ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 16, 2014 | ມີ 4 ຄຳເຫັນ ແລະ 0 trackback(s)

ຕົວເລກສົ່ງອອກສິນຄ້າ 9 ເດືອນຂອງບໍລິຄຳໄຊ ຫຼຸດລົງເກືອບເຄິ່ງ

ເວັບໄຊໜັງສືພິມເສຖະກິດສັງຄົມ ພົດລົງ ວັນທີ 15 ສິງຫາ 2014 - ເວລາ 13:48:04  16

 

ໂດຍ: ໝີ​ນ້ອຍ

   ຕະ­ຫຼອດ​ໄລ­ຍະ 9 ເດືອນ​ຂອງ​ສົກ​ປີ​ນີ້ ແຂວງ​ບໍ​ລິ​ຄຳ​ໄຊ ມີ​ຕົວ​ເລກ​ສິນ­ຄ້າ​ຂາ​ອອກ​ປະ­ມານຮ້ອຍ​ຕື້​ກີບ ຫຼື 14,2 ລ້ານ​ກວ່າ​ໂດ​ລາ ໃນ​ນີ້ ເປັນ​ຕົວ​ເລກ​ສົ່ງ​ອອກ​ສິນ­ຄ້າ​ຂອງ​ແຂວງ​ມີປະ­ມານ 70 ກວ່າ​ຕື້​ກີບ ຫຼື 9,5 ກວ່າ​ໂດ​ລາທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​ຫຼຸດ​ລົງ 46,79% ເຈົ້າໜ້າ­ທີ່​ກ່ຽວຂ້ອງ​ເຜີຍ​ຕົ້ນ​ເຫດຍ້ອນ​ເປັນ​ໄລ­ຍະ​ລະ­ດູ­ຝົນ ແລະ ໝົດ​ລະ­ດູ​ການ​ຂອງ​ການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳŒອຸດ­ສາ­ຫະ­ກຳ. 

   ອີງ​ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າແຂວງ​ບໍ​ລິ​ຄຳ​ໄຊ ລາຍ​ງານ​ຕໍ່​ນັກ​ຂ່າວ​ໃຫ້ຮູ້​ວ່າ: ສະ­ພາບ​ລວມ​ຂອງ​ແຂວງ​ໃນ​ໄລ­ຍະ 9 ເດືອນຕົ້ນ​ປີ​ສົກ 2013Œ2014 ເຫັນ​ວ່າ​ວຽກ​ງານ​ອຸດ​ສາຫະ​ກຳ ແລະ ການ​ຄ້າແມ່ນ​ມີ​ລັກ­ສະ­ນະ​ການ​ຂະຫຍາຍ​ຕົວ​ຕາມ​ລຳ­ດັບ​ຕາມ​ຈັງ­ຫວະ​ການ​ຂະ­ຫຍາຍຕົວ​ຂອງ​ເສດ­ຖະ­ກິດ​ການ​ຜະ­ລິດ ແລະ ການ​ຈໍ​ລະຈອນ​ສິນ­ຄ້າ​ປົກ­ກະ­ຕິ ແລະ ຕໍ່​ເນື່ອງ​ສ່ວນ​ການ​ພັດທະ​ນາ​ທາງ​ດ້ານ​ອຸດ­ສາ­ຫະ­ກຳ ແລະ ຫັດ­ຖະ­ກຳ​ກໍ​ນັບ​ມື້​ຍົກ​ສະ­ມັດ­ຖະ­ພາບ​ການ​ຜະ­ລິດ​ຂຶ້ນ​ເທື່ອ​ລະ ກ້າວ.

   ຄຽງ​ຄູ່​ກັນ​ນັ້ນ ມັນ­ຕົ້ນ ຢາງ­ພາ­ລາ ສາ­ລີ ຜະ ລິດ​ຕະ​ພັນ​ແກະ​ສະ​ລັກ​ຈາກ​ຕໍ​ໄມ້ພືດ​ຜັກ​ປອດ​ສານພິດ ເພື່ອ​ຈຳ­ໜ່າຍ​ກໍ​ມີ​ລັກ­ສະ­ນະ​ເພິ່ມ​ຂຶ້ນ ແລະ ເປັນວຽກ​ທີ່​ຕິດ​ພັນ​ກັບ​ວຽກ​ງານ​ສາມ​ສ້າງ​ເຮັດ​ໃຫ້​ຕົວເລກ​ເງິນ​ຈໍ​ລະ​ຈອນ​ຊື້Œຂາຍ​ທີ່​ເປັນ​ຕົວ​ເລກ​ເສດ​ຖະກິດ​ຂອງ​ແຂວງ​ມີ​ທ່າ​ຂະ­ຫຍາຍ­ຕົວ​ເຊັ່ນ​ກັນ ແຕ່​ກໍຍັງ​ປະ​ເຊີນ​ກັບ​ສະ­ພາບ​ວິ​ກິດ​ການການ​ຂຶ້ນŒລົງ ແລະ ການ​ຜັນ​ແປ​ຂອງ​ລາ­ຄາ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ສະ­ບຽງ​ອາ­ຫານ​ກໍ​ມີ​ການ​ປັບ​ຕົວ​ສູງ​ຂຶ້ນ​ການແຂ່ງ­ຂັນ​ທາງ​ດ້ານ​ການ​ຄ້າ​ທັງ​ພາກ​ພື້ນ ແລະ ໃນ ສາ­ກົນ​ນັບ​ມື້​ຍິ່ງ​ເພີ່ມ​ທະ­ວີ​ຂຶ້ນ ຊຶ່ງ​ເປັນ​ສິ່ງ​ທາ​ທາຍ ແລະ ເປັນ​ຜົນ​ສະ­ທ້ອນ​ເຖິງ​ການ​ຂະຫຍາຍ­ຕົວ​ໃນ ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ.

   ສຳ­ລັບ​ວຽກ​ງານ​ຂະ­ແໜງ​ຄຸ້ມ​ຄອງ​ການ​ນຳເຂົ້າ ແລະ ສົ່ງ​ອອກ ໄດ້​ເຂົ້າ​ຮ່ວມ​ການ​ລົງ​ເຜີຍ­ແຜ່ການ​ພົວ­ພັນ​ການ​ຄ້າ​ກັບ​ຕ່າງ­ປະ­ເທດ​ອ້ອມ​ຂ້າງ ເຊື່ອມ​ໂຍງ​ເສດ­ຖະ­ກິດ​ສາ­ກົນ ແລະ ການ​ເຜີຍ­ແຜ່ພາ­ລະ​ບົດ­ບາດ​ສະ­ບັບ​ໃໝ່​ຂອງ​ກົມ​ນະ­ໂຍ­ບາຍການ​ຕ່າງ­ປະ­ເທດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ກ່ຽວ​ກັບ ການ​ຢັ້ງ­ຢືນ​ແຫຼ່ງ​ກຳ­ເນີດ​ສິນ­ຄ້າ​ທີ່​ໄດ້​ຮັບ​ສິດ​ພິເສດ​ຂອງ ສປປ ລາວ ແລະ ວຽກ​ງານ​ອື່ນໆ​ທີ່​ຕິດພັນ​ກັບ​ການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າŒສົ່ງ​ອອກ.

   ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ໃຫ້​ຮູ້​ຕື່ມວ່າ: ຕົວ​ເລກ​ສິນ­ຄ້າ​ຂາ​ອອກ​ທົ່ວ​ແຂວງ​ໃນ 9 ເດືອນ ມີ 14,23 ລ້ານ​ກວ່າ​ໂດ​ລາ ໃນ​ນີ້ ຕົວ​ເລກ​ສົ່ງ​ອອກສິນ­ຄ້າ​ຂອງ​ແຂວງ​ມີ 9,57 ລ້ານ​ກວ່າ​ໂດ​ລາ ຖ້າທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ­ຜ່ານ­ມາ​ທີ່​ມີ 17,99 ລ້ານ​ກວ່າ​ໂດ​ລາ ຫຼຸດ​ລົງ 46,79% ສາ­ເຫດ​ທີ່​ພາ ໃຫ້​ຫຼຸດ​ລົງ​ຍ້ອນ​ວ່າ​ເປັນ​ລະ­ດູ­ຝົນ ແລະ ເປັນ​ໄລ­ຍະໝົດ​ລະ­ດູ​ການ​ຂອງ​ການ​ຜະ­ລິດ​ສິນ­ຄ້າ​ກະ­ສິ­ກຳŒອຸດ­ສາ­ຫະ­ກຳ.

  ສ່ວນ​ຕົວ​ເລກ​ສິນ­ຄ້າ​ຂາ​ເຂົ້າ​ສິນ­ຄ້າ​ທັງ​ໝົດທີ່​ນຳ​ເຂົ້າ​ດ່ານ​ພາຍ​ໃນ​ແຂວງ​ປະ­ຈຳ 9 ເດືອນ​ຕົ້ນມີ 103,05 ລ້ານ​ກວ່າ​ໂດ​ລາ ໃນ​ນີ້​ມີ ຕົວ​ເລກ​ສິນຄ້າຂາ​ເຂົ້າ​ທີ່​ສູນ​ກາງ​ຄຸ້ມ​ຄອງ 29,77 ລ້ານ​ກວ່າ​ໂດລາ, ຂາ​ເຂົ້າ​ຮັບ​ໃຊ້​ໂຄງ­ການ 45,51 ລ້ານ​ກວ່າໂດ​ລາ, ເຂົ້າ​ວາງ­ສະ­ແດງ 5,03 ແສນ​ກວ່າ​ໂດ​ລາ, ນຳ​ເຂົ້າ​ຊົ່ວ­ຄາວ 2,3 ລ້ານ​ກວ່າ​ໂດ​ລາ, ສິນ­ຄ້າ​ທີ່ແຂວງ​ຄຸ້ມ​ຄອງ 24,7 ລ້ານ​ກວ່າ​ໂດ​ລາ ສະ­ເພາະສິນ­ຄ້າ​ທີ່​ບໍ­ລິ­ສັດ​ພາຍ​ໃນ​ແຂວງ​ນຳ​ເຂົ້າ​ມີ 13 ລ້ານກວ່າ​ໂດ​ລາ.

ສຳ­ລັບ​ສິນ­ຄ້າ​ຜ່ານ​ແດນ​ມີ​ທັງ​ໜົດ 21,13 ລ້ານກວ່າ​ໂດ​ລາ ທຽບ­ໃສ່​ໄລ­ຍະ​ດຽວ​ກັນ​ຂອງ​ປີ​ຜ່ານມາ​ຫຼຸດ​ລົງ 18,67% ສິນ­ຄ້າ​ນຳ​ເຂົ້າ​ເພື່ອ​ສົ່ງ­ຕໍ່ (ຜ່ານ​ແດນ) ສ່ວນ​ໃຫ່​ຍ​ແມ່ນ: ສັດ­ລ້ຽງ​ມີ​ຊິ­ວິດ ແລະ ເຄື່ອງ​ດື່ມ​ກະ­ທິງ​ແດງ, ເຄື່ອງ​ໄຟ­ຟ້າ​ສາ­ເຫດຍ້ອນ​ການ​ຍ້າຍ​ທຸ­ລະ​ກິດ​ນີ້​ໄປ​ເຮັດ​ຢູ່​ແຂວງ​ອື່ນ​ທີ່​ມີ​ຄວາມ​ສະ­ດວກ​ດ້ານ​ພື້ນ­ຖານ​ໂຄງ​ລ່າງ ແລະ ຕົ້ນທຶນ​ຕ່ຳ​ກວ່າ ຂະ­ນະ​ທີ່​ດູນ​ການ​ຄ້າ​ຂອງ ແຂວງ​ບໍ​ລິຄຳ​ໄຊ ກັບ​ຕ່າງ­ປະ­ເທດ​ໃນ 9 ເດືອນ​ມີ 2,36 ລ້ານກວ່າ​ໂດ​ລາ.

 

ຂໍ້ມູນຈາ  http://www.ecom.org.la/home/khao/19954.html

.......................................................................................................................................................................................................

1 ປີມີ 4ໄຕມາດ:

1 ໄຕມາດມີ 3 ເດຶອນ:

ໄຕມາດທີ 1 ຄື: 10-11-12

ໄຕມາດທີ 2 ຄື: 1-2-3

ໄຕມາດທີ 3 ຄື: 4-5-6

ໄຕມາດທີ 4 ຄື: 7-8-9

ຖ້ານັກຂ່າວຄິດທັນຄວນຖາມຕໍ່ວ່າ: ໃນ 9 ເດືອນຜ່ານມາຄື 10,11,12,1,2,3,4,5, 6 ທ່ານແນ່ໃຈບໍ່ວ່າເປັນໄລຍະລະດູຝົນຈິ່ງເປັນສາເຫດໃຫ້ການສົ່ງອອກລຸດລົງ?

ແລະ ອີກ 3  ເດືອນຕໍ່ໜ້າກໍ່ຄື: 7-8-9 ທ່ານຄິດວ່າເປັນລະດູແລ້ງນັ້ນທ່ານຈະສູ້ຊົນສົ່ງອອກສິນຄ້າໃຫ້ບັນລຸຫຼາຍປານໃດ?,ທຽບໃສ່ແຜນການຈັກເປີເຊັນ?

 

 

Delicious Digg Fark Twitter