ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຍຸດທະສາດ 10 ປີຂອງລັຖະບານ,ຈະເປັນຈິງ ຫຼື ໂມ້?
ສ້າງເມື່ອ ກ.ຍ.. 27, 2013 8 ຄົນໂຫວດ, 7 ຄຳເຫັນ, ອ່ານ 1548 ເທື່ອ


ຂປລ. ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 10 ປີ (2011-2020) ເປັນຍຸດທະສາດບຸກທະລຸ ແລະ ມີລັກສະນະກຳນົດທິດທາງ, ເປົ້າໝາຍລວມຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍຖືເອົາເສດຖະກິດເປັນ ໃຈກາງຕິດພັນກັບຄວາມສົມດູນ ລະຫວ່າງການພັດທະນາ ເສດຖະກິດ ກັບການພັດທະນາສັງຄົມ, ປົກປັກຮັກສາ ແລະ ຟື້ນຟູສະພາບແວດລ້ອມ, ການພັດທະນາຕົວເມືອງ ແລະ ຊົນນະບົດ, ສຸມໃສ່ການພັດ ທະນາເສດຖະກິດໃຫ້ເຕີບໂຕໄວ ຕິດພັນກັບການພັດທະນາທີ່ໝັ້ນທ່ຽງ, ໜັກແໜ້ນ ແລະ ຍືນຍົງ. ພ້ອມໆກັບການຊຸກຍູ້ການສືບຕໍ່ປ່ຽນແປງໃໝ່ ທາງ ດ້ານເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດຕາມກົນໄກເສດຖະກິດຕະຫລາດ ເພື່ອສ້າງປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ ແນໃສ່ສ້າງປະເທດ ຊາດໃຫ້ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ມີປະຊາທິປະໄຕຍຸຕິທຳ ແລະ ສີວິໄລ.

ໃນບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຍຸດທະສາດການພັດທະນາດັ່ງກ່າວ ແມ່ນໄດ້ຖືເອົາເສດຖະກິດເປັນໃຈກາງ ຊຶ່ງເປົ້າ ໝາຍຕົ້ນຕໍແມ່ນສຸມໃສ່ພັດທະນາເສດຖະກິດແຫ່ງຊາດໃຫ້ເຕີບໂຕໄວ, ຕໍ່ເນື່ອງ ແລະ ຍືນຍົງ ໂດຍໄດ້ປະຕິບັດເປັນ 2 ໄລຍະຄື: ໄລຍະ 2011-2015 ເສດຖະກິດເຕີບໂຕບໍ່ຫລຸດ 8% ຕໍ່ປີ, ໃນນັ້ນ ການຂະຫຍາຍຕົວຂອງຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 3,3%, ອຸດສາຫະກຳເພີ່ມຂຶ້ນ 12,2%, ການ ບໍລິການ 8,5%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາສະຫະລັດຂຶ້ນໄປໃນປີ 2015, ສູ້ຊົນໃຫ້ຄັງສຳຮອງເງິນຕາ ຕ່າງປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກຸ້ມການນຳເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ປີ, ສູ້ຊົນລະດົມທຶນທົ່ວສັງຄົມບໍ່ໃຫ້ຫລຸດ 127 ພັນຕື້ກີບ, ສູ້ຊົນປະຕິ ບັດລາຍຮັບທັງໝົດໃຫ້ໄດ້ 19-21% ຂອງ GDP, ຮັບປະະກັນການຂາດດຸນງົບປະມານ ຢູ່ໃນລະຫວ່າງ 3-5% ຂອງ GDP ຕໍ່ປີ, ສູ້ຊົນຫລຸດຜ່ອນ ໜີ້ສິນໃນທົ່ວລະບົບການເງິນ ຂອງລັດ ໃຫ້ຕ່ຳກວ່າ 45% ຂອງ GDP, ສູ້ຊົນຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນໃນເນື້ອທີ່ 1,04 ລ້ານເຮັກຕາ ດ້ວຍ ສະມັດຕະພາບ 4 ໂຕນຕໍ່ເຮັກຕາ, ອັດຕາ ເພີ່ມການລ້ຽງສັດປະມານ 4-5% ຕໍ່ປີ, ສູ້ຊົນໃຫ້ຈຳນວນຄອບຄົວ ມີໄຟຟ້າໃຊ້ກວມ 80% ຂອງຈຳນວນ ຄອບຄົວທົ່ວປະເທດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ສຳຄັນໃຫ້ມີຈຳນວນເພີ່ມຂຶ້ນ ໃນແຕ່ລະປີ ດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນ 2,8 ລ້ານຄົນ ຕໍ່ປີ, ຫລຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ 19% ຂອງຈຳນວນພົນລະເມືອງທັງໝົດ ແລະ ອັດຕາຄວາມທຸກຍາກ ໃຫ້ຕ່ຳກວ່າ 10% ຂອງຄອບ ຄົວທັງໝົດ, ອັດຕາສ່ວນປະຊາກອນຊົມໃຊ້ນ້ຳສະອາດໃຫ້ໄດ້ 80% ແລະ ວິດຖ່າຍ 60% ຂອງຈຳນວນປະຊາກອນທັງໝົດ, ຄວບຄຸມອັດຕາການ ຫວ່າງງານສະເລ່ຍ ໃຫ້ຢູ່ໃນລະດັບບໍ່ເກີນ 2%, ສູ້ຊົນໃຫ້ອັດຕາສ່ວນ ແຮງງານໃນຂະແໜງກະສິກຳ-ປ່າໄມ້ ຫລຸດລົງເປັນ 70%, ອຸດສາຫະກຳ-ກໍ່ ສ້າງ-ບໍ່ແຮ່ເພີ່ມຂຶ້ນ 7% ແລະ ຂະແໜງບໍລິການເພີ່ມຂຶ້ນ 23% ຂອງແຮງງານລວມ, ຮັບປະກັນອັດຕາການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມປະມານ 70% ຂອງເນື້ອທີ່ທົ່ວປະເທດ.

ສ່ວນໄລຍະແຕ່ປີ 2016-2020 ນັ້ນ ແມ່ນສືບຕໍ່ຍົກລະດັບຄາດໝາຍທີ່ຕ້ອງບັນລຸໃນປີ 2015 ໃຫ້ສູງຂຶ້ນກວ່າເກົ່າ, ຮອດປີ 2020 ລວມຍອດຜະ ລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.220 ໂດລາສະຫະລັດ, ອັດຕາສ່ວນຄອບຄົວທຸກ ຍາກຍັງເຫລືອບໍ່ໃຫ້ເກີນ 5% ຂອງຈຳນວນຄອບຄົວ ໃນທົ່ວປະເທດ, ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີໃຫ້ ຫລຸດລົງສູ່ມາດຕະຖານຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ, ປະຊາກອນລາວມີ ອາຍຸຍືນສະເລ່ຍ 73 ປີ ແລະ ອື່ນໆ./.