ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 14, 2012 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

 

ຄຳປະກາດຮັບພະນັກງານເຂົ້າສັງກັດລັດໃນຫ້ອງການວັດທະນະທຳຈະເປັນຂັ້ນເມືອງ,ຂັ້ນແຂວງ,

ຂັ້ນກະຊວງ ຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ (ບໍ່ລວມຂະແໜງອື່ນ)ລ້ວນແຕ່ວາງເງຶ່ອນໄຂມາດຖານມາລະອຽດຈະແຈ້ງ,

ໂດຍສະເພາະແມ່ນດ້ານວຸດທິການສຶກສາຕ້ອງຈົບ ມ ປາຍ,ມີລະດັບວິຊາສະເພາະໃດໜຶ່ງທີ່ແນ່ນອນ ຫຼື ຊັ້ນກາງ,

ສູງຂຶ້ນໄປ(ຕ້ອງມີໃບປະກາດວິຊາສະເພາະໃດໜຶ່ງເປັນເອກະພາບກັບຄືກັນກັບຂະແໜງອື່ນ).

ຄຳປະກາດແບບນີ້ລ້ວນແຕ່ຂັດກັບສະພາບຕົວຈິງຂອງສັງຄົມ

ແລະຂັດກັບໜ້າວຽກວັດທະນະທຳຕົວຈິງຂອງສັງຄົມລາວເຮົາ ເຫດຜົນມີດັ່ງນີ້:

ເຄີຍໄດ້ອ່ານບົດຂຽນຂອງບັນດາທ່ານທີ່ເຮັດວຽກວັດທະນະທຳເຊັ່ນ:

ທ່ານ: ດຣ. ຍິງ ດາຣາ ກັນລະຍາ ອະດີດກົວໜ້າກົມວັດທະນະທຳມະຫາຊົນ, ທ່ານ:ບົວບານ ວໍລະຂຸນ,

ທ່ານ: ກໍແກ້ວ ອໍລະບຸນ ອະດີດລັຖະມົນຕີກະຊວງ ຖວ ແລະທ່ານອື່ນໆ ທີ່ບໍ່ໄດ້ເອີ່ຍຊື່ ຕ່າງກໍ່ອະທິບາຍແບບດຽວກັນວ່າ:

‘’ ວັດທະນະທຳບໍ່ມີໂຮງຮຽນ, ວັດທະນະທຳບໍ່ຫ້ອງຮຽນ ແລະວັດທະນະທຳບໍ່ມີໃບປະກາດຊັ້ນໃດມາທຽບໄດ້ ’’

( ບໍ່ມີຊັ້ນຕົ້ນ,ຊັ້ນກາງ,ຊັ້ນສູງ ຫຼື ປະຣິນຍາ...).

ສະນັ້ນ: ຄຳປະກາດຮັບເອົາພະນັກງານຂອງລັດສັງກັດວຽກວັດທະນະທຳເຊິ່ງລັດໄດ້ວາງເງື່ຶອນໄຂເອົາໃບປະກາດວິຊາສະເພາະ

ມາເປັນບັນທັດຖານເຫັນວ່າ ບໍ່ຖືກ,ບໍ່ເໝາະ,ຂັດກັບຄວາມຈິງ,ເຮັດໃຫ້ການຮັບພະນັກງານບໍ່ຖືກເປົ້າ,ຫຼອກລວງປະຊາຊົນ,

ພະນັກງານເຮັດວຽກບໍ່ໄດ້ຕາມເປົ້າໝາຍທີ່ປະຊາຊົນຄອງຄອຍຢາກໄດ້.

ເພາະວ່າ:ພະນັກງານວັດທະນະທຳທຸກໆເມືອງໃນທົ່ວປະເທດລາວຄົງບໍ່ມີໃຜມີໃບປະກາດຊັ້ນໃດໆທີ່ຈົບວັດທະນະທຳ,

ມີພຽງໃບປະກາດວິຊາຢ່າງອື່ນ.

 

ໃນສະພາບສັງຄົມຕົວຈິງ

ຂ້ອຍເຄີຍເຫັນພະນັກງານຫ້ອງການວັດທະນະທຳເມືອງໜຶ່ງໃນນັ້ນມີພະນັກງານອາສາສະມັກ 2 ຄົນ,ເປັນຊາຍທັງສອງ,

ຄົນໜຶ່ງຈົບປະຣິນຍາຕີ ດ້ານຊີວະສາດ ແລະອີກຄົນທີ່ສອງ ບໍ່ມີຊັ້ນ,ເຄີຍຮຽນຄູແຕ່ບໍ່ຈົບ,ເຄີຍເປັນນາຍບ້ານ,

ເຄີຍລົງວຽກຮາກຖານ,ພອນສະຫວັນຜູ້ກ່ຽວທະນັດຄັບລຳທ້ອງຖິ່ນ.

            ທັງສອງໄດ້ຍື້ນຄຳຮ້ອງສະມັງວຽກໃນຫ້ອງການ ຖວ ເມືອງ,ໄດ້ລົງເຝິກງານຮ່ວມກັບພະນັກງານສົມບຸນນຳກັນເພື່ອລໍໂຄຕ່າລັຖະກອນ,ໃນຖານະອາສາສະມັກ

(ລົງສ້າງຂະບວນການເພື່ອຈັດພິທີຮັບຮອງບ້ານວັດທະນະທຳ), ຜ່ານການລົງຕົວຈິງພາຍຫຼັງສຳເລັດງານແລ້ວກໍ່ສະຫຼຸບຖອດຖອນບົດຮຽນ.

 

ຄົນທີ່ 1 ທີ່ຈົບປະຣິນຍາຕີ: ເຮັດວຽກບໍ່ເປັນ,ຊາວບ້ານສົ່ງຂ່າວເລື່ອງການເຄື່ອນໄຫວຕ່າງໆມາເຖິງຫ້ອງການຫຼາຍຢ່າງ,ຄວາມບໍ່ເປັນແບຢ່າງ,

ໄດ້ແຕ່ໂມ້ວ່າຮຽນສູງ.ຄົນນີ້ລົງວຽກເທື່ອດຽວບໍ່ສາມາດນຳໃຊ້ຕໍ່ໄດ້ອີກ(ປະຈຸບັນຫົວໜ້າສັ່ງໂຈະບໍ່ໃຊ້ງານທາງອ້ອມ).

ຄົນທີ່ 2 ບໍ່ມີຊັ້ນ: ຮູ້ຈັກປາກເວົ້າ,ຮູ້ຕ່ຳຈັກສູງ,ຮູ້ຊີນຳ,ນຳພາປະຊາຊົນໄດ້,ຂະບວນການໄປດີ,ສັງຄົມຍົກຍ້ອງ,ວຽກສຳເສັດ.

ລົງຄັ້ງດຽວສາມາດມອບວຽກໃຫ້ເຮັດສຳເລັດດ້ວຍຕົນເອງ(ປະຈຸບັນສືບຕໍ່ໃຊ້ງານຕໍ່ໄປ)

 

ເຂົາທັງສອງຍັງບໍ່ທັນໄດ້ຮັບເຂົ້າເປັນລັຖະກອນເທື່ອ.

ຄົນທີ່ 1 : ມີເງື່ອນໄຂ ແຕ່ຂາດມາດຖານ(ຮັບບໍ່ໄດ້).

ຄົນທີ່ 2 : ໄດ້ມາດຖານ ແຕ່ບໍ່ຄົບເງື່ອນໄຂ(ຮັບບໍ່ໄດ້ຂັດກັບລະບຽບລັຖະກອນໃໝ່).

 

ຈາກເຫດຜົນນີ້ທ່ານມີຄຳເຫັນແນວໃດຊ່ວຍປະກອບແດ່

 

<!->ພັກວາງນະໂຍບາຍແນວໃດຕໍ່ກັບພະນັກງານວັດທະທຳ? ຖືກຕ້ອງແລ້ວບໍ່?(

 

ລັດວາງເງື່ອນໄຂແນວໃດໃນການຮັບພະນັກງານໃໝ່? ຄຳປະກາດແບບນີ້ຖືກຕ້ອງແລ້ວບໍ່?

 

ມີວີທີໃດແດ່ທີ່ຊ່ວຍໃຫ້ພະນັກງານບໍ່ມີຊັ້ນແຕ່ເຮັດວຽກໄດ້ດີ,ໄດ້ເຂົ້າເປັນລັຖະກອນ?

 

ຂອບໃຈ

 

Delicious Digg Fark Twitter