ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ອອກປຶ້ມສຳມະໂນໃຫ້ມົ້ງຫວຽດນາມ
ສ້າງເມື່ອ ມ.ກ.. 18, 2014 15 ຄົນໂຫວດ, 11 ຄຳເຫັນ, ອ່ານ 675 ເທື່ອ
ທ່ານ: ພອນທິລາດ ສິດສາທອນ ຫົວໜ້າພະແນກພົວພັນການຕ່າງປະເທດ ແຂວງບໍລິຄຳໄຊ ກ່າວຢູ່ໃນກອງປະຊຸມແຕ່ງຕັ້ງຜູ້ປະສານງານວຽກງານການຕ່າງປະເທດຂັ້ນເມືອງ ທີ່ສະໂມສອນໃຫ່ຍເມືອງວຽງທອງເມ່ອວັນທີ່ 14/01/2014



ທ່ານກ່າວວ່າ: ຈາກນີ້ໄປສຳລັບຊາວມົ້ງຫວຽດນາມທີ່ລັກລອບເຂົ້າມາຕັ້ງຖິ່ນຖານຢູ່ລາວຈະໄດ້ພິຈາລະນາເປັນສອງກໍລະນີຄື;



* ພາກສ່ວນທີ່ເຂົ້າມາລາວນັບແຕ່ເດືອນ 7 (ກໍລະກົດ) 2013 ລົງໄປຫາກມີເງຶ່ອນໄຂຄົບຖ້ວນເຊັ້ນ: ມີເຮືອນຖາວອນ ມີທີ່ທຳກິນ ບໍ່ມີຄະດີ ປະຕິບັດລະບຽບກົດໝາຍບ້ານເມືອງ ຮູ້ ແລະເຄົາລົບຮີດຄອງປະເພນີຂອງລາວ ແມ່ນຈະໄດ້ພິຈາລະນາອອກປຶ້ມສຳມະໂນຄົວໃຫ້ເປັນພົນລະເມືອງລາວໂດຍສົມບຸນຖາວອນ.

*ພາກສ່ວນມົ້ງວຽດນາມເຂົ້າມານັບແຕ່ເດຶອນ 8 (ສິງຫາ) 2013 ຂຶ້ນມາ ແມ່ຈະໄດ້ສົ່ງກັບຄຶປະເທດຫວຽດນາມ.



ຕໍ່ບັນຫານີ້ບາງຂໍຄິດກໍ່ເຫັນວ່າຖຶກຕ້ອງເໝາະສົມ. ເພາະອີງໃສ່ຈຸດພິເສດຄວາມເປັນຈິງຂອງທ້ອງຖິ່ນ.ການຮ່ວມມືພິເສດ ເປັນການສ້າງໂອກາດໃຫ້ສັງຄົມມີການພັດທະນາຢ່າງຕັ້ງໜ້າ.



ແຕ່ບາງຂໍ້ຄິດພັດວ່າບໍ່ເໝາສົມ: ອາດເປັນບ່ອນອິງໃຫ້ພາກສ່ວນອື່ນຜ່າຝຶນກົດໝາຍ



ເພາະກົດໝາຍວ່າດ້ວຍສັນຊາດຂອງລາວລະບຸໄວ້ວ່າ ຊາວຕ່າງດ້າວຈະຕັດສັນຊາດເປັນລາວຕ້ອງລຳລົງຊີວິດຢູລາວເຖິງ 15 ປີຈິ່ງສາມາດຕັດສັນຊາດໄດ້.



ສ່ວນຕົວຂອງທ່ານຄິດວ່າຈັ່ງໃດ?