ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ເງິນເດືອນຂື້ນ ເຄື່ອງບໍລິໂພກແລ່ນຂື້ນນຳ ມັນແມ່ນແນວໃດ?
ສ້າງເມື່ອ ທ.ວ.. 7, 2012 16 ຄົນໂຫວດ, 14 ຄຳເຫັນ, ອ່ານ 749 ເທື່ອ
ສະບາຍດີເພື່ອນພັນລາວທຸກໆຄົນມື້ນີ້ຄົນຂີ້ເຫງາມີບັນຫາໂລກແຕກມາໃຫ້ເພື່ອນໆໄດ້ອ່ານ ແລະ ອອກຄຳຄິດເຫັນກັນອີກແລ້ວລ່ະ
ຄືວ່າ: ປະຈຸບັນນີ້ ພະນັກງານທຸກຄົນບໍ່ວ່າຈະເປັນຫ້ອງການໃດໆກໍ່ຕ້ອງມີການປັບເງິນເດືອນຂື້ນບໍ່ຫຼາຍກໍ່ໜ້ອຍກັນແລ້ວເນາະ ແຕ່ບັນຫາມັນມີຢູ່ວ່າ ເງິນເດືອນຂື້ນ ແຕ່ຊິ້ນ-ປາ , ຜັກ-ມີ່ສີ່ໃບ ພັດແລ່ນຂື້ນລາຄາໄປນຳ ເຮັດແນວໃດ ມະນຸດເງິນເດືອນຢ່າງໄທເຮົາເຈົ້າຂ້ອຍຈະລອດພົ້ນຄວາມ
ທຸກຍາກ ເຂົ້າຢາກໝາກແພງໄປໄດ້ຈັກເທື່ອ ແມ່ນບໍ່ ເບຶ່ງແຕ່ປານິນ ປາກະຊັງຈາກທີ່ເຄີຍມີລາຄາ 18,000 ກີບ/ກິໂລ ພັດແລ່ນຂື້ນເປັນ 20,000 ກີບ / ກິໂລແລ້ວ ຊິ້ນງົວ, ຊິ້ນໝູ ຂຶ້ນໝົດ ຜັກຫອມລາບຊື່ໆກະຍັງໂລລະ 20-30 ພັນໄປແລ້ວ ເຮົາຄວນໃຫ້ພາກສ່ວນໃດມາແກ້ໄຂ ແລະ ຈະແກ້ໄຂແນວໃດ ທີ່ຈຸດໃດດີ ລອງອອກຄຳເຫັນຊ່ອຍກັນແດ່ເດີ ເພື່ອນໆ...