ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ມັງກອນ

ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ຊີວິດ​ທີ່​ລຽບ​ງ່າຍ​ສຸກ​ສະຫງົບ ບໍ່​ຄ່ອຍ​ມັກ​ເຮ​ຮາ​ປາຕີ້ ກັບ​ໃຜ​ງ່າຍໆ ເລືອກ​ທີ່​ຈະ​ຄົບ​ຫາ​ຄົນ​ຢ່າງ​ພິ​ຖີ​ພິ​ຖັນ ແຕ່​ກໍ​ມັກ​ໃຫ້​ຄົນ​ອື່ນ​ນິຍົມ​ຍົກ​ຍ້ອງ​ຄືກັນ ມີ​ຄວາມ​ຮູ້ ຄວາມ​ສາມາດ​ດີ ແຕ່​ຕັດ​ສິນ​ໃຈ​ບໍ່​ສຽບ​ຂາດ​ນັກ ສ່ວນ​ຫລາຍ​ເປັນ​ຄົນ​ມີ​ສະ​ເໜ່ ອາລົມ​ອ່ອນ​ໄຫວ ຈິດ​ໃຈ​ເອື້ອ​ອາ​ລີ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ຖ້າ​ໄດ້​ຄົນ​ຜິວ​ນວນ ຫລື​ຜິວ 2 ສີ​ກໍ​ໄດ້ ຈະ​ຖື​ວ່າ​ດີ​ທີ່​ສຸດ ບໍ່ຈ່ອຍບາງ​ເກີນ​ໄປ ແລະ​ຄວນ​ມີ​ອາລົມ​ຂັນ ບໍ່​ເຄ່ງ​ຄຽດ ໂລ​ແມນ​ຕິກ​ນຳ ເປັນ​ນັກ​ຄິດ ນັກ​ວາງ​ແຜນ ຫາ​ທາງ​ຮຸ່ງເຮືອງ ເປັນ​ທີ່​ປຶກ​ສາ​ທີ່​ດີ ອາລົມ​ດີ ບໍ່​ຖື​ສາ​ຈຸດ​ເສຍ​ເລັກນ້ອຍ​ອື່ນໆ ຂອງ​ຄົນ​ອື່ນ ນີ້​ຄື​ລັກສະນະ​ທີ່​ຈະ​ຢູ່​ກັບ​ຄົນ​ເດືອນ​ນີ້ ໄດ້​ມີ​ຄວາມ​ສຸກ ສົດ​ຊື່ນ ຍັ່ງ​ຍືນຍາວ ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ຈະ​ໄດ້​ຄູ່​ທີ່​ດີ ມີ​ຄວາມ​ຮັກ​​ໄຄ່​ກັນ ຄອບຄົວ​ບໍ່​ທຸກ​ຍາກ ຖ້າ​ມີ​ລູກ​ຄົນທຳ​ອິດ​ເປັນ​ຜູ້​ຊາຍ ຈະ​ດີ​ທີ່​ສຸດ​ເລີຍ.

ກຸມພາ

ຜູ້​ທີ່​ເກີດ​ເດືອນ​ນີ້​ເປັນ​ຄົນ​ຮ້າຍ​ງ່າຍ​ຫາຍ​ໄວ ມັກ​ຊ່ວຍເຫລືອ​ຄົນ​ອື່ນ ແບບ​ໃຈ​ນັກ​ເລງ ນິຍົມ​ເລື່ອງ​ຕື່ນ​ເຕັ້ນ ແປກ​ໃໝ່​ບໍ່​ຄ່ອຍ​ຢ້ານ​ໃຜ ມີ​ເພື່ອນ​ຫລາຍ ພໍໆ​ ກັບ​ມີ​ຄົນ​ຄິດ​ຮ້າຍ ດວງ​ພິກ​ຜັນ​ເລື້ອຍ ຈັກ​ໜ້ອຍ​ຮຸ່ງ ຈັກ​ໜ້ອຍ​ຫ່ຽວ​ໄດ້ ຖ້າ​ບໍ່​ລະ​ມັດ​ລະ​ວັງ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ຖ້າ​ເປັນ​ຄູ່​ທຽມ ກໍ​ຈະ​ຖິ້ມ​ກັນ​ໄດ້​ໃນ​ຍາມ​ມີ​ບັນຫາ ຄູ່​ແທ້​ຈຶ່ງ​ມີລັກສະນະ​ເປັນ​ເພື່ອນ​ຕາຍ ທີ່​ມີ​ຄວາມ​ຊື່​ກົງ ຕໍ່​ກັນ​ຢ່າງ​ແທ້​ຈິງ ຄອຍຖ້າ​ຕັກ​ເຕືອນ ບໍ່​ໃຫ້​ຖືກ​ຫລອກລວງ​ໄດ້​ງ່າຍ ແລະ​ຕ້ອງ​ທຳ​ໃຈ​ໄດ້ ກັບ​ນິ​ໄສ​ທີ່​ມັກ​ທ້າ​ທາຍ​ຂອງ​ຄົນ​ເກີດ​ເດືອນ​ນີ້ ເນື້ອ​ຄູ່​ມັກ​ມີ ລັກສະນະ​ສະ​ຫງ່າ​ງາມ​ກວ່າ​ຄົນ​ເດືອນ​ສາມ ຄິ້ວ​ເຂັ້ມ ຕາກົ​ມ ມີ​ບຸກຄະລິກ​ໜ້າ​ນັບ​ຖື ຜູ້​ທີ່​ເກີດ​ເດືອນ​ນີ້​ຈະ​ໄດ້​ຄູ່​ທີ່​ມີ​ກຽດ ມີ​ຊັບ ຈຶ່ງ​ອາດ​ຖືກ​ຄູ່​ຂົ່ມ​ນຳ ຖ້າ​ມີລູກ​ຖ້າ​ເປັນ​ລູກ​ສາວ​ກ່ອນ​ຈະ​ຖື​ວ່າ​ດີ​ຫລາຍ.

ມີ​ນາ

ຜູ້​ທີ່​ເກີດ​ເດືອນ​ນີ້​ຖ້າ​ມຸ້ງ​ໝັ້ນ​ພາກ​ພຽນ​ສູງ ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ສູງ​​ເລີຍ ແຕ່​ມັກ​ຈະ​ວາງ​ມື​ໄດ້​ງ່າຍ ຈາກ​ສິ່ງ​ທີ່​ຄິດ ແລະ​ເຮັດ​ໄວ້ ເປັນ​ຄົນ​ໃຈ​ອ່ອນ ບໍ່​ມີ​ພິດ​ມີ​ໄພ​ກັບ​ໃຜ ແຕ່​ມັກ​ຖືກ​ພິດ​ໄພ ຈາກ​ຄົນ​ອື່ນ​ງ່າຍ ເພາະ​ມັກ​ຄົນ​ມາ​ອອດ​ອອຍ ເອົາ​ໃຈ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ຈະ​ມີ​ຮູບ​ຮ່າງ​ບໍ່​ສູງ​ບໍ່​ເຕ້ຍ ຫຸ່ນພໍດີ​ງາມ ເວົ້າ​ຈາ​ຄາ​ລົມ​ເຫລືອ​ຮ້າຍ ມີ​ຄວາມ​ຮູ້​ຄວາມ​ສາມາດ ແລະ​ມັກ​ຊີວິດ​ສຸກ​ສະຫງົບ ລຽບ​ງ່າຍ ບໍ່​ຟຸ້ງ​ເຟີ້​ເກີນ​ຕົວ ຖ້າ​ຮູ້​ຈັກ​ເຂົ້າໃຈ ນິ​ໄສ​ບຶດ​ດີ​ບຶດ​ຮ້າຍ ຂອງ​ຄົນ​ເດືອນ​ນີ້​ໄດ້ ກໍ​ຈະ​ຢູ່​ນຳກັນ​ຍັ່ງ​ຍືນ​ ຜູ້​ທີ່​ເກີດ​ເດືອນ​ນີ້​ຕ້ອງ​ໄດ້​ຄູ່​ທີ່​ຊ່ວຍ​ງານ​ກັນ​ໄດ້ ຖ້າ​ມີ​ລູກ​ຄົນທຳ​ອິດ ເປັນ​ລູກ​ສາວ​ຈະ​ບໍ່​ຄ່ອຍ ໄດ້​ດັ່ງ​ໃຈ​ປານ​ໃດ.

ເມ​ສາ

ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ເປັນ​ຄົນ​ຈິດ​ໃຈ​ດີ ແຕ່​ເວົ້າ​ຈາ​ອອກ​ໄປ​ບໍ່​ດີ​ປານ​ໃດ ແຕ່​ກໍ​ມີ​ຄົນ​ຊື່ນ​ຊົມ ເອັນ​ດູພໍ​ຄວນ ບໍ່​ນິຍົມ​ເລື່ອງ​ຈຸກ​ຈິກ​ໜ້າ​ລຳ​ຄານ​ໃຈ ດວງ​ຊະ​ຕາ​ມີ​ຫົນ​ທາງ​ຮຸ່ງເຮືອງ ມີ​ຊື່​ສຽງ ຖ້າ​ບໍ່​ວູ່​ວາມ ເຮັດ​ເລື່ອງ​ເສຍ ກໍ​ຈະ​ໄດ້​ດີ​ແນ່. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ຄວນ​ມີ​ຜິວ​ຂາວ ຫລື​ຜິວ​ດຽວ​ກັນ ຮູບ​ຮ່າງ​ລ່ຳ​ສັນ ຫລື​ສູງ​ພໍປະມານ ໜ້າ​ກົມ​ອິ່ມ​ເອີບ ສຸ​ຂຸມ​ຮອບ​ຄອບ ແລະ​ມີ​ວາດ​ສິລະປະ​ ຊ່ວຍເຫລືອ​ໃຫ້​ກຳ​ລັງ​ໃຈ ຫລື​ຄຳ​ປຶກ​ສາ​ທີ່​ດີ​ໄດ້ ເປັນ​ຄົນ​ຂະຫຍັນ ແລະ​ວ່ອງ​ໄວ​ກໍ​ຍິ່ງ​ດີ ຜູ້​ທີ່​ເກີດ​ເດືອນ​ນີ້​ຖ້າ​ໄດ້​ຄູ່​ທີ່​ເດັ່ນ​ກວ່າ ໃນ​ດ້ານ​ໃດ​ດ້ານ​ໜຶ່ງ ຖື​ວ່າດີ​ຫລາຍ ຖ້າ​ໄດ້​ລູກ​ສາວ ຜູ້​ທຳ​ອິດຈະ​ມີ​ວາດສະໜາ​ດີ.

ພຶດສະພາ

ຜູ້​ທີ່​ເກີດ​ເດືອນ​ນີ້​ເປັນ​ຜູ້​ມີ​ຊະ​ຕາ​ລາບ​ລຽບ ບໍ່​ໂລດ​ໂຜນ​ຕື່ນ​ເຕັ້ນ ແຕ່​ກໍ​ບໍ່​ຕ້ອງ​ເຈັບ​ຕົວ ເຈັບ​ໃຈ​ງ່າຍໆ ເພາະ​ມັກ​ຄວາມຫມັ້ນຄົງ ສະບາຍ​ໆ ບໍ່​ຕ້ອງ​ສ່ຽງ ເປັນຜູ້​ຕາມ​ຫລາຍກວ່າ ເປັນ​ຜູ້​ນຳ ບໍ່​ຄ່ອຍ​ຄິດ​ເລີ່ມ​ຕົ້ນ​ສ້າງສັນ ແຕ່​ກໍ​ຮັກ​ຄອບຄົວ ແລະ​ລະອຽດ​ຮອບ​ຄອບ​ສະເໝີ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ເປັນ​ຄົນ​ຮູບ​ຮ່າງ​ດີ ດວງ​ຕາ​ສົດ​ໃສ​ເປັນຕາ​ເບິ່ງ ຄິ້ວ​ງາມ​ໄດ້​ຮູບ ເປັນ​ຄົນ​ມັກ​ເຮັດ​ບຸນ ມີ​ລັກສະນະ​ຂອງ​ຜູ້ໃຫຍ່ ຫລື​ຜູ້​ດີ ຮູ້​ຈັກ​ການ​ເທ​ສະ ບໍ່​​ແຂງ​ກະດ້າງ ເຫັນ​ແກ່​ຕົວ ຜູ້​ທີ່​ເກີດ​ເດືອນ​ນີ້​ຖ້າ​ຄູ່​ມີ​ກຳ​ລັງ​ຊ່ວຍ​ເສີມ ຈະ​ຍິ່ງ​ເຮັດໃຫ້​ຮຸ່ງເຮືອງ ລູກ​ຄົນທຳ​ອິດ​ຖ້າ​ເປັນຜູ້​ຊາຍ ຖື​ວ່າ​ຈະ​ນຳ​ກຽດ ມາສູ່​ວົງ​ຕະກູນ ໃນ​ມື້​ໜ້າ.

ມິ​ຖຸ​ນາ

ຜູ້​ທີ່​ເກີດ​ເດືອນ​ນີ້​ມີ 2 ຊະ​ຕາ ຖ້າ​ບໍ່ແມ່ນ​ຄົນ​​ເວົ້າ​ເກັ່ງ ມັກ​ສັງຄົມ ກໍ​ຈະ​ເປັນ​ຄົນ​ງຽບ​ຂຶມ​ໄປ​ເລີຍ ແຕ່​ສ່ວນ​ຫລາຍ ຈະ​ມີ​ຄວາມ​ສາມາດ ນຳ​ຕົວ​ເອງ ໃຫ້​ກ້າວ​ເຖິງ​ຈຸດ​ຝັນ​ໄດ້ ຖ້າ​ບໍ່​ຢຸດ​ນິ່ງ ຢູ່​ກັບ​ທີ່ ຈິດ​ໃຈ​ອ່ອນ​ໄຫວ ແບບ​ຮັກ​ງ່າຍ ຕັດ​ງ່າຍ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ມີ​ລັກສະນະ​ພຽວ​ບາງ ໃບ​ໜ້າ​ລຽວ​ງາມ ມີ​ຄວາມ​ຄິດ​ອ່ານ ເລິກ​ລຶກ ຮູ້​ຈັກ​ເວົ້າ​ຈາ​ດີ ແລະ​ຖ້າ​ຮູ້​ຈັກ​ອົດ​ທົນ ກໍ​ຈະ​ຢູ່​ກັນ​ຍືດ ເພາະ​ທັງ​ສອງ ອາດຈະ​ບໍ່​ໄດ້​ຢູ່ ຊິດ​ໃກ້ ຫວານ​ຊື່ນ​ກັນ​ພິລຶກ ຜູ້​ທີ່​ເກີດ​ເດືອນ​ນີ້​ຈະ​ໄດ້​ຄູ່​ທີ່​ຊື່ສັດ ລູກ​ຄົນທຳ​ອິດ​ເປັນ​ຜູ້​ຊາຍ​ຈະ​ດີ ແຕ່​ຖ້າ​ໄດ້​ລູກ​ສາວ ກໍ​ບໍ່​ມີ​ຜົນ​ຮ້າຍ.

ກໍ​ລະ​ກົດ

ຜູ້​ທີ່​ເກີດ​ເດືອນ​ນີ້​ເປັນ​ຄົນ​ປາກ​ຮ້າຍ​ໃຈ​ດີ ຄື​ຍາມ​ຕຳ​ໜິ​ຕິ​ຕຽນ​ໃຜ ກໍ​ເຮັດ​ດ້ວຍ​ໃຈ​ຫວັງ​ດີ ແຕ່​ຄົນ​ອື່ນ ຈະ​ບໍ່​ມັກ ສຳລັບ​ການ​ເວົ້າ​ຈາ ໂດຍ​ທົ່ວ​ໄປ​ແລ້ວ​ເວົ້າ​ມ່ວນ ມັກ​ຖືກ​ຄົນ​ເອົາ​ປຽບ​ໄດ້ ຈຶ່ງ​ບໍ່​ຄວນ​ວຸ້ນວາຍ ກັບ​ໃຜ​ເທົ່າໃດ ຕ້ອງ​ເລືອກ​ຄົບ​ຄົນທີ່ ຈິງ​ໃຈ​ຫຼາຍໆ​ຕໍ່​ຕົນເອງ​. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ມັກ​ມີ​ໄວ​ທີ່​ແກ່​ກວ່າ ຫລື​ອ່ອນ​ກວ່າ ຮູບ​ຮ່າງ​ສູງ ແຕ່​ກໍ​ມີ​ເລື່ອງ ບໍ່​ເຂົ້າໃຈ​ກັນ​ສະເໝີ ເພາະ​ບໍ່​ຄ່ອຍ​ເປີດ​ເຜີຍ ຄວາມ​ຮູ້ສຶກ​ຕໍ່​ກັນ ຫາກ​ແກ້​ຈຸດ​ນີ້​ໄດ້ ຈະ​ເປັນ​ຄູ່​ຊີວິດ ທີ່​ອົບ​ອຸ່ນ ແລະ​ຮຸ່ງເຮືອງ​ໄດ້​ດີ​ທີ່ສຸດ​ ຄົນ​ເກີດ​ເດືອນ​ນີ້​ຈະ​ໄດ້​ຄູ່​ທີ່​ດວງ​ຕາ​ງາມ ຖ້າ​ມີ​ລູກ​ສາວ​ກ່ອນ​ລູກ​ຊາຍ ຈະ​ມີ​ເລື່ອງ​ຫຍຸ້ງຍາກ​ໃຈ.

ສິງ​ຫ

ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ມີ​ຄົນ​ຮັກ​​ໄຄ່ຊື່ນ​ຊົມ ເປັນ​ຜູ້​ນຳ​ທີ່​ດີ​ໄດ້ ແລະ​ກໍ​ມັກ​ສ້າງ​ກຽດ ສ້າງ​ຊື່ ໃຫ້​ຄົນ​ຍອມ​ຮັບ​ຫລາຍກວ່າ ຈະ​ຄິດ​ແຕ່​ເລື່ອງ​ລ້ຳລວຍ ເປັນ​ຄົນ​ອາລົມ​ລະ​ມຽດ ເກັ່ງ​ເຊີງ​ສິລະປະ​ ຈິດ​ໃຈ​ໂອບ​ອ້ອມ ອາ​ລີ​ຕໍ່​ຄົນ​ຮອບ​ຂ້າງ ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້ ອາດ​ເປັນ​ຄົນ​ຕ່າງ​ຊາດ ຫລື​ລູກ​ຊອດ ຈິດ​ໃຈ​ທິ​ດຖິ ດື້​ດຶງ ເຊື່ອໝັ້ນ ໃນ​ຕົວ​ເອງ​ສູງ ຖ້າ​ອາລົມ​ເສຍ ຈະ​ປາກ​ຮ້າຍ ແຕ່​ກໍ​ຂະຫຍັນ​ໝັ່ນ​ພຽນ ຫວັງ​ກ້າວ​ໜ້າ ກ້າວ​ໄກ​ຮ່ວມ​ກັບ ຄົນ​ເດືອນ​ນີ້ ຄົນ​ເກີດ​ເດືອນ​ນີ້​ຈະ​ໄດ້​ຄູ່​ທີ່​ຢູ່​ຮ່ວມ​ກັນ​ຈົນ​ແກ່​ເຖົ້າ​ ຖ້າ​ມີ​ລູກ​ຄົນ​ທຳ​ອິດເປັນ​ຜູ້​ຊາຍ​ຈະ​ດີ​ຫຼາຍ.

ກັນຍາ

ຜູ້​ທີ່​ເກີດ​ເດືອນ​ນີ້​ມີ​ສະ​ເໜ່​ໝັດ​ໃຈ​ຄົນ​ດ້ວຍ​ຄຳ​ເວົ້າ ເປັນ​ຜູ້​ມີ​ລົດ​ນິຍົມ​ດີ ຊ່າງ​ຄິດ​ຊ່າງ​ໄຕ່​ຕອງ ຈິດ​ໃຈ​ອ່ອນ​ໂຍນ​ຕໍ່​ຄົນ​ທົ່ວ​ໄປ ແຕ່​ກໍ​ມີ​ສັດຕູ. ຄົນ​ເດືອນ​ເກົ້າ​ສຸ​ຂຸມ ໃນ​ເລື່ອງ​ງານ ແຕ່​ເລື່ອງ​ອາລົມ​ແລ້ວ ບໍ່​ຄ່ອຍ​ມີ​ເຫດຜົນ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້​ຈະ​ໄດ້​ພົບ​ແບບ​ບໍ່​ທັນ​ຕັ້ງ​ໃຈ ເປັນ​ຄົນ​ມີ​ຜິວ​ຂາວ ຮູບ​ຮ່າງ​ບໍ່​ສູງ ບໍ່​ເຕ້ຍ ໃບ​ໜ້າ​ສັ້ນ ອາລົມ​ລື່ນ​ເລີງ​ດີ ຕິ​ແຕ່​ເບິ່ງ​ຂາດ​ສາ​ລະ​ໄປ​ນຳ ຄົນ​ເກີດ​ເດືອນ​ນີ້​ອາດຈະ​ຕ້ອງ​ແຕກ​ແຍກ ກັບ​ຄູ່​ກ່ອນ​ຈະ​ໄດ້​ແຕ່ງ​ອີກ​ເທື່ອ ລູກ​ຄົນທຳ​ອິດຖ້າ​ໄດ້​ລູກ​ຊາຍ ຖື​ວ່າ​ເປັນ​ມຸງຄຸນ.

ຕຸລາ

ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ມີ​ຄວາມ​ສາມາດ ສ້າງ​ຖານະ​ຕົວ​ເອງ​ໄດ້ ແຕ່​ບໍ່​ຄ່ອຍ​ໄດ້​ສູງ​ດັ່ງ​ຫວັງ ເພາະ​ບໍ່​ເຮັດ​ຢ່າງ​ດຽວ ໃຫ້​ດີ​ທີ່ສຸດ ສ່ວນ​ໃຫຍ່​ເປັນ​ຄົນ​ມັກ​ຢູ່ ທ່າມ​ກາງ​ໝູ່​ຜູ້​ຄົນ ເວົ້າ​ຈາ​ເກັ່ງ ມັດ​ໃຈ​ຄົນ​ໄດ້​ງ່າຍ ແມ່ນ​ຈະ​ບໍ່​ຈິງ​ໃຈ​ນັກ ຄ່ອນ​ຂ້າງ​ມັກ​ເຈົ້າ​ຊູ້ ຫວ່າ​ນສະ​ເໜ່. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້​ເປັນ​ຄົນ​ສູງ​ພຽວ ຮິມ​ຝີ​ປາກ​ນ້ອຍ​ບາງ ຖ້າ​ຂະຫຍັນ​ເຮັດວຽກ​ດ້ວຍ ກໍ​ຈະ​ສົມ​ພົງກັນ​ທີ່ສຸດ ແຕ່​ຖ້າ​ຂາດ​ຈຸດ​ນີ້ ກໍ​ຈະ​ຢູ່​ນຳກັນ​ບໍ່ດົນ ແລະ​ເນື້ອ​ຄູ່​ມັກ​ເປັນ​ຄົນ ປາກ​ຮ້າຍ ຫລື​ເວົ້າ​ຫລາຍ ຂີ້​ຫຶງ​ຫວງ​ແມ່ນ​ຈະ​ເຈົ້າ​ຊູ້​ພໍ​ກັນ ຄົນ​ເກີດ​ເດືອນ​ນີ້​ຖ້າ​ຢູ່​ກິນ​ນຳກັນ​ແລ້ວ ຈະ​ມີ​ຖານະ​ດີ​ຂຶ້ນ ລູກ​ຄົນທຳ​ອິດ​ເປັນ​ຊາຍ​ຫລື​ຍິງ ກໍ​ຖື​ວ່າ ດີ​ທັງ​ນັ້ນ.

ພະ​ຈິກ

ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ທີ່​ຈະຢິບ​ຈັບ​ທຸກ​ສິ່ງ ເພື່ອ​ສ້າງ​ຖານະ​ຂອງ​ຕົວ​ເອງ ບໍ່​ຄິດ​ຫວັງ​ເພິ່ງ ໃຜ​ເທົ່າໃດ ເປັນ​ຄົນ​ມັກ​ອິດສະຫລະ ບໍ່​ມັກ​ໃຫ້​ໃຜ​ມາ​ເອົາ​ປຽບ ຈິດ​ໃຈ​ດີ ແຕ່​ຖ້າ​ຮ້າຍ ຫລື​ມີ​ເລື່ອງ ກັບ​ໃຜ​ກໍ​ຈະ ຄິດ​ອາ​ຄາດ​ບໍ່​ເລີກ​ງ່າຍໆ ຊະ​ຕາ​ຊີວິດ​ຈະ​ໄດ້​ດີ ດ້ວຍ​ລຳ​ແຄ່ງ​ຕົນເອງ. ເນື້ອ​ຄູ່​ຂອງ​ຄົນ​ເດືອນ​ນີ້​ຈະ​ມີ​ຜິວ​ພັນ​ດີ ຮູບ​ຮ່າງ​ດີ ໃບ​ໜ້າມັ​ນ ມັກ​ຊ່ວຍ​ກັນທຳ​ມາ​ຫາ​ກິນ ຮັກ​ໄຄ່​ກັນ​ດີ ທັງ​ຍາມ​ສຸກ​ທຸກ ແມ່ນ​ຂັດ​ໃຈ​ກັນ​ນຳ ແຕ່​ກໍ​ບໍ່​ທອດ​ຖິ້ມ​ກັນ ຄົນ​ເກີດ​ເດືອນ​ນີ້​ຈະ​ໄດ້​ຄູ່​ທີ່​ເປັນ ຄູ່​ຮັກ​ຄູ່​ກຳ ລູກ​ຄົນທຳ​ອິດ​ຈະ​ເປັນ​ຄົນ​ມີ​ປາກ​ເປັນ​ເອກ

ທັນວາ

ຜູ້​ທີ່​ເກີດ​ເດືອນ​ນີ້​ມັກ​ເປັນ​ຄົນທີ່​ມັກ​ຄິ​ດວາງ​ອະນາຄົດ​ໄວ້​ກ່ອນ ເປັນ​ຄົນ​ໃຝ່​ດີ ພະຍາຍາມ​ຫາ​ຄວາມ​ຮູ້​ໃສ່​ຕົວ​ຈົນ​ຮອບ​ຮູ້​ເລິກ​ລັບ ເມື່ອ​ຮູ້​ວ່າ​ຕົວ​ເອງ​ຟຸ່ມ​ເຟືອຍ ກໍ​ຄວບ​ຄຸມ​ຕົວ​ເອງ​ໄດ້ ກະ​ເປົາ​ຈຶ່ງ​ແຕກ​ນຳ ເຕັມ​ນຳ ມັກ​ຕ້ອງ​ຍ້າຍ​ຖິ່ນ ເຖິງ​ຈະ​ກ້າວ​ໜ້າ​ຂຶ້ນ ເປັນ​ຄົນ​ມີ​ເພື່ອນ​ຫລາຍ​ຮູບ​ແບບ ນິຍົມ​ເກັບ​ສະ​ສົມ ຫລື​ສະ​ແຫວ​ງ​ຫາ​ສິ່ງ​ທີ່​ຕົວ​ເອງ​ໂປດ​ປານ ມັກ​ມີ​ໂລກ​ສ່ວນ​ຕົວ​ຂອງ​ຕົວ​ເອງ ຈະ​ໄດ້​ຄູ່​ຊ້າ​ກວ່າ​ເພື່ອນ ເພາະ​ຈະ​ເລືອກ​ຄົນທີ່ ເໝືອນ​ພາ​ບວາດ​ຝັນ​ໄວ້​ໃຫ້​ຫລາຍ​ທີ່ສຸດ ທັງ​ເລື່ອງ​ໜ້າ​ຕາ ຖານະ ແລະ​ນິ​ໄສ​ໃຈ​ຄໍ. ເນື້ອ​ຄູ່​ຈະ​ມີ​ຮູບ​ຮ່າງ​ສູງ​ພໍດີ​ງາມ ຜິວ​ພັນ​ລະອຽດ ຜ່ອງ​ໃສ ຄົນ​ເກີດ​ເດືອນ​ນີ້​ຈະ​ມີ​ຄູ່​ທີ່​ເພິ່ງ​ພາ​ໄດ້ ລູກ​ຄົນທຳ​ອິດ​ເປັນ​ຜູ້​ຊາຍຈະ​ບໍ່​ດີ​ປານ​ໃດ.

Delicious Digg Fark Twitter