ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 2, 2021 | ມີ 1 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຫຼາຍວັນຜ່ານມານີ້ ຂ້ອຍໄດ້ອ່ານຂ່າວກ່ຽວກັບການຂ້າໂຕຕາຍຂອງເດັກນ້ອຍຜູ້ຍີງຄົນໜື່ງເຊີ່ງສາເຫດມາຈາກການທີ່ຕົນເອງຮັກເພດດຽວກັນແລະບໍ່ໄດ້ຮັບການຍອມຮັບຈາກຄອບຄົວຈົນເປັນເຫດເຮັດໃຫ້ເກີດຄວາມຄຽດຄິດຫຼາຍຈົນຕັດສິນໃຈຂ້າໂຕຕາຍໃນທີ່ສຸດ ເມື່ອຂ້ອຍໄດ້ອ່ານຂ່າວດັ່ງກ່າວຂ້ອຍຮູ້ສຶກເສຍໃຈກັບເຫດການແບບນີ້ແລະເສົ້າໃຈຈົນເຮັດໃຫ້ເກັບເອົາຂ່າວນັ້ນມາຄິດໃນຫົວຕົນເອງໄປມາຫຼາຍຮອບກ່ຽວກັບເລື່ອງທີ່ເກີດຂື້ນ ຂ້ອຍບໍ່ເຂົ້າໃຈວ່າ ພໍ່ແມ່ຄອບຄົວຂອງນ້ອງຄົນນັ້ນຄິດແນວໃດກັບການທີ່ລູກຕົນເອງເປັນເພດທາງເລືອກ ຫລື ພໍ່ແມ່ຮັບບໍ່ໄດ້ທີ່ສັງຄົມຄົນອ້ອມຂ້າງເວົ້າໃຫ້ລູກຂອງຕົນ ແລະ ຕົນເອງກໍມາຮ້າຍມາກົດດັນລູກຂອງຕົນເອງ ຫຼື ພໍ່ແມ່ບໍ່ເຄີຍເປີດໃຈລົມກັບລູກຕົນເອງເລີຍ ຈົນເຮັດໃຫ້ເຫດການແບບນີ້ເກີດຂື້ນ.

ຂ້ອຍບໍ່ແມ່ນເພດທາງເລືອກ ແຕ່ໂດຍສ່ວນໂຕແລ້ວຄິດວ່າສັງຄົມເຮົາມັນກໍພັດທະນາມາໄກແລ້ວ ຈິດໃຈມະນຸດກໍຄວນພັດທະນາຕາມການເວລາທີ່ມັນຜ່ານມາເຊັ່ນກັນ ສັງຄົມຄອບຄົວຄົນໃກ້ຄຽງຄວນໃຫ້ໂອກາດ ເພດທາງເລືອກ ໃຫ້ເຂົາໄດ້ມີໂອກາດສະແດງອອກຕາມທີ່ເຂົາເປັນ ໃຫ້ເຂົາໄດ້ເຮັດໃນສີ່ງທີ່ພວກເຂົາມັກ ເພາະ ໃຜກໍຕາມທີ່ເກີດມາເປັນຄົນ ຍ່ອມມີກຽດ ມີສັກສີ ມີຄວາມເປັນຄົນ ຄືກັນທັງໝົດທັງມ່ວນ ບໍ່ແມ່ນວ່າເຂົາເລົ່ານັ້ນເກີດມາເປັນເພດທາງເລືອກແລ້ວເຂົ້າຈະມີຄວາມຮູ້ສຶກນຶກຄິດ ແລະ ກຽດສັກສີຄວາມເປັນຄົນນ້ອຍໄປກວ່າຄົນອື່ນແຕ່ຢ່າງໃດ ຖ້າຫາກເວົ້າເລື່ອງຄວາມສາມາດ ເຂົາກໍເກັ່ງ ມີຄວາມສາມາດຫຼາກຫຼາຍ ບາງຄົນເກັ່ງກວ່າເຮົາກໍມີ. 

ສ່ວນຄົນທີ່ເປັນພໍ່ແມ່ທີ່ຍັງບໍ່ທັນເຂົ້າໃຈລູກຫຼານຂອງຕົນ ຂໍໃຫ້ເປີດໃຈກວ່ານີ້ສາ ສຶກສາຮຽນຮຸ້ ລູກໆຫຼານຂອງຕົນເອງໃຫ້ຫຼາຍກວ່ານີ້ ເປີດໃຈຍອມຮັບ ເປີດໃຈຮັບຟັງ ແລະ ໃຫ້ໂອກາດເຂົາໄດ້ເຮັດໄດ້ເປັນໃນສີ່ງທີ່ຕົນເອງເປັນ ເຖີງແມ່ນ ວ່າຄົນອື່ນຈະບໍ່ເຂົ້າໃຈ ບໍ່ຍອມຮັບໃນລູກຂອງເຮົາ ແຕ່ຢ່າງນ້ອຍເຮົາຜູ້ເປັນພໍ່ແມ່ຄວນເປັນຄົນທີ່ຢືນຄຽງຂ້າງລູກຂອງຕົນຈົນວັັນສຸດທ້າຍ ເພາະເຖີງຈະດີຈະຊົ່ວ ເຂົາເລົ່ານັ້ນ ກໍ່ເປັນລູກຂອງເຮົາ ມັນຈະຜິດຫຍັງຖ້າເຮົາຈະຮັກ ແລະ ສົ່ງເສີມສີ່ງທີ່ລູກເຮົາເປັນ ແລະ ເປັນຫຍັງເຮົາຈີ່ງຕ້ອງໄປຮັກ ໄປຊັງລູກຂອງຕົນເອງຍ້ອນຄຳເວົ້າຂອງຄົນອື່ນທີ່ບໍ່ໄດ້ມີສ່ວນໄດ້ສ່ວນເສຍໃນຄອບຄົວເຮົາ. ເລື່ອງຄອບຄົວເຮົາເຮົາຄວນຕັດສິນໃຈ ສ່ວນວ່າລູກເຮົາຈະເປັນເພດໃດກໍເລື່ອງຂອງເຂົາ ຂໍພຽງແຕ່ເຂົາເປັນຄົນດີຂອງສັງຄົມ ບໍ່ສ້າງຄວາມເດືອດຮ້ອນໃຫ້ສັງຄົມ ແລະ ຄອບຄົວເທົ່ານີ້ກໍພຽງພໍແລ້ວ ບູຮານເພີ່ນກ່າວໄວ້ ພໍ່ແມ່ລ້ຽງລູກໄດ້ແຕ່ຮ່າງກາຍ ສ່ວນຈິດໃຈບໍ່ສາມາດລ້ຽງໄດ້.

ຂ້ອຍມີຄຳຖາມຖ້າຫາກທ່ານໃດຜ່ານມາເຫັນ ຊ່ວຍຕອບ ຫຼື ເກັບໄປຕອບໃນໃຈກໍໄດ້ 

1:ທ່ານຄິດແນວໃດຖ້າຫາກລູກຂອງທ່ານເປັນເພດທາງເລືອກ?

2:ທ່ານຈະມີວິທີຮັບມືກັບສັງຄົມ ຫຼື ຄົນໃນຕະກູນແນວໃດ ຖ້າຫາກລູກຂອງທ່ານເປັນເພດທາງເລືອກແຕ່ພວກເຂົາບໍ່ຍອມຮັບ?

3:ທ່ານຈະມີວິທີໃດ ໃນການແກ້ໄຂເພື່ອໃຫ້ສັງຄົມ ຫຼື ຄົນທີ່ບໍ່ທັນເປີດໃຈຍອມຮັບເພດທາງເລືອກ ໄດ້ຫັນມາເປີດໃຈແລະໃຫ້ໂອກາດເພດທາງເລືອກຫຼາຍຂື້ນ?

Delicious Digg Fark Twitter