ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 7, 2012 | ມີ 14 ຄຳເຫັນ ແລະ 0 trackback(s)

ທ້າວໃຫຍ່ ແລະ ທ້າວນ້ອຍເປັນອ້າຍນ້ອງກັນ ເຊີ່ງເປັນຄົນຍາກຈົນ , ມື້ໜື່ງແມ່ຂອງພວກເຂົາໄດ້ເງິນໃຫ້ 1000 ກີບເພື່ຶອໃຫ້ໄປຊື້ກະແລ້ມມາປັນກັນກິນ

ພໍຊື້ມາແລ້ວກໍພາກັນເລຍໄປຮອດເຄິ່ງກ້ອນທ້າວໃຫຍ່ກໍຄິດຢາກກິນຄົນດຽວຈື່ງໄດ້ອົມໝົດເລີຍແລ້ວເວົ້າຂື້ນ

ທ້າວໃຫຍ່: ກູອົມໝົດແລ້ວ ມືງກ້າກິນບໍ່?

ທ້າວນ້ອຍ: ເປັນຫຍັງຊິບໍ່ກ້າ ອົມ ກັບ ເລຍ ມັນກະຄືກັນຫັ້ນແຫລະ

ທ້າວໃຫຍ່ເຫັນວ່າບໍ່ໄດ້ຜົນລາວຈື່ງຖົ່ມນ້ຳລາຍໃສ່ ແລະ ເວົ້າຂຶ້ນ

ທ້າວໃຫຍ່: ມີແຕ່ນ້ຳລາຍກູເຕັມໄປໝົດ ມືງກ້າກິນບໍ່?

ທ້າວນ້ອຍ: ກ້າເປັນຫຍັງຊິບໍ່ກ້າ ນ້ຳລາຍ ກັບ ເລຍ ກະຄືກັນ

ເມື່ອເຫັນວ່າບໍ່ໄດ້ຜົນທ້າວໃຫຍ່ຈື່ງໄດ້ສັ່ງຂີ້ມູກໃສ່ ແລະ ຖາມທ້າວນ້ອຍອີກ

ທ້າວໃຫຍ່: ມີແຕ່ຂີ້ມູກກູມືງກ້າກິນບໍ່?

ທ້າວນ້ອຍ: ອຶ ກູບໍ່ກ້າກິນດອກ ມຶງກິນໝົດໂລດ

ທ້າວໃຫຍ່: ກູກະບໍ່ກ້າກິນຄຶກັນ

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 4, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

 ພາຍຫຼັງຮຽນຈົບມັດທະຍົມ ນ້ອຍກໍເສັງເຂົ້າຮຽນຕໍ່ທີ່ມະຫາໄລ ໂດຍເລືອກຮຽນສາຂາພາສາອັງກິດເພາະມີໃຈມັກ. ສ່ວນຈ່ອຍຜູ້ເປັນແຟນທີ່ຮູ້ຈັກກັນມາແຕ່ສະໄໝຮຽນຢູ່ມັດທະຍົມຕອນຕົ້ນ ກໍໄດ້ໄປຮຽນວິຊາຊີບ ເຊິ່ງໂຮງຮຽນຂອງຈ່ອຍກໍບໍ່ໄກຈາກໂຮງຮຽນຂອງນ້ອຍ. ສຳລັບຈ່ອຍພາສາອັງກິດແມ່ນບໍ່ຄ່ອຍຖະໜັດ.

ມື້ໜື່ງທັງສອງໄດ້ນັດພົບກັນ ແລະ ນັ່ງຫຼິ້ນນຳກັນຂ້ອນຂ້າງເດິກ ພ້ອມທັງມອບອາຍອຸ່ນແຫ່ງຄວາມຮັກໃຫ້ກັນ ແລະ ກັນ. ທັນໃດນັ້ນຈ່ອຍກໍໄດ້ຖາມນ້ອຍ

ຈ່ອຍ: ນ້ອຍ! ເຈົ້າຄິດຈັ່ງໃດກັບຂ້ອຍ?

ດ້ວຍການທີ່ຮຽນພາສາອັງກິດມາໃໝ່ໆ, ສາວນ້ອຍກໍຕອບເປັນພາສາອັງກິດ

ນ້ອຍ: ໂອ!  ຢູ ອາ ນຳເບີວັນ ອິນ ມາຍ ຮາດ  ( oh! you are number one in my heart : ເຈົ້າຄືໜື່ງດຽວໃນໃຈຂອງຂ້ອຍ )

ທ້າວຈ່ອຍບໍ່ເຂົ້າໃຈໃນຄຳຕອບຂອງແຟນພຽງແຕ່ໄດ້ຍິນຄ່າວໆວ່າ: " ນຳເບີວັນ "  ກໍເລີຍເວົ້າກັບນ້ອຍ

ຈ່ອຍ: " ນ້ຳເບີວັນ ຫັ້ນກະມີຢູ່, ແຕ່ມື້ນີ້ຂ້ອຍບໍ່ໄດ້ເອົາມານຳ "

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 20, 2012 | ມີ 12 ຄຳເຫັນ ແລະ 0 trackback(s)

ໃນຊົ່ວໂມງຮຽນເລກ

ສາວຄູ: ມື້ນີ້ເຮົາມາຮຽນບວກເລກກັນ

ຫຼັງຈາກນັ້ນສາວຄູກໍໄດ້ຕັ້ງບັ້ງເລກ ແລະ ຖາມນັກຮຽນ

ສາວຄູ: ໃຜຮູ້ແດ່ 7+7=?

ທ້າວສົມຄິດລາວຮູ້ຄຳຕອບຈື່ງລຸກຂື້ນຕອບ

ສົມຄິດ: = 4

ພໍດີສາວຄູຫຼຽວເຫັນທ້າວນຶກຄິດລາວກຳລັງນອນຫຼັບຢູ່ຈື່ງໄດ້ຖາມລາວ

ສາວຄູ: ທ້າວນຶກຄິດລອງຕອບສາວຄູເບຶ່ງດຸ 8+8=?

ນຶກຄິດ: ໂອ້ຍ ຈັ່ງຊິກະເລີຍມາຖາມ ແຕ່ສາວຄູຍັງບໍ່ຮູ້ລະ ບໍ່ຮູ້ກະເລີຍມາສອນ

 

ຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາຮາ ( ຫົວນຳກັນແດ່ຈື່ງອາລົມດີ )

ຂຽນເມື່ອ ຂຽນເມື່ອ: ພ.ພ.. 25, 2012 | ມີ 17 ຄຳເຫັນ ແລະ 0 trackback(s)

ມີແມ່ເຖົ້າຜູ້ໜື່ງທີ່ມາແຕ່ທາງເໜືອໄດ້ມາຢ້ຽມຢາມລູກສາວຢູ່ວຽງຈັນ ຢູ່ໄດ້ 2-3 ມື້ແລ້ວແມ່ເຖົ້າຄິດວ່າໂຕເອງລື້ງຫົນທາງທຽວແລ້ວເພີ່ນຈື່ງບອກລູກສາວວ່າຈະອອກໄປຕະຫຼາດ ບໍ່ພໍຮອດຊົ້ວໂມງ ແມ່ເຖົ້າກໍກັບມາ ພໍມາຮອດແຖວບ້ານກຳລັງຈະເຂົ້າບ້ານ ບັງເອີນມີໝາໂຕໜື່ງຊ່າງຈອງຫອງທັງເຫົ່າທັງແລ່ນມາກັດ ແມ່ເຖົ້າຈື່ງຮ້ອງຂື້ນວ່າ:

- ແມ່ເຖົ້າ: ໂອ້ຍ ຊ່ວຍແດ່ ຊ່ວຍແດ່

ລູກສາວທີ່ຢູ່ໃນເຮືອນຄົວໄດ້ຍິນສຽງແມ່ຈື່ງຮ້ອງມາໃສ່ວ່າ:

- ລູກສາວ: ແມ່ ເຈົ້າເປັນຫຍັງ

- ແມ່ເຖົ້າ: ໝາກັດກັນເນ່

- ລູກສາວ: ປ່ອຍໃຫ້ມັນກັດກັນໂລດ

- ແມ່ເຖົ້າ: ໝາກັດກັນເນ່ ໝາກັດກັນ

- ລູກສາວ: ກັດກັນກະຢ່າມັນເຈົ້າເຂົ້າມາໃນເຮືອນພິນະ

 

ໝາຍເຫດ: ຄຳວ່າ: " ກັນ " ເປັນພາສາທ້ອງຖິ່ນຂອງທາງເໜືອ ເຊີ່ງມີຄວາມໝາຍວ່າ: " ຂ້ອຍ "