງ​ສຸດ​ທີ່​ລະ­ດັບ 2.450.000 ກີບ.

   ຢ່າງ­ໃດ​ກໍ່​ຕາມ ກະ­ຊວງ​ການເງິນ​ເຜີຍ​ຕື່ມ​ອີ​ກວ່າ: ການ​ຂຶ້ນເງິນ­ເດືອນ​ລັດ­ຖະ­ກອນ​ຄັ້ງ​ນີ້​ ຈະເຮັດ​ໃຫ້​ລາຍ​ຈ່າຍ​ລັດ­ຖະ­ບານດ້ານ​ເງິນ­ເດືອນ​ໃນ​ສົກ​ງົບ​ປະມານ​ນີ້​ເພີ່ມ​ຂຶ້ນ​ເຖິງ 20,63% ໃນ​ຈຳ­ນວນ​ເງິນ​ທີ່​ຈະ​ຕ້ອງ​ຈ່າຍທັງ​ຫມົດ 3,4 ພັນ​ຕື້​ກວ່າ​ກີບ.

ຂໍ້ມູນຈາກ www.ecom.org.la

Delicious Digg Fark Twitter