ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ
+ບໍ່ວ່າຈະສູງ , ຕ່ຳ , ດຳ , ຂາວ ທຸກຄົນລ້ວນມີເນື້ອຄູ່ເປັນຂອງໂຕເອງທັງນັ້ນ ວິທີການທຳນາຍຄູ່ ວິທີການນີ້ເປັນວິທີງ່າຍໆ ພຽງແຕ່ເຈົ້າເອົາສ່ວນສູງແລະນ້ຳໜັກຂອງເຈົ້າມາບວກເຂົ້າກັນ ( ຕ້ອງວັດແທກໃຫ້ຖືກເພາະການທຳນາຍຈະຖືກຕ້ອງໄປນຳ ) ຜົນບວກໄດ້ເທົ່າໃດ ໃຫ້ເບີ່ງໂຕເລກທ້າຍຂອງຜົນບວກທີ່ອອກມາ

ຕົວຢ່າງ : ລວງສູງ 165 cm ນ້ຳໜັກ 50 kg . 165 + 50 = 215 ໃນຕົວຢ່າງນີ້ຄື 5 ມາເບີ່ງນຳກັນ

ເລີຍ

ຕົວເລກ 0

ເນື້ອຄູ່ຂອງເຈົ້າຈະມີລັກສະນະນິໄສດີ ຖານະດີ ເປັນຄົນຈິງໃຈ ເປັນຣຄົນໝູ່ຫຼາຍ ມັກເຂົ້າສັງຄົມ ເປັນຄົນຖືໂຕ ນິໄສແຂງກະດ້າງ ແຕ່ເປັນຄົນມີຄວາມມານະອົດທົນ ເປັນຄົນທີ່ຕ້ອງການໃຫ້ຄົນອື່ນ

ມາເອົາໃຈ ແລະຕ້ອງການໃຫ້ຄົນມາຫຸ້ມມາຕ້ອມຫຼາຍໆ ມັກທ່ອງທຽ່ວໄປທຸກຫົນທຸກແຫ່ງ ບາງຄັ້ງເປັນຄົນທີ່ໂຣແມນຕິກ ແຕ່ເປັນຄົນເຈົ້າຊູ້ຫຼາຍ

ຕົວເລກ 1

ເນື້ອຄູ່ຂອງເຈົ້າຈະມີລັກສະນະດັ່ງນີ້ ຜິວຂາວໜ້າຮັກ ນິໄສເຍື້ອກເຢັນເຈົ້າລະບຽບ ມັກໃຫ້ຜູ້ອື່ນມາເອົາໃຈ ເປັນຄົນຖືໂຕ ຖານະຮັ່ງມີ ເປັນຄົນມັກໃຫ້ຜູ້ອື່ນຢູ່ໃນຄຳສັ່ງຂອງເຂົາ ຖ້າຂັດໃຈເມື່ອໃດຈະບໍ່ພໍໃຈທັນທີ ແຕ່ຄຽດງ່າຍເຊົາໄວ ຖ້າຮັກໃຜແລ້ວຮັກຈິງ ພ້ອມທີ່ຈະແຕ່ງງານກັບຄົນທີ່ເຂົາຮັກໄດ້ທັນທີ

ຕົວເລກ 2

ເນື້ອຄູ່ຂອງເຈົ້າຈະມີລັກສະນະ ເປັນຄົນບໍ່ຖືໂຕ ຮູບຮ່າງສັນທັດຜິວສອງສີ ເປັນຄົນສະໜຸກສະໜານມາລະຍາດຮຽບຮ້ອຍ ເປັນຄົນສະເໝີຕົ້ນສະເໝີປາຍ ຮັກດຽວໃຈດຽວ ເປັນຄົນສະບາຍສະບາຍ ມັກຕາມໃຈຄົນອື່ນ ບໍ່ຄ່ອມມີພິລີຕອງຫິຍງຫຼາຍ ເປັນຄົນທີ່ເຂົ້າກັບຄົນອື່ນໄດ້ງ່າຍ ມັກເວົ້ງມັກວ່າ ເປັນຄົນນິໄສດີ ຈິດໃຈເອື້ອເຟື້ອເພື່ອແຜ່ ໃຜໆ ກໍ່ຮັກ ເປັນຄົນຂ້ອນຂ້າງເຈົ້າຊູ້ ແຕ່ຖ້າຮັກໃຜແລ້ວຮັກຈິງຫວັງແຕ່ງ

ຕົວເລກ 3

ເນື້ອຄູ່ຂອງເຈົ້າຈະມີລັກສະນະເປັນຄົນຜິວຂາວເຫຼືອງ ນິໄສເດັດດຽ່ວ ຖານະຮັ່ງມີ ມີສະເໜ່ຢູ່ໃນໂຕເປັນຄົນເວົ້າຈາອ່ອນຫວານ ຂ້ອນຂ້າງຈະເປັນຄົນອ່ອນໄຫວ ມັກເວົ້າມັກວ່າ ເປັນຄົນທີ່ໝັ້ນໃຈໃນໂຕເອງສູງ ຈັດການທຸກສິ່ງທຸກຢ່າງເອງໝົດ ມີໝູ່ຫຼາຍ ມີລັກສະນະຜູ້ນຳ ໃນການໄປໄສມາໄສ ບາງຄັ້ງໂລແມນຕິກ ມັກເຮັດໃຫ້ຄົນອື່ນຫຼົງຮັກ ມັກໄປທ່ຽວທຳມະຊາດ

ຕົວເລກ 4

ເນື້ອຄູ່ເຈົ້າເປັນຄົນມີນ້ຳໃຈ ມັກຊ່ວຍເຫຼືອຜູ້ອື່ນ ບໍ່ຖືຕົນບໍ່ຖືໂຕ ຖານະດີ ມັກເວົ້າມັກຈາ ຮັກອິດສະລະ ບໍ່ມັກໃຫ້ໃຜມາບັງຄັບ ເປັນຄົນທີ່ຕັ້ງໃຈເຮັດຫຍັງແລ້ວຕ້ອງເຖຶງທີ່ສຸດ ເອົາຈິງເອົາຈັງ ມີເຫດຜົນໜັກແໜ້ນ ມັກຄິດຫາເຫດຜົນໃນທຸກໆເລື່ອງ ເຊື່ອໝັ້ນໃນໂຕເອງສູງ ຖ້າຄິດຈະເຮັດຫຍັງແລ້ວຢ່າຂັດເພາະຂັດໄປກໍ່ເທົ່ານັ້ນ

ຕົວເລກ 5

ເນື້ອຄູ່ເຈົ້າຈະມີຮູບຮ່າງສັນທັດ ຜິວຂາວ ມ່ວນຊື່ນ ມັກເວົ້າ ເປັນຄົນອ່ອນໄຫວພໍສົມຄວນ ມັກຄຽດແລະມັກຫວງ ແຕ່ບາງຄັ້ງກໍ່ສຂຸມເຍືອກເຢັນແລະອ່ອນນ້ອມ ຢາກທີ່ຈະຄາດເດົາໄດ້ ເວົ້າຈາຕົງໄປຕົງມາເຫັນຄວາມຮັກເປັນສິ່ງທີ່ວິເສດ ອາລົມດີປາກຫວານ

ຕົວເລກ 6

ເນື້ອຄູ່ເຈົ້າຈະມີລັກສະນະ ຜິວຂາວ ນິໄສອ່ອນຫວານ ມັກທຸກຢ່າງທີ່ເຈົ້າມັກ ຕາມໃຈເຈົ້າທຸກຢ່າງບໍ່ມັກຢູ່ເປັນທີ່ ມັກທີ່ຈະສະໜຸກສະໜານໄປເລື້ອຍໆ ເຂົ້າກັບຄົນອື່ນໄດ້ງ່າຍ ຕ້ອງການໃຫ້ຄົນອື່ນຢູ່ໃກ້ໆ ມີຄວາມສຸກ ເປັນທີ່ຮັກຂອງຄົນສ່ວນຫຼາຍ ເປັນຄົນມີສະເໜ່ຫຼາຍຈະຕິດເຂົາຫຼາຍທີ່ສຸດ

ຕົວເລກ 7

ເນື້ອຄູ່ຂອງເຈົ້າຈະມີລັກສະນະ ນິໄສອ່ອນຫວານ ເວົ້າຈາມີເຫດມີຜົນ ໃຫ້ຄວາມຈິງໃຈກັບຄວາມຮັກບໍ່ມັກໃຫ້ໃຜມາບັງຄັບ ອ່ອນໄຫວງ່າຍເປັນຄົນບໍ່ມັກເວົ້າບໍ່ຄ່ອຍໂອ້ລົມກັບໃຜປານໃດ ມັກຢູ່ຜູ້ດຽວ ມັກປະດິດຄິດຄົ້ນມັກເຮັດຫຍັງດ້ວຍຕົນເອງ ບໍ່ມັກເພີ່ງຄົນອື່ນ ແຕ່ງໂຕສຸພາບ ມັກຄວາມສະອາດຫຼາຍທີ່ສຸດ

ຕົວເລກ 8

ເນື້ອຄູ່ເຈົ້າຈະມີຮູບຮ່າງສັນທັດຜິວສອງສີ ມັກເອົາໃຈຄົນອື່ນ ມັກຢູ່ກັບຄົນຫຼາຍໆ ມີຄວາມສຸກທີ່ສຸດເມື່ອໄດ້ພົບປະກັບຄົນອື່ນ ຢູ່ງ່າຍ ກິນງ່າຍ ແຕ່ງໂຕຕາມສະບາຍ ເປັນຄົນເປີດເຜີຍ ຈິງຈັງກັບຄວາມຮັກຫຼາຍ ບໍ່ຍອມໃຫ້ໃຜມາຫຍຸ້ງກ່ຽວ ມັກຫວງ

ຕົວເລກ 9

ເນື້ອຄູ່ເຈົ້າມີລັກສະນະຜິວຂາວ ບໍ່ມັກເວົ້າ ຄວາມຄິດບໍ່ຄືກັບຄົນອື່ນ ເປັນໂຕຂອງໂຕເອງ ບໍ່ຄ່ອຍສົນໃຈກັບໃຜ ມັກເຮັດຫຍັງທີ່ສະແດງເຖິງຄວາມເປັນຜູ້ນຳ ມັກຝັນລົມໆແລ້ງໆ ມັກຂັດໃຈຄົນອື່ນ ເຊື່ອໝັ້ນໃນໂຕເອງສູງ ໂລແມນຕິກແບບແປກໆ

Delicious Digg Fark Twitter