ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 25, 2022 | ມີ 0 ຄຳເຫັນ ແລະ 0 trackback(s)

    ຖ້າເວົ້າເຖິງເລື່ອງສຸຂະພາບຫຼາຍຄົນກໍໃສ່ໃຈເບີ່ງແຍງສຸຂະພາບຕົນເອງຢ່າງດີ ຫຼາຍຄົນກໍເບີ່ງຂ້າມໄປ ບາງຄົນກໍຮັກສາສຸຂະພາບບາງເວລາ ບາງເວລາກໍປ່ອຍປະລະເລີຍ ໂດຍທີ່ບໍ່ໄດ້ໃສ່ໃຈຈົນກວ່າຕົນເອງຈະເຈັບເປັນ ຫຼື ມີຫຍັງເກີດຂື້ນກັບສຸຂະພາບຈີ່ງຄ່ອຍຫວນຄິດພໍ້ ແລະ ຫັນມາອອກກຳລັງກາຍເພື່ອຮັກສາສຸຂະພາບຕົນເອງ ບາງຄົນກໍຮູ້ໂຕໄວ ບາງຄົນກໍຮູ້ໂຕຊ້າແລ້ວແຕ່ກໍລະນີ 

    ສ່ວນໂຕຂ້ອຍເອງກໍເປັນຄົນໜື່ງທີ່ຫຼາຍຄັ້ງກໍປ່ອຍປະລະເລີຍໃຫ້ສຸຂະພາບອ່ອນເພຍ ຈົນບໍ່ສະບາຍກໍເຄີຍມີຫຼາຍເທື່ອ ສາເຫດມັນກໍມາຈາກຫຼາຍປັດໃຈ ບໍ່ວ່າຈະເປັນນຳສັງຄົມຄົນອ້ອມຂ້າງແລະສະພາບແວດລ້ອມທີ່ເຮົາຢູ່ ແຕ່ທີ່ສຳຄັນທີ່ສຸດນັ້ນກໍເປັນຍ້ອນໂຕເຮົາເອງນິລະ ທີ່ມັກຄິດໄປວ່າຕົນເອງຍັງໜຸ່ມນ້ອຍ ຍັງແຂງແຮງ ຍັງບໍ່ເປັນຫຍັງດອກ ຢາກເຮັດຫຍັງລະຟ້າວເຮັດ ຢາກກິນຫຍັງລະຟ້າວກິນ 

    ຂ້ອຍເຄີຍມີນ້ຳໜັກທີ່ນ້ອຍທີ່ສຸດ 58 ກິໂລ (ນ້ຳໜັກຕອນອາຍຸ 25-26ປີ) ແລະ ຕອນນັ້ນຂ້ອຍປາດຖະໜາຢາກອ້ວນ ຢາກມີນ້ຳໜັກ 60-65 ກິໂລຄິດວ່າ ແຕ່ທຸກຄົນຮູ້ບໍວ່າ ຢູ່ໄປຢູ່ມາຫຼັງຈາກທີ່ຂ້ອຍຮຽນຈົບ ແລະ ໄດ້ເຮັດວຽກ ຂ້ອຍກໍເລີ່ມກິນ ແລະ ດື່ມເຄື່ອງມຶນເມົາຫຼາຍຂື້ນ ໂດຍທີ່ບໍ່ຮູ້ໂຕ ວ່ານ້ຳໜັກຂ້ອຍເພີ່ມຂື້ນ ຫຼັງຈາກທີ່ຂ້ອຍຮຽນຈົບແລ້ວ ສອງ ຫາ ສາມປີນ້ຳໜັກຂ້ອຍມັນກໍເພີ່ມຂື້ນຈົນຮອດ 82 ກິໂລ (ຕອນອາຍຸ 29-30 ປີ) ກວ່າຂ້ອຍຈະຮູ້ໂຕນ້ຳໜັກດັ່ງກ່າວກໍເຮັດໃຫ້ຂ້ອຍໃຊ້ຊີວິດລຳບາກແລ້ວ ໂດຍສະເພາະເວລາຍ່າງຂື້ນຫ້ອງການ ເພາະຫ້ອງການຂອງຂ້ອຍຢູ່ຊັ້ນສາມຂອງອາຄານ ມັນຫາຍໃຈຍາກ ເມື່ອຍງ່າຍ.

    ເພາະສາເຫດນັ້ນຂ້ອຍກໍຫັນໜ້າໃສ່ການອອກກຳລັງກາຍ ໂດຍການ ຍ່າງໃນໄລຍະຕົ້ນ ແລະ ເລີ່ມແລ່ນບາງມື້ຂ້ອຍກໍໄປເຂົ້າຈີມ ອາທິດລະສາມເທື່ອໂດຍປະມານ ເຈົ້າຮູ້ບໍວ່າໃຊ້ເວລາທັງໝົດ 7-8 ເດືອນ ຈາກນ້ຳໜັກ82 ກິໂລຂ້ອຍສາມາດລົດ ລົງມາຈົນຮອດ 69 ກິໂລ ດ້ວຍຄວາມເມື່ອຍແລະທໍລະມານ ອອກກຳລັງກາຍຫຼາຍກິນນ້ອຍລົດປະລິມາການກິນ ຫຼາຍເດືອນເຕີບນ້ຳໜັກຈີ່ງລົດລົງມາສົມຄວນ.

     ຂ້ອຍກໍເລີ່ມສົນໃຈການແລນມາລະທອນ ແລະ ຊ້ອມການແລ່ນເພື່ອງານມາລະທອນ ແຕ່ທຸກທ່ານຮູ້ບໍວ່າ ຂ້ອຍຊ້ອມຈົນເພຍ ສຸດທ້າຍບໍ່ໄດ້ລົງຈັກງານເລີຍເພາະການລະບາດຂອງພະຍາດໂຄວິດ ສອງປີເກືອບສາມປີ ຈາກຄົນທີ່ຫ້າວໃສ່ການອອກກຳລັງກາຍ ສຸດທ້າຍກະຫວນຄືນສູ່ວົງການຄືເກົ່າ 5555 ນ້ຳໜັກນິມັນກັບມາໄວຫຼາຍ ຕອນເຮົາຕ້ອງການລົດນ້ຳໜັກເຮົາເສຍເວລາໄປຫຼາຍເດືອນກວ່າມັນຈະສາມາດລົດໄດ້ແຕ່ລະກິໂລ ແຕ່ການທີ່ມັນຫວນຄືນມານິ ມັນງ່າຍດາຍຖ້າເຮົາຢຸດການອອກກຳລັງກາຍພຽງສອງສາມທິດມັນຈະເພີ່ມຂື້ນເກືອບ1-2ກິໂລ

    ແຕ່ບໍ່ດົນມານີ້ ປະມານວັນທີ 11/9/2022 ຜ່ານມານີ້ຂ້ອຍໄດ້ທົດລອງລົງມາລະທອນການກຸສົນເປັນເທື່ອທຳອິດຂອງການຮ່ວມມາລະທອນຂອງຂ້ອຍ ໂດຍທີ່ບໍ່ໄດ້ຊ້ອມ ບໍ່ໄດ້ກະກຽມຫຍັງທັງນັ້ນ ແມ່ນແຕ່ເກີບເພື່ອໃສ່ແລ່ນຂ້ອຍກໍຍັງບໍ່ໄດ້ກຽມ ຮອດມື້ລົງແລ່ນຂ້ອຍໃສ່ເກີບທີ່ເຂົາໃສ່ເຕະຕໍ້ໄປແລ່ນ ໂດຍທີ່ຂ້ອຍຄິດວ່າໄລຍະທາງ 5,5 ກິໂລແມັດ ຂ້ອຍສາມາດແລ່ນໄດ້ສະບາຍ ເພາະວ່າກ່ອນໜ້າຈະມີໂຄວິດ ຂ້ອຍເຄີຍຊ້ອມແລ່ນຫຼາຍກິໂລແມັດ ເພື່ອລົງມາລະທອນ ສອງຄັ້ງແຕ່ບໍ່ເຄີຍໄດ້ລົງຈັກເທື່ອ ມາຮອບນີ້ບໍ່ໄດ້ກຽມແຕ່ໄດ້ລົງແລ່ນ 

    ແມ່ນຢູ່ວ່າຂ້ອຍເຄີຍຊ້ອມແລ່ນ ຫຼາຍເດືອນໄລສອງປີກ່ອນ ແຕ່ມາປີນີ້ມັນບໍ່ຄືປີຜ່ານມາ ຂ້ອຍເລີ່ມແລ່ນໄປບໍ່ຮອດ1ກິໂລແມັດ ໃຈຂ້ອຍມັນບອກໃຫ້ຂ້ອຍຢຸດ ຂາຂ້ອຍປວດຈົນຈະແລ່ນຕໍ່ໄປບໍ່ໄດ້ ດ້ວຍຄວາມແຂງຂອງເກີບທີ່ໃສ່ ມັນເຮັດໃຫ້ຕີນຂ້ອຍປວດທີ່ສຸດ ຂ້ອຍຈົນຄິດຈະຢຸດແລ່ນແລ້ວ ແຕ່ພໍຫັນໄປທາງຂ້າງຂ້ອຍ ຂຂ້ອຍເຫັນຄົນທີ່ອາຍຸຫຼາຍກວ່າຂ້ອຍ ລຸ້ນແມ່ ລຸ້ນພໍ່ ລຸ້ນລູງກຳລັງແລ່ນກາຍຂ້ອຍໄປເທື່ອລະຄົນສອງຄົນ ຂ້ອຍເລີ່ມມີແຮງຮືດຂື້ນມາ ແລະ ຕັ້ງໜ້າຕັ້ງຕາແລ່ນ ຈົນສາມາດເຂົ້າຮອດເປົ້າໝາຍໄດ້ 

    ສີ່ງທີ່ຂ້ອຍຢາກບອກຕອນນີ້ກໍຄື ທຸກຄົນບໍ່ຄວນປະມາດໃນການໃຊ້ຊີວິດ ຢ່າຄິດວ່າເຮົາຍັງໜຸ່ມນ້ອຍ ຢ່າຄິດວ່າເຮົາຍັງຄົງຄວາມສາມາດໄວ້ຄືເກົ່າ ທຸກຢ່າງມັນມີການປ່ຽນແປງໄປຕາມການເວລາຂອງມັນ ສຸຂະພາບຮ່າງກາຍຂອງເຮົາກໍເຊັ່ນດຽວກັນ ມັນຈຸຊຸດໂຊມລົງທຸກວັນຖ້າເຮົາບໍ່ຮັກສາມັນ ບໍ່ອອກກຳລັງກາຍ ບໍ່ພັກຜ່ອນໃຫ້ພຽງພໍ ໃນດ້ານກົງກັນຂ້າມຜູ້ທີ່ເພີ່ນຮັກສາສຸຂະພາບເພີ່ນຈະແຂງແຮງກວ່າເຮົາຫຼາຍເທົ່າ 

    ແລະ ອີກປະການໜື່ງທີ່ຢາກເວົ້າເຖີງຄື ທຸກຄວາມສາມາດກ່ອນທີ່ມັນຈະພົ້ນເດັ່ນໄດ້ ມັນຕ້ອງໄດ້ຮັບການພັດທະນາຢູ່ສະໜ່ຳສະເໜີ ທັງດ້ານກິລາ ແລະ ສຸຂະພາບກໍເຊັ່ນດຽວກັນ ມາເຖີງຈຸດນີ້ເຖີງແມ່ນວ່າຂ້ອຍຈະຍັງບໍ່ສາມາດລົດນ້ຳໜັກລົງໄດ້ຕາມເປົ້າໝາຍກໍຕາມແຕ່ຜ່ານການເຂົ້າຮ່ວມການແລ່ນມາລະທອນເທື່ອນີ້ມັນໄດ້ເຮັດໃຫ້ຂ້ອຍເລີມທົບທວນຫວນຄິດເຖີງສຸຂະພາບຫຼາຍຂື້ນ ແລະ ຫັນມາອອກກຳລັງກາຍຄືນອີກເທື່ອ ຫວັງວ່າຮອບນີ້ຂ້ອຍຈະບໍ່ຫວນຄືນວົງການ5555