ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 21, 2017 | ມີ 2 ຄຳເຫັນ ແລະ 0 trackback(s)

ຊ​າຍ: ອ້າຍ​ລໍ​ຖ້າມື້​ນີ້​ມາ​ດົນ​ແລ້ວ

ຍິງ: ແລ້ວເຮົາຈະມີ​ວັນ​ເລີ​ກ​ກັນ​ບໍ່?

ຊາຍ: ບໍ່​ມີ​ທາງ

ຍິງ: ຖ້າເວລານ້ອງງອນ, ອ້​າຍ​ຈະ​ງໍ້​ນ້ອງບໍ່?

ຊາຍ: ສຳ​ລັບ​ນ້ອງ​ ອ້າຍຍອມ​ເຮັດ​ທຸກ​ຢ່າງ

ຍິງ: ອ້​າຍ​ຈະ​ບໍ່​ເຮັດ​ໃຫ້​ນ້ອງ​ເສຍ​ໃຈ​ແມ່ນບໍ່?

ຊາຍ: ອ້າຍຍອມ​ຕາຍ ຖ້າ​ອ້າ​ຍ​ເຮັດ​ແບບ​ນັ້ນ​ກັບ​ນ້ອງ

ຍິງ: ຈູບ​ນ້ອງ​ອີກ​ຄັ້ງ​ແດ່​ທີ່​ຮັກ

(ຫຼັງຈາກ​ແຕ່ງ​ງານ​ກັນ​ແລ້ວ ໃຫ້​ອ່ານ​ແຕ່​ລຸ່ມ​ຂື້​ນ​ເທິງ==)

 

 

 

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 4, 2017 | ມີ 2 ຄຳເຫັນ ແລະ 0 trackback(s)

ມື້ນີ້ມາແປກປົກກະຕິຈະມາແນວຊວນຫົວແຕ່ມື້ນີ້ຂໍໄປທາງຄວາມສວຍຄວາມງາມກັນແດ່ຈັກຫນ້ອຍ ສາວໆຜູ້ໃດຢາກມີຜິວຂາວຜິວໃສມາໆຟັງທາງນີ້, ມື້ນີ້ພິກມີສູດທີ່ບໍ່ລັບມານຳສະເໜີເຊີ່ງເປັນສ່ວນປະສົມທີ່ເຮົາຫາໄດ້ຈາກທຳມະຊາດ ແລະ ຮູ້ສຶກຜິວໃສຂື້ນແທ້

ວິທີເຮັດໃຫ້ຜິວຂາວແບບເລັ່ງດ່ວນ

ສູດທີ1: ຂັດຜິວດ້ວຍໝາກຂາມປຽກ

           ນຳໝາກຂາມປຽກມາຜະສົມກັບນ້ຳອຸ່ນ ຂັ້ນໃຫ້ເຂົ້າກັນໃຫ້ຂົ້ນໆ ຈາກນັ້ນນຳມາຂັດຜິວໂດຍໃຫ້ຂັດວົນໆເປັນວົງມົນໃຫ້ທົ່ວໂຕ ແລ້ວແະໄວ້ 30ນາທີ ໃຊ້ໃຍບວບຂັບຊ້ຳອີກເທື່ອໜື່ງ ແລ້ວລ້າງອອກດ້ວຍນ້ຳສະອາດ ວິທີນີ້ສາມາດເຮັດໄດ້ອາທິດລະ 1-2ເທື່ອ ຈະຊ່ວຍທຳຄວາມສະອາດ ແລະ ເລັ່ງກຳຈັດເຊວຜິວທີ່ຕາຍແລ້ວໃຫ້ຫຼຸດອອກຊື່ງຜິວຈະຄ່ອຍໆຂາວໃສຂື້ນຢ່າງເຫັນໄດ້ຊັດເຈນ

ສູດທີ2: ພອກຜິວດ້ວຍໂຍເກີດ ແລະ ໝາກໜາວ

          ນຳໂຍເກີດລົດທຳມະຊາດມາປະສົມກັບນ້ຳໝາກນາວສົດຄົນໃຫ້ເຂົ້າກັນ ຈາກນັ້ນນຳມາພອກຜິວໃຫ້ທົ່ວ ປະໄວ້ 30-40 ນາທີ ແລ້ວຄ່ອຍລ້າງອອກ ໂດຍພອກຢ່າງໜ້ອຍທິດລະ 2 ເທື່ອ ວິທີນີ້ຈະຊ່ວຍຂະຈັດເຊວຜິວເກົ່າທີ່ຄ້ຳເສຍອອກໄປ ແລະ ຊ່ວຍເຮັດໃຫ້ຜິວຂາວຂື້ນໄດ້ງ່າຍໆ

ສູດທີ3: ຂັດຜິວດ້ວຍຂີ້ມິ້ນ

           ເອົາຂີ້ມີ້ນສົດມາຕຳໃຫ້ລະອຽດພ້ອມກັບປະສົມນຳ້ໝາກຂາມປຽກ ແລະ ນົມສົດລົງໄປເລັກນ້ອຍຕົນໃຫ້ເຂົ້າກັນ ຈາກນັ້ນໃຫ້ນຳມາຂັດຜິວໃຫ້ທົ່ວໂຕ ປ່ອຍຖິ້ມໄວ້ປະມານ 20-30ນາທີ ແລ້ວຄ່ອຍລ້າງອອກໃຫ້ສະອາດ ສູດນີ້ສສາມາດເຮັດໄດ້ທິດລະ 2 ເທື່ອ ຜິວຈະຄ່ອຍໆຂາວຂື້ນເລື່ອຍໆ 

ເຫັນບໍ່ການທີ່ເຮົາຢາກມີຜິວຂາວໃສບໍ່ໄດ້ເປັນເລື່ອງທີ່ຢາກເລີຍ ອີກຢ່າງສ່ວນປະສົມທີ່ນຳມາເຮັດກໍ່ມາຈາກທຳມະຊາດປອດໄພກວ່າຊື້ຄີມຂາວທີ່ເຂົາໂຄສະນາກັນໃນເນັດ ແມ່ນຄວາມເພີ່ນວ່່າຢາກງາມຕ້ອງອົດທົນ ອິອິອິ laugh

ລອງໆໄປເຮັັດກັນເບີ່ງເດີ້ສາວໆ