ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 10, 2010 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

 

ຂ້ອຍເປັນຜູ້ຍິງທຳມະດາຄົນໜຶ່ງທີ່ມີຮ່າງກາຍ ມີຈິດໃຈ ແຕ່ບາງເວລາ ຂ້ອຍຮູ້ສຶກເມື່ອຍຫລາຍ ເມື່ອຍທັງກຍ ແລະ ເມື່ອຍທັງໃຈ ເມື່ອສິ່ທີ່ຫວັງບໍ່ໄດ້ດັ່ງໃຈປາຖະໜາ. ຄົນທີ່ເຮົາຮັກ ແຕ່ເຂົາບໍ່ຮັກເຮົາ, ຄົນທີ່ຮັກເຮົາແຕ່ເຮົາບໍ່ຮັກເຂົາ ພຽງແຕ່ສົງສານເຫັນໃຈໃນຄວາມດີທີ່ເຂົາມີໃຫ້ເຮົາເທົ່ານັ້ນ ສະຫວັນຊ່າງບໍ່ຍຸດຕິທຳເລີຍ...ບາງເທື່ອເຮົາເຮັດດີເທົ່າໃດກໍ່ບໍ່ມີໃຜເຫັນ

ດັ່ງຄຳຄົມທີ່ວ່າ”ເຮັດດີໄດ້ດີມີຢູ່ໃສ ເຮັດຊົ່ວແລ້ວໄດ້ດີມີຖົມໄປ“ ມັນຖືກໄດ້ເນາະຄົນທີ່ເຮັດຊົ່ວເຊັ່ນ ພວກຄ້າຢາບ້າ, ຄ້າຂອງຜິດກົດໝາຍ, ສໍ້ລາດບັງຫລວງ ພັດລວຍ ແຕ່ຄົນທີ່ເຮັດວຽກເຮັດການຊື່ສັດສຸດຈະລິດພັດທຸກ ເປັນແນວນີ້ສະເໝີ ...ຈຶ່ງເປັນສາເຫດເຮັດໃຫ້ໂລກເຮົາເກີດມີຄົນຊົ່ວຫລາຍຂຶ້ນ ຄົນດີໝົດກຳລັງໃຈທີ່ຈະເຮັດຄວາມດີແລ້ວ...

ເປັນຫຍັງການຮັບສະໝັກງານຂອງບໍລິສັດອົງການໜື່ງ ຕ້ອງການແຕ່ຄົນມີປະສົບການ ແລ້ວນັກສຶກສາຜູ້ທີ່ຮຽນຈົບໃໝ່ເດຈະໄດ້ເຮັດການຢູ່ບໍ? ຖ້າບໍ່ໃຫ້ເຂົ້າໄປລອງກັບວຽກຈັກເທື່ອແລ້ວຄົນຈົບໃໝ່ຈະມີປະສົບການມື້ໃດກັນ?ໃຜຮູ້ຊ່ອຍຕອບແດ່

 

Delicious Digg Fark Twitter