ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ໂຈນປຸ້ນຕຳຫຼວດ
ສ້າງເມື່ອ ກ.ຍ.. 29, 2013 9 ຄົນໂຫວດ, 7 ຄຳເຫັນ, ອ່ານ 1386 ເທື່ອ
ຂ່າວບໍ່ເປັນທາງການໃຫ້ຮູ້ວ່າ:ໃນກາງຄຶນຂອງວັນທີ່ 24,09,2013 ມີໂຈນ 6 ຄົນ ບຸກເຂົ້າເຮືອນຂອງຕຳຫຼວດທ່ານໜຶ່ງຢູ່ບ້ານໂພນສີ,ເມືອງປາກກະດິງ,ແຂວງບໍລິຄຳໄຊ.
ໂຈນໄດ້ເຄາະປະຕູ ພໍເຈົ້າເຮືອນໂພອອກມາໂຈນກໍ່ໃຊ້ປຶນຈີ້ທັນທີ,ຈັບຕຳຫຼວດພ້ອມພັນລະຍາຜູກມັດໄວ້ແລ້ວຄົ້ນເອົາຊັບສິນເງິນ 30.000 ໂດລ່າ,ຄຳ 20 ບາດ,
ຈາກນັ້ນກໍ່ເອົາລົດປາຣາໂດ 1 ຄັນ,ລົດວີໂກແຊມ 1 ຄັນ ທີ່ເປັນຂອງຕຳຫຼວດເປັນພາຫະນະລົບໜີ
ແຕ່ເວລາຖອຍລົດອອກມາອາດຟ້າວຝັ່ງ ເຮັດໃຫັລົດວີໂກທີ່ຖອຍອອກກ່ອນຕົກຕະຄອງເລິກຂຶ້ນບໍ່ໄດ້ຕັນທາງ ເລີຍຖີ້ມລົດໄວ້ ແລ້ວຖອດເອົາກຸນແຈລົບໜີໄປ.
ຕອນນີ້ເຈົ້າໜ້າທີ່ໄລຕິດຕາມຕົວມາລົງໂທດ ແຕ່ຍັງບໍ່ມີຂ່າວຄືບໜ້າໃດໆ

ທ່ານຄິດວ່າແນວໃດ?