ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 6, 2011 | ມີ 10 ຄຳເຫັນ ແລະ 0 trackback(s)

 ການ​ປະ­ຕິ­ບັດ​ລາຍ​ຈ່າຍເງິນ​ແຮ ແລະ ເງິນ​ສະ​ສົມ​ຂອງລັດ­ຖະ­ບານ 10 ເດືອນ​ສົກ​ນີ້​ຖືກໃຊ້​ບໍ່​ສອດ­ຄ່ອງ​ກັບ​ເປົ້າ​ຫມາຍເປັນ​ເຫດ​ໃຫ້​ເງິນ​ແຮ​ຫມົດ​ກ່ອນສົກ​ປີ​ງົບ­ປະ­ມານ.

   ຂະ­ແຫນງ­ການ​ເງິນ​ເຜີຍ​ສາເຫດ ແລະ ເຫດ­ຜົນ​ວ່າ: ແມ່ນ​ຍ້ອນວຽກ​ງານ​ຄວາມ​ຈຳ­ເປັນ ແລະ ບັງ­ເອີນ​ທີ່​ບໍ່​ໄດ້​ຂຶ້ນ​ແຜນ​ໄວ້​ກ່ອນເກີດ​ຂຶ້ນ​ໃນ​ປີ​ຫລາຍ​ສົມ­ຄວນຈິ່ງ​ເຮັດ​ໃຫ້­ການ​ນຳ​ໃຊ້​ເງິນ​ແຮ​ລັດ­ຖະ­ບານ​ຫມົດ​ກ່ອນ​ສົກ​ປີ​ງົບ­ປະ­ມານ. ສ່ວນ​ເງິນ​ສະ​ສົມ​ແຫ່ງລັດ​ທີ່​ຂຶ້ນ​ແຜນ​ໄວ້​ໃນ​ສົກ​ປີ 2010Œ2011 ກໍ່​ໄດ້​ນຳ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ທາງ​ດ້ານ​ການ​ເງິນ​ໃຫ້​ບໍ­ລິ­ສັດ​ທີ່​ໄດ້​ລົງ­ທຶນ​ກ່ອນ ແລະ ນຳ​ໃຊ້​ເຂົ້າໃນ​ວຽກ​ງານ​ສຸກ​ເສີນ​ທີ່​ໄດ້​ຮັບຜົນ​ກະ­ທົບ​ຈາກ​ໄພ​ທຳ​ມະ​ຊາດ (ນ້ຳ​ຖ້ວມ).

   ສຳ­ລັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ລາຍ​ຈ່າຍ​ງົບ­ປະ­ມານ 10 ເດືອນ ສົກ​ປີ 2010-Œ2011 ມີ​ທັງ​ຫມົດ 11 ພັນ​ຕື້​ກວ່າ​ກີບ​ເທົ່າ​ກັບ 70% ຂອງ​ແຜນ­ການ​ປີ ໃນ​ນັ້ນ​ລາຍຈ່າຍ​ສູນ​ກາງ​ປະ­ຕິ­ບັດ​ໄດ້ 8,4 ພັນ​ຕື້​ກວ່າ​ກີບ ແລະ ລາຍ​ຈ່າຍທ້ອງ­ຖິ່ນ 2,6 ພັນ​ຕື້​ກວ່າ​ກີບ.

   ໃນ​ນີ້ ​ຈ່າຍ​ເງິນ­ເດືອນ​ປະ­ຕິ­ບັດ ໄດ້ 2,3 ພັນ​ຕື້​ກວ່າ​ກີບ; ອຸດ​ຫນູນ 493 ຕື້​ກວ່າ​ກີບ; ບໍ­ລິ­ຫານ​ຊື້ໃຫມ່ 1,03 ພັນ​ຕື້​ກວ່າ​ກີບ;ດັດ ສົມ 617,7 ຕື້​ກວ່າ​ກີບ; ເງິນ​ແຮ 209,1 ຕື້​ກວ່າ​ກີບ, ເງິນ​ບຳ­ລຸງອົງ​ການ­ຈັດ­ຕັ້ງ​ສາ­ກົນ 12,2 ຕື້ ກວ່າ​ກີບ; ຫນີ້​ສິນ​ຕ່າງ­ປະ­ເທດ ແລະ ພາຍ​ໃນ 1,7 ພັນ​ຕື້​ກວ່າ​ກີບ ແລະ ຈ່າຍ​ເຂົ້າ​ໃນ​ການ​ລົງ­ທຶນ 4,6 ພັນ​ຕື້​ກວ່າ​ກີບ.

   ຢ່າງ­ໃດ​ກໍ່​ຕາມ ຂະ­ແຫນງ ການ​ເງິນ​ຕີ​ລາ­ຄາ​ສະ­ພາບ​ການ ປະ­ຕິ­ບັດ​ລາຍ​ຈ່າຍ​ເຫັນ​ວ່າ: ໃນຕົ້ນ​ປີ​ນີ້​ມີ​ລາຍ​ຈ່າຍ​ທີ່​ຈຳ­ເປັນແລະ ຮີບ​ດ່ວນ​ຫລາຍ​ຢ່າງ​ເກີດຂຶ້ນ​ເປັນ­ຕົ້ນ​ແມ່ນ​ລາຍ​ຈ່າຍ​ກິດ ຈະ​ກຳ​ຕ່າງໆ​ຂອງ​ລັດ­ຖະ­ບານ ເຊິ່ງ​ເປັນ​ລາຍ​ຈ່າຍ​ເງິນ​ຈຳ­ນວນຫລາຍ​ອອກ​ໃນ​ໄລ­ຍະ​ສັ້ນ ແຕ່ໂດຍ​ລວມ​ແມ່ນ​ສາ­ມາດ​ສະຫນອງ​ລາຍ​ຈ່າຍ​ໃຫ້​ວຽກ​ງານດັ່ງ­ກ່າວ ​ໄດ້​ຕາມ​ແຜນ­ການ​ວາງໄວ້ ແລະ ສາ­ມາດ​ຮັບ­ປະ­ກັນ​ລາຍ ຈ່າຍ​ໄດ້​ເປັນ​ປົກ­ກະ­ຕິ​ເປັນ­ຕົ້ນແມ່ນ​ໄດ້​ໃຫ້​ບຸ­ລິ­ມະ­ສິດ​ຈ່າຍ​ເງິນເດືອນ, ເງິນ​ອຸດ​ຫນູນ​ເປັນ​ລາຍຈ່າຍ​ບຸ­ລິ­ມະ­ສິດ​ອັນ​ດັບ​ຫນຶ່ງ, ລາຍ​ຈ່າຍ​ບໍ­ລິ­ຫານ ແລະ ການ​ຊຳ ລະ​ຫນີ້​ສິນ​ຕ່າງ­ປະ­ເທດ ແລະ ເງິນ​ແຮ​ລັດ­ຖະ­ບານ ສ່ວນ​ລາຍ​ຈ່າຍ​ຮ່ວງ​ອື່ນໆ​ກໍ່​ໄດ້​ປະ­ຕິ­ບັດ​ໄປ​ຕາມ​ຈັງ­ຫວະ​ການ​ເກັບ​ລາຍ​ຮັບພາຍ​ໃນ.

   ແຕ່​ສິ່ງ​ທີ່​ສຳ­ຄັນ​ລັດ­ຖະ­ບານໄດ້​ເອົາ­ໃຈ­ໃສ່​ການ​ລະ­ດົມ​ທຶນຊ່ວຍ­ເຫລືອ​ລ້າ ແລະ ການ​ກູ້​ຢືມດອກ​ເບ້ຍ​ຕ່ຳ​ແບບ​ບໍ່​ມີ​ເງື່ອນ­ໄຂ​ຜູກ​ມັດ​ຈາກ​ຕ່າງ­ປະ­ເທດ ເພື່ອມາ​ດຸນ​ດ່ຽງ​ລາຍ​ຈ່າຍ​ງົບ​ປະມານ​ໃຫ້​ໄປ​ຕາມ​ແຜນ­ການ​ວາງໄວ້ ແລະ ຊ່ວຍ​ສະ­ຫນອງ​ທຶນ ຮອນ​ເຂົ້າ​ໃນ​ການ​ພັດ­ທະ­ນາ ເພື່ອກະ​ຕຸ້ນ​ເສດ­ຖະ­ກິດ​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ.

   ແນວ­ໃດ​ກໍ່​ດີ ອັນ​ພົ້ນ​ເດັ່ນ​ດ້ານລາຍ​ຈ່າຍ​ຂະ­ແຫນງ­ການ​ເງິນເຜີຍ​ວ່າ: ໃນ 10 ເດືອນ​ຜ່ານ​ມາ ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ສັງ​ລວມ​ບັນ­ຊີ​ເງິນ​ຝາກ​ຂອງ​ຫົວ­ຫນ່ວຍ​ງົບ­ປະ­ມານ​ທີ່​ເປີດ​ໄວ້​ຢູ່​ທະ­ນາ­ ຄານເຂົ້າ​ສູ່​ການ​ຄຸ້ມ​ຄອງ​ຢູ່​ໃນ​ລະ­ບົບຄັງ​ເງິນ​ແຫ່ງ​ຊາດ, ສາ­ມາດ​ສັງ​ລວມ​ເງິນ​ທີ່​ໄດ້​ຈາກ​ລາຍ​ຈ່າຍ​ວິຊາ​ການ, ກອງ​ທຶນ​ລັດ​ເຂົ້າ​ລວມສູນ​ໄວ້​ໃນ​ລະ­ບົບ​ຄັງ​ເງິນ​ເຮັດ​ໃຫ້ຄັງ​ເງິນ​ແຫ່ງ​ຊາດ​ມີ​ຄວາມ​ຄ່ອງຕົວ​ໃນ​ການ​ບໍ­ລິ­ຫານ​ເງິນ ພ້ອມກັນ​ນັ້ນ ​ກໍ່​ໄດ້​ປັບ­ປຸງ ແລະ ຂະຫຍາຍ​ການ​ປະ­ຕິ­ບັດ​ທຸ­ລະ​ກຳ​ທີ່ຕິດ​ພັນ​ກັບ​ລາຍ​ຮັບŒຈ່າຍ​ງົບ​ປະມານ​ຜ່ານ​ລະ­ບົບ​ທະ­ນາ­ຄານ​ໃຫ້​ກວ້າງ­ຂວາງ​ອອກ​ຕື່ມ.

   ຢ່າງ­ໃດ​ກໍ່​ຕາມ ເບື້ອງ​ລາຍຈ່າຍ​ຂະ­ແຫນງ­ການ​ເງິນ​ກໍ່​ຍັງ​ບໍ່ທັນ​ມີ​ຄວາມ​ເຂັ້ມ​ງວດ​ຕໍ່​ລະ­ບຽບວິ­ໄນ​ການ​ເງິນ, ຍັງ​ມີ​ການ​ຈ່າຍ ນອກ​ແຜນ, ເກີນ​ແຜນ, ບໍ່​ໄປ​ຕາມເປົ້າ ແລະ ຍັງ​ຖື​ເບົາ​ຕໍ່​ການ​ປະ­ຢັດມັດ­ທະ­ຍັດ.

   ສ່ວນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ລາຍ​ຈ່າຍ​ງົບ­ປະ­ມານ 2 ເດືອນທ້າຍ​ປີ​ຄາດ​ຄະ­ເນ​ຈະ​ປະ­ຕິ­ບັດ​ໄດ້ທັງ​ຫມົດ 4,4 ພັນ​ຕື້​ກວ່າ​ກີບ, ຂະ­ແຫນງ­ການ​ເງິນ​ລະ­ບຸ.

ຂໍ້ມູນຈາກ: www.ecom.org.la

Delicious Digg Fark Twitter