ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ລະເບີດເວລາຈະແຕກທີ່ວໍຊີງຕັນ (USA)
ສ້າງເມື່ອ ຕ.ລ.. 16, 2013 6 ຄົນໂຫວດ, 8 ຄຳເຫັນ, ອ່ານ 650 ເທື່ອ
ຊາວໂລກຕ່າງກໍ່ນັບຖອຍຫຼັງຈົດຈໍ່ຈ້ອງມອງ ແລະລຸ້ນການທຳງານຖອດສະຫຼັກເພື່ອປົດລັອກຢຸດການເດີນ
ຂອງລະເບີດເວລລູກໃຫຍ່ຂອງໂລກທີ່ພວມເດີນເຄື່ອງ ແລະຂວບຈຸດລະເບີດເມື່ອຄືນວັນທີ່ 17/10/2013 ນີ້ເອງ,ຫາກລະເບີດລູກນີ້ແຕກຂຶ້ນເມື່ອໃດມັນຈະທຳລາຍລ້າງຜານລະບົດເສຖະກິດ,ສະຖາບັນການເງິນ,
ການລົງທຶນຂອງອາເມລິກາ,ນອກນັ້ນມັນຍັງສົ່ງສັນຍານຄ້າຍກັບຄື້ນແມ່ເຫຼັກແຜ່ກະຈາຍໄປຫາລະເບີດໜ່ວຍອື່ນໆ
ທີ່ຝັງຕົວຢູ່ທຸກໆປະເທດທົ່ວໂລກ,ເຮັດໃຫ້ກົນໄກເອເລັກໂຕ່ນິກ,ເມກນນິກຂອງລະເບີດເດີນເຄື່ອງພ້ອມກັນ
ຕ່າງແຕ່ຈຸດລະເບີດ ແລະຄວາມແຮງນັ້ນແຕກຕ່າງກັນ.

ສະຫຼຸບແລ້ວຫາກມັນລະເບີດຂຶ້ນຖືວ່າຕາຍທັງເພີ່ນທັງໂຕ,ຕ່າງແຕ່ຕາຍຊ້າຕາຍໄວເທົ່ານັ້ນ


ໃນສ່ວນຕົວຂອງທ່ານຄິດວ່າຈະລຸ້ນໃຫ້ແຕກ ຫຼື ລຸ້ນໃຫ້ຢຸດເດິນ.


(ລະເບີດທີ່ວ່ານີ້ໝາຍເຖິງການເພີ່ມເພດານໜີ້ຂອງສະຫະລັດ ເຊີ່ງສອງພັກການເມືອງມີຂໍ້ຂັດແຍ່ງ ແລະພວມຫາທາງອອກແຕ່ໃກ້ຮອດກຳນົດເສັ້ນຕາຍແລ້ວ ຍັງບໍ່ມີວີ່ແວວຈະລ່ອງລອຍກັນໄດ້,
ຫາກໂຫວດໃນສະພາບໍ່ຜ່ານຖືວ່າສະຫະລັດບໍ່ມີເງິນສຳລະໜີ້,ໜ່ວຍງານລັດສືບຕໍ່ຢຸດງານ,ເສຖະກິດລົ້ມ ແລະແພ່ລາມທົ່ວໂລກ)