ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 30, 2013 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

 

 

ປີນີ້ ອີ່ບື້ງ ອາຍຸໄດ້ 30 ປີແລ້ວແຕ່ຮຸ່ນຂອງນາງຊ່າງງາມເຫຼືອເກີນ ສາວສ່ຳນ້ອຍຍັງຫາຍາກຈະທຽມໄດ້,ຮ່າງຄີງຂອງນາງສູງ,ຂາວ,​ສວຍ,

ຕຶງຕັງ,ອວບໆ,​ເອິກໃຫຍ່ໆ ​ເປັນອັນສະດຸດຕາ​ ສະກິດໃຈຂອງຊາຍຫຼາຍໆຄົນໃນຍາມພົພໍ້..ອະແຮ່….

 

ນາງເອົາຜົວແຕ່ອາຍຸ 20 ປີ ຖືວ່າເປັນເວລາ 10 ປີແລ້ວແຕ່ບໍ່ເຄີຍໄດ້ລູກນຳເພີ່ນຈັກເທືອ,ນາງແລະຜົວເຄີຍພະຍາຍາມຊອກ

ທຸກວິທີປິ່ນປົວຕາມໝໍປົ່າໝວີ,ໝໍຜີຕ່າງເພື່ອໃຫ້ໄດ້ລູກມາສືບທອດນາມສະກຸນ ບາດຍາມເຖົ້າແກ່ຊະລາຈະບໍ່ໄດ້ເປັນທຸກແຕ່ປົວ

ດ້ວຍວິທີໃດກໍ່ບໍ່ໄດ້ຜົນ,ມີແຕ່ເສຍເງິນເສຍຄຳໄປຊື່ໆ.

 

ຢູ່ມາມື້ໜຶ່ງນາງໄດ້ຂ່າວວ່າມີໝໍຜີ່ເກັ່ງ,ສາມາດປົວດ້ວຍວີຊາ​,ຂ້າຊວງໄດ້ເຮັດໃຫ້​​ແມ່ຍິງມີລູກໄດ້,ນາງພະຍາຍາມຊອບຖາມຊາວບ້ານ

ໃກ້ຄຽງຫຼາຍຄົນກໍ່ກ່າວລືກັນວ່າປົວໄດ້​​ແທ້,ດ້ວຍຄວາມມຸ້ງຫວັງອັນສູງສົ່ງ ນາງຈິ່ງປຶກສາກັບຜົວຂໍໄປປົວນຳໝຂ້າຊວງ,ຜົວກໍ່ເຫັນ

ດີນຳເພາະຢາກໄດ້ລູກ.

 

ທີ່ຫໍຂອງໝໍຂ້າຊວງເປັນຫ້ອງທີ່ມືດຂຶມ,​ເຕັມໄປດວ້ຍເຄື່ອງມົນຂອງຂັງບໍ່ຈັກວ່າອັນໃດຕໍ່ອັນໃດ,ມີສາຍຟ້າມົງຄຸນກ່ຽວໄປ

ວຽນມາຫຼາຍຮອບເກາະກ່າຍໄປຕາມຮ້ານມົນທີ່ເຕັມໄປດ້ວຍທູບທຽນ,

 

ນາງນັ່ງພັບແພບຄ່ອຍຕູູດກົ້ນຫຍັບເຂົ້າໃກ້ໝໍ,ຫົວໃຈນາງເຕັ້ນແຮງຂຶ້ນເພາະເຫັນ​​ສະພາບຫ້ອງແລະການແຕ່ງກາຍຂອງໝໍ

ເປັນຕາຢ້ານເໝືອນກັບວ່າມີຜີຫຼາຍຕົວຈະປະກົດໂຕ​​ໃນຫ້ອງແຫ່ງນັ້ນ.

ນາງນຸ່ງຊຸດໃໝລາວຈົບເຈືອ ສິ້ນມີຕິນ ​​ເສື້ອແຂນສັ້ນ ​ແຕ່ເປີດຫຼັງຈົນຮອດສາຍເສື້ອຊ້ອນໃນ,ທາງໜ້າກໍ່​​​ແກວວລົງຈົນຮອດ

ເອິກແບ່ງ.

ໝໍນຸ່ງຜາສະໂລ່ງ,ຫົວ​ຄຽນດ້ວຍມັດຝ້າຍຂາວ,ບໍ່ນຸ່ງເສື້ອ,ນັ່ງຂັດຕະມາດ, ໝໍຢື້ນເສັ້ນຝ້າຍມຸມົງຄຸນໄປໃຫ້ນາງຈັບສົ້ນໜິ່ງແລະ

ອີກສົ້ນໜຶ່ງແມ່ນໝໍເປັນຜູ້ຈັບ,ໝໍນັ່ງນົບມື, ປາກເລີ່ມຕີ່ແວັວໆ,ມີສຽງອອກຈາປາແຕ່ຟັງບໍ່ເປັນຂໍ້ເປັນຄວາມ,ຕາຂອງໝໍຫຼັບລົງພໍ

ຫິບຮີ່,ບຸດໜຶ່ງສວດອອກ ບຸດໜິ່ງຫຼຸບເຂົ້າຕາມຈັ່ງຫວະກົ້ມເງີຍຂອງ​ ອີ່ບຶ້ງ.

 

ອີ່ບື້ງ ຫຍັບເຂົ້າມາໃກ້ໆໝໍ ກາບຂື້ນກາບລົງຕາມໝໍສັ່ງທຸກຢ່າງ,​ເມື່ອພັບຊາຍແລ້ວກໍ່ປ່ຽນພັບຂວາຢູ່ພໍປານນັ້ນ.ເວລານັ້ນໝໍສັງ

ເກດເຫັນປານແດງຢູ່ກາງຫຼັງແລະຂີ້ແມງວັນຢູ່ໜ້າເອິກແບ່ງຂອງອີ່ບື້ງ(​ເພາະເສື້ອຂອງ​ ອິ່ບື້ງ ມັນປົກປິດບໍ່ເຖິງ).

 

ໝໍ ອາປາກກວມແສງທຽນ ໂອມ....ປ່ຽງ…ໆ ແຕ່ບາງຄັ້ງ ດັງຂອງໝໍໄປຊຸນເອົາໜ້າພາກ,ພວງແກ້ມເບື້ອງນັ້ນ-ເບຶ້ອງນີ້ຂອງອີ່ບຶ້ງ,

ກິ່ນແປງຫອມທັ່ງໃສ່ດັ່ງຂອງໝໍເປັນບາດໆ.

 ໝໍ ຄົງຈະບໍ່ນຸ່ງສະລີບເພາະວ່າຜ້າສະໂລ່ງບ່ອນຫວ່າງຂາຂອງໝໍປະກົດຕິງນຶກ....​ເປັນບາດ ເໝືອນມີສັດຕົວໃດໜຶ່ງທີ່ພວມ

ຖືກທໍລະມານຫັນໃຈປາຢູ່ຂ້າງໃນ

 

ໝໍ ເລີ່ມໃຊ້ອຸບາຍຕາມຈຸດປະສົງຂອງຕົນ: ຕິດຕາມຕອນຕໍ່ໄປ

ເລົ່າໂດຍ: ວິສະນຸ ທ່າບົກ

ປະພັນໂດຍ: ພັນທະຫົວໃຈ

 

Delicious Digg Fark Twitter