ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເຫດຜົນຂອງນາຍົກ
ສ້າງເມື່ອ ຕ.ລ.. 12, 2013 12 ຄົນໂຫວດ, 12 ຄຳເຫັນ, ອ່ານ 657 ເທື່ອ
ສຳລັບ​ເຫດຜົນທີ່​ພາ​ໃຫ້​ໂຈະ​ເງິນ​ອຸດ​ໜູນ 760.000 ກີບ/ຄົນ/​ເດືອນ ​ໃນ​ສົກ​ປີ 2013-2014 ນັ້ນ, ທ່ານນາຍົກລັດຖະມົນຕີ ​ໄດ້​ຊີ້​ແຈງ​ຕື່ມ​ວ່າ: ນະ​ໂຍບາຍ​ ການ​ເພີ່ມ​ເງິນ​ອຸດ​ໜູນ​ຄ່າ​ຄອງ​ຊີບ ຕາມ​ທຳ​ມະ​ດາ​ແລ້ວ ຢູ່​ໃນ​ຫລາຍ​ປະ​ເທດ ຈະ​ເພີ່ມ​ຂຶ້ນ ໃນ​ເວລາ​ຄ່າຄອງ​ຊີບ​ເໜັງ​ຕີງ​ຮ້າຍ​ແຮງ ​ແລະ ​ໄດ້​ດຳ​ເນີນ​ໃນ​ໄລຍະ 1-3 ​ເດືອນ​ເທົ່າ​ນັ້ນ ບໍ່​ແມ່ນ​ຈະ​ອຸດ​ໜູນ​ໄປ​ເລື້ອຍໆ, ຕໍ່​ກັບ​ບັນຫານີ້ ກອງ​ປະຊຸມ​ລັດຖະບານ ມີ​ມະຕິ​ໃຫ້​ຄົ້ນຄວ້າ​ປັບປຸງ​ດຳລັດ 211/ນຍ ມາດຕາ 2 ວັກ 2 ຄືນ​ໃໝ່, ຕາມ​ທິດ​ໃຫ້​ເອົາລາຍ​ຈ່າຍ​ທີ່​ຈຳ​ເປັນ​ເຂົ້າ​ໃນ​ເງິນ​ເດືອນ, ສ່ວນ​ເງິນ​ຄ່າ​ຄອງ​ຊີບ​ໃຫ້​ຄົ້ນຄວ້າ ​ແລະ ມີ​ຮ່ວງ​ໃດ​ໜຶ່ງ​​ໄວ້ ​ເພື່ອ​ແຮ​ການ​ປ່ຽນ​ແປງ​ຄ່າ​ຄອງ ​ຊີບ​ທີ່​ອາດມີ​ການ​ເໜັງ​ຕີງແຮງ; ການ​ເພີ່ມ​ເງິນ​ອຸດ​ໜູນ 760.000 ກີບ/ຄົນ/​ເດືອນ ຖ້າ​ມີ​ງົບປະມານ​ພຽງພໍ, ມີ​ແຫ​ລ່ງ​ລາຍຮັບຊັດ​ເຈນ​ແທ້ກໍ​ໄດ້ ​ແຕ່​ເບິ່ງ​ ສະພາບ​ເສດຖະກິດ​ໃນ​ປະຈຸ​ບັນ ລວມທັງ​ຜົນ​ກະທົບ​ຂອງ​ເສດຖະກິດ​ໂລກ, ພາກພື້ນ​ແລ້ວ ຄວາມ​ອາດ​ສາມາດ​ຈັດ​ເກັບ​ຮ່ວງ​ນີ້ ຊຶ່ງ​ກວມ​ເກືອບ 3.000 ຕື້ກີບນັ້ນ​ ແມ່ນ​ເປັນ​ອີກ​ປີ​ໜຶ່ງ​ທີ່​ຍຸ້ງ​ຍາກ ​ແລະ ກົດ​ດັນ​ຢ່າງ​ແນ່ນອນ, ​ເວົ້າ​ລວມ​ແລ້ວ​ ແມ່ນ​ບໍ່​ມີ​ແຫ​ລ່ງ​​ໃດ​ມາສະ​ໜອງ​ໃຫ້, ​ເມື່ອ​ບໍ່ມີ​ແຫ​ລ່ງທາງ​ທີ່​ດີ​ກໍ​ຄວນ​ ໂຈະ​ໄວ້​ກ່ອນ, ຖ້າ​ຍັງ​ຝືນຕໍ່​ໄປ​ຈະ​ນຳ​ໄປ​ສູ່ສະພາບ​ວິ​ກິດ​ການ​ດ້ານ​ເສດຖະກິດ ​ແລະ ຄວາມ​ບໍ່​ສະຫງົບ​ທາງ​ສັງຄົມ​. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຄົ້ນຄວ້າ​ອອກ​ ນະ​ໂຍບາຍ ສະຫວັດດີ​ການ-​ສັງຄົມ ຕາມ​ກະຕິ​ກາ​ປະກາດ​ໃຊ້ ​ແລະ ຍາມ​ໃດ​ກໍ​ອີງ​ໃສ່​ເຫດຜົນ​ຂອງ​ການ​ຂະຫຍາຍຕົວ​ເສດຖະກິດ, ຄວາມ​ສາມາດ​ຈັດ ​ເກັບ​ລາຍ​ຮັບ​ງົບປະມານ ​ນັກ​ເສດຖະສາດຫລາຍທ່ານຄົ້ນຄວ້າ​ເຫັນ​ກົດ​ເກນ​ວ່າ: ຄັງ​ເງິນ​ເດືອນ, ສະຫວັດດີ​ການ​-ສັງຄົມ ​ແລະ ລາຍ​ຈ່າຍ​ບໍລິຫານ​ຂອງ​ ລັດໜຶ່ງໆ ​ແມ່ນ​ຂຶ້ນກັບ​ຄວາມ​ອາສາ​ມາດ​ແບ່ງປັນ​ຄືນ​ລາຍ​ໄດ້​ແຫ່ງ​ຊາດ ບໍ່​ແມ່ນ GDP ຄື​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ຫລາຍ​ຄົນ​ຕໍ່​ບັນ​ຫານີ້./.