ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 3, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 ເຫັນຫຼາຍຄົນໄປຊື້ເຄື່ອງຕາມຕະຫຼາດບໍ່ວ່າຈະເປັນຮ້ານຂອງຄົນຮູ້ຈັກລື້ງເຄີຍ ຫຼື ບໍ່ກໍ່ຕາມ,ມັກເວົ້າວ່າ: ຂໍຊື້ໄປໃຊ້ຈັກອັນ - ຈັກສອງ ເພາະມີຄວາມຈຳເປັນແນວນັ້ນແນວນີ້,ຫຼາຍທ່ານອາດຄິດວ່າເປັນການອ້ອນວອນໃຫ້ຜູ້ຂາຍລຸດລາຄາຕາມເຫັນຜົນອັນສົມຄວນ, ແຕ່ໃນຕົວຈິງແລ້ວເປັນການເຂົ້າໃຈຜິດ,ການເວົ້າແບບນັ້ນຍິ່ງເຮັດໃຫ້ຄົນຂາຍໄດ້ປຽບ,ເຂົາຈະຕີລາຄາວ່າ ເວລານັ້ນແມ່ນທ່ານຈຳເປັນ,ຈະຖືກ ຫຼື ແພງທ່ານກໍ່ຕ້ອງຊື້ຢູ່ແລ້ວ,ຄົນຂາຍເຂົາຍິ່ງເພີມເລ່ລຽມ,ຍົກເຫດຜົນອື່ນທີ່ດີໆມາຍົນໃສ່ທ່ານ,ຈົນທ່ານຍອມຈ່າຍເງິນໃນລາທີ່ສູງກວ່າປົກະຕິ.

            ຫາກຕ້ອງການຊື້ເຄື່ອງໃນລາຄາຖືກກວ່າເຮົາຕ້ອງ:

ຫາກວ່າຮ້ານທີ່ບໍ່ລື້ງກັນ:

ເຮົາຄວນວາງໂຕແບບວ່າເປັນແມ່ຄ້າ ຫຼື ພໍ່ຄ້າຄົນໜຶ່ງ ແລະເຮົາຕ້ອງເວົ້າວ່າ: ມີລູກຄ້າສັ່ງ,ເຮົາຈະຊຶື້ໄປຂາຍຕໍ່,ຈະຈົ່ງໄວ້ໃຫ້ຂ້ອຍກິນເທົ່າໃດ?,ຄິດລາຄາສົ່ງເທົ່າໃດ ຫຼື ລາຄາຊ່າງເທົ່າໃດ?.(ຖ້າເປັນປະເພດອາໄລາ)

- ເລລານັ້ນເຂົາຈະລຸດລົງຕາມທີ່ເຂົາເຄີຍຂາຍສົ່ງທັນທີ,

2. ຫາກເຂົາຖາມເຖິງທີ່ຢູ່:

ເຮົາຄວນຕອບວ່າຢູ່ອ່າວໄກແດ່,ເພາະນັກການຕະຫຼາດທັງຫຼາຍຈະເອົາໃຈໃສ່ລູກຄ້າໜ້າໃໝ່ ແລະຢູ່ໄກໆເພື່ອດູດລູກຄ້າ.(ແລ້ວເຂົາຈະແນະນຳສິນຄ້າຂອງເຂົາ,ພ້ອມລຸດລາຄາພິເສດ)

            3. ຫາກເປັນຮ້ານທີ່ເຂົາຮູ້ຈັກ:

ເຂົາຮູ້ແລ້ວວ່າເຮົາບໍ່ໄດ້ເປັນແມ່ຄ້າ ຫຼື ພໍ່ຄ້າແຕ່ຢ່າງໃດ,ເຮົາຕ້ອງເວົ້າຖາມລາຄາຂອງທີ່ຮ້ານຈັກ 2-3 ລາຍການພໍໃຫ້ຮູ້ລາຄາ ພ້ອມທັງປະມານເບິ່ງວ່າຖືກ ຫຼື ແພງກວ່າຮ້ານອື່ນ,ເຮົາຈະຊື້ໄດ້ສ່ຳໃດ?

 ແລ້ວຕ້ອງເວົ້າວ່າ: ຄົນອື່ນຝາກເງິນມາພຽງແຕ່ນ້ອຍດຽວເທົ່ານີ້.....(ເວົ້າໃສ່ຕາມລາຄາທີ່ເຮົາຈະຊື້ໄດ້).

- ເວາລນັ້ນເຂົາຈະບອກເຈົ້າວ່າເອົາສາ,ຂາຍໃຫ້ພິເສດເດີ່.

ການນຸ່ງຖືເຂົ້າຮ້ານເຂົ້າຮ້ານ:

ສຳລັບຮ້າຍຂາຍເຄື່ອງຍ່ອຍ,ເສື້ອຜ້າ.....ປະເພດລາຄາບໍ່ສູງ

ກ.ລາຄາເຄື່ອງບໍ່ສູງ ແຕ່ຖ້າຊື້ຫຼາຍມູນຄ່າມັນກໍ່ສູງ, ເຮົາຄວນນຸ່ງຖືທຳມະດາ,ບໍ່ໂກ້ເກ້ໄຮໂຊປານໃດ,ເພາະຄົນຂາຍຈະສັງເກດອອກວ່າເຮົາຈະຊື້ໄປຂາຍ ຫຼື ໄປໃຊ້.(ຄົນທີ່ຊື້ໄປຂາຍເຂົາມັກນຸ່ງທຳມະດາ ຫຼື ຊຸດນຸ່ງອອກແຮງານທຳນອງນີ້.

ແຕ່ຫາກເຮົາຊື້ໄປໃຊ້ຄວນນຸ່ງເຄືອງງາມແດ່,ເພາະຖ້ານຸ່ງບໍ່ງາມເກີນໄປ,ຄົນຂາຍອາດຄິດວ່າເຮົາບໍ່ເຄີຍຊື້ເຄື່ອງ,ບໍ່ຮູ້ລາຄາ ຫຼື ເອີ້ນວ່າ ເຫງິກ

 

ສຳລັບຮ້ານຂາຍເຄື່ອງລາຄາສູງ:

ເປັນປະເພດລົດ,ໃຫຍ່,ລົດຈັກ,ຕູ້ເຢັນ,ໂທລະພາບ,ເຄື່ອງສຽງ.........ແນວລາຄາສູງ,

ເຮົາຄວນນຸ່ງເຄື່ອງສຸພາບ(ບໍ່ແມ່ນຊຸດອອກແຮງງານ ແຕ່ກໍ່ບໍ່ໂກ້ເກີນໄປ).

ເພາະຄົນຂາຍຈະສັງເກດອອກວ່າ: ຄົນຊື້ໃນລະດັບນີ້ສ່ວນໃຫຍ່ຈະບໍ່ອອກແຮງງານດ້ວຍຕົນເອງ(ມີຄົນຊ່ວຍ),

ແຕ່ຖ້ານຸ່ງເຄື່ອງໂກ້ເກເກີນໄປ ຄົນຂາຍຈະອ່ານວ່າເປັນພວກມີເງິນ ຫຼື ຫາເງິນງ່າຍໆ ແລະຈຳພວກນີ້ຈະຈ່າຍເງິນບໍ່ຄ່ອຍສົນລາຄາ.

ຂໍ້ຫ້ມາສຳລັບຜູ້ຊາຍ:

ເວລາຕັ້ງໃຈຈະຊື້ເຄື່ອງຫ້າມເດີນໃກ້ຜູ້ຍິງທີ່ໄປກັບເຮົາ,ຄວນຢ່າງໄກໆພໍແມນເຫັນ, ຖ້າທ່ານຢ່າງໃກ້ຜູ້ຍິງ ທ່ານຈະໄດ້ຈ່າຍໃນຈຳນວນຫຼາຍ ແລະລາຄາສູງຜິດປົກະຕິ, ເພາະຜູ້ຂາຍຮູ້ວ່າຜູ້ຊາຍບໍ່ກ້າຕໍ່ລາຄາ,ຈັງໃດກໍ່ຕ້ອງໄດ້ຊື້ເພາະເກັງໃຈຄົນທີ່ຢ່າງທຽມຂ້າງ.(ອິດສາເດ)

ແຕ່ຢ່າລືມຕ້ອງເອົາເງິນໃຫ້ຜູ້ຍິງ,ຢາກໄດ້ຫຍັງເຂົາຊື້ເອງ,ຫາກບໍ່ພໍຈິ່ງມາຕື່ມໃຫ້ເຂົາ.

(ເຮັດແບບນີ້ຈະໄດ້ເຄື່ອງຂອງລາຄາຖືກ)

 ໂດຍ: ພັນທະຫົວໃຈ 

 ບົດນີ້ບໍ່ແນ່ນອນສະເໝີໄປທີ່ສຳຄັນຂຶ້ນກັບເຕັກນິກການຊື້ຂາຍຂອງໃຜມັນ

ຫາກໃຜມີຂໍມູນດີໆກໍ່ປະກອບຕື່ມ.

Delicious Digg Fark Twitter