ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 12, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 

 

*  ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ​ໄດ້​ດຳ​ເນີນ​ມາ​ເປັນ​ເວລາ 5 ວັນ​ແລ້ວ ( 20-26 ມິຖຸນາ 2012) ຊຶ່ງ​ທ່ານ ດຣ ບົວ​ສີ ລໍ​ວັນ​ໄຊ ປະ ທານ​ອົງການ​ກວດ​ສອບ​ແຫ່ງ​ລັດ ​ໄດ້​ລາຍ​ງານ​ຜົນການ​ກວດ​ສອບຕໍ່​ກອງ​ປະຊຸມ​ຄັ້ງ​ນີ້​ມີ 5 ບັນຫາ​ຕົ້ນຕໍ​ຄື: ການ​ປັບປຸງ​ບົດ​ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິ​ບັດ​ ແຜນ​ງົບປະມານ​ແຫ່ງ​ລັດ​ ປະ​ຈຳ​ສົກ​ປີ 2009-2010; ບັນຫາ​ທີ່​ເປັນສາ​ເຫດ​ເຮັດ​ໃຫ້​ໃບ​ດຸ່ນດ່ຽງ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ​ວຽງ​ຈັນ​ສົກ​ປີ 2009 -2010 ມີ​ຕົວ​ເລກ​ລວມຍອດ​ເຫລືອ​ບັນຊີ​ ເບື້ອງ​ໜີ້​ຫລາຍ​ກວ່າ ຫລື ຜິ​ດດ່ຽງ​ກັບ​ເບື້ອງ​ມີ​ເປັນ​ເງິນ 90 ຕື້​ກວ່າ​ກີບ; ປະຕິບ​ັດມາດ​ຕະການ​ຫັນ 20% ສຳລັບ​ຫົວໜ່ວຍ​ງົບປະມານ ທີ່​ກວດ​ເຫັນ​ການ​ກະທຳ​ຜິດ​ເປັນ​ຄັ້ງ​ທຳ​ອິດ ​ແລະ ຫັກ 25% ສຳລັບ​ລົບ​ຫົວໜ່ວຍ​ງົບປະມານ​ທີ່​ກວດ​ເຫັນ​ການ​ກະທຳ​ຜິດ​ສອງ​ຄັ້ງ​ຂຶ້ນ​ໄປ​ຂອງ​ເງິນ​ລາຍ​ຮັບ​ວິຊາ​ການ; ​ເງິນ​ຂາຍ​ໄມ້ ​ແລະ ​ເງິນ​ກອງ​ທຶນ ຊຶ່ງ​ບໍ່​ໄດ້​ມອບ​ເຂົ້າ​ງົບປະມານ, ​ແຕ່​​ເອົາ​ໄປ​ຈ່າຍ​ກ່ອນ​ ອອກຈາກ​ແຜນ​ງົບປະມານ​ສົກ​ປີ 2011-2013 ຂອງ​ຫົວໜ່ວຍ​ງົບປະມານ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ດັ່ງກ່າວ; ການ​ມອບ​ເງິນ​ລາຍ​ຮັບ​ວິຊາ​ການ, ​ເງິນ​ຂາຍ​ໄມ້ ​ແລະ ​ເງິນ​ກອງ​ທຶນ​ທີ່​ເປົ້າ​ໝາຍກວດ​ສອບ​ເກັບ​ໄດ້​ໃນ​ສົກ​ປີ 2009-2010 ຊຶ່ງ​ຮັບ​ສາ​ໄວ້​ໃນ​ບັນຊີ​ຂອງ​ຕົນ​ຮອດ​ມື້​ທີ່​ມະຕິ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ຂອງ​ສະພາ​ແຫ່ງ​ຊາດ​ທີ VII ມີ​ຜົນ​ສັກສິດ​ນຳ​ໃຊ້​ເຂົ້າ​ເປັນ​ລາຍ​ຮັບ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2011-2012; ລາຍ​ຈ່າຍ​ວິຊາ​ການ​ລວມ​ເປັນ​ເງິນ 105 ,48ຕື້​ກີບ ທີ່​ບໍ່​ສາມາດ​ເອົາ​ເຂົ້າ​ແຜນ​ງົບປະມານ​ສົກ​ປີ 2010-2011.

ທ່ານ ດຣ ບົວ​ສີ ລໍ​ວັນ​ໄຊ ປະທານ​ອົງການ​ກວດ​ສອບ​ແຫ່ງ​ລັດ​ໄດ້​ຜ່ານ​ການ​ປັບປຸງ ​ແລະ ສະຫລຸບ​ຂາດ​ຕົວ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈຳ​ສົກ​ປີ 2009- 2010 ມີ​ດັ່ງ​ນີ້: ລາຍ​ຮັບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ຕາມ​ການ​ສະຫລຸບ​ລາຍ​ງານ​ຂອງ​ກະຊວງ​ການ​ເງິນ​ລວມ​ເປັນ​ເງິນ 12.517,03 ຕື້​ກີບ, ​ແຕ່​ຜ່ານ​ມາ​ການ ກວດ​ສອບ​ຄືນ​ໄດ້​ກວດ​ເຫັນ​ລາຍ​ຮັບ​ວິຊາ​ການ, ​ເງິນ​ກອງ​ທຶນ ​ແລະ ​ເງິນ​ຂາຍ​ໄມ້​ທີ່​ຍັງ​ເຄື່ອນ​​ໄຫວ​ຢູ່​ນອກ​ລະບົບ​ບັນຊີ​ງົບປະມານ​ແຫ່ງ​ລັດ​ລວມ​ເປັນ​ເງິນ 487,18 ຕື້​ກີບ ສະ​ນັ້ນລາຍ ​ຮັບ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ລວມ​ເຂົ້າກັນ​ເປັນ​ເງິນ 13.004,21 ຕື້​ກີບ; ລາຍ​ຈ່າຍ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ຕາມ​ການ​ສະຫລຸບ​ ຂອງ​ກະຊວງ ​ການ​ເງິນ​ເປັນ​ເງິນ 13.987,74 ຕື້​ກີບ ​ແຕ່​ຜ່ານ​ການກວດ​ສອບ​ຄືນ​ໄດ້​ກວດ​ເຫັນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ ​ທີ່​ຍັງ​ເຄ່ືອ​ນ​ໄຫວ​ຢູ່​ນອກ​ລະບົບ​ບັນຊີ​ງົບປະມານ​ແຫ່ງ​ລັດ ​ລວມ​ເປັນ​ເງິນ 285,96 ຕື້​ກີບ ສະ​ນັ້ນ ລາຍ​ຈ່າຍ​ຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ສົກ​ປີ 2009-2010 ລວມ​ເຂົ້າກັນ​ເປັນ​ເງິນ 14.273,70 ຕື້​ກີບ. ສະຫລຸບ​ລວມ​ແລ້ວ ຜົນ​ການ​ ປັບປຸງ​ບົດ​ສະຫລຸບຂາດ​ຕົວ​ຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ປະ​ຈຳປີ 2009-2010 ທີ່​ໄດ້​ຮັບ​ການກວດ​ສອບ​ເຮັດ​ໃຫ້​ລາຍ​ຮັບ​ງົບປະມານ​ເພີ່ມ​ຂຶ້ນ 487,18 ຕື້​ກີບ ໝາຍວ່າ​ ເພີ່ມ​ຈາກ 12.517,03 ຕື້​ກີບ ມາ​ເປັນ 13.004,21 ຕື້​ກີບ ​ແລະ ​ເຮັດ​ໃຫ້​ຕົວ​ເລກ​ຂາດ​ດຸນ​ງົບປະມານ​ແຫ່ງ​ລັດ​ຫລຸດ​ລົງ 201,22 ຕື້​ກີບ ໝາຍວ່າຫລຸດ​ລົງ​ຈາກ 1.470,71 ຕື້​ກີບ ມາ​ເປັນ 1.269,49 ຕື້​ກີບ. ​ແນວ​ໃດ​ກໍ​ດີ ຜ່ານ​ການ​ປັບປຸງ​ໃບ​ດຸ່ນດ່ຽງ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ​ວຽງ​ຈັນ​ເຫັນ​ວ່າ: ຕົວ​ເລກ​ລວມຍອດ​ເຫລືອ​ບັນຊີ​ເບື້ອງ​ໜີ້ ​ແລະ ​ເບື້ອງ​ມີ​ດຸ່ນດ່ຽງ​ກັນ​ເບື້ອງ​ລະ 284,36 ຕື້​ກີບ, ອີກ​ບັນຫາ​ໜຶ່ງ​ກ່ຽວ​ກັບ​ການກວດ​ສອບ​ຄືນ​ເງິນ​ຜິ​ດດ່ຽງ 94,83 ຕື້​ກີບ​ນັ້ນ​ຍ້ອນ​ການ​ຖື​ບັນຊີ, ການ​ເກັບ​ມ້ຽນ​ເອກະສານ​ຂອງ​ ຄັງ​ເງິນ​ແຫ່ງ​ຊາດ​ປະ​ຈຳ​ນະຄອນຫລວງ ​ບໍ່​ເປັນ​ລະບົບ​ເຮັດ​ໃຫ້​ບໍ່​ສາມາດ​ຕອບ​ສະໜອງ​ຂໍ້​ມູນ ​ແລະ ​ເອກະສານ​ຕາມ​ການສະ​ເໜີ​ຂອງ​ຄະນະກວດກາ​ຕື່ມ​ອີກ ຈາກ​ນັ້ນ​ຈຶ່ງ​ຈະ​ໄດ້​ລາຍ​ງານ​ ໃຫ້​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ຮັບ​ຊາບ​ໃນ​ທີ​ຫລັງ.

ຂໍ້​ສະ​ເໜີ ​ແລະ ຕອ້ງການ​ໃຫ້​ມີ​ການ​ປັບປຸງ​ເພີ່ມ​ຕື່ມ​ຕໍ່​ກອງ​ປະຊຸມ​ສະພາ​ຄັ້ງ​ນີ້​ມີ 5 ບັນຫາ​ຄື: ສະ​ເໜີ​ໃຫ້​ກອງ​ປະຊຸມ​ມີ​ມະຕິ​ເພື່ອ​ຊຸກຍູ້​ໃຫ້​ລັດຖະບານ​ຊີ້​ນຳ​ຫົວໜ່ວຍ​ງົບປະມານ ​ເອົາ​ໃຈ​ໃສ່​ປະຕິບັດ​ລະບຽບ​ກົດໝາຍ​ໂດຍ​ສະ​ເພາະ​ກົດໝາຍ​ວ່າ​ດ້ວຍ​ງົບປະມານ​ແຫ່ງ​ລັດ ​ແລະ ກົດໝາຍ​ວ່າ​ດ້ວຍ​ບັນຊີ​ຢ່າງ​ເຂັ້ມ​ງວດ ພ້ອມ​ເນັ້ນ​ໃຫ້​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ ຄົ້ນຄວ້າ ​ແລະ ປັບປຸງ​ຄືນ​ບາງ​ກົດໝາຍ​ທີ່​ຮອງ​ຮັບ​ໄປ​ແລ້ວ​ນັ້ນ ຊຶ່ງ​ເຫັນວ່າ​ຍັງ​ມີ​ຊ່ອງ​ຫວ່າງ​ບໍ່​ທັນ​ສອດ​ຄອງ; ສະ​ເໜີ​ໃຫ້​ເປົ້າ​ໝາຍ​ຖືກ​ກວດ​ສອບ​ເອົາ​ໃຈ​ໃສ່​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ ຜົນ​ການ​ກວດ​ສອບ​ຂອງ​ອົງການ​ກວດ​ສອບ​ແຫ່ງລັດ​ຢ່າງ​ເຂັ້ມ​ງວດ​ເຊັ່ນ: ​ເງິນ​ຂາຍ​ໄມ້, ​ເງິນ​ວິຊາ​ການ,​ ເງິນ​ກອງ​ທຶນ​ຕ້ອງ​ໄດ້​ມອບ​ເຂົ້າ​ງົບປະມານ​ຢ່າງ​ຄົບ​ຖ້ວນ​ຕາມ​ກົດໝາຍ​ທີ່​ໄດ້​ກຳ ນົດ​ໄວ້; ສະ​ເໜີ​ໃຫ້​ກະຊວງ​ການ​ເງິນ ​ແລະ ຄະນະ​ປັບປຸງ​ທຸລະ​ກິດ​ແຫ່ງ​ຊາດ​ຄົ້ນຄວ້າ​ກົນ​ໄກ, ລະບຽບການ​ກຳນົດ​ໝາຍ​ການ​ໃຊ້​ຈ່າຍ​ບໍລິຫານ​ເປັນ​ຕົ້ນ​ແມ່ນ​ລາຍ​ຈ່າຍ​ຊຸກຍູ້​ສັງຄົມ,​ ເງິນ​ ນະ​ໂຍບາຍ​ຂອງ​ທະນາຄານ, ລັດວິ​ສາ​ຫະກິດ, ​ວິ​ສາ​ຫະກິດປະສົມ​ໃຫ້​ຢູ່​ໃນ​ຂອບ​ເຂດ​ທີ່​ເໝາະ​ສົມ. ​ເພາະ​ໄລຍະ​ຜ່ານ​ມາ​ໄປ​ກວດ​ສອບ,ລາຍ​ຈ່າຍ​ດັ່ງກ່າວ​ເຫັນ​ວ່າ: ສູງ​ຫລາຍ​ອັນ​ ເຮັດ​ໃຫ້ການ​ມອບ​ພັນທະ​ເຂົ້າ​ງົບປະມານ​ແຫ່ງ​ລັດ​ບໍ່​ໄດ້​ຕາມ​ລະດັບ​ຄາດໝາຍ​ທີ່​ກຳນົດ​ໄວ້; ສະ​ເໜີ​ໃຫ້​ລັດຖະບາ​ນຈົ່ງ​ໃຫ້​ອຳນວຍ​ສະດວກ​ໃນ​ການສະ​ໜອງ​ງົບປະມານ, ພື້ນຖານ​ວັດຖຸ​ ເຕັກນິກ ​ແລະ ປະຕິ ບັດ​ນະ​ໂຍບ​າຍຕ່າງໆ​ຕໍ່​ຂົງ​ເຂດ​ວຽກ​ງານ​ກວດ​ສອບ ຊຶ່ງ​ຜ່ານ​ມາ​ການ​ກວດ​ສອບ​ລັດ​ວິ​ສາ​ຫະກິດ, ວິ​ສາ​ຫະກິດ​ປະສົມ ​ແລະ ​ໂຄງການ​ເງິນ​ກູ້​ຢືມ ​ແລະ ຊ່ວຍ ​ເຫລືອ​ລ້າ​ ​ແລະ ຜ່ານ​ການ​ລົງ​ໄປ​ຕິດຕາມ​ກວດກາ​ນຳ​ຄະນະ​ກວດ​ສອບ​ແຕ່​ລະ​ຄັ້ງ​ໃນ​ສົກ​ປີ 2011-2012 ​ເຫັນ​ວ່າ: ບັນຫາ​ທີ່​ພົ້ນ​ເດັ່ນ​ນັ້ນ​ແມ່ນ​ການ​ຈ່າຍ​ເງິນ​ວິຊາ​ການ, ​ເງິນ​ກອງ​ທຶນ, ​ເງິນ​ຂາຍ​ໄມ້​ນອກ​ແຜນ ​ແລະ ການ​ປະຕິບັດ​ໂຄງການ​ນອກ​ແຜນ ຊຶ່ງ​ເປັນ​ບັນຫາ​ຊ້ຳ​ເຮື້ອ ​ແລະ ​ແກ້​ໄຂ​ບໍ່​ທັນ​ຕົກ.

ຂໍ້ມູນຈາກ: (ຂປລ)

Delicious Digg Fark Twitter