ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2013 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ດົນຕີ

 ຕົ້ນກຳເນີດ ແລະປະຫວັດຄວາມເປັນມາເປັນຢ່າງໃດຂອງລຳຂັບງຶ່ມ ຂ້ອຍເອງກໍ່ບໍ່ຮູ້ຄືກັນ ຄິດວ່າໜ້າຈະກຳເນີດຢູ່ແຖວໆລ່ອງງຶ່ມ(ແຂວງວຽງຈັນ).

ແຕ່ປະຈຸບັນ ລຳຂັບງຶ່ມໄດ້ໂດ່ງດັງ,ເປັນທີ່ນິຍົມຊົມຊອບຂອງປະຊາຊົນລາວ ແລະແຜ່ຂະຫຍາຍໄປຫຼາຍແຂວງເປັນຕົ້ນເຂດພາກກາງ.ສະເພາະຢູ່ແຂວງບໍລະຄຳໄຊບັນດາງານຕ່າງໆເຊັ່ນ: ຕັ້ງກອງບຸນ,ບຸນເຮຶອນ,ບຸນບ້ານ,ບຸນວັດ,ງານແຈກ,..ຫາກເຈົ້າສັດທາມີຄວາມພ້ອມຖືວ່າຂາດບໍ່ໄດ້ ຕ້ອງໄດ້ຈ້າງໝໍລຳຂັບງຶ່ມມາຄົບຂັນ ເພື່ອດຶງດູດ,ບັນເທົາ,ບັນເທິງອາລົມ ແກ່ຍາດພີ່ນ້ອງເພື່ອນມິດສະຫາຍທີ່ມາຮ່ວມງານ

ຈຸດເດັ່ນຂອງລຳຂັບງຶ່ມ

1. ເປັນລຳເຢີ້ນ,ສຳນຽງ່ອອນສ້ອຍ. ໂນ້ມນ້າວກ່ອມອາລົມຄວາມຮູ້ສຶກໄດ້ດີ,ຖ້າເຮົາຟັງຄັກໆແລ້ວຈະວາດພາບຕາມເນື້ອໃນທີ່ໝໍລຳພັນລະນາອອກມານັ້ນເໝຶອນມີຈິງທຸກຢ່າງ(ນັບທັງນະລົກ ແລະສະຫວັນ).

2. ເປັນລຳຈ່າຍຜະຫຍາ,ໂຕຕອບບ່າວ-ສາວ,ບໍ່ຈຳກັດເນື້ອໃນ(ເນື້ອໃນສຽບຂາດ)ສາມາດກະຕຸ້ນອາລົມຈິດຜູ້ຟັງໄດ້ດີ,ປະທັບໃຈ

(ຈົນເຖິງຂັ້ນຈົກເງິນໃນກະເປົນອອກມາລົງຂັນດ້ວຍຄວາມພໍໃຈ,ບາງທ່ານ ຈົນລືມຮອດທີ່ຕັ້ງ,ຖານະບົດບາດຂອງຕົນເອງ) ແລະພາໃຫ້ເກີດບັນຫາຕິດຕາມມາ

ໂອກາດໜ້າຈະມາເລົ່າສູ່ຟັງວ່າມີບັນຫາຫຍັງແດ່ ? ທີ່ຕິດຕາມມາກັບລຳຂັບງຶ່ມ

Delicious Digg Fark Twitter