ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 22, 2010 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄວາມ​ຮັກ ຄື ລະດູ​ທີ່​ຈະ​ຕ້ອງ​ປ່ຽນ​ໄປ​ເມື່ອ​ຮອດ​​ເວລາ​ຂອງ​ມັນ

…………………………^0^………………………………

ຄວາມ​ຮັກ​ຄື ສັດຈະທຳ ສິ່ງ​ທີ່​ແນ່ນອນ​ຄື​ຄວາມ​ບໍ່​ແນ່ນອນ

………………………^n^…………………………………

ຄວາມ​ຮັກ ຄື​ຄວາມ​ຮູ້​ສຶກວ່າ “​ແມ່ນ” ​ເມື່ອ​​ເຮົາ​ໄດ້​​ເສຍ​ມັນ​ໄປ​ແລ້ວ

………………………^B^…………………………….

ຄວາມ​ຮັກ​ຄື ​ເຂົ້າ​ໝົມອົມ​ລົດ​ຫວານ​ ​​ແຕ່​ອົມ​ໄດ້​ບໍ່​ດົນ​ມັນ​ກໍ່​ລະລາຍ

…………………^W^……………………….

ຄວາມ​ຮັກ​ຄື ​ສຽງ​ເພງ​ທີ່​ມີ​ທັງ ສຸກ ທຸກ ​ເສົ້າ ມ່ວນ​ຊື່ນ

………………………………………………..

ຄວາມຮັກ ຄື ການປູກຕົ້ນໄມ້ ຕ້ອງໝ່ັ່ນດູແລເອົາໃຈໃສ່ ຮົດນ້ຳ ພູມດິນ

……………………………………………………

ຄວາມຮັກຄືການເດີນທາງ ທີ່ຈະສິ້ນສຸດກໍ່ຕໍ່ເມື່ອເຮົາຫຍຸດຍ່າງ

……………………………………………………….

ຄວາມຮັກ ຄືອຳນາດທີ່ລີ້ລັບ ຊຶ່ງບາງຄັ້ງເຮົາບໍ່ສາມາດພິສູດໄດ້ວ່າມັນເກີດຂຶ້ນໄດ້ຢ່າງໃດ

……………………………………………………………

ຄວາມຮັກຄືພະລັງວິເສດທີ່ເຮັດໃຫ້ເກີດສິ່ງສວຍງາມ

………………………………………………………….

ຄວາມຮັກບໍ່ແມ່ນສິ່ງຈຳເປັນແຕ່ເປັນຂອງຂວນລ້ຳຄ່າທີ່ແສນວິເສດ

……………………….

ຄວາມຮັກຄືຄວາມຫ່ວງໄຍ ອົດທົນ ແລະ ສູ້ຊົນ

…………………………………..

ຄວາມຮັກ ບໍ່ຕ້ອງການຜົນຕອບແທນໃດໆ ພຽງແຕ່ໃຫ້ຄວາມຮັກກັບຄືນມາກໍ່ພໍແລ້ວ

………………………………………….

ຄວາມຮັກ ບໍ່ມີ​ເງື່ອນ​ໄຂ

………………………………

ຄວາມຮັກ ຄືການໃຫ້ ແລະ ບໍ່ເຫັນແກ່ຕົວ

……………………………………………………….

ຄວາມຮັກຄື ສິ່ງຕົວບົ່ງຊີ້ຄວາມຖືກຕ້ອງ ແຕ່ບໍ່ໃຊ້ເຫດຜົນທີ່ຈະໃຊ້ອ້າງຄວາມເປັນເຈົ້າຂອງ

……………………………………………

ຄວາມຮັກຄື ການເຊື່ອໃຈ

………………………….

ຮັກ ຄື ສ່ວນເຕີ່ມເຕົມ ການໃຫ້ອະໄພ ເຂົ້າໃຈ ແລະ ເປັນແຮງບັນດານໃຈ

………………………………….

ຮັກ ຄື ການໃຫ້ອະໄພ ການໄດ້ຮັບແບ່ງປັນ

………………………………..

ຮັກຄື ສິ່ງສຳຄັນສຳລັບທຸກຊີວິດ

………………………….

ຄວາມຮັກ ບໍ່ມີອານາເຂດ ບໍ່ມີພົມແດນ ບໍ່ມີຂໍ້ຈຳກັດ ແລະກົດທີ່ຕາຍຕົວ

…………………………………………….

ຄວາມຮັກ ຄືການທີ່ເຮົາຍອມຮັບທຸກໆຢ່າງຂອງຄົນອີກຄົນໜຶ່ງໄດ້

…………………………………..

ຄວາມຮັກຄືຄວາມອ່ອນແອທີ່ເກີດຂຶ້ນຢ່າງບໍ່ຮູ້ຕົວ

 

Delicious Digg Fark Twitter