ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 8, 2011 | ມີ 11 ຄຳເຫັນ ແລະ 0 trackback(s)

 ໃນຊ່ວງຜ່ານມາປະກົດວ່າບັນດາສື່ຫຼາຍສຳນັກ ຈະເປັນໜັງສືພິມ,ວິທະຍຸ ແລະ ໂທລະພາບໄດ້ນຳສະເໜີຂ່າວຄາວ

ການຈັດຕັ້ງເຊື່ອມຊຶມມະຕິ IX ຢ່າງເປັນຂະບວນກວ້າງຂວາງ,ມາຮອດປະຈຸບັນຄິດວ່າໜ້າກວມເອົາປະລິນມານ

ສ່ວນໃຫຍ່ຂອງໜ່ວຍພັກທົ່ວປະເທດແລ້ວ, ນີ້ແມ່ນຄວາມພະຍາຍາມຂອງພັກປະຊາຊົນປະຕິວັດລາວ

ເລັ່ງດ່ວນໃຫ້ການປະຕິບັດນະໂຍບາຍຂອງຕົນທີ່ໄດ້ຖະແຫຼງຕໍ່ປະຊາຊົນ ໃຫ້ບັນລຸເປັນຈິງໃນປີ 2015 . (ຂໍຊົມເຊີຍຫຼາຍໆ).

                      ແຕ່ຜ່ານການສະເໜີຂ່າວຂອງບັນດາສື່ຜ່ານມານັ້ນເຮັດໃຫ້ຜູ້ບໍລິໂພກຂ່າວຕັ້ງຄຳຖາມຂຶ້ນມາວ່າ:

ມີໃຜ?, ໄດ້ຫຍັງແດ່?, ຈາກການເຊື່ອມຊຶມມະຕິ IX

                      ຕາມທຳມະດາແລ້ວການເຊື່ອມຊຶມກໍ່ຕ້ອງໄດ້ຄວາມຮູ້,ຄວາມເຂົ້າໃຈອັນໃໝ່ບໍ່ຫຼາຍກໍ່ນ້ອຍ.

ເພາະວ່າທຸກດານເຊື່ອມຊຶມຕ້ອງມີການຜ່ານເອກະສານ, ແບ່ງເປັນຈຸ ຫຼື ໜ່ວຍ,ມີການຄົ້ຄວ້າ,ມີການຖາມ,ຕອບ,ປະກອບຄຳເຫັນ ຕາມຄວາມເຂົ້າໃຈຂອງແຕ່ລະຄົນ,ຕອນສຸດທ້າຍປະທານຈິງແກ້ຂໍ້ຂ້ອງໃຈ,ອະທິບາຍບັນຫາ,ຄຳສັບໃນບົດ ແລ້ວຈິ່ງສະຫຼຸບບັນຫາຕີລາຄາຄວາມເຂົ້າໃຈຂອງຜູ່ເຂົ້າຮ່ວມວ່າເຂົ້າໃຈລະດັບໃດຕໍ່ກັບເນື້ອໃນເອກະສານ.

                         ທີ່ຜ່ານມາການສະເໜີຂ່າວຂອງບັນດາສື່ບໍ່ໄດ້ບົ່ງບອກ ຫຼື ສະແດງພິລຸດໃດໆໃຫ້ສັງຄົມເຫັນວ່າ

ຜູ້ເຂົ້າຮ່ວມກອງປະຊຸມເຂົ້າໃຈຫຍັງ? ເຖິງເນື້ອເອກະສານ, ທຸກຂ່າວຂອງສື່ບອກພຽງແຕ່ເວລາ,ສະຖານທີ່,ຜູ້ເຂົ້າຮ່ວມ,ຫົວຂໍ້ເອກະສານ ແລະບາງຂ່າວກໍ່ກ່າວເຖິງຈຸດປະສົງແລ້ວກໍ່ຈົບ,ທຸກຂ່າວເປັນແບບດຽວກັນນີ້,ຄຳເວົ້າດຽວກັນໝົດ,ຊ້ຳສາກກັນຫຼາຍໆຄັ້ງ ,ບາງຄັ້ງຊ້ຳໃນໄລຍະດຽວກັນກໍ່ມີເປັນຕົ້ນລາຍການຂ່າວຕາມເຫດການຂອງວິທະຍຸແຫ່ງຊາດ ເວລາ 6 ໂມງຫາ 6,30 ບາງມື້ຊ້ຳກັນ 2-3 ຄັ້ງ,ເນື້ອໃນດຽວກັນ,ວັນເວລາກໍ່ແມ່ນອັນດຽວກັນ,ຈະຕ່າງກໍ່ພຽງແຕ່ສະຖານທີ່,ຜູ້ເຂົ້າຮ່ວມ; ຟັງແລ້ວບໍ່ສາມາດສະຫຼຸບໄດ້ວ່າມີໃຜ?,ໄດ້ຫຍັງ?

           ຄັນຢາກໃຫ້ສັງຄົມຮັບຮູ້ນຳວ່າໃຜ?ໄດ້ຫຍັງ? ຈາກການເຊື່ອມຊຶມ ນັກຂ່າວຕ້ອງຈັບເອົາຂໍ້ຄິດເຫັນຂອງຜູ້ເຂົ້າຮ່ວມ

ຈະເປັນຕາງໜ້າເພດໄວ,ຈຸໜ່ວຍ ຫຼື ພາກສ່ວນຕ່າງໆທີ່ເຂົ້າຮ່ວມກໍ່ໄດ້, ອອກເປີດເຜີຍໃຫັສັງຄົມໄດ້ຮັບຊາບນຳວ່າ ແຕ່ລະທ່ານເວົ້າແນວໃດ?,ເພື່ອໃຫ້ຜູ້ບໍລິໂພກຂ່າວໄດ້ຮູ້ນຳ,ເຂົ້າໃຈນຳວ່າແຕ່ລະເອກກະສານເພີ່ນເຈົ້າໃຈແນວໃດ? ແລະເຮົາຄວນເຂົ້າໃຈແນວໃດ?

                      ຄຳວ່າ: ບຸກທະລຸ 4 ດ້ານ ສື່ເປັນຜູ້ເວົ້າກ່ອນ ແຕ່ບົດຂ່າວຂອງສື່ຕີ່ລະ? ມັນຍັງເປັນ ເນື້ອຂ່າວໃນສະໄໝ ເກົ່າເໝືອນເດີມ.

                      ທ່ານຜູ້ອ່ານທີ່ນັບຖືບໍ່ແມ່ນຂ້ອຍຕັ້ງຍ້ອງສື່ຕ່າງຊາດ ແຕ່ສິ່ງໃດດີເຮົາກໍ່ຄວນນຳມາເປັນບົດຮຽນ,ສື່ຂອງເຂົາສາມາດເປັນຄົນກາງໃຫ້ສັງຄົມ,ສາມາດໄກ່ເກ່ຍຂໍ້ຂັດແຍ່ງຊ່ວຍສັງຄົມ,

ສາມາດຕອບໂຈດສັງຄົມໄດ້ດີ,ດ້ວຍການຈັບເອົາຄູ່ຂັດແຍ່ງສອງຝ່າຍມາຊ່ອງໜ້າ,ຕັ້ງກະທູ້ຖາມຕອບດ້ວຍເຫດຜົນ ແລະ ຫຼັກການຂອງແຕ່ລະຝ່າຍ,ສາມາດເຮັດໃຫ້ສອງຝ່າຍເຂົ້າໃຈເຊິ່ງກັນແລະກັນ,ເຂົ້າໃຈແຫຼກແຫຼວຕໍ່ບັນຫາ,ຍິນຍອມລົງຄຳເຫັນໃນທາງດຽວກັນ,

ເຮັດໃຫ້ສັງຄົມປະຫຍັດເວລາ,ປະຫຍັດວັດຖຸ ແລະຜ່ອນຄາຍຄວາມເຄັ່ງຕຶງ...ໄດ້

                      ບົດຂຽນນີ້ບໍ່ແມ່ນວ່າສື່ເຮົາບໍ່ດີ ແຕ່ຢາກໃຫ້ສື່ເຮົາເພີ່ມບາງຢ່າງຕື່ມ,ເປັນຕົ້ນດ້ານເຕັກນິກ ແລະຄວາມກ້າຫານ ເພາະສອງດ້ານນັ້ນເຮັດໄດ້ງ່າຍ ແລະບໍ່ໄດ້ລົງທຶນຫຼາຍ,ພຽງແຕ່ປ່ຽນແປງໃຫ້ໄດ້ຕາມ 4 ບຸກທະລຸ (ກ້າຄິດ,ກ້າເຮັດ,ກ້າຮັບຜິດຊອບ)ນັ້ນກໍ່ພຽງພໍແລ້ວ. ທັງນີ້ກໍ່ເພື່ອເພີ່ມສີສັນດືງດູດ,ເຮັດໃຫ້ຜູ້ບໍລິໂພກຂ່າວເຫັນຜົນໄດ້ຮັບຂອງການບໍລິໂພກຂ່າວ.

ທ່ານ: ເລນິນ ຂຽນໄວ້ວ່າ ‘’ ການອອກຂ່າວເປີດເຜີຍແມ່ນຄົມດາບອັນໜຶ່ງ ມັນສາມາດປົວບາດແຜທີ່ມັນເອງກໍ່ຂຶ້ນ ‘’ (1)

 

ບົດຮຽນ​ທີ່​ສື່ນຳ​ມາສະ​ເໜີລວມມີ 5 ບົດ​ໄດ້​ແກ່: ການ​ສ້າງ​ສັງຄົມ​ນິຍົມ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ປະ​ເທດ​ຊາດ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ສັງຄົມ​ສາມັກຄີ​ປອງ​ດອງ, ປະຊາທິປະ​ໄຕ​ຍຸຕິ​ທຳ ​ແລະ ສີວິ​

ໄລ; ບົດຮຽນ​ການ​ສ້າງ​ບາດ ກ້າວ​ບຸກທະລຸທັງ 4 ດ້ານ​ໃຫ້​ເປັນ​ຍິງ; ບົດຮຽນ​ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ສ້າງ​ເສດຖະກິດ​ ຕະຫລາດ​ຕາມ​ທິດ​ສັງຄົມ​ນິຍົມ; ບົດຮຽນ​ການ​ສ້າງ​ຄວາມ​ໝັນ​ຄົງ

​ໃຫ້​ແກ່​ລັດ​ປະຊາທິປະ​ໄຕ ປະຊາຊົນ, ສ້າງ​ແຂວງ​ເປັນ​ຫົວໜ່ວຍ​ຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວ ໜ່ວຍ​ເຂັ້ມ​ແຂງ​ຮອບດ້ານ, ສ້າງ​ບ້ານ​ເປັນ​ຫົວໜ່ວຍ​ພັດ ທະນາ ​ແລະ ບົດຮຽນການ​ເພີ່ມ​ທະວີ​

ບົດບາດການ​ນຳ, ຍົກ​ສູງ​ຄວາມ​ສາມາດ​ກຳ​ອຳນາດ​ຂອງ​ພັກ./.

 

                      ຫາກທ່ານໃດມີຄວາມເຂົ້າໃຈແນວໃດ? ຕໍ່ເອກະສານທີ່ສື່ສະເໜີຜ່ານໆມາກໍ່ຊ່ວຍອະທິບາຍແດ່ຕາມຄວາມເຂົ້າໃຈຂອງທ່ານເອງ.

Delicious Digg Fark Twitter