ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 28, 2014 | ມີ 2 ຄຳເຫັນ ແລະ 0 trackback(s)

ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສິມເມືອງ​ວຽງ​ໄຊ ແລະ ເຂື່ອນ​ໄຟ­ຟ້າ​ນ້ຳຮາວ ເມືອງ​ສົບ​ເບົາ ແຂວງ​ຫົວ­ພັນ:

ໂຄງ­ການ​ກໍ່ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສິມ​ໄດ້​ເລີ່ມ​ລົງ­ມືກໍ່­ສ້າງ​ມາ​ແຕ່​ຕົ້ນ​ເດືອນ​ທັນ­ວາ 2013 ຮອດ​ປະ­ຈຸ​ບັນ​ສຳ­ເລັດ 37% ຂອງ​ບັນດາ​ໜ້າ​ວຽກ​ໃນ​ນັ້ນ ລວມ​ມີ​ການ​ທະ­ລຸເສັ້ນ­ທາງ​ເຂົ້າ​ສູ່​ສະ­ໜາມ​ກໍ່­ສ້າງ 2 ເສັ້ນ ຍາວ 600 ແມັດ ແລະ 200 ແມັດ, ສ້າງປະ­ຕູ​ນ້ຳ​ເຂົ້າ ແລະ ແກນ​ເຂື່ອນ​ທີ່​ມີ​ຄວາມສູງ 6 ແມັດ ປະ­ກອບ​ດ້ວຍ​ທາງ​ລະ­ບາຍ​ນ້ຳ, ສ້າງ​ຄອງ­ເໝືອງ ແລະ ເຮືອນ​ຈັກ​ປັ່ນ​ໄຟ­ຟ້າ, ໃນ​ນີ້ ຄອງ­ເໝືອງ​ຈະ​ໄດ້​ເຈາະ​ເປັນ​ອຸ­ມົງ ຍາວ 1.100 ແມັດ, ມີ​ເສັ້ນ​ຜ່າ​ກາງ 4 ແມັດ​ເຄິ່ງ.

   ປະ­ຈຸ​ບັນ ອຸ­ມົງ​ດັ່ງ­ກ່າວ​ເຈາະ​ສຳ­ເລັດແລ້ວ 703 ແມັດ ໂດຍ​ແມ່ນ​ບໍ­ລິ­ສັດ​ລຸງ​ລໍ ຂອງ​ຫວຽດ­ນາມ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງໃນ​ມູນ​ຄ່າ​ທັງ​ໝົດ 150,4 ຕື້​ກີບ ຫຼື ເທົ່າກັບ 18,8 ລ້ານ​ກວ່າ​ໂດ​ລາ ໂດຍ​ເປັນທຶນ​ຊ່ວຍ­ເຫຼືອ​ຈາກ​ປະ­ເທດ​ນອກ​ແວ 51,2 ຕື້​ກວ່າ​ກີບ ຫຼື 6,4 ລ້ານ​ໂດ​ລາ ແລະ ທຶນ​ກູ້​ຢືມ​ຈາກ​ອົງ­ການ​ການ​ເງິນນອກ​ພັນ ແລະ ສິນ​ພັນ 12,4 ລ້ານ​ໂດລາ ຫຼື ເທົ່າ​ກັບ 99,2 ຕື້​ກີບ ຄາດ​ວ່າ ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ​ສິມ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2015 ແລະ ຖ້າ​ກໍ່­ສ້າງ​ສຳ­ເລັດ​ຈະ​ສາ­ມາດ​ປັ່ນ​ພະ­ລັງ­ງານ​ໄຟ­ຟ້າໄດ້ 8 ເມ​ກາ​ວັດ.

   ສຳ­ລັບ​ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳຮາວ ເມືອງ​ສົບ​ເບົາ ແລະ ເມືອງ​ວຽງ​ໄຊ ແຂວງ​ຫົວ­ພັນ ແມ່ນ​ກຸ່ມ​ບໍ­ລິ­ສັດດວງ​ຈະເລີນ​ກໍ່ສ້າງ​ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ 100% ໃນ​ມູນ​ຄ່າການ​ກໍ່­ສ້າງ​ເບື້ອງ​ຕົ້ນ 360 ຕື້​ກີບ ຫຼື 45 ລ້ານ​ໂດ​ລາ, ໂຄງ­ການ​ໄດ້​ເລີ່ມ​ລົງ­ມື​ກໍ່ສ້າງ​ແຕ່​ເດືອນ​ພະ­ຈິກ 2013 ໜ້າ​ວຽກ​ທີ່ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້​ກໍ່­ສ້າງ​ຫົວ​ງານ​ກວ້າງ 70 ແມັດ, ສູງ 5 ແມັດ ຢູ່​ບ້ານ​ວັງ​ແຊງ ເມືອງ​ວຽງ​ໄຊ ແລະ ເຮືອນ​ຈັກ​ຢູ່​ບ້ານ​ນາຍົມ​ເມືອງ​ສົບ​ເບົາ ຊຶ່ງ​ຈະ​ໄດ້​ສ້າງ​ຄອງເໝືອງ​ຍາວ 8 ກິ­ໂລ­ແມັດ, ເຈາະ​ເປັນ​ອຸມົງ 4 ກິ­ໂລ­ແມັດ.

   ທັງ​ສຳ­ເລັດ​ການ​ກໍ່­ສ້າງ​ຂົວ​ເບ​ຕົງທາງ​ເຂົ້າ​ເຮືອນ​ຈັກ, ເອົາ​ໄຟ​ຟ້າ­ລົງ 3 ຈຸດ ໝໍ້​ແບ່ງ 4 ໜ່ວຍ ແຕ່​ລະ​ໜ່ວຍ​ມີ​ຂະ­ໜາດ 250 ກິ​ໂລ​ວັດ, ຕັດ​ດິນ​ສະ­ໜາມ​ກໍ່­ສ້າງ, ລະ­ເບີດ​ຫີນ​ເຂດ​ຫົວ​ງານ, ປາກ​ຄອງ­ເໝືອງ​ໃນ​ບໍ​ລິ​ມາດ 6ພັນ​ແມັດ​ກ້ອນ, ສຳ­ເລັດ​ແລ້ວ 3.500 ແມັດ​ກ້ອນ ແລະ ຕັດ​ດິນ, ລະ­ເບີດ​ຫີນ​ຈຸດ​ກໍ່­ສ້າງ​ບັນ­ດາ​ໜ້າວຽກ​ໃນ​ຂົງ­ເຂດ​ເຮືອນ​ຈັກໂຄງ­ການ​ນີ້​ເມື່ອ​ກໍ່­ສ້າງ​ສຳ­ເລັດ​ຈະ​ສາ­ມາດ​ປັ່ນ​ພະລັງງານ​ໄຟ­ຟ້າ​ໄດ້ 15 ເມ​ກາ​ວັດ ແລະ ຄາດ​ວ່າ​ຈະ​ໃຫ້​ສຳ­ເລັດ​ສົມ­ບູນ​ໃນ​ທ້າຍ​ປີ 2015.

ກັອບປີ່ຈາກ  ໜັງສືພິມ ເສຖະກິດສັງຄົມ

Delicious Digg Fark Twitter