ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 22  |  ໜ້າຕໍ່ໄປ »

ສ້າງເມື່ອ ມ.ນ.. 1, 2012 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 385 ເທື່ອ
ຟາກໄປຍັງລັດຖະບານໃຫ້ອອກຂໍ້ບັງຄັບໃໝ່ກ່ຽວກັບການຂຸດຄົ້ນບໍ່ແຮ່ ໃນປະຈຸບັນເພາະເບີ່ງແລ້ວເຮົາເສຍປຽບຫຼາຍ 1 ຄວນອອກມາດຕະການບໍ່ໃຫ້ເຂົາຂຸດຄົ້ນໝົດມື້ໝົດຄືນ 2 ຄວນອະນຸຍາດໃຫ້ເຮັດວຽກມື້ໜື່ງບໍ່ໃຫ້ກາຍ10ຊມ ເພາະວ່າປະຈຸບັນບໍ່ແຮ່ແຕ່ລະບອນເຮັດວຽກໝົດມື້ໝົດຄືນແທນທີ່ວ່າອາຍຸ ສຳປະທານ30ປີແຕ່ມັນເປັນ90ປີເພາະເຂົ້າເຮັດວຽກໝົດມື້ໝົດຄືນ ຖ້າເປັນແບບນີ້ເມື່ອໝົດອາຍຸສຳປະທ່ານແລ້ວຄົນລາວຊິໄດ້ແຕ່ຂີ້ດີນລ້າໆ ຈາກຄົນລາວຕາດຳໆທີ່ເປັນຫ່ວງນຳຊັບສົມບັດຂອງຊາດ

 
ສ້າງເມື່ອ ທ.ວ.. 20, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 472 ເທື່ອ
ຂ້ອຍໄດ້ຕິດຕາມເບີ່ງການປະກອບຄຳເຫັນຂອງ ສສຊ ໃສ່ຮ່າງກົດໝາຍ ແຕ່ລະສະບັບໃນມື້ຄືນນີ້ ສສຊແຕ່ລະທ່ານທີ່ຂື້ນປະກອບຄຳເຫັນແມ່ນ ບໍ່ເຫັນມີ ສສຊ ທ່ານໃດກ່າວຄວາມເຄົາລົບທ່ານປະທານສະພາທີ່ປະຊຸມ ຈັກຄົນເລີຍຂື້ນມາແລ້ວເວົ້າໄປເລີຍຂ້ອຍກະເລີຍຄິດເອີ ສສຊ ບ້ານເຮົາ ເປັນແນວນີ້ເນາະ

 
ສ້າງເມື່ອ ທ.ວ.. 1, 2011 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 427 ເທື່ອ
ທ່ານຄົນລາວທັງຫຼາຍຄິດວ່າປ່ຽນເງິນກັບປ່ຽນແປງເສດຖະກິດຊິ ວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນອັນໃດຄວນເຮັດແລະອັນໃດສຳຄັນກວ່າ

 
ສ້າງເມື່ອ ພ.ຈ.. 29, 2011 25 ຄົນໂຫວດ, 0 ຄຳເຫັນ, ອ່ານ 289 ເທື່ອ
ທ່ານຄິດວ່າຢາກໃຫ້ຄົນລາວເຮັດຫຍັງຫຼາຍທີ່ສຸດໃນວັນຊາດ

 
ສ້າງເມື່ອ ພ.ຈ.. 25, 2011 34 ຄົນໂຫວດ, 0 ຄຳເຫັນ, ອ່ານ 6165 ເທື່ອ
ຂ້າພະເຈົ້າຄິດວ່າອົງການປະກັນສັງຄົມຄວນປັບປຸງຄືນໃໝ່ ເລື່ອງການເຂົາໄປປີ່ນປົວຂອງສະມາຊິກປະກັນສັງຄົມ ຄວນໃຊ້ໄດ້ທຸກໂຮງໝໍຂອງລັດບໍ່ຄວນໃຫ້ເລືອກໃຊ້ໄດ້ສະ ເພາະໂຮງໝໍໃດໜື່ງເທົ່ານັ້ນ

 
ສ້າງເມື່ອ ພ.ຈ.. 25, 2011 34 ຄົນໂຫວດ, 0 ຄຳເຫັນ, ອ່ານ 344 ເທື່ອ
ທ່ານຄິດແນວໃດກັບຄຳເວົ້າຄຳນີ້ 1 ລູເມຍປຽບສະເໝືອນເສື້ອຜ້າ ຖ້າຂາດແລ້ວກະຍັງພໍຫາໃໝ່ໄດ້ 2 ອ້າຍເອື້ອຍນ້ອງປຽບສະເໝືອນແຂນແລະຂາ ຖ້າຂາດແລ້ວຫາມາແທນບໍ່ໄດ້

 
ສ້າງເມື່ອ ພ.ຈ.. 22, 2011 32 ຄົນໂຫວດ, 0 ຄຳເຫັນ, ອ່ານ 300 ເທື່ອ
ທ່ານຄິດແນວໃດ ກັບອົງການກາແດງ(ແຂວງ ວຽງຈັນ) ເອົາເຄື່ອງນຸ່ງຮົ່ມທີ່ເຂົາເຈົ້າໃຫ້ເອົາມາຊວ່ຍເຫຼືອຜູ້ທຸກຍາກ ແຕ່ເອົາມາຂາຍເລເສີຍ ແທນທີ່ວ່າຈະເອົາໄປຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ຂາຍແລ້ວເງິນໄປໃສ ທ່ານວ່າມັນສົມຄວນບໍ່ເຮັດແບບນີ້ ຂ້ອຍເອັງເຫັນແລ້ວຍິ່ງເຮັດໃຫ້ຂອ້ຍມີ ແຮງບັນດານໃຈທີ່ຈະສ້າງກຸ່ມປະສານໃຈຊ່ວຍເຫຼືອຜູ້ດອ້ຍ ໂອກາດ

 
ສ້າງເມື່ອ ພ.ຈ.. 21, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 277 ເທື່ອ
ການສ້າງພະປູນກັບພະເວົ້າໄດ້ທ່ານວ່າອັນໃດສຳຄັນກວ່າກັນ ການສ້າງພະປູນກະເປັນການສະແດງເຖິງການເຫຼືອມໃສສັດທາຕໍ່ພະພຸດທະສາສະໜາອີກທາງໜື່ງ ການສ້າງພະເວົ້າໄດ້ໝາຍເຖີງການສ້າງພະໄຫ້ເປັນພະນັກເທດນັກເວົ້າສາມາດສັ່ວສອນ ອອກຕົນຍາດໂຍມໃຫ້ຮູ້ຈັກກາລະເທສະຮູ້ຈັກບາບບຸນຄຸນໂທດຮູ້ຈັກກະຕັນຍູຮູ້ຄຸນພໍ່ແມ່ແລະຄູບາອາຈານທັງຫຼາຍ

 
ສ້າງເມື່ອ ພ.ຈ.. 16, 2011 30 ຄົນໂຫວດ, 0 ຄຳເຫັນ, ອ່ານ 564 ເທື່ອ
ຢາກໃຫ້ໜ່ວຍງານທີ່ກ່ຽວຂອ້ງໃຫ້ໃສ່ໃຈເລື່ອງຄວາມປອດໄພ ຂອງປະຊາຊົນຕາດຳໆແດ່ເດີ່ ລົດດັບເພິງຄວນມີປະຈຳແຕ່ລະເມຶອງ ເພື່ອເອົາໄວ້ປ້ອງກັນອັກຄີໄພທີ່ເກີດຂື້ນຢູ່ຕ່າງເມຶອງແລະເມຶອງຫ່າງໄກຊອກຫຼີກ

 
ສ້າງເມື່ອ ພ.ຈ.. 15, 2011 29 ຄົນໂຫວດ, 0 ຄຳເຫັນ, ອ່ານ 318 ເທື່ອ
ຖ້າເອົາເງິນສົດ 4.000.000 $ ແລະ 900.000 $ ໃຫ້ເລືອກ ທ່ານຈະເອົາໂຕໃດ

 
ສ້າງເມື່ອ ພ.ຈ.. 14, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 682 ເທື່ອ
ສະແດງວ່າຄົນລາວເຮົາສ່ວນຫຼາຍຍັງໃຊ້ແນວຄິດແບບເດີມໆຢູ່ເນາະກະບໍ່ເປັນຫຍັງນັ້ນເປັນແນວທາງຂອງທ່ານ ແຕ່ຖ້າຈະແຂ່ງຂັນກັບສາກົນລະກໍໄປບໍ່ທັນເຂົາແລ້ວຖ້າຍັງໃຊ້ທິດສະດີລູກຄ້າຄືພະເຈົ້າ ຕ່າງປະເທດເຂົາຫັນມາໃຊ້ທິດສະດີລູກຄ້າຄືຜູ້ຕາມໝົດແລ້ວ ຕົວຢ່າງງ່າຍໆເຊັ່ນ:ການຜະລິດໂທລະສັບບາງຍິຫໍ່ຂະໜາດຍັງບໍ່ທັນໄດ້ວາງຈຳໜ່າຍພຽງແຕ່ໂຄສະນາເຖິງຊັບພະຄຸນຫຼືລູກຫຼີ້ນຕ່າງໆຂອງເຄື່ອງກະຍັງເຮັດໃຫ້ລູກ ຄ້າຫຼົງໄຫຼ ນັ້ນສະແດງໃຫ້ເຫັນເຖິງແນວຄິດໃໝ່ທີ່ສາມາເຮັດໃຫ້ລູກຄ້າມາເປັນຜູ້ຕາມຢ່າງປະຕິເສດບໍ່ໄດ້ ແລະຍັງມີຫຼາຍໆຢ່າງອີກເຊັ່ນ:ການອອກແບບລົດຍົນໃໝ່ໆ,ການອອກແບບເສື້ອຜ້າໃໝ່ໆ,ແລະອື່ນໆອີກ

 
ສ້າງເມື່ອ ພ.ຈ.. 11, 2011 28 ຄົນໂຫວດ, 0 ຄຳເຫັນ, ອ່ານ 796 ເທື່ອ
ໃນຍຸກປະຈຸບັນທີ່ມີການແຂ່ງຂັນດ້ານການຕະຫຼາດທີ່ນັບມື້ນັບ ສູງຂື້ນທ່ານຄິດວ່າຄຳເວົ້າໃດທີ່ເໝາະສົມທີ່ສຸດໃນຍຸດທະສາດ ການຕະຫຼາດເພື່ອເຮັດໃຫ້ອົງກອນຂອງທ່ານປະສົບຜົນສຳເລັດ ທ່ານຈະເລືອກຂໍ້ໃດ ພອ້ມບອກເຫດຜົນມາ 1 ລູກຄ້າຄືຜູ້ຕາມ(ໝາຍວ່າທ່ານບໍ່ຈຳເປັນຕ້ອງໄປຕາມໃຈລູກຄ້າແຕ່ທ່ານຈະຕ້ອງໄດ້ມີແນວຄິດໃໝ່ໆຫຼືສ້າງຜະລິດຕະພັນໃໝ່ໆອອກມາເພື່ອໃຫ້ລູກຄ້າໄດ້ເລືອກໃຊ້ບໍລິການຂອງທ່ານ) 2 ລູກຄ້າຄືພະເຈົ້າ(ໝາຍວ່າທ່ານຕອ້ງໄດ້ຕາມໃຈລູກຄ້າ ລູກຄ້າຕ້ອງການແບບໃດຕ້ອງໄດ້ເຮັດແບບນັ້ນຂັດໃຈລູກຄ້າບໍ່ໄດ້)

 
ສ້າງເມື່ອ ພ.ຈ.. 10, 2011 27 ຄົນໂຫວດ, 0 ຄຳເຫັນ, ອ່ານ 437 ເທື່ອ
ຄຳທໍ່ຫົວໝາບໍ່ທໍ່ນາຕີນບ້ານ ບູຮານກ່າວໄວ້ ແຕ່ປະຈຸບັນທ່ານຄິດວ່າທ່ານຈະເລືອກຫຍັງ

 
ສ້າງເມື່ອ ພ.ຈ.. 10, 2011 36 ຄົນໂຫວດ, 0 ຄຳເຫັນ, ອ່ານ 336 ເທື່ອ
ປະເທດລາວເຮົາທຸກກະຊວງທະບວງກົມ,ທຸກອົງກອນ,ທຸກໜ່ວຍງານທີ່ຂື້ນກັບລັດ,ຄວນປ່ຽນໄດ້ແລ້ວຈາກນິໃສເດີມໆເຊັ່ນ: ປ່ຽນຈາກຄຳວ່າເຮັດອັນໃດກິນນຳອັນນັ້ນມາເປັນຄຳວ່າເຮັດອັນໃດຕອ້ງຮັບຜດິຊອບອັນນັ້ນຄືຊິດີບໍ່ໜ້ອຍ

 
ສ້າງເມື່ອ ພ.ຈ.. 3, 2011 18 ຄົນໂຫວດ, 0 ຄຳເຫັນ, ອ່ານ 268 ເທື່ອ
ຖ້າເປັນໄປໄດ້ຢາກໃຫ້ອະເມລິກາເອົາລະເບິດທີ່ບໍ່ທັນແຕກ ທີ່ເກັບກູ້ມາໄດ້ກັບໄປທຳລາຍຢູ່ປະເທດເຂົ້າເອງໜ້າຈະດີບໍ່ພີ່ ນອ້ງເພາະວ່າຕອນເຂົາເອົາມາຖີ່ມໃສ່ປະເທດເຮົາເຂົາຍັງເອົາ ມາໄດ້ຖ້າໃຫ້ເອົາກັບໄປບ້ານເຂົາຄືນກໍ່ຕ້ອງໄດ້ຄືກັນ

 
ສ້າງເມື່ອ ພ.ຈ.. 2, 2011 16 ຄົນໂຫວດ, 0 ຄຳເຫັນ, ອ່ານ 1132 ເທື່ອ
1 ເປັນການສົ່ງເສີມປະຊາຊົນຜູ້ມີລາຍໄດ້ໜ້ອຍມີໂອກາດ ເຂົ້າຫາກອງທືນ 2 ເປິດໂອກາດໄຫ້ເຂົາເຈົ້າໄດ້ທົດລອງເຮັດທຸລະກິດສິ່ງ ໃດສິ່ງໜື່ງຕາມທີ່ເຂົ້າເຈົ້າທະນັດແລະມັກ 3 ເປັນການເຮັດໃຫ້ຄອບຄົວເຂົ້າເຈົ້າມີລາຍຮັບເພີ່ມຂື້ນ (ວົງເງິນກູ້ບໍ່ເກີນ3.000.000ກິບອັດຕາດອກເບຍ5%ຕໍ່ປີ ບໍ່ຕອ້ງມີຫຼັກຊັບຄ້ຳປະກັນ,) ຕົວຢ່າງ:ກູ້ເງິນ3.000.000ກິບ ໄປລົງທືນລ້ຽງເປັດເທດຊື້ລູກເປັດໄດ້100ຄູ່ໆລະ15.000ກິບ=1.500.000ກິບ ຍັງເຫຼືອ1.500.000ກິບ ຊື້ຫົວອາຫານ+ຄ່າຢາປອ້ງກັນພະຍາດປະມານ1.200.000ກິບ ຍັງ300.000ກິບໄວ້ເປັນເງິນແຮ່ ໃຊ້ເວລາ3ເດືອນເປັດໂຕໜື່ງສະເລ່ຍໄດ້3kg x200ໂຕx20.000ກິບ=12.000.000ກິບ ຫັກລົບຄ່າໃຊ້ຈ່າຍ=12.000.000-3.000.000=ກຳໄລຢູ່ 9.000.000ກິບແຖມຍັງມີເງິນເຫຼືອຫຼັງຈາກໄປຖອກຄືນທະນາຄານອີກ ນີ້ເປັນໂຄງການນ້ອຍໆທີ່ຍັງຕົວຢ່າງໃຫ້ເຫັນ

 
ສ້າງເມື່ອ ພ.ຈ.. 2, 2011 19 ຄົນໂຫວດ, 0 ຄຳເຫັນ, ອ່ານ 381 ເທື່ອ
ບໍ່ຮູ້ເປັນຍ້ອນຫຍັງຄົນລາວຈຶ່ງມັກດື່ມເຫຼົ້າດື່ມເບຍ ດື່ມເພື່ອສັງສັນກັບສັງຄົມກະບໍ່ວ່າຄັນໄດ້ດື່ມແລ້ວແມ່ນຈົນ ໄປບໍ່ເປັນຫຼືເຂົາມັກເອີ້ນກັນວ່າເມົາຈົນໝາເລຍປາກ ຍອ້ນຄວາມຢາກບໍ່ຫຼືຍອ້ນເອົາໃຈໝູ່ຫຼືຍອ້ນມີເງິນ ບາງຄົນເປັນພະຍາດແພດຫ້າມດື່ມສິ່ງມືນເມົາເຈີໝູ່ເຍົ້າສອງສາມຄຳຮຽບຮອ້ຍເມົາກັບເມືອເຮືອນຂະນາດຊິວິດຕົວເອງຍັງບໍ່ຮັກຄະແນມໄດ້ດື່ມ

 
ສ້າງເມື່ອ ຕ.ລ.. 28, 2011 26 ຄົນໂຫວດ, 0 ຄຳເຫັນ, ອ່ານ 834 ເທື່ອ
ໂຄງການລົດໄຟຄວາມໄວສູງໄປຮອດໃສແລ້ວຄືມິດແທ້ ປານນັ້ນລົງໜັງສືພິມວ່າ 2015 ຈະໄດ້ຂີ່ວ່າຊັ້ນ ກະວ່າຈະຂີ່ໄປກິນເຂົ້າທ່ຽງຢູ່ຈິນເວລາເລິກການວ່າຊັ້ນ ຄືບໍ່ເຫັນດຳເນີນການຈັກເທື່ອ 2020 ຈະໄດ້ຂີ່ຢູ່ບໍ່

 
ສ້າງເມື່ອ ຕ.ລ.. 28, 2011 38 ຄົນໂຫວດ, 0 ຄຳເຫັນ, ອ່ານ 1008 ເທື່ອ
ລະວັງລາວຊິຖຶກນ້ຳຖວ້ມຄືກັນກັບໄທ ຫາກຍັງສ້າງເຄື່ອນໄຟຟ້າອິກຢູ່ບໍ່ເຊົ່າ ຍ້ອນຄວາມຫວັງຢາກເປັນໝໍ້ໄຟຂອງອາຊ່ຽນ ແຕ່ຖ້າບໍ່ມີພາຍຸພັດຜ່ານກໍ່ໂອເຄນຳຢູ່ດອກເບີ່ງຕົວຢ່າງພາຍຸນົກເຕັນມາກະແລ້ວກັນ ຄະນາດນ້ຳງື່ມ1-2ຍັງຖ້ວມເສຍຫາຍຫຼາຍຕື້ແລ້ວ ຍັງນ້ຳງື່ມ3-4-5 ຫົງສາລິກໄນ,ນ້ຳຄານແລະອື່ນໆໆໆໆໆໆໆໆທອິກ ແລ້ວມີໃຜກ້າຮັບປະກັນວ່າຈະບໍ່ມີໄພທຳມະຊາດຮ້າຍແຮງ

 
ສ້າງເມື່ອ ຕ.ລ.. 26, 2011 17 ຄົນໂຫວດ, 0 ຄຳເຫັນ, ອ່ານ 278 ເທື່ອ
ຢາກໃຫ້ມີການປະກວດນັກຮຽນເກັ່ງຄືກັນກັບການປະກວດນາງ ງາມການປະກວດນັກຮຽນເກັ່ງຫຼືຄັດເລືອກນັກຮຽນເກ່ງຄືຊີດີກົ່ວການປະກວດນາງສາວນັ້ນນາງສາວນີ້ຕັ້ງພັນເທົ່າ ເງີນລາງວັນສຳລັບນາງສາວອາພອນລາວເອົາມາເປັນລາງວັນນັກຮຽເກັ່ງໜ້າຈະດີກວ່າເພາະມັນຈະເປັນສິ່ງດຶງດູດໃຫ້ນັກຮຽນນັກສຶກສາຕັ້ງໃຈຮຽນເຮັດໃຫ້ປະເທດຊາດມີບຸກຄະລາກອນທີ່ມີຄຸນນະພາບ

« ໜ້າກ່ອນນີ້  |  ເບິ່ງແບບສຳຫຼວດ 1-20 ຈາກທັງໝົດ 22  |  ໜ້າຕໍ່ໄປ »