ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 22, 2012 | ມີ 10 ຄຳເຫັນ ແລະ 0 trackback(s)

 
 

ໃນ​ປັດ­ຈຸ­ບັນ​ນີ້ ເຖິງ​ວ່າ​ວົງ​ການ​ສື່​ມວນ​ຊົນ ນັກ​ປະ­ພັນ ນັກ​ກະ­ວີ ພວກ​ເຮົາ​ມີ​ຄວາມ​ເຕີບ​ໃຫຍ່​ທາງ​ດ້ານ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ກໍ​ຈິງ ແຕ່​ຜົນ­ງານ​ການ­ເຄື່ອນ­ໄຫວ​ຜ່ານ​ມາ ສ່ວນ​ໃຫຍ່​ຍັງ​ຕິດ​ພັນ ແຕ່​ຢູ່​ຂັ້ນ​ສູນ​ກາງ​ຈິ່ງ​ເຮັດ​ໃຫ້​ເນື້ອ​ໃນ​ຂ່າວ ບົດ​ຂຽນ​ຍັງ​ຫ່າງ​ເຫີນ​ຈາກ​ປະ­ຊາ­ຊົນ​ເຂດ​ທ້ອງ­ຖິ່ນ​ຊົນ­ນະ­ບົດ ເຊິ່ງ​ເຂົາ­ເຈົ້າ​ເຫຼົ່າ­ນັ້ນ​ມີ​ປັດ​ໄຈ​ພົ້ນ​ເດັ່ນ​ໃນ​ການ​ຜະ­ລິດ ແລະ ທ່າ­ແຮງ​ຫຼາຍ​ຢ່າງ​ໃນ​ແບບ­ແຜນ​ການ​ດຳ­ລົງ​ຊີ­ວິດ​ທີ່​ຄວນ​ຈະ​ໄດ້​ຮັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່.

ທ່ານ ເຈືອງ ສົມ­ບູນ​ຂັນ ເລ­ຂາ­ທິ­ການ​ສູນ​ກາງ​ພັກ ຫົວ­ໜ້າ​ຄະ­ນະ​ໂຄ­ສະ­ນາ​ອົບ­ຮົມ​ສູນ​ກາງ​ພັກ ໄດ້​ກ່າວ​ໃນ​ພິ­ທີ​ສະ­ຫຼຸບ​ການ​ກວດ​ສອບ ແລະ ປະ­ດິດ​ແຕ່ງ​ວັນ­ນະ­ຄະ­ດີ ກ່ຽວ​ກັບ​ການ​ລຶ­ບລ້າງ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ວ່າ: ຜ່ານ​ມາ​ການ​ສະ­ເໜີ​ຂ່າວ ແລະ ເນື້ອ​ໃນ​ບົດ​ປະ­ພັນ​ວັນ­ນະ­ຄະ­ດີ​ຍັງ​ບໍ່​ທັນ​ຕິດ​ພັນ​ກັບ​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ ນັກ​ຂ່າວ ນັກ​ຂຽນ ສ່ວນ​ໃຫຍ່ ແມ່ນ​ເຮັດ​ໜ້າ­ທີ່​ແຕ່​ຢູ່​ຂັ້ນ​ສູນ​ກາງ ສະ­ນັ້ນ ເນື້ອ​ຂ່າວ​ຈິ່ງ​ວົນ­ວຽນ​ແຕ່​ກອງ​ປະ­ຊຸມ ການ​ຮັບ­ແຂກ ຂ່າວ​ສະ­ຫຼຸບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ຂອງ​ກະ­ຊວງ ກົມ​ກອງ ຫ້ອງ­ການ​ໃດ​ໜຶ່ງ ນັ້ນ​ກໍ​ເປັນ​ເລື່ອງ​ທີ່​ດີ​ຢູ່ ແຕ່​ເຮັດ​ໃຫ້­ການ​ສ່ອງ​ແສງ​ຂ່າວ​ຍັງ​ຂາດ​ຄວາມ​ສົມ​ດູນ​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ເຫດ​ທີ່​ເປັນ​ແນວ​ນັ້ນ ຍ້ອນ​ພວກ​ເຮົາ​ຍັງ​ເຮັດ​ບໍ່​ທັນ​ໄດ້​ກ່ຽວ​ກັບ​ໜ້າ­ທີ່​ບົດ­ບາດ​ຂອງ​ສື່​ມວນ​ຊົນ ໃນ​ຫ້າ​ຄຸນ​ລັກ­ສະ­ນະ ຄື: ລັກ­ສະ­ນະ​ພັດ ລັກ­ສະ­ນະ​ຄວາມ​ຈິງ ລັກ­ສະ­ນະ​ມະ­ຫາ­ຊົນ ລັກ­ສະ­ນະ​ວ່ອງ­ໄວ ແລະ ລັກ­ສະ­ນະ​ກະ­ທັດ​ຮັດ​ຈະ­ແຈ້ງ ໃນ​ນັ້ນ ການ​ສ່ອງ​ແສງ​ຂ່າວ​ໄລ­ຍະ​ຜ່ານ​ມາ ຍັງ​ຂາດ​ລັກ­ສະ­ນະ​ມະ­ຫາ­ຊົນ ການ​ລົງ​ຕິດ­ຕາມ​ເຫດ­ການ ວິ­ຖີ​ຊີ­ວິດ ການ​ສ້າງ­ສາ​ພັດ­ທະ­ນາ​ຢູ່​ເຂດ​ຊົນ­ນະ­ບົດ​ແມ່ນ​ຍັງ ໜ້ອຍ​ຫຼາຍ ສະ­ນັ້ນ ເນື້ອ​ຫາ​ຂ່າວ​ຈິ່ງ​ບໍ່​ເປັນ​ທີ່​ສົນ­ໃຈ​ຂອງ​ປະ­ຊາ­ຊົນ​ເຂດ​ທ້ອງ­ຖິ່ນ ເພາະ​ຊົນ­ນະ­ບົດ ແມ່ນ​ບ່ອນ​ເຕົ້າ­ໂຮມ​ຂອງ​ປະ­ຊາ­ກອນ​ສ່ວນ​ໃຫຍ່ ແມ່ນ​ບ່ອນ​ທຳ​ການ​ຜະ­ລິດ​ແມ່ນ​ບ່ອນ​ສ້າງ​ຜະ­ລິດ​ຕະ​ພັນ​ຕ່າງໆ ທັງ​ແມ່ນ​ບ່ອນ​ກຳ­ເນີດ​ມູນ­ເຊື້ອ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ອັນ​ດີ­ງາມ ສະ­ນັ້ນ ຮູບ​ແບບ​ວິ­ຖີ​ຊີ­ວິດ ໃນ​ການ​ພັດ­ທະ­ນາ​ຂອງ​ເຂົາ­ເຈົ້າ ຄວນ​ຈະ​ຕ້ອງ​ໄດ້​ຮັບ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ໃຫ້​ຄຽງ​ຄູ່ ແລະ ສົມ​ດູນ ກັບ​ການ­ເຄື່ອນ­ໄຫວ​ລະ­ຫວ່າງ​ຂັ້ນ​ເທິງ​ຢ່າງ​ສົມ­ສ່ວນ​ກັນ.

ຢາກ​ເຮັດ​ໄດ້​ແນວ​ນັ້ນ ນັກ​ຂ່າວ ນັກ​ຂຽນ ຕ້ອງ​ໄດ້​ຮັບ​ການ​ຍົກ​ລະ­ດັບ​ທາງ​ດ້ານ​ການ­ເມືອງ-ແນວ​ຄິດ ຮຽນ​ຮູ້​ວິ­ທີ​ການ​ນຳ​ສະ­ເໜີ​ຂ່າວ​ໃຫ້​ເລິກ­ເຊິ່ງ ພ້ອມ​ນັ້ນ ນັກ​ຂ່າວ ນັກ​ຂຽນ ກໍ​ຄວນ​ວາງ​ເປົ້າ​ໝາຍ ໂຄງ​ສ້າງ​ການ­ເຄື່ອນ­ໄຫວ ເນື້ອ​ຫາ​ຂ່າວ ພື່​ອ​ຫັນ​ທິດ​ສູ່​ການ​ພັດ­ທະ­ນາ ແລະ ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ກວ້າງ­ຂວາງ ສະ­ນັ້ນ ອາ­ຊີບ​ນັກ​ຂ່າວ ນັກ​ຂຽນ ແມ່ນ​ຂົວ​ຕໍ່​ສຳ­ຄັນ​ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ແນວ­ທາງ​ລະ­ຫວ່າງ​ຂັ້ນ​ເທິງ ແລະ ປະ­ຊາ­ຊົນ ຢາກ​ເຮັດ​ໄດ້​ແນວ​ນັ້ນ ອົງ­ການ​ທີ່​ກ່ຽວ­ຂ້ອງ​ກໍ​ຕ້ອງ​ຍົກ​ສູງ​ພາ­ລະ​ບົດ­ບາດ​ນັກ​ຂ່າວ-ນັກ​ຂຽນ​ຂຶ້ນ​ຕື່ມ​ອີກ​ບາດ­ກ້າວ​ໜຶ່ງ ສະ­ໜອງ​ນະ­ໂຍ­ບາຍ ງົບ­ປະ­ມານ ເຄື່ອງ­ມື​ອຸ­ປະ­ກອນ​ທີ່​ຈຳ­ເປັນ ເພື່ອ​ສະ­ດວກ​ໃນ​ການ­ເຄື່ອນ­ໄຫວ ພ້ອມ​ທັງ​ໃຫ້­ການ​ຮ່ວມ​ມື​ເປັນ​ຢ່າງ​ດີ.

ທ່ານ ເຈືອງ ສົມ­ບູນ​ຂັນ ຍັງ​ໄດ້​ຢ້ຳ​ເຖິງ​ການ​ນຳ​ສະ­ເໜີ​ຂ່າວ​ອີ​ກວ່າ: ຜ່ານ​ມາ​ຂ່າວ​ພວກ​ເຮົາ​ເວົ້າ​ແຕ່​ດ້ານ​ບວກ ຄວາມ​ຈິງ​ແລ້ວ ແບບ­ແຜນ​ສັງ­ຄົມ​ຍ່ອມ​ມີ​ສອງ​ດ້ານ​ຄຽງ​ຄູ່​ກັນ ຫາກ​ສະ­ເໜີ​ແຕ່​ດ້ານ​ດຽວ ກໍ​ເທົ່າ​ກັບ​ວ່າ ຂ່າວ​ຍັງ​ຂາດ​ທັດ­ສະ­ນະ​ຄວາມ​ຈິງ ສະ­ນັ້ນ ອັນ​ທີ່​ເປັນ​ສິ່ງ​ຫຍໍ້­ທໍ້​ກໍ​ຄວນ​ກ່າວ​ເຖິງ ແຕ່​ນັກ​ຂ່າວ​ກໍ​ຕ້ອງ​ມີ​ວິ­ໄສ​ທັດ​ໃນ​ການ​ສະ­ເໜີ​ສິ່ງ​ຫຍໍ້­ທໍ້​ເຫຼົ່າ­ນັ້ນ​ຢ່າງ​ສ້າງ­ສັນ ຖືກ­ຕ້ອງ ສອດ­ຄ່ອງ​ກັບ​ແນວ­ທາງ​ນະ­ໂຍ­ບາຍ ລະ­ບຽບ​ກົດ­ໝາຍ ປັດ​ໄຈ​ສຳ­ຄັນ​ທີ່​ຈະ​ຮ່ວມ​ແກ້​ໄຂ​ບັນ­ຫາ​ທີ່​ກ່າວ​ມາ​ນັ້ນ ກ່ອນ​ອື່ນ​ໝົດ​ຕ້ອງ​ຍົກ​ລະ­ດັບ​ທັງ​ປະ­ລິ­ມານ ແລະ ຄຸນ​ນະ​ພາບ​ຂອງ​ນັກ​ຂ່າວ ນັກ​ຂຽນ ໃຫ້​ກຳ​ໄດ້​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ຮຽນ​ຮູ້​ເຕັກ­ນິກ​ວິ­ຊາ​ການ​ຢ່າງ​ເປັນ​ປະ­ຈຳ ທຸກ​ສຳ­ນັກ​ຂ່າວ​ຕ້ອງ​ຮູ້​ວາງ​ໂຄງ​ສ້າງ​ຂ່າວ ເພື່ອ​ຮັບ​ໃຊ້​ການ­ເຄື່ອນ­ໄຫວ​ໃນ​ຂັ້ນ​ສູນ​ກາງ ແລະ ທ້ອງ­ຖິ່ນ​ໃຫ້​ສົມ​ດູນ​ກັນ ຂຶ້ນ​ແຜນ​ງົບ­ປະ­ມານ​ໃນ​ການ­ເຄື່ອນ­ໄຫວ​ຢ່າງ​ເໝາະ​ສົມ ທຸກ​ຝ່າຍ​ທີ່​ກ່ຽວ­ຂ້ອງ​ກໍ​ຄວນ​ໃຫ້­ການ​ສະ­ໜັບ­ສະ­ໜູນ ທັງ​ກຳ­ລັງ​ແຮງ ກຳ­ລັງ​ຊັບ ແລະ ສະ­ຕິ​ປັນ­ຍາ ເພື່ອ​ໃຫ້​ວຽກ​ງານ​ຂະ­ແໜງ​ດັ່ງ­ກ່າວ​ໄດ້​ເຮັດ​ບົດ­ບາດ ໃນ​ການ​ໂຄ­ສະ­ນາ​ເຜີຍ­ແຜ່​ຂໍ້​ມູນ​ຂ່າວ­ສານ​ຮັບ​ໃຊ້​ພັກ ຮັບ​ໃຊ້​ປະ­ຊາ­ຊົນ​ຢ່າງ​ແທ້​ຈິງ.

ໂດຍ: ບຸນ​ທະ­ວີ ຈຳ​ປາ­ທອງ

Delicious Digg Fark Twitter