ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 19, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 

ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ການ​ເງິນ ຫົວ­ໜ້າ​ອະ­ນຸ​ກຳ­ມະ­ການ​ງົບ­ປະ­ມານ​ລາຍ​ຈ່າຍ ແລະ ຈັດ​ຊື້​ພາ­ຫະ­ນະ ໄດ້​ຖະ­ແຫຼງ​ຕໍ່​ສື່​ມວນ​ຊົນ​ຂະ­ແໜງ­ການ​ຕ່າງໆ ກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ໃນ​ການ​ກະ­ກຽມ​ຂອງ​ອະ­ນຸ​ກຳ­ມະ­ການ​ດັ່ງ­ກ່າວ ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ສຸດ​ຍອດ ອາ­ຊີ-ເອີ​ຣົບ (ASEM) ຄັ້ງ​ທີ 9 ວ່າ​ບໍ່​ກະ­ທົບ​ເຖິງ​ລາຍ​ຈ່າຍ​ຮ່ວງ​ອື່ນໆ ລວມ​ໄປ​ເຖິງ​ການ​ປະ­ຕິ­ບັດ​ເງິນ­ເດືອນ​ໃໝ່​ຂອງ​ພະ­ນັກ­ງານ ລັດ­ຖະ­ກອນ.

ພິ­ທີ​ຖະ­ແຫຼງ​ຂ່າວ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກັນ­ຍາ 2012 ທີ່​ກະ­ຊວງ​ການ​ເງິນ ຊຶ່ງ​ມີ​ບາງ​ຕອນ ທ່ານ ພູ​ເພັດ ຄຳ​ພູນ​ວົງ ໄດ້​ກ່າວ​ວ່າ: ສຳ­ລັບ​ອະ­ນຸ​ກຳ­ມະ­ການ​ໃນ​ການ​ກະ­ກຽມ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ຄັ້ງ​ນີ້ ມາ​ຮອດ​ປັດ­ຈຸ­ບັນ ດ້ານ​ງົບ­ປະ­ມານ​ແມ່ນ​ມີ​ຄວາມ​ກຽມ­ພ້ອມ ຊຶ່ງ​ໃນ​ການ​ສະ­ຫຼຸບ​ຄວາມ​ຕ້ອງ­ການ​ກໍ​ມີ​ຢ່າງ​ຫຼວງ­ຫຼາຍ ແຕ່​ຜ່ານ​ການ​ປະ­ສານ​ງານ​ການ​ຄິດ­ໄລ່​ກັບ​ບັນ­ດາ​ກະ­ຊວງ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ເຫັນ​ວ່າ​ຕົວ​ເລກ​ຢູ່​ໃນ​ລະ­ດັບ 240 ຕື້​ກີບ ນີ້​ແມ່ນ​ສະ­ເພາະ​ງົບ­ປະ­ມານ​ພາຍ​ໃນ ຊຶ່ງ​ໃນ​ນັ້ນ​ແມ່ນ​ງົບ­ປະ­ມານ​ທີ່​ຂຶ້ນ​ໄວ້ ໃນ​ສົກ​ປີ 2011-2012ມີ​ຢູ່ 175ຕື້​ກີບ ສ່ວນ​ທີ່​ເຫຼືອ​ແມ່ນ​ຈັດ​ສັນ​ເຂົ້າ​ໃນ​ສົກ​ປີ 2012-2013ມາ​ຮອດ​ປັດ­ຈຸ­ບັນ ດ້ານ​ງົບ­ປະ­ມານ​ໃນ​ການ​ກະ­ກຽມ​ມີ​ພຽງ­ພໍ ແລະ ຍັງ​ຮັກ­ສາ​ໄວ້​ເພື່ອ​ເປັນ​ງົບ​ສຸກ​ເສີນ ໃນ​ນັ້ນ​ແບ່ງ​ເປັນ​ງົບ​ໃຊ້​ຈ່າຍ​ວຽກ​ງານ​ບໍ­ລິ­ຫານ​ຂອງ​ບັນ­ດາ​ອະ­ນຸ​ກຳ­ມະ­ການ​ຕ່າງໆ ແລະ ການ​ຈັດ​ຊື້​ພາ­ຫະ­ນະ​ເພື່ອ​ມາ​ຮັບ​ໃຊ້​ກອງ​ປະ­ຊຸມ ປັດ­ຈຸ­ບັນ ພວກ​ເຮົາ​ສາ­ມາດ​ຈັດ​ຊື້​ພາ­ຫະ­ນະ ແລະ ນຳ​ເຂົ້າ​ມາ​ໄດ້​ຢ່າງ​ຄົບ​ຖ້ວນ​ໝົດ​ແລ້ວ.

ນອກ­ຈາກ​ນີ້ ພວກ​ເຮົາ​ຍັງ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ​ປະ­ເທດ​ເພື່ອນ​ມິດ ເຊັ່ນ: ຊ່ວຍ­ເຫຼືອ​ເຂົ້າ​ໃນ​ການ​ກະ­ກຽມ ເປັນ­ຕົ້ນ​ແມ່ນ ຫໍ​ປະ­ຊຸມ ວັດ­ຖຸ​ອຸ​ປະ­ກອບ​ຮັບ​ໃຊ້​ກອງ​ປະ­ຊຸມ​ຈຳ­ນວນ​ໜຶ່ງ ຊຶ່ງ​ຕົວ​ເລກ​ໃນ​ການ​ຊ່ວຍ­ເຫຼືອ​ປະ­ກອບ​ມີ ສ.ສ ຫວຽດ­ນາມ ໃຫ້­ການ​ຊ່ວຍ­ເຫຼືອ 500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4 ຕື້​ກີບ ແລະ ຍັງ​ມີ​ວັດ­ຖຸ​ອຸ­ປະ­ກອນ​ຈຳ­ນວນ​ໜຶ່ງ ສປ.ຈີນ ໄດ້​ຊ່ວຍ​ເປັນ​ປະ­ເພດ​ຊ່ວຍ­ເຫຼືອ​ລ້າ ປະ­ມານ 450 ລ້ານ​ຢວນ (ເງິນ​ຈີນ) ຫຼື ປະ­ມານ 566 ຕື້​ກີບ ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ 37 ລ້ານ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 296 ຕື້​ກີບ ແລະ ຍັງ​ໄດ້​ຊ່ວຍ­ເຫຼືອ​ລົດ­ເມ ລົດ​ບັດ ຈຳ­ນວນ 10 ຄັນ ລົດ​ຮັບ​ໃຊ້​ວຽກ​ງານ ປກສ ລົດ​ສະ­ຫຼາມ 4 ຄັນ ນອກ­ຈາກ​ນັ້ນ​ຍັງ​ມີ​ຍີ່­ປຸ່ນ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ເປັນ​ຈຳ­ນວນ​ເງິນ ປະ­ມານ 1.935 ລ້ານ​ເຢັນ ຫຼື ປະ­ມານ 196 ຕື້​ກີບ ແລະ 3 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 24 ຕື້​ກີບ ໄທ 190 ລ້ານ​ບາດ ຫຼື ປະ­ມານ 47 ຕື້​ກີບ ໃນ​ນີ້ ການ​ຊ່ວຍ­ເຫຼືອ​ລ້າ​ປະ­ມານ 30% ສ່ວນ​ທີ່​ເຫຼືອ​ແມ່ນ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ກູ້​ຢືມ​ດອກ​ເບ້ຍ​ຕ່ຳ ບຣູ​ໄນ​ໃຫ້­ການ​ຊ່ວຍ­ເຫຼືອ​ປະ­ມານ 500.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 4 ຕື້​ກີບ ສະ­ຫະ­ພາບ​ເອີ​ຣົບ​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ຮູບ​ການ​ໄປ​ທັດ­ສະ­ນະ​ສຶກ​ສາ ຖອດ​ຖອນ​ບົດ­ຮຽນ​ໃນ​ການ­ຈັດ­ຕັ້ງ​ກອງ​ປະ­ຊຸມ​ຢູ່​ບັນ­ດາ​ປະ­ເທດ​ທີ່​ເຂົາ­ເຈົ້າ​ເຄີຍ​ຈັດ​ມາ​ແລ້ວ ໃນ​ຂົງ­ເຂດ​ເອີ​ຣົບ ເປັນ​ມູນ​ຄ່າ 100.000 ກວ່າ​ໂດ​ລາ​ສະ­ຫະ­ລັດ ປະ­ມານ 800 ລ້ານ​ກີບ ແລະ ຍັງ​ໄດ້​ສະ­ໜອງ​ພາ­ສາ​ແປ ມີ​ຢູ່ 6 ພາ­ສາ ແຕ່​ລະ​ພາ­ສາ​ມີ 3 ຄົນ ນອກ​ນັ້ນ​ຍັງ​ມີ​ອົດ​ສະ​ຕຣາ​ລີ ທີ່​ໃຫ້­ການ​ຊ່ວຍ­ເຫຼືອ​ໃນ​ແງ່​ຂອງ​ການ​ເຝິກ​ອົບ​ຮົບ​ພາ­ສາ​ອັງ­ກິດ ວຽກ​ງານ​ພິ­ທີ­ການ​ສຳ­ລັບ​ການ​ຈັດ​ກອງ​ປະ­ຊຸມ ສິງ­ກະ­ໂປ​ສ່ວນ​ໃຫຍ່​ແມ່ນ​ໃຫ້­ການ​ຊ່ວຍ­ເຫຼືອ​ທາງ​ດ້ານ​ການ​ເຝິກ­ອົບ­ຮົມ​ໃຫ້​ແກ່​ການ​ກະ­ກຽມ ການ​ຈັດ​ກອງ​ປະ­ຊຸມ​ໃນ​ລະ­ດັບ​ເຈົ້າ​ໜ້າ­ທີ່​ອາ­ວຸ­ໂສ ການ​ແປ​ພາ­ສາ ການ​ຈັດ​ປຶ້ມ​ຄູ່​ມື ການ​ສະ­ໜອງ​ອຸ­ປະ­ກອນ​ເຄື່ອງ​ສຽງ​ຕ່າງໆ ແລະ ຍັງ​ມີ​ປາ​ກິດ​ສະ­ຖານ ນຳ​ອີກ.

ທ່ານ ພູ​ເພັດ ຄຳ​ພູນ​ວົງ ກ່າວ​ຕື່ມ​ວ່າ: ການ​ນຳ​ໃຊ້​ງົບ­ປະ­ມານ​ໃນ​ການ​ຈັດ​ກອງ​ປະ­ຊຸມ​ຄັ້ງ​ນີ້ ທີ່​ຫຼາຍ​ຄົນ​ອາດ​ຄິດ​ໃສ່​ວ່າ​ຈະ​ກະ­ທົບ​ໃສ່​ກັບ​ຮ່ວງ​ເງິນ​ອື່ນໆ ການ​ຂະ­ຫຍາຍ­ຕົວ​ຂອງ GDP ນັ້ນ ແມ່ນ​ບໍ່​ໃຫ້​ເປັນ​ຫ່ວງ ເນື່ອງ​ຈາ​ກວ່າ​ວຽກ​ງານ​ກະ­ກຽມ​ການ​ເປັນ​ເຈົ້າ­ພາບ​ກອງ​ປະ­ຊຸມ​ດັ່ງ­ກ່າວ​ນີ້ ລັດ­ຖະ­ບານ​ໄດ້​ມີ​ການ​ກະ­ກຽມ​ເປັນ​ເວ­ລາ​ຍາວ​ນານ​ພໍ​ສົມ­ຄວນ ທຸກ​ຢ່າງ​ແມ່ນ​ຈັດ​ເຂົ້າ​ໃນ​ແຜນ​ງົບ­ປະ­ມານ​ທັງ​ໝົດ​ແລ້ວ ດັ່ງ­ນັ້ນ ການ​ນຳ​ໃຊ້​ງົບ­ປະ­ມານ​ເຂົ້າ​ໃນ​ການ​ເປັນ​ເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ ແມ່ນ​ບໍ່​ກະ­ທົບ​ໃສ່​ຮ່ວງ​ເງິນ​ອື່ນໆ ລວມ​ໄປ​ເຖິງ​ແຜນ­ການ​ປະ­ຕິ­ບັດ​ເງິນ­ເດືອນ​ໃໝ່​ຂອງ​ພະ­ນັກ­ງານ ແມ່ນ​ຕ້ອງ​ໄດ້​ເບີກ​ຈ່າຍ​ໃນ​ເດືອນ​ຕຸ­ລາ​ນີ້​ຢ່າງ​ແນ່­ນອນ.

ວຽວຈັນໃໝ່ ວັນທີ 19 ກັນຍາ 2012 - ເວລາ 11:19:03

ທ່ານ ພູ​ເພັດ ຄຳ​ພູນ​ວົງ ລັດ­ຖະ­ມົນ­ຕີ​ວ່າ­ການ ກະ­ຊວງ​ການ​ເງິນ

Delicious Digg Fark Twitter