ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 2, 2011 | ມີ 13 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຄືເລື່ອງມັນມີຢູ່ວ່າ: ຂ້ອຍເປັນຜູ້ຊາຍທຳມະດາຄົນໜຶ່ງທີ່ບໍ່ໄດ້ມີຫຍັງແຕກຕ່າງຈາກຄົນອື່ນດອກ,ແຕ່ຂ້ອຍເອງກໍ່ບໍ່ໄດ້ເຈດຕະນາທີ່ຈະຄົບກັບຜູ້ຍິງ ຫຼາຍຄົນໃນເວລາດຽວກັນ. ເມື່ອບໍ່ດົນມານີ້ມີຜູ້ຍິງຄົນໜຶ່ງ (1ໃນສາມຄົນທີ່ຂ້ອຍຮູ້ຈັກຢູ່) ໂທມາແລ້ວຖາມຂ້ອຍວ່າ: ”ເຮົາເປັນຫຍັງກັນ” ກັບໃນຖານະທີ່ເປັນຢູ່ຂ້ອຍຮູ້ວ່າລາວ ຄົງທໍລະມານຫຼາຍທີ່ບໍ່ຮູ້ວ່າຕົນເອງຢືນຢູ່ໃນຖານະໃດ ແຕ່ຂ້ອຍເອງກໍ່ຂໍຍອມຮັບຕາມຄວາມ ຈິງວ່າບໍ່ຕັ້ງໃຈທີ່ຈະເຮັດ ໃຫ້ລາວຕ້ອງທໍລະມານແບບນີ້ ເພາະຂ້ອຍເອງກໍ່ບໍ່ໄດ້ຮູ້ສຶກ ດີກັບອາການທີ່ເປັນຢູ ຂ້ອຍອິຕົນລາວເພາະວ່າລາວເປັນຄົນດີແລະລາວກໍ່ຖືໄດ້ວ່າສົມບູນແບບຫຼາຍເປັນຜູ້ຍິງທີ່ຂ້ອຍຕາມ ຫາມາຕະຫຼອດທັງຊີວິດ, ແຕ່ຂ້ອຍເອງກໍ່ບໍ່ແນ່ໃນວ່າ ຕົນເອງຄິດກັບເຂົາແບບໃດ. ຍ້ອນວ່າລາວເປັນຄົນດີຫຼາຍ ຂ້ອຍຈຶ່ງບໍ່ຢາກຕອບຄຳຖາມຂອງລາວໄປໂດຍທີ່ບໍ່ຄິດ, ຂ້ອຍບໍ່ສາມາດຕວະລາວໄດ້ ແລະ ກໍ່ບໍ່ ອາດຈະຕອບຄຳ ຖາມໄດ້ໃນຕອນນີ້ເນື່ອງຈາກຜູ້ຍິງອີກສອງຄົນທີ່ຮູ້ຈັກເຂົາກໍ່ເປັນຄົນທີ່ດີເຊັ່ນກັນ. ຂ້ອຍຍອມຮັບວ່າຂ້ອຍແຄຣ໌ທັງສາມ ເທົ່າກັນ ແຕ່ແນ່ນອນວ່າຂ້ອຍຈະຄົບທຸກຄົນໄປແບບນີ້ຕໍ່ໄປ ລື້ອຍໆ ບໍ່ໄດ້ຂ້ອຍຕ້ອງຕັດສິນໃຈເຮັດຢ່າງໃດຢ່າງໜຶ່ງເພື່ອຍຸດຕິເລື່ອງນີ້ ແລະ ຂ້ອຍກໍ່ຕ້ອງຫາຄຳຕອບທີ່ຍຸດຕິທຳກັບທຸກຄົນໃຫ້ໄດ້. ຂ້ອຍຍອມຮັບວ່າຂ້ອຍຄິດກັບບາງຄົນພຽງໝູ່ແລະນ້ອງສາວເທົ່ານັ້ນແຕ່ຂ້ອຍ ກໍ່ຮັບຮູ້ວ່າເຂົາບໍ່ໄດ້ ຄິດກັບຂ້ອຍແບບນັ້ນ, ແຕ່ຈະໃຫ້ຂ້ອຍປະຕິເສດກັບເຂົາ ຂ້ອຍກໍ່ເຮັດບໍ່ໄດ້ນີ້ແຫຼະຄືຈຸດອ່ອນ. ຂ້ອຍບໍ່ຢາກໃຫ້ເຮົາ ຕ້ອງຄຽດຊັງກັນ ເພາະເຂົາບໍ່ມີຄວາມຜິດຫຍັງເລີຍ, ຄົນທີ່ຜິດຄືຂ້ອຍ ຄົນດຽວ,ແຕ່ຂ້ອຍບໍ່ໄດ້ເຈດຕະນາທີ່ຈະໃຫ້ໃຜຄິດກັບຂ້ອຍເກີນກວ່ານັ້ນ. ຂ້ອຍຕອບໃຈຕົນເອງບໍ່ໄດ້ວ່າຂ້ອຍຈເຮັດແບບໃດດີ, ເພາະມີໝູ່ບາງຄົນແນະນຳວ່າອິຕົນຜູ້ຍິງ, ເຮົາເປັນຜູ້ຊາຍເຮົາຕ້ອງໃຫ້ກຽດ ແລະ ໃຫ້ຄວາມຍຸດຕິທຳກັບທຸກໆຄົນລວມທັງຕົວເອງນຳ, ເຂົາແນະນຳໃຫ້ຂ້ອຍຕ້ອງ ”ເລືອກ” ມີຄົນຢູ່ກໍ່ຕ້ອງມີຄົນໄປ ຫຼື ເລືອກທີ່ຈະໄປເອງ ເຊິ່ງຂ້ອຍຕັດສິນໃຈບໍ່ໄດ້. ກະລຸນາເພື່ອນໆໃຫ້ຄຳແນະນຳແດ່.

Delicious Digg Fark Twitter