ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ຢູ່ລາວມີໂຮງຮຽນພາສາໄບ້ ຫຼື ບໍ່?
ສ້າງເມື່ອ ຕ.ລ.. 20, 2013 9 ຄົນໂຫວດ, 9 ຄຳເຫັນ, ອ່ານ 1458 ເທື່ອ
ພົບເຫັນນາງ ກໍ ນາມສົມມຸດ ຢູ່ບ້ານນ້ຳກ້າງ,ເມືອງວຽງທອງ.ນາງ ກໍ ຕອນນີ້ອາຍຸ 14 ປີ,ເປັນຄົນຮູບຮ່າງຜິວພັນໜ້າຕາດີ,ຫົວຄິດມັນສະໝອງກໍ່ໜ້າຈະດີ ແຕ່ນາງພັດເປັນຄົນຫູໜວກ,ບໍ່ໄດ້ຍິນສຽງ. ສະນັ້ນຈິ່ງເຮັດໃຫ້ນາງບໍ່ໄດ້ຮຽນພາສາຂອງຄົນເຮົາ ແລະປາກເວົ້າບໍ່ເປັນ,ເຖິງປານນັ້ນນາງກໍ່ພະຍາມຮຽນຈາກການເຄື່ອນໄຫວໃນສັງຄົມ ຈົນສາມາດຂາຍເຄື່ອງແທນແມ່ໄດ້ບາງຄັ້ງຄາວ,
ບັນຫາທີ່ຫຍຸ້ງຍາກໃນການຂາຍນັ້ນແມ່ນການຖອນເງິນ ເພາະສັງເກດເບິ່ງແລ້ວນາງອາດບໍ່ທັນຮູ້ນັບ,ບໍ່ຮູ້ເລກ,ບໍ່ຮູ້ໜັງສື ຈິງຕ້ອງອາໃສຄົນໃກ້ຄຽງເປັນຜູ້ຊ່ວຍ.(ເຫັນແລ້ວໜ້າສົງສານ )

ຫາກໃຜມີຂໍ້ມູນບ່ອນປິ່ນປົວ ແລະໂຮງຮຽນພາສາກືກຊ່ວຍແນນຳດ້ວຍເພື່ອເປັນຂໍ້ມູນໃຫ້ແກ່ຜູ້ປົກຄອງຫາທາງປິ່ນປົວ...