ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 138  |  ໜ້າຕໍ່ໄປ »

ສ້າງເມື່ອ ກ.ລ.. 31, 2015 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 1636 ເທື່ອ
ສະພາບເສດຖະກິດເປັນແບບນີ້: ບາດໄທອ່ອນ,ດອນລ່າແຂງ,ຄຳລົງລາຄາ,ຫຸ້ນຈິນຖືກທຸບ,ຍູໂຣບ ໜີ້ເສຍ, ຣັດເຊຍແຂງກ້າມ,ອີ່ຣານເຈລະຈາ,ເມລິກາຂຶ້ນດອກເບ້ຍ,ເອເຊຍສ້າງຕັ້ງກຸ່ມ AEC ຕາຍແທ້ເຮັດຫຍັງກະມີຄວາມສ່ຽງ ຈະເອົາແນວໃດດີ? ລົງທຶນໃສ່ອັນໃດ

 
ສ້າງເມື່ອ ກ.ລ.. 31, 2015 7 ຄົນໂຫວດ, 0 ຄຳເຫັນ, ອ່ານ 1396 ເທື່ອ
ໃຜເຄີຍໄປທ່ຽວ ເກີລໍ ສສ ຫວຽດນາມ ທຳມະຊາດດີ,ມີທະເລ,ມີເກາະ,ຜາຫິນ. ການບໍລິການກໍ່ດີ ແຕ່ຢາກຮູ້ວ່າມີອັນແດ່ທີ່ທ່ານບໍ່ມັກ ແລະເປັນຕາເບື່ອ?

 
ສ້າງເມື່ອ ມ.ນ.. 12, 2015 11 ຄົນໂຫວດ, 0 ຄຳເຫັນ, ອ່ານ 1026 ເທື່ອ
00 ໂມງ ຂອງວັນທີ່ 01,03,2015 ລາວເຮົາສຳຫຼວດພົນລະເມືອງ ແລະທີ່ຢູ່ອາໃສທົ່ວປເເທດ,ການສຳຫຼວດຄັ້ງນີ້ເປັນຄັ້ງທີ່ 4 ແລ້ວ ຄັ້ງທຳອິດແມ່ນ 00 ໂມງຂອງທີ່ 01,03,1993 ແລະ 10 ປີໃດຈະມີການສຳຫຼວດຄັ້ງໜຶ່ງສຳລັບ ສປປ ລາວ ບາງປະເທດຈະລີນແມ່ນ 5 ປີໃດສຳຫຼວດຄັ້ງໜຶ່ງ, ການສຳຫຼວດຄັ້ງນີ້ທ່ານເຫັນວ່າເປັນແນວໃດ?ຂໍມູນຊັດເຈນບໍ່?

 
ສ້າງເມື່ອ ທ.ວ.. 9, 2014 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 1117 ເທື່ອ
ອົງການກວດສອບແຫ່ງລັດໄດ້ຈັດແບບຟອມສົ່ງໃຫ້ພະນັກງານລັຖະກອນ,ທະຫານຕຳຫຼວດແຈ້ງສີນສັບ ແລະທີ່ມາຂອງສິນສັບທັງໝົດທີມີມູນຄ່າຊາວລ້ານກີບຂຶ້ນໄປ ເພື່ອຄວາມປົ່ວໃສ ແລະສະກັດກັ້ນການກົງສິນສັບລວມ. ແຕ່ເບິ່ງແລ້ວເຫັນວ່າຍັງບໍ່ທັນຍຸຕິທຳ ເພາະປະຈຸບັນມີພະສົງຈຳນວນໜື່ງສວຍໂອຫາດເອົາສິນສັບລວມ(ໄດ້ຈາກການແພ່ທານ) ນຳໃຊ້ສ່ວນຕົວຕາມໃຈຕົນເອງ, ຫາກບໍ່ກວດສອບອາດເຮັດໃຫ້ເຊື່ອມສັດທາກໍ່ເປັນໄດ້

 
ສ້າງເມື່ອ ຕ.ລ.. 5, 2014 13 ຄົນໂຫວດ, 0 ຄຳເຫັນ, ອ່ານ 1392 ເທື່ອ
ເຫດເກີດຂຶ້ນໃນຕອນເດິກ 01 ໂມງຂອງວັນທີ່ 04 ຕຸລາ 2014 ຢູ່ທີ່ໂຮງໝໍເມືອງວຽງທອງ ແຂວງບໍລິຄຳໄຊ.

ນາງ ແອ ແກ້ວວົງວຽນ ເກີດເມື່ອວັນທີ່ 31,16,01,1983 ປີນີ້ມີອາຍຸ 31 ປີເປັນເມັຍຂອງທ່ານ ຄຳລົ້ນ,ໄດ້ລູກຮ່ວມກັນຜ່າມມາ 2 ຄົນ ໄດ້ລູກແຕ່ລະຄົນກໍ່ບໍ່ເຄີຍບາກ ສ່ວນຜູ້ທີ່ 3 ເປັນເຫດການທີ່ບໍ່ຄາດຄິດກໍ່ເກີດຂຶ້ນໄດ້ເພາະວັນເກີດຂອງລູກຜູ້ 3 ນັ້ນເັປັນວັນຈົບສິ້ນຊີວິດຂອງ ນາງແອ.

ນາງ ແອ ຖືພາ 9 ເດືອນເຕັມ ຜ່ານມາເຄີຍຝາກທ້ອງປົກະຕິ ແລະວັນທີ່ 4-5 ຕຸລາ 14 ເປັນວັນທີ່ໝໍນັດວ່າຈະໄດ້ແອນ້ອງ.

ພໍຮອດ 01 ໂມງຂອງວັນທີ່ 4 ນາງຮູ້ສຶກເຈັບທ້ອງ ຜົວຈິ່ງຟ້າວພາໄປໂຮງໝໍ, ຮອດ 02 ໂມງກໍ່ຖືວ່າໄດ້ແອນ້ອຍເປັນຜູ້ຊາຍ,ການເກີດກໍ່ບໍ່ຍາກປານໃດ ນາງຍັງປາກລົມທຳມະດາປົກກະຕິ ຕ່າງແຕ່ວ່າເດັກອອກມາບໍ່ຟື້ນ ໝໍຈິ່ງນຳໄປເຂົ້າຫ້ອງອົບ, ຢູ້ປະມານ 02 ໂມງ 30 ແຮ່ຈິ່ງອອກມາ ແລະກໍເລືອດຕົກໜັກ ຕໍ່ມາໜ້າຕາເລີ່ມຈືດມ້ານ,ຮ້າງກາຍອ່ອນເພຍກະທັນທັນ, ແພດກໍ່ໄດ້ສູມທຸວິທີເພື່ອຊ່ວຍຊີວດິນາງໄວ້,ນອກຈາກວິທະຍາສາດແລ້ວ ຍາດພິ່ນ້ອງຍັງນຳໃຊ້ໝໍໄສຍະສາດ(ໝໍປາບຜີປອບ) ເຂົ້າມາຊ່ວຍຕາມຄວາມເຊື່ອເພາະໝົດທາງອອກ ແຕ່ອາການຍິ່ງໜັກເຂົ້າຈົນບໍ່ສາມາດຮັກສາຊີວິດນາງໄວ້ໄດ້ ນາງໄດ້ສິນສິ້ນລົມຫາຍໃຈໃນເວລາ 07 ໂມງ 30 ນາທີຂອງວັນທີ່04,10,14.ທ່າມກາງຄວາມໂສກເສົ້າເສຍໃຈ,ອາໄລອາວອນຂອງບັນດາຄອບຄົວ,ຍາດພີ່ນ້ອງ ແລະເພື່ອນມິດ
ສ່ວນລູກຂອງນາງໄດ້ລອດຊີວິດ ຖືວ່າເປັນໂຊກດີທີ່ໄດ້ມຶນຕາເຫັນໂລກໃບນີ້ ໂຊກຮ້ອຍເພາະບໍ່ທັນເຫັນໜ້າແມ່.

ພາຍຫຼັງການເສຍຊີວິດຂອງນາງແອ ໄດ້ເກີດມີກະແສຄວາມຄິດເຫັນຂອງສັງຄົມ 3 ກະແສ
1,ຜູ້ເຊື່ອໄສຍະສາດຄິດວ່າ: ອາດແມ່ນພາຍເຂົ້າ(ຜີປອບກິນ),ເປັນປອບທີ່ແກ່ ແລະເຂົ້າເຖິງຂິດອັນຕະລາຍແລ້ວ ແກ້ໄຂຍາກທີ່ສຸດ.

2,ຜູ້ເຊື່ອວິທະຍາສາດ ແຕ່ບໍ່ບໍ່ໄດ້ຜ່ານວິຊາການແພດ ຄິດວ່າ: ອາດເປັນເພາະຄວາມປະມາດຂອງວິຊາການ,ຂາດຄວາມພ້ອມ,ຂາດການກະກຽມອຸປະກອນ,ບໍ່ປະຕິບັດຕາມຫຼັກການປິ່ນປົວ ຫຼື ໃຊ້ຢາບໍ່ເໝາະທຳນອງນັ້ນກໍ່ບໍ່ຮູ້ ເພາະຕອນນັ້ນຄົນຕັ້ງ 2-3 ມາລໍຖ້າເອົາເລືອດອອກເພື່ອຊ່ວຍຊີວິດນາງ ແຕ່ບໍ່ມີຖົງໃສ່ເລືອດ (ບໍ່ພຽງແຕ່ບໍ່ມີເລືອດເທົ່ານັ້ນ ແມ່ນແຕ່ຖົງຢາງບັນຈຸເລືອດຊື່ໆກໍ່ບໍມີ).
3,ເບື້ອງວິຊາການດ້ານການແພດເວົ້າວ່າ: ນາງ ຂາດເລືອຮຸງແຮງ ເພາະເລືອດຂອງນາງໄຫຼບໍ່ຢຸດ,(ເຫຼືອພຽງ 7% ຕ່ຳກວ່າ 15% ຕຳ່ກວ່າໂອກາດສ່ຽງສູງສູດ).

ທີ່ພົດລົງນີ້ກໍ່ເພາະຢາກສຳຫຼວດເບິ່່ງວ່າມາຮອດປະຈຸບັນນີ້ວົງການການແພດບ້ານເຮົາກ້າວໄກສ່ຳໃດແລ້ວ,ຍັງມີປະກົດການແມ່ຕາຍຍ້ອນເກີດລູກຍັງມີຫຼາຍຢູ່ບໍ່?

 
ສ້າງເມື່ອ ກ.ຍ.. 30, 2014 8 ຄົນໂຫວດ, 0 ຄຳເຫັນ, ອ່ານ 714 ເທື່ອ
ຫວ່າງທ້າຍຕົ້ນເດືອນ 8/2014 ມີພະນັກງານຂອງບໍລິສັດໜຶ່ງມາຈ່າວຂາຍນ້ຳດຶ່ມ(ບໍ່ຮູ້ວ່າກາອີ່ຫຍັງ ການອອກແບບ ແລະສະຕິກເກີທີ່ຕິດຂ້າງຂວດນ້ຳດື່ມຄ້າຍຄືນ້ຳດຶ່ມກາຫົວເສືອ ຕ່າງແຕ່ຂຽນວ່າ ລາວ lao) ເຂົາໂຄຂາຍແລະໃຫ້ກຳໄລຫຼາຍລາຍການຄື: 1,ຊື້ ນ້ຳດຶ່ມໃນມູນຄ່າ 6 ລ່ານຈະແຖມຄຳ 1 ບາດ ເປັນຄຳຮ້ານຄຳພູວົງ;2,ລົງທຶນຮ່ວມຫຸ້ນໆລະ 5 ລ້ານກີບ(ຝາກເງິນກັບບໍລິສັດເຂົາ) ຫ້ດອກເບ້ຍ 4 %ຕໍ່ເດືອນ ຮັບດອກທຸກເດຶອນ;3,ລົງທຶນຫຼາຍຈະມີປະກັນໄພຫຼາຍລາຍການ;4,ຜູ້ໃດຫາສາຂາຈຳໜ່າຍໄດ້ຫຼາຍຈະແບ່ງກໄລໃຫ້ຂວດລະ 100-300 ກີບ.ສ່ວນລາຄາແມ່ນລຸດນ້ຳດຶ່ມກາຫົວເສືອປະມານແກັດລະ 2,000-6,000 ກີບຕໍ່ 1 ແກັດ

ສຳລັບຢູ່ເມືອງວຽງທອງມີຜູ້ລອງຊື້ແລ້ວ 3 ຄົນ,ມູນຄ່າ 6 ລ່ານ 1 ຄົນ ,ມູນຄ່າ 12 ລ້ານ 1 ຄົນ ແລ້ະມູນຄ່າຫຼາຍກວ່າ 12 ລ້ານ 1 ຄົນ(ເປັນພ/ງ ລັດທັງໝົດ.ໂດຍໂອນເງິນເຂົ້າບັນຊີຂອງບໍລິສັດໄປກ່ອນແລ້ວ ແຕ່ປະຈຸບັນບາງຄົນຍັງບໍ່ໄດ້ຮັບສິນຄ້າເທື່ອ ແລະກໍ່ເລື່ອນນັດສົ່ງສິນຄ້າເຖິງ 3 ຄັ້ງແລ້ວ ໂດຍອ້າງວ່າລູກຄ້າຫຼາຍ ຜະລິດບໍ່ທັນ.

ຕໍ່ບັນຫານີ້ທ່ານຄິດວ່າແນວໃດ?,ຕົ້ມຕຸນ ຫຼື ບໍ່?,ມີໃຜແດ່ຖືກແບບນີ້?, ຈະແກ້ແນວໃດ?

(ຊ່ວຍແນະນຳ ແລະໃຫ້ຄວາມກະຈ່າງແຈ້ງດ້ວຍນະ)

 
ສ້າງເມື່ອ ສ.ຫ.. 15, 2014 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 842 ເທື່ອ
ລັຖະບານຮັບຮອງວ່າ ເສຖະກິດລາວຂະຫຍາຍຕົວ 8% ຕໍ່ເນື່ອງ.ແຕ່ໃນຜ່ານມາມີຫຼາຍປະກົດການທີ່ສະທ້ອນເຖິງຄວາມວິການທາງດ້ານການເງິນຂອງລັຖະບານເຊັ່ນ: ສົກ 2013 ໂຈະເງິນຄອງຊີບພະນັກງານ, 2014 ໂຈະບໍ່ປັບຂຶ້ນດັດສະນີເງິນເດືອນພະນັກງານຕາມດຳລັດ, ໂຈະໂຄງການກໍ່ສ້າງສຳນັກງານທົວ່ປະເທດ ແລະຫຼ້າສຸດແມ່ນຕັດເງິນບໍລິຫານ,ສົ່ງເສິມວິຊາການ,ເງິນຊື້ໃໝ່ (ບາງລາຍການຕັດເຖິງ 20%) ຕໍ່ບັນຫານີ້ທ່ານຄິດວ່າແນວໃດ?

 
ສ້າງເມື່ອ ມ.ສ.. 26, 2014 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 553 ເທື່ອ
ບໍລີສັດວັນນະສິນ ເປັນບໍລິສັດທີ່ເຮັດທຸລະກິດກ່ຽວກັບວົງການສິລະປິນ ນອກຈາກການຜະລິດ ແລະຈຳໜ່າຍເພັງແລ້ວຍັງໄດ້ນຳເອົານັກຮ້ອງຈາກພາຍໃນອອກໄປສະແດງຕ່າງປະເທດ ແລະນຳເອົ່ານັກຮ້ອງຕ່າງປະເທດມາສະແດງໃນລາວ. ບາງຫາງສຽງເວົ້າວ່າ: ບໍລິດນີ້ ສ່ວນໃຫຍ່ແມ່ນນຳເຂົ້ານັກຮ້ອງຈາກຕ່າງປະເທດຫຼາຍກວ່າສ່ົງອອກ, 2013-2014 ຢ່າງນ້ອຍ 3 ຄັ້ງທີ່ບໍລິສັດນີ້ນຳເອົານັກຮ້ອງຈາກໄທເຂົ້າມາທົວລາວແຕ່ພາກໃຕ້,ກາງ ແລະເໜືອສຸດ (ສະເພາະສະແດງທີ່ເມືອງວຽງທອງ) ບໍ່ເຄີຍມີວ່າ ຈະເອົານັກຮ້ອງລາວປະສົມນຳຕາມການໂຄສະນາ ທັງທີ່ນັກຮ້ອງລາວກໍ່ຮ້ອງມ່ວນຕັ້ງຫຼາຍຄົນ ຕົວຢ່າງ ມຸກດາວັນ... ແຕ່ບໍ່ເຫັນວ່າສົ່ງເລີມກັນ. ກົດລະບຽບການຄຸ້ຄອງວຽກງານສີລະປະກຳ ເລກທີ່ 20 /ຖວ ລົງວັນທີ່ 10/1/1992 ມາຕາ 11 ຊີ້ໃຫ້ຮູ້ວ່າ: ງານມ່ວນຊື່ນ.ງານບັນເທິງທຸກສະຖານທີ່ຕ້ອງຮ້ອງ ແລະຟ້ອນເພັງລາວເທົ່ານັ້ນ ນອກຈາກຮັບໃຊ້ຄົນຕ່າງປະເທດ ເຊັ່ນ ປີໃໝ່ສາກົນ ແລະຢູ່ໂຮງແຮມ ຈິ່ງໃຫ້ໃຊ້ເພັງຕ່າງປະເທດ ແຕ່ບໍ່ໃຫ້ເກີນ 30%ຂອງລາຍການ.ຖ້າໃສ່ກົດລະບຽບແລ້ວ ໃນສາຍຕາຂອງທ່ານເຫັນເປັນແນວໃດ?,ຢາກໃຫ້ການເຄື່ອນໄຫວເປັນແນວໃດ?

 
ສ້າງເມື່ອ ມ.ນ.. 30, 2014 7 ຄົນໂຫວດ, 0 ຄຳເຫັນ, ອ່ານ 760 ເທື່ອ
ຮີດຫຍໍ້ມາຈາກ ຈາຣີດ ໝາຍຄວາມວ່າ ຄວາມປະພຶດ, ທຳນຽມປະເພນີທີ່ເຄີຍປະຕິບັດ. 1. ເດືອນອ້າຍ(1) ບຸນເຂົ້າກ່ຳ. 2. ເດືອນຍີ່ ບຸນຄຸນລານ 3. ດ 3 ບຸນເຂົ້າຈີ່ 4. ດ 4 ບຸນພະເວດ 5. ດ5 ບຸນສົງການ 6. ດ6 ບຸນບັ້ງໄຟ 7. ດ7 ບຸນຊຳຮະ 8. ດ8 ເຂົ້າພັນສາ 9. ດ9 ເຂົ້າປະດັບດິນ 10. ດ10 ບຸນເຂົ້າສາກ 11. ດ11 ບຸນອອກພັນສາ 12.ດ12 ບຸນກະຖິນ ແຕ່ໃນມື້ແຮມ 14 ຄ່ຳ ເດືອນ 4 ພສ 2556 ກົງກັບວັນເສົາທີ່ 29,03,2014 ຢູ່ວັດບ້ານນ*ກ້າງ,ເມືອງວຽທອງ,ແຂວງ ບໍລິຄຳໄຊ ໄດ້ຈັດງານບຸນບັ້ງໄຟ,ໂດຍມີບັ້ງໄຟຂະໜາກ 2 ກິໂລ ເຂົ້າຮ່ວມຈູດຈຳນວນ 50 ບັ້ງ, ບາງທ່ານເວົ້າວ່າ: ຈູດປັ້ງໄຟຍາມນີ້ ແມ່ນຈູດເພື່ອຂໍຝົນຈາເທວະດາລົງມາໃສ່ໄຮ່ ເພື່ອບໍ່ໃຫ້ຄົນຈູດໄຮ່

 
ສ້າງເມື່ອ ມ.ກ.. 28, 2014 6 ຄົນໂຫວດ, 0 ຄຳເຫັນ, ອ່ານ 621 ເທື່ອ
ທ່ານໃດເຄີຍໄປໃຊ້ບໍລິການຂອງໂຮງໝ 5 ເມສາ (109 ) ບໍ່?. ການບໍລິການປະຈຸບັນນີ້ເປັນແນວໃດ? ດີ ຫຼື ບໍ່ດີ ຖ້າທຍບໃສ່ໂຮງໝໍອື່ນໃນນະຄອນຫຼວງ ຫຼື ທຍບໃສ່ຈັນຍາບັນຂອງແພດເປັນແນວໃດ? ຊ່ວຍອະທິບາຍໃຫ້ຟັງແດ່

 
ສ້າງເມື່ອ ມ.ກ.. 27, 2014 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 824 ເທື່ອ
ເຄິຍໄດ້ເຫັນຂ່າວຈົນຢູ່ເມືອງໄທປຸ້ນຈີ້ຮ້ານຄຳ.ທັງປຸ້ນຮ້ານໃໝ່ ຮ້ານເກົ່າຊ້ຳສາກກັນຫຼາຍເທື່ອເປັນລາຍວັນ ແຕ່ຕອນການເມືອງໄທວຸ້ນວາຍ.(ຂັດແຍ່ງກັນ ລະຫວ່າງກຸ່ມຄົນຊົນຊັ້ນກາງຈຳນວນນ້ອຍແຕ່ມີເຈົ້າຊີວິດໜູນຫຼັງ ກັບກຸ່ມຄົນຊົນຊັ້ນຕ່ຳຈຳນວນມະຫາສານສະນັບສະໜູນ ແຕ່ມີພຽງສອງຝາມືເປົ່າ).



ໄລຍະການເມືອງເປັນແບບນີ້ຍາມໃດປະກົດວ່າບໍ່ມີຂ່າວການປຸ້ນຈີ້ຂອງຈົນເຫຼົ່ານັ້ນ ທ່ານຄິດວ່າຍ້ອນຫຍັງ?.

 
ສ້າງເມື່ອ ມ.ກ.. 18, 2014 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 679 ເທື່ອ
ທ່ານ: ພອນທິລາດ ສິດສາທອນ ຫົວໜ້າພະແນກພົວພັນການຕ່າງປະເທດ ແຂວງບໍລິຄຳໄຊ ກ່າວຢູ່ໃນກອງປະຊຸມແຕ່ງຕັ້ງຜູ້ປະສານງານວຽກງານການຕ່າງປະເທດຂັ້ນເມືອງ ທີ່ສະໂມສອນໃຫ່ຍເມືອງວຽງທອງເມ່ອວັນທີ່ 14/01/2014

ທ່ານກ່າວວ່າ: ຈາກນີ້ໄປສຳລັບຊາວມົ້ງຫວຽດນາມທີ່ລັກລອບເຂົ້າມາຕັ້ງຖິ່ນຖານຢູ່ລາວຈະໄດ້ພິຈາລະນາເປັນສອງກໍລະນີຄື;

* ພາກສ່ວນທີ່ເຂົ້າມາລາວນັບແຕ່ເດືອນ 7 (ກໍລະກົດ) 2013 ລົງໄປຫາກມີເງຶ່ອນໄຂຄົບຖ້ວນເຊັ້ນ: ມີເຮືອນຖາວອນ ມີທີ່ທຳກິນ ບໍ່ມີຄະດີ ປະຕິບັດລະບຽບກົດໝາຍບ້ານເມືອງ ຮູ້ ແລະເຄົາລົບຮີດຄອງປະເພນີຂອງລາວ ແມ່ນຈະໄດ້ພິຈາລະນາອອກປຶ້ມສຳມະໂນຄົວໃຫ້ເປັນພົນລະເມືອງລາວໂດຍສົມບຸນຖາວອນ.
*ພາກສ່ວນມົ້ງວຽດນາມເຂົ້າມານັບແຕ່ເດຶອນ 8 (ສິງຫາ) 2013 ຂຶ້ນມາ ແມ່ຈະໄດ້ສົ່ງກັບຄຶປະເທດຫວຽດນາມ.

ຕໍ່ບັນຫານີ້ບາງຂໍຄິດກໍ່ເຫັນວ່າຖຶກຕ້ອງເໝາະສົມ. ເພາະອີງໃສ່ຈຸດພິເສດຄວາມເປັນຈິງຂອງທ້ອງຖິ່ນ.ການຮ່ວມມືພິເສດ ເປັນການສ້າງໂອກາດໃຫ້ສັງຄົມມີການພັດທະນາຢ່າງຕັ້ງໜ້າ.

ແຕ່ບາງຂໍ້ຄິດພັດວ່າບໍ່ເໝາສົມ: ອາດເປັນບ່ອນອິງໃຫ້ພາກສ່ວນອື່ນຜ່າຝຶນກົດໝາຍ

ເພາະກົດໝາຍວ່າດ້ວຍສັນຊາດຂອງລາວລະບຸໄວ້ວ່າ ຊາວຕ່າງດ້າວຈະຕັດສັນຊາດເປັນລາວຕ້ອງລຳລົງຊີວິດຢູລາວເຖິງ 15 ປີຈິ່ງສາມາດຕັດສັນຊາດໄດ້.

ສ່ວນຕົວຂອງທ່ານຄິດວ່າຈັ່ງໃດ?

 
ສ້າງເມື່ອ ຕ.ລ.. 22, 2013 22 ຄົນໂຫວດ, 0 ຄຳເຫັນ, ອ່ານ 2207 ເທື່ອ
ແນໃສ່ເພີ່ມຄວາມສາມາດ ແລະ ປະສິດທິພາບຂອງການຄຸ້ມຄອງລັດຕໍ່ເສດຖະ ກິດ, ປັບປຸງລະບອບລະບຽບການ ແລະ ກົນໄກຄຸ້ມຄອງເສດຖະກິດ ໃຫ້ມີລັກສະນະສົ່ງເສີມ ຢ່າງຕັ້ງໜ້າ./. ສະນັ້ນພັກ-ລັກຈິງທົດລອງສາມສ້າງ(ແຂວງເປັນຫົວໜ່ວນຍຸດທະສາດ,ເມືອງເຂັ້ມແຂງຮອບດ້ານ,ບ້ານໃຫ້ພັດທະນາ). ຜ່ານການທົດລອງໄດ້ປີກວ່າແລ້ວ ຢູ່ແຂວງ,ເມືອງ,ບ້ານ ຂອງພວກທ່ານເປັນແນວໃດ?,ຄິດວ່າຈະລອດຢູ່ບໍ່?,ບັນຫາໃດທີ່ຄິດວ່າບໍ່ລອດ?

 
ສ້າງເມື່ອ ຕ.ລ.. 20, 2013 9 ຄົນໂຫວດ, 0 ຄຳເຫັນ, ອ່ານ 1458 ເທື່ອ
ພົບເຫັນນາງ ກໍ ນາມສົມມຸດ ຢູ່ບ້ານນ້ຳກ້າງ,ເມືອງວຽງທອງ.ນາງ ກໍ ຕອນນີ້ອາຍຸ 14 ປີ,ເປັນຄົນຮູບຮ່າງຜິວພັນໜ້າຕາດີ,ຫົວຄິດມັນສະໝອງກໍ່ໜ້າຈະດີ ແຕ່ນາງພັດເປັນຄົນຫູໜວກ,ບໍ່ໄດ້ຍິນສຽງ. ສະນັ້ນຈິ່ງເຮັດໃຫ້ນາງບໍ່ໄດ້ຮຽນພາສາຂອງຄົນເຮົາ ແລະປາກເວົ້າບໍ່ເປັນ,ເຖິງປານນັ້ນນາງກໍ່ພະຍາມຮຽນຈາກການເຄື່ອນໄຫວໃນສັງຄົມ ຈົນສາມາດຂາຍເຄື່ອງແທນແມ່ໄດ້ບາງຄັ້ງຄາວ, ບັນຫາທີ່ຫຍຸ້ງຍາກໃນການຂາຍນັ້ນແມ່ນການຖອນເງິນ ເພາະສັງເກດເບິ່ງແລ້ວນາງອາດບໍ່ທັນຮູ້ນັບ,ບໍ່ຮູ້ເລກ,ບໍ່ຮູ້ໜັງສື ຈິງຕ້ອງອາໃສຄົນໃກ້ຄຽງເປັນຜູ້ຊ່ວຍ.(ເຫັນແລ້ວໜ້າສົງສານ ) ຫາກໃຜມີຂໍ້ມູນບ່ອນປິ່ນປົວ ແລະໂຮງຮຽນພາສາກືກຊ່ວຍແນນຳດ້ວຍເພື່ອເປັນຂໍ້ມູນໃຫ້ແກ່ຜູ້ປົກຄອງຫາທາງປິ່ນປົວ...

 
ສ້າງເມື່ອ ຕ.ລ.. 16, 2013 6 ຄົນໂຫວດ, 0 ຄຳເຫັນ, ອ່ານ 648 ເທື່ອ
ຊາວໂລກຕ່າງກໍ່ນັບຖອຍຫຼັງຈົດຈໍ່ຈ້ອງມອງ ແລະລຸ້ນການທຳງານຖອດສະຫຼັກເພື່ອປົດລັອກຢຸດການເດີນ ຂອງລະເບີດເວລລູກໃຫຍ່ຂອງໂລກທີ່ພວມເດີນເຄື່ອງ ແລະຂວບຈຸດລະເບີດເມື່ອຄືນວັນທີ່ 17/10/2013 ນີ້ເອງ,ຫາກລະເບີດລູກນີ້ແຕກຂຶ້ນເມື່ອໃດມັນຈະທຳລາຍລ້າງຜານລະບົດເສຖະກິດ,ສະຖາບັນການເງິນ, ການລົງທຶນຂອງອາເມລິກາ,ນອກນັ້ນມັນຍັງສົ່ງສັນຍານຄ້າຍກັບຄື້ນແມ່ເຫຼັກແຜ່ກະຈາຍໄປຫາລະເບີດໜ່ວຍອື່ນໆ ທີ່ຝັງຕົວຢູ່ທຸກໆປະເທດທົ່ວໂລກ,ເຮັດໃຫ້ກົນໄກເອເລັກໂຕ່ນິກ,ເມກນນິກຂອງລະເບີດເດີນເຄື່ອງພ້ອມກັນ ຕ່າງແຕ່ຈຸດລະເບີດ ແລະຄວາມແຮງນັ້ນແຕກຕ່າງກັນ. ສະຫຼຸບແລ້ວຫາກມັນລະເບີດຂຶ້ນຖືວ່າຕາຍທັງເພີ່ນທັງໂຕ,ຕ່າງແຕ່ຕາຍຊ້າຕາຍໄວເທົ່ານັ້ນ ໃນສ່ວນຕົວຂອງທ່ານຄິດວ່າຈະລຸ້ນໃຫ້ແຕກ ຫຼື ລຸ້ນໃຫ້ຢຸດເດິນ. (ລະເບີດທີ່ວ່ານີ້ໝາຍເຖິງການເພີ່ມເພດານໜີ້ຂອງສະຫະລັດ ເຊີ່ງສອງພັກການເມືອງມີຂໍ້ຂັດແຍ່ງ ແລະພວມຫາທາງອອກແຕ່ໃກ້ຮອດກຳນົດເສັ້ນຕາຍແລ້ວ ຍັງບໍ່ມີວີ່ແວວຈະລ່ອງລອຍກັນໄດ້, ຫາກໂຫວດໃນສະພາບໍ່ຜ່ານຖືວ່າສະຫະລັດບໍ່ມີເງິນສຳລະໜີ້,ໜ່ວຍງານລັດສືບຕໍ່ຢຸດງານ,ເສຖະກິດລົ້ມ ແລະແພ່ລາມທົ່ວໂລກ)

 
ສ້າງເມື່ອ ຕ.ລ.. 12, 2013 12 ຄົນໂຫວດ, 0 ຄຳເຫັນ, ອ່ານ 657 ເທື່ອ
ສຳລັບ​ເຫດຜົນທີ່​ພາ​ໃຫ້​ໂຈະ​ເງິນ​ອຸດ​ໜູນ 760.000 ກີບ/ຄົນ/​ເດືອນ ​ໃນ​ສົກ​ປີ 2013-2014 ນັ້ນ, ທ່ານນາຍົກລັດຖະມົນຕີ ​ໄດ້​ຊີ້​ແຈງ​ຕື່ມ​ວ່າ: ນະ​ໂຍບາຍ​ ການ​ເພີ່ມ​ເງິນ​ອຸດ​ໜູນ​ຄ່າ​ຄອງ​ຊີບ ຕາມ​ທຳ​ມະ​ດາ​ແລ້ວ ຢູ່​ໃນ​ຫລາຍ​ປະ​ເທດ ຈະ​ເພີ່ມ​ຂຶ້ນ ໃນ​ເວລາ​ຄ່າຄອງ​ຊີບ​ເໜັງ​ຕີງ​ຮ້າຍ​ແຮງ ​ແລະ ​ໄດ້​ດຳ​ເນີນ​ໃນ​ໄລຍະ 1-3 ​ເດືອນ​ເທົ່າ​ນັ້ນ ບໍ່​ແມ່ນ​ຈະ​ອຸດ​ໜູນ​ໄປ​ເລື້ອຍໆ, ຕໍ່​ກັບ​ບັນຫານີ້ ກອງ​ປະຊຸມ​ລັດຖະບານ ມີ​ມະຕິ​ໃຫ້​ຄົ້ນຄວ້າ​ປັບປຸງ​ດຳລັດ 211/ນຍ ມາດຕາ 2 ວັກ 2 ຄືນ​ໃໝ່, ຕາມ​ທິດ​ໃຫ້​ເອົາລາຍ​ຈ່າຍ​ທີ່​ຈຳ​ເປັນ​ເຂົ້າ​ໃນ​ເງິນ​ເດືອນ, ສ່ວນ​ເງິນ​ຄ່າ​ຄອງ​ຊີບ​ໃຫ້​ຄົ້ນຄວ້າ ​ແລະ ມີ​ຮ່ວງ​ໃດ​ໜຶ່ງ​​ໄວ້ ​ເພື່ອ​ແຮ​ການ​ປ່ຽນ​ແປງ​ຄ່າ​ຄອງ ​ຊີບ​ທີ່​ອາດມີ​ການ​ເໜັງ​ຕີງແຮງ; ການ​ເພີ່ມ​ເງິນ​ອຸດ​ໜູນ 760.000 ກີບ/ຄົນ/​ເດືອນ ຖ້າ​ມີ​ງົບປະມານ​ພຽງພໍ, ມີ​ແຫ​ລ່ງ​ລາຍຮັບຊັດ​ເຈນ​ແທ້ກໍ​ໄດ້ ​ແຕ່​ເບິ່ງ​ ສະພາບ​ເສດຖະກິດ​ໃນ​ປະຈຸ​ບັນ ລວມທັງ​ຜົນ​ກະທົບ​ຂອງ​ເສດຖະກິດ​ໂລກ, ພາກພື້ນ​ແລ້ວ ຄວາມ​ອາດ​ສາມາດ​ຈັດ​ເກັບ​ຮ່ວງ​ນີ້ ຊຶ່ງ​ກວມ​ເກືອບ 3.000 ຕື້ກີບນັ້ນ​ ແມ່ນ​ເປັນ​ອີກ​ປີ​ໜຶ່ງ​ທີ່​ຍຸ້ງ​ຍາກ ​ແລະ ກົດ​ດັນ​ຢ່າງ​ແນ່ນອນ, ​ເວົ້າ​ລວມ​ແລ້ວ​ ແມ່ນ​ບໍ່​ມີ​ແຫ​ລ່ງ​​ໃດ​ມາສະ​ໜອງ​ໃຫ້, ​ເມື່ອ​ບໍ່ມີ​ແຫ​ລ່ງທາງ​ທີ່​ດີ​ກໍ​ຄວນ​ ໂຈະ​ໄວ້​ກ່ອນ, ຖ້າ​ຍັງ​ຝືນຕໍ່​ໄປ​ຈະ​ນຳ​ໄປ​ສູ່ສະພາບ​ວິ​ກິດ​ການ​ດ້ານ​ເສດຖະກິດ ​ແລະ ຄວາມ​ບໍ່​ສະຫງົບ​ທາງ​ສັງຄົມ​. ​ເຖິງ​ຢ່າງ​ໃດ​ກໍ​ດີ ການ​ຄົ້ນຄວ້າ​ອອກ​ ນະ​ໂຍບາຍ ສະຫວັດດີ​ການ-​ສັງຄົມ ຕາມ​ກະຕິ​ກາ​ປະກາດ​ໃຊ້ ​ແລະ ຍາມ​ໃດ​ກໍ​ອີງ​ໃສ່​ເຫດຜົນ​ຂອງ​ການ​ຂະຫຍາຍຕົວ​ເສດຖະກິດ, ຄວາມ​ສາມາດ​ຈັດ ​ເກັບ​ລາຍ​ຮັບ​ງົບປະມານ ​ນັກ​ເສດຖະສາດຫລາຍທ່ານຄົ້ນຄວ້າ​ເຫັນ​ກົດ​ເກນ​ວ່າ: ຄັງ​ເງິນ​ເດືອນ, ສະຫວັດດີ​ການ​-ສັງຄົມ ​ແລະ ລາຍ​ຈ່າຍ​ບໍລິຫານ​ຂອງ​ ລັດໜຶ່ງໆ ​ແມ່ນ​ຂຶ້ນກັບ​ຄວາມ​ອາສາ​ມາດ​ແບ່ງປັນ​ຄືນ​ລາຍ​ໄດ້​ແຫ່ງ​ຊາດ ບໍ່​ແມ່ນ GDP ຄື​ກັບ​ຄວາມ​ເຂົ້າ​ໃຈ​ຂອງ​ຫລາຍ​ຄົນ​ຕໍ່​ບັນ​ຫານີ້./.

 
ສ້າງເມື່ອ ຕ.ລ.. 3, 2013 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 749 ເທື່ອ
ທ່ານ ທອງສິງ ທຳມະວົງ ນາຍົກລັຖະມົນຕີ ເວົ້າຢູ່ໃນກອງ​ປະຊຸມ​ເຜີຍ​ແຜ່​ສະພາບ​ການຈັດຕັ້ງປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ ສົກ​ປີ 2012-2013 ​ແລະ ​ແຜນ​ສົກ ​ປີ 2013-2014 ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງ ວັນ​ທີ 2-3 ຕຸລາ 2013 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງ​ຈັນວ່າ: ​ໃນ​ສົກ​ປີຜ່ານມາ​ເຫັນ​ວ່າ ປະ​ເທດ​ເຮົາ​ຍັງ​ຮັກສາ​ ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໄດ້​ດີ, ອັດຕາ​ການ​ເຕີບ​ໂຕ​ທາງ​ເສດຖະກິດ ຍັງ​ຢູ່​ໃນ​ລະດັບ 8%, ທ່ານປະເມີນວ່າເສດຖະກິດລາວປີນີ້ໜ້າຈະຂະຫຍາຍຕົວເທົ່າໃດແທ້?

 
ສ້າງເມື່ອ ກ.ຍ.. 29, 2013 9 ຄົນໂຫວດ, 0 ຄຳເຫັນ, ອ່ານ 1386 ເທື່ອ
ຂ່າວບໍ່ເປັນທາງການໃຫ້ຮູ້ວ່າ:ໃນກາງຄຶນຂອງວັນທີ່ 24,09,2013 ມີໂຈນ 6 ຄົນ ບຸກເຂົ້າເຮືອນຂອງຕຳຫຼວດທ່ານໜຶ່ງຢູ່ບ້ານໂພນສີ,ເມືອງປາກກະດິງ,ແຂວງບໍລິຄຳໄຊ. ໂຈນໄດ້ເຄາະປະຕູ ພໍເຈົ້າເຮືອນໂພອອກມາໂຈນກໍ່ໃຊ້ປຶນຈີ້ທັນທີ,ຈັບຕຳຫຼວດພ້ອມພັນລະຍາຜູກມັດໄວ້ແລ້ວຄົ້ນເອົາຊັບສິນເງິນ 30.000 ໂດລ່າ,ຄຳ 20 ບາດ, ຈາກນັ້ນກໍ່ເອົາລົດປາຣາໂດ 1 ຄັນ,ລົດວີໂກແຊມ 1 ຄັນ ທີ່ເປັນຂອງຕຳຫຼວດເປັນພາຫະນະລົບໜີ ແຕ່ເວລາຖອຍລົດອອກມາອາດຟ້າວຝັ່ງ ເຮັດໃຫັລົດວີໂກທີ່ຖອຍອອກກ່ອນຕົກຕະຄອງເລິກຂຶ້ນບໍ່ໄດ້ຕັນທາງ ເລີຍຖີ້ມລົດໄວ້ ແລ້ວຖອດເອົາກຸນແຈລົບໜີໄປ. ຕອນນີ້ເຈົ້າໜ້າທີ່ໄລຕິດຕາມຕົວມາລົງໂທດ ແຕ່ຍັງບໍ່ມີຂ່າວຄືບໜ້າໃດໆ ທ່ານຄິດວ່າແນວໃດ?

 
ສ້າງເມື່ອ ກ.ຍ.. 27, 2013 8 ຄົນໂຫວດ, 0 ຄຳເຫັນ, ອ່ານ 1548 ເທື່ອ
ຂປລ. ຍຸດທະສາດການພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 10 ປີ (2011-2020) ເປັນຍຸດທະສາດບຸກທະລຸ ແລະ ມີລັກສະນະກຳນົດທິດທາງ, ເປົ້າໝາຍລວມຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍຖືເອົາເສດຖະກິດເປັນ ໃຈກາງຕິດພັນກັບຄວາມສົມດູນ ລະຫວ່າງການພັດທະນາ ເສດຖະກິດ ກັບການພັດທະນາສັງຄົມ, ປົກປັກຮັກສາ ແລະ ຟື້ນຟູສະພາບແວດລ້ອມ, ການພັດທະນາຕົວເມືອງ ແລະ ຊົນນະບົດ, ສຸມໃສ່ການພັດ ທະນາເສດຖະກິດໃຫ້ເຕີບໂຕໄວ ຕິດພັນກັບການພັດທະນາທີ່ໝັ້ນທ່ຽງ, ໜັກແໜ້ນ ແລະ ຍືນຍົງ. ພ້ອມໆກັບການຊຸກຍູ້ການສືບຕໍ່ປ່ຽນແປງໃໝ່ ທາງ ດ້ານເສດຖະກິດຢ່າງຮອບດ້ານ ແລະ ຄົບຊຸດຕາມກົນໄກເສດຖະກິດຕະຫລາດ ເພື່ອສ້າງປະເທດຊາດຕາມທິດກ້າວຂຶ້ນສັງຄົມນິຍົມ ແນໃສ່ສ້າງປະເທດ ຊາດໃຫ້ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ມີປະຊາທິປະໄຕຍຸຕິທຳ ແລະ ສີວິໄລ. ໃນບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ຍຸດທະສາດການພັດທະນາດັ່ງກ່າວ ແມ່ນໄດ້ຖືເອົາເສດຖະກິດເປັນໃຈກາງ ຊຶ່ງເປົ້າ ໝາຍຕົ້ນຕໍແມ່ນສຸມໃສ່ພັດທະນາເສດຖະກິດແຫ່ງຊາດໃຫ້ເຕີບໂຕໄວ, ຕໍ່ເນື່ອງ ແລະ ຍືນຍົງ ໂດຍໄດ້ປະຕິບັດເປັນ 2 ໄລຍະຄື: ໄລຍະ 2011-2015 ເສດຖະກິດເຕີບໂຕບໍ່ຫລຸດ 8% ຕໍ່ປີ, ໃນນັ້ນ ການຂະຫຍາຍຕົວຂອງຂະແໜງກະສິກຳ-ປ່າໄມ້ເພີ່ມຂຶ້ນ 3,3%, ອຸດສາຫະກຳເພີ່ມຂຶ້ນ 12,2%, ການ ບໍລິການ 8,5%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນບັນລຸ 1.700 ໂດລາສະຫະລັດຂຶ້ນໄປໃນປີ 2015, ສູ້ຊົນໃຫ້ຄັງສຳຮອງເງິນຕາ ຕ່າງປະເທດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກຸ້ມການນຳເຂົ້າໃຫ້ໄດ້ຢ່າງໜ້ອຍ 1 ປີ, ສູ້ຊົນລະດົມທຶນທົ່ວສັງຄົມບໍ່ໃຫ້ຫລຸດ 127 ພັນຕື້ກີບ, ສູ້ຊົນປະຕິ ບັດລາຍຮັບທັງໝົດໃຫ້ໄດ້ 19-21% ຂອງ GDP, ຮັບປະະກັນການຂາດດຸນງົບປະມານ ຢູ່ໃນລະຫວ່າງ 3-5% ຂອງ GDP ຕໍ່ປີ, ສູ້ຊົນຫລຸດຜ່ອນ ໜີ້ສິນໃນທົ່ວລະບົບການເງິນ ຂອງລັດ ໃຫ້ຕ່ຳກວ່າ 45% ຂອງ GDP, ສູ້ຊົນຜະລິດເຂົ້າໃຫ້ໄດ້ 4,2 ລ້ານໂຕນໃນເນື້ອທີ່ 1,04 ລ້ານເຮັກຕາ ດ້ວຍ ສະມັດຕະພາບ 4 ໂຕນຕໍ່ເຮັກຕາ, ອັດຕາ ເພີ່ມການລ້ຽງສັດປະມານ 4-5% ຕໍ່ປີ, ສູ້ຊົນໃຫ້ຈຳນວນຄອບຄົວ ມີໄຟຟ້າໃຊ້ກວມ 80% ຂອງຈຳນວນ ຄອບຄົວທົ່ວປະເທດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດທີ່ສຳຄັນໃຫ້ມີຈຳນວນເພີ່ມຂຶ້ນ ໃນແຕ່ລະປີ ດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນ 2,8 ລ້ານຄົນ ຕໍ່ປີ, ຫລຸດຜ່ອນອັດຕາຄວາມທຸກຍາກໃຫ້ຕ່ຳກວ່າ 19% ຂອງຈຳນວນພົນລະເມືອງທັງໝົດ ແລະ ອັດຕາຄວາມທຸກຍາກ ໃຫ້ຕ່ຳກວ່າ 10% ຂອງຄອບ ຄົວທັງໝົດ, ອັດຕາສ່ວນປະຊາກອນຊົມໃຊ້ນ້ຳສະອາດໃຫ້ໄດ້ 80% ແລະ ວິດຖ່າຍ 60% ຂອງຈຳນວນປະຊາກອນທັງໝົດ, ຄວບຄຸມອັດຕາການ ຫວ່າງງານສະເລ່ຍ ໃຫ້ຢູ່ໃນລະດັບບໍ່ເກີນ 2%, ສູ້ຊົນໃຫ້ອັດຕາສ່ວນ ແຮງງານໃນຂະແໜງກະສິກຳ-ປ່າໄມ້ ຫລຸດລົງເປັນ 70%, ອຸດສາຫະກຳ-ກໍ່ ສ້າງ-ບໍ່ແຮ່ເພີ່ມຂຶ້ນ 7% ແລະ ຂະແໜງບໍລິການເພີ່ມຂຶ້ນ 23% ຂອງແຮງງານລວມ, ຮັບປະກັນອັດຕາການປົກຫຸ້ມຂອງເນື້ອທີ່ປ່າໄມ້ກວມປະມານ 70% ຂອງເນື້ອທີ່ທົ່ວປະເທດ. ສ່ວນໄລຍະແຕ່ປີ 2016-2020 ນັ້ນ ແມ່ນສືບຕໍ່ຍົກລະດັບຄາດໝາຍທີ່ຕ້ອງບັນລຸໃນປີ 2015 ໃຫ້ສູງຂຶ້ນກວ່າເກົ່າ, ຮອດປີ 2020 ລວມຍອດຜະ ລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.220 ໂດລາສະຫະລັດ, ອັດຕາສ່ວນຄອບຄົວທຸກ ຍາກຍັງເຫລືອບໍ່ໃຫ້ເກີນ 5% ຂອງຈຳນວນຄອບຄົວ ໃນທົ່ວປະເທດ, ອັດຕາການຕາຍຂອງເດັກອາຍຸຕ່ຳກວ່າ 5 ປີໃຫ້ ຫລຸດລົງສູ່ມາດຕະຖານຫລຸດພົ້ນອອກຈາກຄວາມດ້ອຍພັດທະນາ, ປະຊາກອນລາວມີ ອາຍຸຍືນສະເລ່ຍ 73 ປີ ແລະ ອື່ນໆ./.

 
ສ້າງເມື່ອ ກ.ຍ.. 26, 2013 15 ຄົນໂຫວດ, 0 ຄຳເຫັນ, ອ່ານ 4408 ເທື່ອ
ດຳລັດ​ ​ເລກທີ 221 ວ່າ​ດ້ວຍ ການ​ປະຕິບັດ​ເງິນ​ເດືອນ ແລະ ​ເງິນ​ອຸດ​ໜູນ​ຕ່າງໆ ຕໍ່​ພະນັກງານ-ລັດຖະກອນ​ປີ 2013-2015 ມີ​ທັງ​ໝົດ 8 ມາດ ຕາ ​ໃນ​ນັ້ນ ມາດຕາ 2: ປະຕິບັດ ມູນ​ຄ່າ​ດັດ​ຊະ​ນີ ໃນ​ສົກ​ປີ 2012-2013 ແມ່ນ 4.800 ກີບ, ສົກ​ປີ 2013-2014 ແມ່ນ 6.700 ກີ​ບ ແລະ ສົກ​ປີ 2014-2015 ແມ່ນ 9.300 ກີບ ບວກ​ກັບ​ເງິນ​ອຸດໜູນ​ສອງ​ລາຍການ​ຄື: ໜຶ່ງ ​ເຄື່ອງນຸ່ງ​ຫົ່ມ ​ແລະ​ ເກີບ, ສອງ ທີ່​ຢູ່​ອາ​​ໃສ, ນ້ຳ​ປະປາ, ​ໄຟຟ້າ ​ແລະ ​​ເຊື້ອ​ເພີງ (​ຫຸງ​ຕົ້ມ) ລວມ​ເປັນ​ເງິນ 760.000 ກີບຕໍ່​ຄົນ, ເຊິ່ງໄດ້ເລີ່ມປະຕິບັດມາແລ້ວໃນສົກປີ 2012-2013. ຫລ້າສຸດ ລັດຖະມົນຕີວ່າການກະຊວງ ການເງິນໄດ້ຊີ້ແຈງຜ່ານສື່ມວນຊົນເມື່ອອາທິດຜ່ານມາ ທີ່ຫ້ອງວ່າການລັດຖະບານວ່າ: ໃນສົກປີ 2013-2014 ເງິນເດືອນພະນັກງານລັດຖະກອນ, ທະຫານ ຕຳຫລວດ ຈະເພີ່ມຂຶ້ນໃນມູນຄ່າດັດຊະນີຈາກ 4.800 ເປັນ 6.700 ກີບ ແຕ່ການປະຕິບັດເງິນອຸດໜູນຄ່າຄອງຊີບ 760.000 ກີບ ຈະໄດ້ ຢຸດຕິ, ຖ້າສືບຕໍ່ປະຕິບັດ ກໍອາດຈະໃຫ້ສະເພາະພະນັກງານບຳນານ ຫລື ພະນັກງານເສຍອົງຄະເທົ່ານັ້ນ.

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 138  |  ໜ້າຕໍ່ໄປ »