ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2013 | ມີ 6 ຄຳເຫັນ ແລະ 0 trackback(s)

 

ຂປລ. ກະຊວງການຕ່າງປະເທດ ຮ່ວມກັບອົງການສະປະຊາຊາດ ປະຈຳລາວ ຈະໄດ້ຈັດການແຂ່ງຂັນຮູບຖ່າຍ ທີ່ສະທ້ອນໃຫ້ເຫັນເຖິງການພັດທະນາ ຂອງ ສປປ.ລາວ ໂດຍສະເພາະແມ່ນການປະຕິບັດເປົ້າໝາຍສະຫັດສະວັດເພື່ອການພັດທະນາ, ຮູບ​ທີ່​ສົ່ງ​ເຂົ້າ​ແຂ່ງຂັນ​ແມ່ນ​ຕ້ອງ​ຖ່າຍ​ຈາກ​ໂທລະສັບ​ມື​ຖືເທົ່າ​ນັ້ນ.

ການແຂ່ງຂັນດັ່ງກ່າວ ເປັນຄັ້ງທຳອິດໃນລາວ ທີ່ນຳເອົາຮູບຖ່າຍຈາກໂທລະສັບມືຖືເຂ້ົາໃນການແຂ່ງຂັນ ໂດຍແບ່ງເປັນສອງສາຂາຄື: ຊ່າງພາບທົ່ວ ໄປ​ໂດຍ​ບໍ່​ຈຳກັດ​ເພດ, ອາຍຸ ແລະ ຊ່າງພາບໄວໜຸ່ມ ທີ່ມີອາຍຸຕ່ຳກວ່າ 25 ປີ, ຕ້ອງ​ເປັນ​ຄົນ​ສັນ ຊາດ​ລາວ, ສາມາດສົ່ງ​ໄດ້ບໍ່​ເກີນ 3 ພາບ ​ແລະ ຕ້ອງ​ມີ​ອາຍຸ​ບໍ່​ເກີນ 2 ປີ ​ໂດຍ​ສາມາດ​ສົ່ງ​ຜົນງານໃຫ້​ຫ້ອງການ​ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ​ປະຈຳ​ລາວ ​ໂດຍ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍເລີ່​ມ​ແຕ່​ມື້ນີ້​ ເປັນຕົ້ນ​ໄປ ຈົນ​ເຖິງ​ວັນ​ທີ 13 ຕຸລາ 2013 ຫລື ​ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ໃນ​ເວັບ​ໄຊ www.bit.ly/laosinfocus. ຜົນ​ການແຂ່ງຂັນ​ຈະຖືກປະກາດໃນວັນທີ 24 ຕຸລາ ໃນງານສະຫລອງວັນ ສະຫະປະຊາຊາດ, ສ່ວນລາງວັນສຳລັບຜູ້ຊະນະເລີດ ລວມມີກ້ອງຖ່າຍຮູບ, ໂທລະສັບມືຖື ແລະ ອື່ນໆ.

ການຈັດການແຂ່ງຂັນຄັ້ງນີ້ ແນໃສ່ດຶງດູດຄວາມສົນໃຈຂອງມະຫາຊົນ ຕໍ່ກັບວຽກງານພັດທະນາໃນ ສປປ.ລາວ ເປັນ ຕົ້ນ​ແມ່ນບັນຫາຄວາມທຸກຍາກ, ດ້ານໂພສະນາການ, ການເສຍຊີວິດຂອງແມ່ຍິງຖືພາ, ການສຶກສາ, ຄວາມສະເໝີພາບ ຍິງ- ຊາຍ, ສາທາລະນະສຸກ, ສິ່ງແວດລ້ອມ ແລະ ບັນຫາ ລະເບີດທີ່ຍັງບໍ່ທັນແຕກ ​ແລະ ອື່ນໆ./.

Delicious Digg Fark Twitter