ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 26, 2013 | ມີ 9 ຄຳເຫັນ ແລະ 0 trackback(s)

 ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ອະທິບາຍເຖິງການສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນວ່າ: “ຫລາຍທ້ອງຖິ່ນ ມີຂະບວນການຜະລິດເປັນ ສິນຄ້າ, ແຕ່ຂັ້ນຕອນໃນການເຄື່ອນຍ້າຍ ມັກພົບບັນຫາຫລາຍຢ່າງທີ່ກາຍເປັນໂຕເພີ່ມມູນຄ່າໃຫ້ສິນຄ້າ ເຮັດໃຫ້ລາຄາສູງຂຶ້ນຕົ້ນທຶນການຜະລິດສູງຂຶ້ນ, ຈຶ່ງບໍ່ ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ຜູ້ຜະລິດກໍໄດ້ຮັບຜົນປະໂຫຍດໜ້ອຍທີ່ສຸດ ຍ້ອນໄປຕົກເຮ່ຍເສຍຫາຍໃນຂອດຂອງການຂົນສົ່ງ, ກວດກາ, ຢຶດ ແລະ ການເພີ່ມຕື່ມ. ຕາມແນວທາງນະໂຍບາຍ ແມ່ນຢາກສົ່ງເສີມໃຫ້ປະຊາຊົນທຳການຜະລິດ ແຕ່ເຈົ້າໜ້າທີ່ ທີ່ປະຕິບັດວຽກງານ ໃນການກວດກາ  ຫລື ຢຶດນັ້ນ ບໍ່ເຂົ້າໃຈກາຍເປັນການຈຳກັດດ້ານການຜະລິດ ເມື່ອເສຍຜົນປະໂຫຍດປະຊາຊົນກໍບໍ່ສືບຕໍ່ ເມື່ອບໍ່ມີລາຍຮັບປະຊາຊົນ ກໍຢູ່ໃນຄວາມທຸກຍາກ. ສະນັ້ນ ຈະຕ້ອງໄດ້ແກ້ໄຂບັນຫານີ້, ຢ່າງຈິງຈັງບໍ່ສ້າງຄວາມຫຍຸ້ງຍາກໃຫ້ປະຊາຊົນ ແລະ ຕ້ອງເຫັນໃຈ ເພາະເປັນການລົງທຶນ ຂະໜາດນ້ອຍ ບໍ່ຄວນເກັບ ອາກອນ ຫລື ຄ່າຕ່າງໆອີກ ເພື່ອສ້າງຄວາມກະຕືລືລົ້ນ ໃຫ້ເຂົາເຈົ້າຢາກເຮັດການຄ້າ ເພາະເປົ້າໝາຍຂອງພວກເຮົາ ແມ່ນການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ບໍ່ແມ່ນການເກັບລາຍຮັບຂອງປະຊາຊົນ. ຢ່າງໃດກໍຕາມ, ພວກເຮົາໄດ້ດຳເນີນການປະສານງານໄປ ຍັງແຕ່ລະແຂວງ ເຊິ່ງກໍເຫັນວ່າການ ກວດກາ ຫລາຍ ຂັ້ນຕອນຢູ່ຫລາຍທ້ອງຖິ່ນໄດ້ຫລຸດຜ່ອນລົງ”.

         

Delicious Digg Fark Twitter