ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 24, 2011 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ປີໃໝ່ມາຮອດແລ້ວ                              ຈົ່ງໂຊກໃຫຍ່ໄພສານ
ໝານທັງເງິນຄຳທອງ                          ເຄື່ອງຂອງ ກິນໃຊ້
ໃຈເບີກເບີຍບານແຍ້ມ                         ຮ່າງກາຍທຸກພາກສ່ວນ
ອ້ວນເຕັ່ງຕຶງມາດເຂັ້ມ                          ຢ່າມີຊ້ຳບອບບາງ

ທາງພັກລັດນຳໜ້າ                              ຈົ່ງກ້າແກ່ນແສນພະລັງ
ພາສ້າງດິນແດນລາວ                           ໃຫ້ຮຸ່ງເຮືອງຈະເລີນກ້າວ
ຊາວທະຫານປະຈຳຄ້າຍ                       ທັງເວນຍາມເຂດດ່ານ
ໃຫ້ທ່ານສຸກເລີດລ້ຳ                             ຮັກສາບ້ານມິ່ງເມືອງ

ຕຳຫຼວດເຄື່ອງແບບນີ້                          ທີ່ຢາຍຢັ່ງປະຕິບັດການ
ຢ່າສັ່ນຄອນເສຍຂວັນ                        ຄຳດ່າແຊວຊາວບ້ານ
ພະນັກງານທົ່ວໜ້າ                          ເຮັດວຽກໃນໜ້າທີ່
ຢ່າມີໄພເຄາະຮ້າຍ                           ໃຈນັ້ນໃຫ້ຜ່ອງໃສ

ພຣະຜູ້ຊົງຜືນຜ້າ                              ກາສາວະພັດສີເຫຼືອງ                      
ຢ່າໄດ້ມີເຄືອງຄາ                              ໝູ່ມານຢ່າມາຕ້ອງ
ໃຫ້ຍຶດຖືຄອງໝັ້ນ                            ພາວະນາແນວແນ່
ສຶກສາທຳໃຫ້ແກ່ກ້າ                          ຮັກສາເຊື້ອພຸດທະອົງ ແດ່ທ້ອນ
ສາທຸ.....ສາທຸ ອານຸໂມທາມິ
 

Delicious Digg Fark Twitter