ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 7, 2014 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຜູ້ເຖົ້າໄດ້ເມຍສາວປານໄດ້ຄວາຍຊາວແມ່ ສາວແກ່ໄດ້ບ່າວນ້ອຍປານໄດ້ຊ້າງຮ້ອຍໂຕ(ບູຮານກ່າວໄວ້).

ອ້າຍສົມສີ ນາມສົມມຸດ ເປັນພະນັກງານຖືວ່າຖານະຕຳແໜ່ງດີພໍສົມຄວນ,ລາວກັບຄອບຄົວຖືກແຍກທາງກັນເພາະຕ່າງຄົນກໍ່ອົດທົນຕໍ່ກັນບໍ່ໄຫວແລ້ວຈິ່ງຢ່າຮ້າງກັນ ແລະກໍ່ກາຍເປັນທີ່ຈັບຕາມອງຂອງສາວໆຂຶ້ນໃໝ່ຜົວໃສ, ເພື່ອໃຫ້ສົມກັບສັກສີຂອງຕົນ ສົມສີ ເລີຍແຕ່ງກັບຍິງຄົນໄໝ່ຊື່ (  ນ, ສົມມຸດ ) ທີ່ມີອາຍຸຫ່າງກັນ 22 ປີ ,

ນ. ສົມມຸດ ເປັນສາວຊ່າສາວລື,ເປັນທີ່ຮູ້ຈັກດີ ແລະຍອມຮັບຂອງຄົນແຖວນັ້ນໃຜໆກໍ່ວ່າສວຍ,ຂາວ,ງາມ (ເຫັນແລ້ວຄັນແຂ້ວ)

ພໍແຕ່ງດອງປັບບັນດາພະນັກງານນ້ອຍ ຫຼື ຜູ້ອື່ນໆແຖວນັ້ນສ່ວນໜຶ່ງຈຳຕ້ອງໄດ້ຮ້ອງ( ນ ສົມມຸດ )ວ່າ: ເອື້ອຍ ຕາມມາລະຍາດເມຍຜູ້ໃຫຍ່

ແຕ່ງໄດ້ 6 ເດືອນເຊິ່ງຄວາມຮັກກຳລັງຫອມຫວານມັນ  (ສົມສີ) ກໍ່ຖືກລົງວຽກຢູ່ຮາກຖານທ້ອງຖີ່ງເຂດຫ່າງໄກກຳນົດ 6 ເດືອນ  

ເພື່ອພາລະໜ້າທີ່ ແລະຜົນງານ ສົມສີ ຈຳຕ້ອງຕັດສິນໃຈ ຈາກ ສົມມຸດ ດ່ວຍຄວາມຫວ່ງໄຍຈຳໃຈ

ກ່ອນອັດປະຕູລົດ ວີໂກແຊມ ກຽມລົງວຽກ ສົມສີ ຍັງດຶງແຂນເມຍຮັກມາຫອມໜ້າພາກ,ພວງແກ້ມຂ້າງນັ້ນ ຂ້າງນີ້ ພ້ອມທັງສັ່ງລາ(ຢູ່ເຮືອນຖ້າອ້າຍເນີ່,ເບິ່ງເຮືອນເບິ່ງຊາຍໃຫ້ດີເນີ,ບໍ່ດົນອ້າຍກໍ່ກັບມາດອກ,)

ໂດຍ: ນ້ອງຈະຢູ່ຖ້າ ຢ່າລືມໂທຫານ້ອງເນີ່ (ສົມມຸດຕອບ).,,,,,,,,,,,,,,,,,,,

ຕິດຕາມຕອນຕໍ່ໄປ

 

ເລົ່່າເລື່ອງໂດຍ ຮ.ອ ແກ້ວ  ກອງຄະດີ

ປະພັນໂດຍ: ພັນທະຫົວໃຈ

Delicious Digg Fark Twitter